ທ່ານ Ben Bernanke ປະທານທະນາຄານກາງຂອງສະຫະ
ລັດເວົ້າວ່າ ທາງທະນາຄານກາງ ອາດຈະຫລຸດຜ່ອນການ
ໃຊ້ເງິນກະຕຸ້ນເສດຖະກິດລົງ ພາຍໃນປີນີ້ ເພາະວ່າ ເສດຖະ
ກິດແມ່ນກໍາລັງຂະຫຍາຍຕົວໃນລະດັບປານກາງ. ທ່ານກ່າວ
ວ່າ:
“ໄດ້ມີວຽກເຮັດງານທໍາເພີ້ມຂຶ້ນ ພ້ອມໆກັນກັບຄວາມ
ເຂັ້ນແຂງຂຶ້ນຂອງຕະຫລາດຊື້ຂາຍບ້ານເຮືອນ ຊຶ່ງ
ຜົນຕອບກັບກໍຄື ໄດ້ປະກອບສ່ວນເຮັດໃຫ້ຜູ້ບໍລິໂພກ
ມີຄວາມເຊື່ອໝັ້ນເພີ້ມຂຶ້ນ ແລະໃຫ້ການສະໜັບສະ
ໜຸນຕໍ່ການໃຊ້ຈ່າຍໃນຄອບຄົວ.”
ແຕ່ທ່ານ Bernanke ກໍເວົ້າວ່າ ອັດຕາຄົນຫວ່າງງານກໍຍັງສູງຢູ່ ສະນັ້ນທະນາຄານກາງ
ຍັງຈະສືບຕໍ່ດໍາເນີນຄວາມພະຍາຍາມກະຕຸ້ນເສດຖະກິດໃນໄລຍະນີ້.
ໃນປີ 2008 ທະນາຄານກາງສະຫະລັດ ໄດ້ຕັດອັດຕາດອກເບ້ຍລົງໃນລະດັບທີ່ຕໍ່າ
ສຸດເປັນປະຫວັດການ ເພື່ອກະຕຸ້ນການຂະຫຍາຍຕົວເສດຖະກິດ ໃນໄລຍະທີ່ເກີດວິ
ກິດການທາງການເງິນ. ເມື່ອການດຳເນີນການດັ່ງກ່າວບໍ່ໄດ້ຜົນເປັນ ທີ່ໜ້າເພິ່ງພໍໃຈ
ທະນາຄານກາງຈຶ່ງໄດ້ເພີ້ມໂຄງການ ທີ່ແນໃສ່ຜັກດັນໃຫ້ອັດ ຕາດອກເບ້ຍເງິນກູ້ໄລ
ຍະຍາວຫລຸດລົງ ໂດຍການຊື້ພັນທະບັດທີ່ມີມູນຄ່າ 85 ລ້ານໂດລາໃນແຕ່ລະເດືອນ.
ທ່ານ Bernanke ເວົ້າວ່າ ທະນາຄານກາງໃນເວລານີ້ ຈະສືບຕໍ່ໂຄງການຊື້ ພັນທະບັດ
ດັ່ງກ່າວ ແຕ່ອາດຈະຄ່ອຍໆຫລຸດລົງ ຖ້າຫາກສະພາບເສດຖະກິດສືບຕໍ່ດີຂຶ້ນເລື້ອຍໆ.
ທ່ານເວົ້າອີກວ່າ ການດຳເນີນການ ເພື່ອຂຶ້ນອັດຕາດອກ ເບ້ຍເງິນກູ້ໄລຍະສັ້ນ ຈະມີ
ຂຶ້ນ ໃນອະນາຄົດທີ່ໄກອອກໄປອີກ.
ການດໍາເນີນຄວາມພະຍາຍາມກະຕຸ້ນເສດຖະກິດ ແມ່ນເພັ່ງເລັງໃສ່ອັດຕາດອກ ເບ້ຍ
ຕໍ່າ ຍ້ອນວ່າ ມັນເຮັດໃຫ້ທຸລະກິດຕ່າງໆ ລົງທຶນເຂົ້າໃນການຊື້ອຸປະກອນໃໝ່, ຂະຫຍາຍ
ໂຮງງານ ແລະຈ້າງຄົນໃໝ່ ຖືກລົງກວ່າ. ແຕ່ວ່າ ຖ້າໂຄງການກະຕຸ້ນເສດຖະກິດ ຫາກ
ແກ່ຍາວດົນຈົນເກີນໄປ ມັນອາດຈະເປັນການຍິງພາດເປົ້າໝາຍ ແລະພາໃຫ້ເກີດໄພ
ເງິນເຟີ້ຂຶ້ນໄດ້.
ທ່ານ Bernanke ໃຫ້ຄວາມເຫັນດັ່ງກ່າວ ຫລັງຈາກກອງປະຊຸມ ເປັນເວລາສອງມື້ ກັບ
ເຈົ້າໜ້າທີ່ລະດັບສູງຂອງທະນາຄານກາງສະຫະລັດ ທີ່ປະເມີນສະພາບເສດຖະກິດ ແລະອະພິປາຍກັນກ່ຽວກັບການປະຕິບັດການຕ່າງໆ.
ເບິ່ງວີດິໂອກ່ຽວກັບຂ່າວນີ້: