ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ບໍລິຈາກຢາວັກຊີນ ກັນໂຄວິດ-19 ຈໍານວນ 560,000 ໂດສ ໃຫ້ແກ່ປະເທດການາ


ແຟ້ມ-ພວກພະນັກງານພາກັນຍໍແກັດຢາວັກຊີນກັນໂຄວິດ-19, ຢູ່ທີ່ສະໜາມບິນນາໆຊາດໂກໂຕກາ ໃນນະຄອນຫຼວງອັກກຣາ, ປະເທດການາ, ວັນທີ 7 ພຶດສະພາ 2021.
ແຟ້ມ-ພວກພະນັກງານພາກັນຍໍແກັດຢາວັກຊີນກັນໂຄວິດ-19, ຢູ່ທີ່ສະໜາມບິນນາໆຊາດໂກໂຕກາ ໃນນະຄອນຫຼວງອັກກຣາ, ປະເທດການາ, ວັນທີ 7 ພຶດສະພາ 2021.

ທໍານຽບຂາວກ່າວຕໍ່ VOA ໃນມື້ວັນພຸດວານນີ້ວ່າ ສະຫະລັດ ໄດ້ຈັດສົ່ງຢາວັກຊີນຟາຍເຊີ-ໄບໂອເອັນເທັກ ຫຼາຍກວ່າ 560,000 ໂດສ ໄປໃຫ້ປະເທດການາ ໃນຂົງເຂດອາຟຣິກາຕາເວັນຕົກ.

“ດັ່ງ​ທີ່ປະທານາທິບໍດີໄດ້ກ່າວວ່າ, ສະຫະລັດ ຈະເປັນຄັງສະໜອງ ຢາວັກຊີນ ໃນການຕໍ່ສູ້ຂອງ​ພວກ​ເຮົາກັບພະຍາດໂຄວິດ-19,” ​ນັ້ນ​ຄື​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ
ທີ່ທໍານຽບຂາວໄດ້ກ່າວຕໍ່ VOA. “ພວກເຮົາມີຄວາມພາກພູມໃຈຫຼາຍທີ່ໄດ້ຈັດສົ່ງຢາວັກຊີນທີ່ມີປະສິດທິພາບ ແລະຄວາມປອດໄພນີ້​ໄປໃຫ້ແກ່ປະຊາຊົນຊາວການາ.”

ທໍານຽບຂາວບອກກັບ VOA ວ່າ ຢາວັກຊີນຈໍານວນ 565,110 ໂດສໄດ້ຖືກສົ່ງໄປໃນມື້ວັນອັງຄານແລ້ວນີ້.

ໂດຍພວກເຂົາເຈົ້າຈະສົ່ງຜ່ານອົງການ COVAX, ເຊິ່ງເປັນໂຄງການລິເລີ້ມລະດັບໂລກ ທີ່ກໍ່ຕັ້ງຂຶ້ນເພື່ອໃຫ້ໝັ້ນໃ​ຈວ່າມີຄວາມເທົ່າທຽມກັນໃນການເຂົ້າເຖິງຢາວັກຊີນ​ກັນໂຄວິດ-19.

ທໍານຽບຂາວກ່າວວ່າ ຢາວັກຊີນໃໝ່ເຫຼົ່ານີ້ ແມ່ນມາຈາກຈໍານວນຢາວັກຊີນ 5 ແສນໂດສ ທີ່ຮັບຮອງໂດຍລັດຖະບານຂອງປະທານາທິໂບດີ ໂຈ ໄບເດັນ ໃນຊ່ວງລະດູຮ້ອນຂອງປີທີ່ແລ້ວ.

ການາ, ເປັນປະເທດຊາຍຝັ່ງທະເລທີ່ມີປະຊາກອນຈໍານວນ 31 ລ້ານຄົນ, ເຊິ່ງມີລາຍງານວ່າ ມີຜູ້ຕິດເຊື້ອເກືອບ 157,000 ກໍລະນີ, ອີງຕາມລາຍງານຂອງອົງການອະນາໄມໂລກ. ໃນນັ້ນ ມີຜູ້ເສຍຊີວິດ 1,395 ຄົນ ແລະມີຢາວັກຊີນທີ່ໄດ້ສັກໄປແລ້ວ ໃນຈໍານວນຫຼາຍກວ່າ 9,700,000 ໂດສ.

ປະເທດດັ່ງກ່າວ ເບິ່ງຄືວ່າມີຈໍານວນຜູ້ຕິດເຊື້ອເພີ້ມສູງຂຶ້ນຈາກການລະບາດຄື້ນທີ 4 ຂອງເຊື້ອໄວຣັສ. ໃນການລະບາດຄັ້ງຫຼ້າສຸດ ແມ່ນສູງທີ່ສຸດໃນຊ່ວງເດືອນມັງກອນ, ອັນໄດ້ກະຕຸ້ນໃຫ້ ສູນກາງຄວບຄຸມແລະປ້ອງກັນພະ​ຍາດຂອງສະຫະ ລັດຕ້ອງໄດ້ອອກແຈ້ງການເຕືອນກ່ຽວກັບບັນຫາທາງດ້​ານການແພດລະດັບສາມ ເນື່ອງຈາກມີການຕິດເຊື້ອທີ່ເພີ້ມຂຶ້ນສູງຢູ່ພາຍໃນປະເທດ.

ຜູ້ສະໜັບສະໜຸນທາງດ້ານສຸຂະພາບ ມີຄວາມຍິນດີຕໍ່ການບໍລິຈາກດັ່ງກ່າວ ແຕ່ກໍມີຄໍາຖາມມາເປັນເວລາດົນແລ້ວວ່າ ປະເທດທີ່ຮັ່ງມີທີ່ສຸດໃນໂລກນັ້ນ ໄດ້ດໍາເນີນງານພຽງພໍແລ້ວຫຼືບໍ່?

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG