ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສຫລ ຍື່ນໜັງສື ຂໍຖອນ​ໂຕ ​ອອກ​ຈາກ ສະ​ຫະ​ພາບ ​ໄປ​ສະ​ນີ ​ທົ່ວ​ຈັກ​ກະ​ວານ ​ຢ່າງ​ເປັນ​ ທາງ​ການ ແລ້ວ


ສ່ວນນຶ່ງຂອງເວັບໄຊ ຂອງສະ​ຫະ​ພາບ ​ໄປ​ສະ​ນີ ​ທົ່ວ​ຈັກ​ກະ​ວານ ທີ່ເຫັນຢູ່ໃນຈໍຄອມພີວເຕີ ໜ່ວຍນຶ່ງ
ສ່ວນນຶ່ງຂອງເວັບໄຊ ຂອງສະ​ຫະ​ພາບ ​ໄປ​ສະ​ນີ ​ທົ່ວ​ຈັກ​ກະ​ວານ ທີ່ເຫັນຢູ່ໃນຈໍຄອມພີວເຕີ ໜ່ວຍນຶ່ງ

ສະ​ຫະ​ລັດ ​ໃນ​ວັນ​ພຸດ​ວານນີ້ ໄດ້ຕັດ​ສິນ​ໃຈ​ຢ່າງ​ເປັນ​ທາງ​ການທີ່ຈະຖອນ​ໂຕ​ອອກ​ຈາກ
​ອົງ​ການ​ສາ​ກົນ ​ທີ່​ເກົ່າ​ແກ່​ທີ່​ສຸດ​ອົງ​ການ​ນຶ່ງ ເພື່ອ​ພະ​ຍາ​ຍາມ​ຫລຸດ​ອັດ​ຕາ​ຄ່າ​ຂົນ​ສົ່ງ​ວັດ​
ສະ​ດຸ​ພັນ ​ທີ່​ເປັນ​ຫໍ່​ນ້ອຍ​ສົ່ງ​ມາ​ຈາກ​ຕ່າງ​ປະ​ເທດ ຢູ່​ໃນ​ສະ​ຫະ​ລັດນັ້ນ ລົງ.

ໃບແຈ້ງ​ການ​ຢ່າງເປັນ​ທາງ​ການ ຊຶ່ງ​ເອີ້ນ​ວ່າຈົດ​ໝາຍແຈ້ງ​ການ​ສະ​ບັບ​ນຶ່ງ ເພື່ອ​ຖອນ​ໂຕ
​ອອກ​ຈາກ​ສະ​ຫະ​ພາບ​ໄປ​ສະ​ນີ​ທົ່ວ​ຈັກ​ກະ​ວານ ຫລື UPU ຖືກ​ສົ່ງອອກໄປ​ໂດຍ​ກະ​ຊວງ​
ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ເພື່ອ​ເປັນ​ການ​ຕອບ​ຮັບກັບ​ສິ່ງ​ທີ່ຄະ​ນະ​ລັດ​ຖະ​ບານ​ຂອງ
​ທ່ານ​ທ​ຣຳ ເຫັນ​ວ່າ ເປັນການ​ເຮັດ​ໃຫ້ຈີນໄດ້​ປຽບ​ໂດຍ​ພື້ນ​ຖານ ແບບບໍ່​ຍຸ​ຕິ​ທຳ ທັງ​ຍັງ
ເປັນ​ການ​ເສຍ​ປຽບ​ໃຫ້ແກ່​ປະ​ເທດ​ອື່ນໆ ເຊັ່ນ ຝຣັ່ງ ແລະ​ເຢຍ​ຣະ​ມັນ ໃນ​ດ້ານ​ການ​ຄ້າ​
ທາງ​ອອນ​ລາຍ.

ລະ​ບົບໄປ​ສະ​ນີ​ສາ​ກົນ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ ເຮັດ​ໃຫ້​ການ​ສົ່ງ​ຫໍ່​ສິ່ງ​ຂອງ​ອັນ​ນຶ່ງ ຈາກ​ຈີນ​ມາ
​ຫາ​ອາ​ເມ​ຣິ​ກາ ຖືກກວ່າ ການ​ສົ່ງ​ຫໍ່​ສິ່ງ​ຂອງນັ້ນ ຈາກ​ຟາກ​ນຶ່ງ​ ໄປ​ຫາ​ອີກ​ຟາກ​ນຶ່ງຂອງ
​ສະ​ຫະ​ລັດ.

"ມັນ​ສ້າງ​ໃຫ້ມີຄ່າ​ໃຊ້​ຈ່າຍ​ຢ່າງຫລວງຫລາຍແກ່​ລະ​ບົບ​ໄປ​ສະ​ນີ​ຂອງສະຫະລັດ” ທີ່
ພາໃຫ້ມີການເກັບຄ່າຂົນສົງໃນອັດຕາສູງກວ່າຕໍ່ບໍລິດສັດຕ່າງໆ ຂອງອາເມຣິກັນ ໃນ
ການເກື້ອກຸນເຊິ່ງກັນແລະກັນ "ສະນັ້ນ ມັນເຮັດໃຫ້ມີເສຍວຽກເຮັດງານທໍາ," ອີງຕາມ
ເຈົ້າໜ້າທີ່ຂັ້ນສູງທ່ານນຶ່ງໃນລັດຖະບານທ່ານທຣໍາ ທີ່ກ່າວຕໍ່ພວກນັກຂ່າວ ຢູ່ໃນ
ການປະຊຸມເພື່ອໃຫ້ຂໍ້ມູນພື້ນຖານ.

ອັດຕາຄ່າໄປສະນີສາກົນທີ່ບໍ່ຍຸຕິທໍາ, ອີງຕາມເຈົ້າໜ້າທີ່ຂັ້ນສູງທ່ານນັ້ນ, ຍັງຖືກຈີນນໍາ
ໄປໃຊ້ເພື່ອຂົນສົ່ງສິນຄ້າປອມ ແລະຢາເສບຕິດ ເຊັ່ນຢາເຟນຕານິລ ມາຍັງສະຫະລັດ.

ແຕ່ນີ້ຕໍ່ໄປ, ສະຫະລັດຈະໃຊ້ "ອັດຕາໄປສະນີທີ່ຕົນປະກາດອອກເອງ" ສໍາລັບຫໍ່ສິ່ງຂອງ
ທີ່ເບົາກວ່າ 2 ກິໂລກຣາມ ເພື່ອເປັນການເຮັດໃຫ້ສິ່ງທີ່ເຈົ້າໜ້າທີ່ສະຫະລັດທ່ານນັ້ນ
ເອີ້ນວ່າ "​ການ​ບິດ​ເບືອນທາງເສດຖະກິດ" ນັ້ນໃຫ້ກັບມາຖືກຕ້ອງຄືນ.

ໃນຂະນະທີ່ຂັ້ນຕອນການຖອນໂຕຈາກອົງການທີ່ຕັ້ງຢູ່ໃນປະເທດສະວິດເຊີແ​ລນ ທີ່ມີ
ອາຍຸ 144 ປີ ຈະດໍາເນີນໄປເປັນເວລາ 1 ປີ ນັ້ນ ສະຫະລັດຈະຫາທາງເຈລະຈາຄືນ
ກ່ຽວກັບກົດລະບຽບສໍາລັບອັດຕາຄ່າສົ່ງຫໍ່ເຄື່ອງສົ່ງທາງໄປສະນີ.

“ຖ້າຫາກການເຈລະຈາຄືນໄດ້ຮັບຜົນສໍາເລັດ ຄະນະລັດຖະບານກໍກໍາລັງກະ ກຽມທີ່ຈະ
ຍົກເລີກໃບແຈ້ງການຖອນໂຕ ແລະກໍຍັງເປັນສະມາຊິກຂອງ UPU ຄືເກົ່າ," ອີງຕາມຄໍາ
ເວົ້າຢູ່ໃນຄໍາຖະແຫລງການຂອງທ່ານນາງ ຊາຣາ ແຊນເດີສ໌, ໂຄສົກປະຈໍາທໍານຽບຂາວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG