ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອົງການ S&P ກ່າວປ້ອງກັນ ການຕັດສິນໃຈຂອງຕົນ


برازیل میں ورلڈ کپ فٹبال 2014ء کی تیاریاں
برازیل میں ورلڈ کپ فٹبال 2014ء کی تیاریاں




















ອົງ​ການໃຫ້​ຄະ​ແນນ​ສິນ​ເຊື່ອ Standard & Poor’s ຫລື S&P ຢືນ ຢັດ​ຢ່າງ​ໜັກ​ແໜ້ນ​ໃນ​ການ​ຕັດສິນ​ໃຈຂອງ​ຕົນ​ ທີ່​ຫລຸດຄະ​ແນນ​ຄວາມ​ໜ້າເຊື່ອ​ຖື​ດ້ານ​ສິນ​ເຊື່ອຂອງສະຫະລັດລົງ ທ່າມກາງ​ການ​ຕໍາ​ໜິຕິຕຽນ​ຈາກ​ບັນດາ​ເຈົ້າ​ໜ້າ​ທີ່​ຂອງ​ສະຫະລັດ​ທີ່ວ່າ ການ​ລົດ​ລະດັບຄະ​ແນນ​ລົງ ນັ້ນ​ ໄດ້​ກະທໍາ​ໄປ​ຢ່າງຟ້າວ​ຟັ່ງ​ແລະ​ອິງ​ຕາມ​ຂໍ້​ມູນ​ທີ່​ຜິດພາດ.

ໃນ​ວັນ​ເສົາ​ວານ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ S&P​ ໄດ້​ກ່າວ​ປ້ອງ​ກັນ​ການຕັດສິນ​ໃຈ​ຂອງ​ຕົນ ​ທີ່
ຫລຸດລະດັບ​ຄວາ​ມໜ້າເຊື່ອຖື​ຂອງ​ສະຫະລັດ​ລົງ​ຈາກ​ລະດັບສູງ​ສຸດ 3A ລົງ​ມາ​ເປັນ
​ 2A ບວກ. ພວກ​ເຈົ້າ​ໜ້າ​ທີ່​ S&P​ ໄດ້ຖິ້ມ​ໂທດ​ໃສ່ບັນດາ​ສະມາຊິກ​ລັດຖະສະພາ​ ທີ່​ໄດ້
​ໃຊ້​ເວລາຫລາຍ​ເດືອນໃນ​ການຖົກ​ຖຽງ​ກັນທາງ​ການ​ເມືອງ​ ກ່ຽວ​ກັບຂໍ້​ຕົກລົງ​ກັນ​ວ່າ​
ດ້ວຍການ ​ລົດ​ຜ່ອນ​ການ​ຂາດດຸນ​ງົບປະມານ​ແລະ​ການ​ຕົກລົງ​ກັນບໍ່​ໄດ້ກວມຫລາຍພໍ.
ຂໍ້​ຕົກລົງ​ກັນ​ດັ່ງກ່າວ​ຮຽກຮ້ອງ​ໃຫ້​ລົດ​ຜ່ອນ​ການ​ຂາດດຸນ​ງົບປະມານ​ລົງ ຫລາຍ​ກວ່າ 2
ພັນ​ຕື້​ໂດ​ລາ​ໃນ​ລະຍະ 10 ປີ​ຕໍ່ໜ້າ. ທາງ​ອົງການໃຫ້​ຄະ​ແນນ​ສິນ​ເຊື່ອ​ໄດ້​ຮຽກຮ້ອງ​ໃຫ້
​ຕັດ​ລາຍ​ຈ່າຍ​ລົງ ຫລື​ປະຢັດ​ເງິນ​ໄວ້ 4 ພັນ​ຕື້​ໂດລາ.

S&P ຍັງ​ຕັ້ງ​ຂໍ້ຖາມ​ຂຶ້ນ​ມາ​ເຊ່ນ​ກັນ​ວ່າ ພວກ​ສະມາຊິກ​ລັດຖະສະພາທີ່​ແຕກ​ແຍກ​ກັນ​ຢ່າງ​ເລິກ​ເຊິ່ງນັ້ນ ຈະ​ສາມາດ​ຈັດ​ຕັ້ງ​ປະຕິບັດ​ແຜນການ​ດັ່ງກ່າວ​ນີ້​ໄດ້​ຫລື​ບໍ.

ກະຊວງ​ການ​ເງິນ​ສະຫະລັດ​ຕໍາ​ໜິຕິຕຽນ​ຄໍາ​ຕັດສິນ​ໃຈ​ຂອງ​ S&P ​ໂດຍ​ກ່າວ​ວ່າ​ ​ເປັນ​ການ​ຕັດສິນໃຈ​ທີ່ຂາດ​ຕົກ​ບົກພ່ອງ ​ແລະໄດ້​ອ້າງ​ເຖິງໂຕ​ເລກທີ່ຜິດພາດເປັນຈໍານວນເຖິງ 2 ພັນ​ຕື້​ໂດລາ ​ໃນ​ການ​ຄໍານວນ​ຂອງ​ອົງການນີ້ ​ກ່ຽວ​ກັບ​ການ​ຂາດດຸນງົບປະມານ​ຂອງ​ສະຫະລັດ​ໃນ​ລະຍະ 10 ປີ​ຕໍ່ໜ້າ​ນັ້ນ ຊຶ່ງ​ທາງ​ S&P ກໍ​ໄດ້​ຍອມຮັບ​ຄວາມ​ຜິດ​ພາດ ​ແຕ່​ກໍ​ຍັງຢືນ​ຢັດ​ໃນ​ການ​ຕັດສິນ​ໃຈ​ຂອງ​ຕົນ​.

ອົງການ​ໃຫ້​ຄະ​ແນນ​ສິນ​ເຊື່ອ​ອີກ 2 ອົງການ ຄື: Moody’s ​ແລະ Fitch ມາ​ຮອດ​ປັດຈຸບັນ
ນີ້ ຍັງ​ໃຫ້​ຄະ​ແນນ​ສິນ​ເຊື່ອ​ຂອງ​ສະຫະລັດ​ໃນ​ລະດັບ​ສູງ​ສຸດ ​3 Aຢູ່ຄື​ເກົ່າ. ການ​ຕັດສິນ​ໃຈ​
ຂອງ​ S&P ​ໄດ້​ພາ​ໃຫ້​ມີ​ການ​ຕັ້ງ​ຂໍ້​ຖາມ​ຂຶ້ນ​ມາ​ກ່ຽວ​ກັບ​ຜົນ​ກະທົບ​ຕໍ່​ພວກ​ນັກ​ລົງທຶນ ທີ່​
ເປັນ​ເວລາ​ດົນ​ນານມາ​ແລ້ວ​ ໄດ້ມອງ​ເຫັນໜີ້​ສິນ​ຂອງ​ສະຫະລັດ​ໃນ​ຮູບ​ຂອງພັນທະບັດຂອງ​
ກະຊວງ​ການ​ເງິນນັ້ນ​ວ່າ ​ເປັນ​ການ​ລົງທຶນ​ທີ່ປອດໄພ​ທີ່​ສຸດອັນ​ນຶ່ງ​ໃນ​ໂລກ​.

ທະນາຄານ​ແຫ່ງ​ຊາດ​ຂອງ​ສະຫະລັດໄດ້​ແນະ​ນໍາ​ພວກ​ທະນາຄານ​ຕ່າງ​ຕ່າງວ່າ ​ເຖິງ​ແມ່ນ​ມີ​
ການ​ລົດ​ຄະ​ແນນລົງ​ກໍ​ຕາມ ຄວາມ​ສ່ຽງ​ທີ່​ພົວພັນກັບການ​ລົງ​ທືນ​ໃນພັນທະບັດ​ຂອງ​ກະ
ຊວງ​ການ​ເງິນ​ຂອງ​ສະຫະລັດນັ້ນ​ຈະ​ບໍ່​ປຽນ​ແປງ​ຫຍັງ​ເລີຍ. ພວກ​ນັກ​ເສດຖະສາດ​ພາກ​
ເອກະ​ຊົນອື່ນໆ​ກໍກ່າວ​ວ່າ ການ​ລົງທຶນ​ໃນ​ໜີ້​ສິນ​ຂອງ​ສະຫະລັດ​ຍັງ​ຄົງ​ປອດ​ໄພຢູ່ ແຕ່​ເຂົາ​
ເຈົ້າ​ເຕືອນ​ວ່າ ການ​ລົດ​ລະດັບ​ຄະ​ແນນ​ຄວາມ​ໜ້າເຊື່ອ​ຖືນີ້​ສາມາດ​ຊຸກຍູ້​ໃຫ້ຄ່າ​ກູ້​ຢືມ​ເງິນ​
ແພງ​ຂຶ້ນ​ສໍາລັບ​ພວກ​ບໍລິ​ໂພ​ກອຸບປະ​ໂພ​ກ​ແລະ​ພວກ​ບໍລິສັດ​ຕ່າງໆ​ທີ່​ຕ້ອງການ​ກູ້​ຢືມ​ເງິນ
ນັ້ນ.

XS
SM
MD
LG