ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໙ ມິຖຸນາ ໒໐໒໓

ກະຊວງການຕ່າງປະເທດເປີດເຜີຍວ່າ ສະຫະລັດ ບໍ່ໄດ້ເອົາທ່າທີໃດໆ ກ່ຽວກັບອະທິປະໄຕ ຂອງ ໄຕ້ຫວັນ


ລັດຖມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ພົບປະກັບລັດຖະມົນຕີການຕ່າງປະເທດຂອງຈີນ ທ່ານຫວັງ ຢີ ໃນລະຫວ່າງການປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ຄັ້ງທີ 77 ເມື່ອວັນທີ 23 ກັນຍາ 2022.

ກະຊວງການຕ່າງປະເທດຂອງສະຫະລັດ ເປີດເຜີຍໃນວັນຈັນວານນີ້ວ່າ ສະຫະລັດ ບໍ່ໄດ້ເອົາ​ທ່າ​ທີໃດໆກ່ຽວກັບອໍານາດອະທິປະໄຕຂອງໄຕ້ຫວັນ ພາຍໃຕ້ນະ ໂຍບາຍ “ຈີນດຽວ” ຂອງວໍຊິງຕັນ.

ການ​ໃຫ້​ຄວາມເຫັນດັ່ງກ່າວມີຂຶ້ນພຽງບໍ່ເທົ່າໃດມື້ ລຸນຫຼັງທີ່ລັດຖະມົນຕີກະຊວງການຕ່າງປະເທດຂອງສະຫະລັດ ທ່ານແອນໂທນີ ບລິງເກັນ ພົບປະ ກັບລັດ ຖະມົນຕີກະຊວງການຕ່າງປະເທດຂອງຈີນ ທ່ານຫວັງ ຢີ ທີ່ນະຄອນນິວຢອກ ຢູ່ນອກກອງປະຊຸມສະມັດຊາໃຫຍ່ອົງການສະຫປະຊາຊາດ, ເຊິ່ງ ທ່ານບລິງເກັນ ໄດ້ບອກກັບ ທ່ານຫວັງ ວ່າ ບໍ່ມີການປ່ຽນແປງກ່ຽວກັບນະໂຍບາຍ “ຈີນດຽວ” ຂອງວໍຊິງຕັນ.

ໃນຂະນະທີ່ວໍຊິງຕັນບໍ່ໄດ້​ຕົກ​ລົງ​ທີ່​ຈະ​ເອົາ​ທ່າ​ທີໃດໆ ກ່ຽວກັບອະທິປະໄຕຂອງໄຕ້ຫວັນ, ແຕ່ຖະແຫຼງການໃນວັນຈັນວານນີ້ ຂອງກະຊວງການຕ່າງປະເທດ​ແມ່ນ​ການ​ໃຫ້​ຄວາມ​ເຫັນທີ່ບໍ່ຄ່ອຍມີ​ຂຶ້ນ ຕໍ່ສາທາລະນະ.

ໂຄສົກກະຊວງການຕ່າງປະເທດຂອງສະຫະລັດ ທ່ານເນດ ໄພຣສ໌ ກ່າວໃນລະຫວ່າງຖະແຫຼງຂ່າວ​ໃນວັນຈັນວານນີ້ວ່າ “ພວກເຮົາບໍ່ໄດ້ເອົາທ່າ​ທີ​ໃດໆກ່ຽວກັບອະທິປະໄຕ, ແຕ່ນະໂຍບາຍທີ່ເປັນຈຸດສໍາຄັນຂອງພວກເຮົາ​ທີ່​ມີ​ຕໍ່ໄຕ້ຫວັນນັບຕັ້ງແຕ່ປີ 1979 ຍັງມີຜົນ​ຢູ່ໃນປັດຈຸບັນນີ້.” ທ່ານໄດ້ຖືກຖາມວ່າ ໄຕ້ຫວັນ ເປັນດິນ​ແດນສ່ວນນຶ່ງຂອງຈີນ​ຫຼື​ບໍ່ ພາຍໃຕ້ນະໂຍບາຍ “ຈີນດຽວ” ຂອງວໍຊິຕັນ.

ທ່ານ ໄພຣສ໌ ກ່າວວ່າ “ສິ່ງທີ່ພວກເຮົາຕ້ອງການເຫັນ ໃນການເກັບຮັກສາໄວ້ຄື ສະພາບທີ່ເປັນຢູ່ໃນປັດຈຸບັນ, ແນ່ນອນ ເນື່ອງຈາກສະພາບທີ່ເປັນຢູ່ນັບຕັ້ງແຕ່ປີ 1979, ເຊິ່ງມີໄລຍະເວລາຫຼາຍກວ່າ 40 ປີແລ້ວ, ຍັງຄົງຢູ່ພາຍໃຕ້ສັນຕິພາບ ແລະຄວາມໝັ້ນຄົງ ໄປທົ່ວຊ່ອງແຄບໄຕ້ຫວັນ. ພວກເຮົາຕ້ອງການເຫັນສິ່ງຕ່າງໆເຫຼົ່ານັ້ນຍັງຄົງດໍາເນີນຢູ່ຕໍ່ໄປ. ໜ້າເສຍດາຍທີ່ຂ້າພະເຈົ້າບໍ່ເຊື່ອວ່າ ສາ ມາດກ່າວແບບນີ້ ກັບ ສປ ຈີນ, ເຊິ່ງມີພຽງການບັງຄັບ ແລະຂົ່ມຂູ່ຫຼາຍຂຶ້ນດ້ວຍການດໍາເນີນການຕ່າງໆແລະການຊ້ອມລົບຂອງພວກເຂົາເຈົ້າໄປທົ່ວຂົງເຂດຊ່ອງແຄບໄຕ້ຫວັນ.”

ສາທາລະນະລັດ ປະຊາຊົນຈີນ ອ້າງເອົາອະທິປະໄຕຢູ່ໃນໄຕ້ຫວັນ. ສະຫະລັດ “ຮັບຮູ້” ແຕ່ບໍ່ “ໃຫ້​ການ​ສະ​ໜັບ​ສະ​ໜຸນ” ກ່ຽວກັບສະຖານະຂອງຈີນ ຕໍ່ບັນຫາດັ່ງກ່າວ.

ໂຄສົກກະຊວງການຕ່າງປະເທດຂອງ ຈີນ ຂຽນລົງໃນທວິດເຕີ້ຂອງທ່ານວ່າ “ທັງສອງຂ້າງຂອງໄຕ້ຫວັນ ແມ່ນເປັນສ່ວນນຶ່ງ ແລະເປັນອັນດຽວກັນກັບ ຈີນ. ໄຕ້ຫວັນ ເປັນສ່ວນນຶ່ງຂອງດິນແດນ ຈີນ. ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນສົມບູນຂອງຈີນ ຈະບໍ່ມີວັນແຍກອອກຈາກກັນ. ນີ້ແມ່ນຮູບການໃນປັດ ຈຸບັນຢູ່ໃນຊ່ອງແຄບໄຕ້ຫວັນ, ແລະມີພຽງຈີນອັນດຽວເທົ່ານັ້ນ ທີ່ເປັນຫົວໃຈຫຼັກຂອງສະ​ຖາ​ນະ​ພາບ​ໃນ​ປັດ​ຈຸ​ບັນ.”

ອ່ານຂ່າວນີ້ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ລາຍການວິ​ທະ​ຍຸ-ໂທ​ລະ​ພາບ ວີໂອເອ ລາວ
please wait

No live streaming currently available

0:00 0:00 Live

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG