ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔
ຮອງປະທານາທິບໍດີ ໂຈ ໄບເດັນ ລົງແຂ່ງຄັ້ງທີສາມ ເພື່ອເອົາຕຳແໜ່ງປະທານາທິບໍດີ ຈາກ ທ່ານດໍໂນລ ທຣຳ
ຮອງປະທານາທິບໍດີ ໂຈ ໄບເດັນ ລົງແຂ່ງຄັ້ງທີສາມ ເພື່ອເອົາຕຳແໜ່ງປະທານາທິບໍດີ ຈາກ ທ່ານດໍໂນລ ທຣຳ

ລາຍງານບລອກສົດ! ການເລືອກຕັ້ງ ໃນ ສະຫະລັດ ປີ 2020

ວີໂອເອ ລາວ ລາຍງານສົດ ຄວາມຄືບໜ້າ ການເລືອກຕັ້ງ ປະທານາທິບໍດີ ປີ 2020!

ປະທານາທິບໍດີ ດໍໂນລ ທຣຳ ສັງກັດພັກຣີພັບບລີກັນ ລົງແຂ່ງຂັນເພື່ອດຳລົງຕຳແໜ່ງ ສະໄໝທີສອງ ສ່ວນທ່ານ ໂຈ ໄບເດັນ ສັງກັດພັກເດໂມແຄຣັດ ລົງແຂ່ງຂັນເປັນຄັ້ງທີສາມ ເພື່ອຍາດເອົາຕຳແໜ່ງຂອງທຳນຽບຂາວ.

ທ່ານໂຈ ໄບເດັນ ໄດ້ຮັບຄະແນນຈາກຜູ້ແທນຂອງລັດແມຣີແລນ 10 ຄະແນນ ແລະຍັງຄົງເປັນລັດທີ່ສະໜັບສະໜູນພັກເດໂມແຄຣັດ ຕະຫຼອດມາ ລວມແລ້ວ ມີຢູ່ 27 ຄະແນນ ແຊງໜ້າທ່ານທຣຳ ໄປແລ້ວນຶງຄະແນນ. ອີງຕາມການເລືອກຕັ້ງທີ່ຜ່ານມາ ລັດຢູ່ທາງພາກໃຕ້ສ່ວນໃຫຍ່ ຈະສະໜັບສະໜຸນພັກຣີພັບບລີກັນຢ່າງໜຽວແໜ້ນ ເຊັ່ນລັດເທັກຊັສ ຫລຸຍເຊຍນາ ມິສຊິສຊິບປີ ອາລາບາມາ ຈໍເຈຍ ຄາໂຣໄລນາໃຕ້ແລະເໜືອ ເທນເນັສຊີ້ ແລະເວີຈີເນຍຕາເວັນຕົກ.

ລັດເດລາແວ ຕົກເປັນຂອງທາ່ນໄບເດັນ ໂດຍໄດ້ຮັບຄະແນນຈາກຜູ້ແທນຕື່ມອີກ 3 ຄະແນນ ລວມແລ້ວ ມີຢູ່ 17 ຄະແນນ ສ່ວນລັດໂອກລາໂຮມາ ເປັນຂອງທ່ານ ທຣຳ ໂດຍໄດ້ຮັບ 7 ຄະແນນຈາກຜູ້ແທນຕື່ມ ເປັນ 26 ຄະແນນແລ້ວ ລັດໂອກລາໂຮມາ ເປັນລັດທີ່ສະໜັບສະໜູນ ພັກຣີພັບບລີກັນ ມາຕະຫຼອດຕັ້ງແຕ່ປີ 1992 ຈົນເຖິງປັດຈຸບັນນີ້ ສ່ວນລັດເດລາແວ ກໍເປັນລັດທີ່ສະໜັບສະໜູນພັກເດໂມແຄຣັດ ຕະຫຼອດມາເຊັ່ນກັນ.

ຄະແນນສຽງຈາກລັດແມດຊາຈູເສັດສ໌ ໄດ້ອອກມາແລ້ວ ທ່ານໄບເດັນ ໄດ້ຮັບຄະແນນຈາກຜູ້ແທນ 11 ຄະແນນ ລວມແລ້ວ ທ່ານໄບເດັນ ມີຢູ່ 14 ຄະແນນ ຈາກລັດເວີມອນນຳ ແລະທ່ານທຣຳ ຍັງມີຄະແນນຈາກຜູ້ແທນ ຢູ່ຄືເກົ່າ 19 ຄະແນນຈາກລັດອິນເດຍນາ ແລະ ເຄັນທັກກີ. ຫຼາຍລັດກໍຈະປິດໜ່ວຍເລືອກຕັ້ງ ໃນເວລາ 9 ໂມງແລງຕາມເວລາ ໃນສະຫະລັດ. ຫຼາຍລັດຢູ່ພາກຕາເວັນອອກໄດ້ປິດໜ່ວຍເລືອກຕັ້ງແລ້ວ ໃນຕອນ 8 ໂມງແລງ ແລະກຳລັງນັບຄະແນນສຽງ ເນື່ອງຈາກໄດ້ມີການປ່ອນບັດກ່ອນການເລືອກຕັ້ງ ແລະສົ່ງບັດເລືອກຕັ້ງຜ່ານທາງໄປສະນີນັ້ນ ປະຊາຊົນຊາວອາເມຣິກັນ ໄດ້ພາກັນອອກມາໃຊ້ສິດອອກສຽງກ່ອນວັນເລືອກຕັ້ງ ທີ 3 ພະຈິກ ຢ່າງມະຫາສານ ໂດຍໄດ້ທຳລາຍສະຖິຕິການເລືອກຕັ້ງທັງໝົດທີ່ຜ່ານມາ.

ປະທານາທິບໍດີ ດໍໂນລ ທຣຳ ແລະ ຮອງປະທານາທິບໍດີ ໂຈ ໄບເດັນ
ປະທານາທິບໍດີ ດໍໂນລ ທຣຳ ແລະ ຮອງປະທານາທິບໍດີ ໂຈ ໄບເດັນ

3 ລັດໄດ້ປິດໜ່ວຍເລືອກຕັ້ງ ຄື ລັດເວີມອນ ອິນເດຍນາ ແລະເຄັນທັກກີ ແລະຄະແນນສຽງໄດ້ຖືກນັບອອກມາແລ້ວ ຄື ດັ່ງນີ້ ທ່ານທຣຳ ໄດ້ຄະແນນຈາກຜູ້ແທນ ຂອງລັດອິນເດຍນາ 11 ຄະແນນ ແລະລັດເຄັນທັກກີ 8 ຄະແນນ ລວມແລ້ວ ທ່ານມີຄະແນນຢູ່ 19 ຄະແນນຈາກຜູ້ແທນ ສ່ວນ ທ່ານໄບເດັນ ໄດ້ຄະແນນຈາກຜູ້ແທນ 3 ຄະແນນ ຈາກລັດເວີມອນ ຊຶ່ງເປັນລັດທຳອິດທີ່ປິດໜ່ວຍເລືອກຕັ້ງກ່ອນໝູ່. ລັດອິນເດຍນາ ແລະເຄັນທັກກີ ສ່ວນໃຫຍ່ສະໜັບສະໜູນພັກຣີພັບບລີກັນ ແລະລັດເວີມອນ ສະໜັບສະໜຸນພັກເດໂມແຄຣັດຕະຫຼອດມາ.

ໂຫລດຕື່ມອີກ

XS
SM
MD
LG