ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເສດຖະກິດ ສຫລ ຫົດໂຕ ຫຼາຍກວ່າ ທີ່ຄາດຄິດໄວ້ (ວີດີໂອ)


ປ້າຍຂາຍເຮືອນທີ່ປຸກໃໝ່ ຢູ່ໃນເຂດ West Des Moines ລັດໄອໂອວາ (21 ພຶດສະພາ 2014)
ປ້າຍຂາຍເຮືອນທີ່ປຸກໃໝ່ ຢູ່ໃນເຂດ West Des Moines ລັດໄອໂອວາ (21 ພຶດສະພາ 2014)

ການ​ເສດຖະກິດ​ຂອງ​ສະຫະລັດ ​ໄດ້​ຫົດ​ໂຕ​ເຂົ້າ​ ຫຼາຍ​ກວ່າທີ່ຄາດ​
ຄິດ​ໄວ້​ກ່ອນ ​ໃນ​ຕອນ​ເລີ້ມ ​ຕົ້ນ​ປີ​ນີ້.

ລາຍ​ງານ​ຈາກ​ກະຊວງ​ການ​ຄ້າ ທີ່​ເປີດ​ເຜີຍ​ໃຫ້​ຮູ້​ໃນ​ວັນ​ພຸດ​ວານ​ນີ້
ກ່າວ​ວ່າ ​ເສດຖະກິດໄດ້​ຫົດ​ໂຕ​ເຂົ້າ​ໃນ​ອັດຕາ 2.9 ເປີເຊັນຕໍ່​ປີ ​ໃນ
​ເດືອນ​ມັງກອນ ​ເດືອນ​ກຸມພາ ​ແລະ​ເດືອນ​ມີນາ​ຜ່ານ​ມາ​ນີ້.

ນີ້​ແມ່ນ​ຮ້າຍແຮງກວ່າ ທີ່​ໄດ້​ປະ​ເມີນກັນ​ໄວ້​ແລະ​ເປັນໂຕເລກ​ຂອງ​
ການ​ເຕີບ​ໂຕເສດຖະກິດຂີ້ຮ້າຍ​ທີ່​ສຸດ​ໃນ​ຮອບ​ຫ້າ​ປີຜ່ານມາ. ບັນ
ດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ໄດ້ແກ້ໄຂ ການປະ​ເມີ​ນດ້ານ​ເສດຖະກິດ​
ມາ​ເປັນ​ປະຈຳໃນຂະນະທີ່ໄດ້ຮັບຂໍ້ມູນ​ໃໝ່ທີ່​ຄົບ​ຖ້ວນ​ກວ່າ​ເກົ່ານັ້ນ.

ການຫົດໂຕ ຂອງເສດຖະກິດ ສຫລ ໃນໄຕມາດທຳອິດ
ການຫົດໂຕ ຂອງເສດຖະກິດ ສຫລ ໃນໄຕມາດທຳອິດ

ບັນດາ​ນັກ​ເສດຖະສາດ ຖິ້ມ​ໂທດ​ການ​ເຕີບ​ໂຕ​ຊ້າລົງ​ຂອງ​ເສດຖະ
ກິດ​ນີ້ ​ໃສ່ສະພາບ​ດິນ​ຟ້າ​ອາກາດ​ບໍ່​ດີ​ໃນ​ລະດູ​ໜາວ​ຜ່ານ​ມາ ​ແລະ
​ຫຼາຍ​ຄົນ​ທຳນາຍ​ວ່າ ບັນຫາ​ນີ້ຈະ​ເປັນ​ການ​ຊົ່ວຄາວ.

ຫົວໜ້າ​ທີ່ປຶກສາ​ດ້ານ​ເສດຖະກິດ​ປະຈຳ​ທຳນຽບຂາວ ທ່ານ Jason
Furman ກ່າວ​ວ່າ ຂໍ້​ມູນ​ຈາກ​ເດືອນ​ເມສາ ​ແລະ​ພຶດສະພາສະ​ແດງ
​ໃຫ້​ເຫັນ​ວ່າ ການ​ເສດຖະກິດ​ຢູ່​ໃນ​ທິດ​ທາງ​ທີ່​ກຳລັງ​ຈະ​ຟື້ນ​ໂຕ​ຄືນ​ໃນໄວໆ​ນີ້.

​ເຖິງ​ຢ່າງ​ໃດ​ກໍ​ດີ ການ​ສຶກສາ​ເສດຖະກິດ​ເທື່ອ​ທີ​ສອງ ທີ່​ພິມ​ເຜີຍ​ແຜ່​ອອກ​ໃນ​ວັນ​ພຸດ​ວານ​ນີ້ ບໍ່​ໄດ້​ເປັນ​ໄປ​ຕາມ​ແນວ​ໂນ້ມດັ່ງກ່າວ ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ສັ່ງ​ສິນຄ້າ​ທີ່​ຄົງທົນ​ໄລ ຍະ​ຍາວ ໄດ້ຫລຸດລົງຢ່າງ ບໍ່ຄາດຝັນ​ໃນ​ເດືອນ​ພຶດສະພາ​ຜ່ານ​ມາ​ນີ້.

US Employers Add 217,000 Jobs; Unemployment Steady at 6.3%
please wait

No media source currently available

0:00 0:02:01 0:00

XS
SM
MD
LG