ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກການທູດ ສະຫະລັດ ໃນ ຟີລິບປິນ ປຶກສາ ຫາລື ກ່ຽວກັບ ຄຳເວົ້າຂອງທ່ານ Duterte


ຮອງລັດຖະມົນຕີການຕ່າງປະເທດ ສະຫະລັດ ສຳລັບ ເອເຊຍ ຕາເວັນອອກ ແລະປາຊີຟິກ ທ່ານ Daniel Russel, ກາງ, ຍົກມືທັກທາຍນັກຂ່າວ ກ່ອນການປະຊຸມກັບບັນດາເຈົ້າ
ໜ້າທີ່ ໃນ ພະແນກພົວພັນຕ່າງປະເທດໃນເມືອງ Pasay, ພາກໃຕ້ຂອງນະຄອນຫຼວງ ມະນີລາ, ຟີລິບປິນ. 24 ຕຸລາ, 2016.
ຮອງລັດຖະມົນຕີການຕ່າງປະເທດ ສະຫະລັດ ສຳລັບ ເອເຊຍ ຕາເວັນອອກ ແລະປາຊີຟິກ ທ່ານ Daniel Russel, ກາງ, ຍົກມືທັກທາຍນັກຂ່າວ ກ່ອນການປະຊຸມກັບບັນດາເຈົ້າ ໜ້າທີ່ ໃນ ພະແນກພົວພັນຕ່າງປະເທດໃນເມືອງ Pasay, ພາກໃຕ້ຂອງນະຄອນຫຼວງ ມະນີລາ, ຟີລິບປິນ. 24 ຕຸລາ, 2016.

ທູດ ສະຫະລັດ ທີ່ອາວຸໂສທີ່ສຸດ ສຳລັບພາກພື້ນ ເອເຊຍ ໄດ້ພົບປະກັບລັດຖະມົນຕີການ ຕ່າງປະເທດຂອງ ຟີລິບປິນ ພຽງບໍ່ຫຼາຍມື້ ຫຼັງຈາກ ປະທານາທິບໍດີແຫ່ງ ຟີລິບປິນ ທ່ານ Rodrigo Duterte ໄດ້ກ່າວວ່າ ທ່ານຕັ້ງໃຈວ່າຈະຕັດສາຍພົວພັນກັບ ສະຫະລັດ ໃນລະ ຫວ່າງການ ຢ້ຽມຢາມປະເທດຈີນນັ້ນ.

ທ່ານ Daniel Russel ກ່າວວ່າ ທ່ານໄດ້ບອກທ່ານ Perfecto Yasay ໃນວັນຈັນມື້ນີ້ວ່າ “ຄຳກ່າວທີ່ເປັນບັນຫາຢ່າງຕໍ່ເນື່ອງ ແລະ ຄຳເຫັນຕ່າງໆ ແລະ ສະພາບການທີ່ບໍ່ແນ່ ນອນອັນແທ້ຈິງ ກ່ຽວກັບ ຄວາມຕັ້ງໃຈຂອງ ຟີລິບປິນ ໄດ້ສ້າງຄວາມຕົກໃຈໃຫ້ຫຼາຍ ປະເທດ, ບໍ່ແມ່ນແຕ່ພຽງປະເທດຂອງຂ້າພະເຈົ້າເທົ່ານັ້ນ.”

ໃນວັນເສົາທີ່ຜ່ານມາ, ປະນາທານາທິບໍດີ Duterte ໄດ້ປ່ຽນໃຈໜ້ອຍ ໜຶ່ງ ກ່ຽວກັບ ຄຳ ເຫັນຂອງທ່ານໃນ ປັກກິ່ງ, ໂດຍກ່າວວ່າ ໂດຍແທ້ ຈິງແລ້ວທ່ານບໍ່ໄດ້ຕັດສາຍພົວພັນກັບ ສະຫະລັດ ເພາະວ່າ “ມັນຈະ ເປັນຜົນປະໂຫຍດຢ່າງຍິ່ງສຳລັບປະເທດຂອງຂ້າພະເຈົ້າ ທີ່ພວກເຮົາ ຍັງຄົງຮັກສາສາຍພົວພັນນັ້ນໄວ້.” ແຕ່ທ່ານໄດ້ກ່າວວ່າ ມະນີລາ ຈະທຳ ການຕັດສິນໃຈນະໂຍບາຍການຕ່າງປະເທດຂອງພວກເຂົາເຈົ້າ ເອງ ໂດຍບໍ່ ກ່ຽວກັບ ວໍຊິງຕັນ.

ທ່ານ Russel ກ່າວວ່າ ວໍຊິງຕັນ ຍິນດີກັບການຜ່ອນຄາຍ ຄວາມເຄັ່ງຕຶງ ລະຫວ່າງ ມະນີລາ ແລະ ປັກກິ່ງ ພາຍໃຕ້ທ່ານ Duterte, ແຕ່ວ່າການສ້າງສາຍສຳພັນດັ່ງກ່າວ ບໍ່ຄວນເກີດຂຶ້ນດ້ວຍການ ທຳລາຍສາຍພົວພັນ ລະຫວ່າງ ສະຫະລັດ ກັບ ຟີລິບປິນ.

ທ່ານ Russel ກ່າວວ່າ ນອກນັ້ນທ່ານຍັງໄດ້ສະແດງຄວາມເປັນຫ່ວງທີ່ ສະຫະລັດ ມີກັບການຕໍ່ສູ້ຕ້ານຢາເສບຕິດຂອງ ຟີລິບປິນ ທີ່ໄດ້ສັງຫານຜູ້ຄົນໄປຫຼາຍກວ່າ 3,000 ຄົນໃນພາຍໃນ 3 ເດືອນນັ້ນ.

ຫຼັງຈາກ ຟີລິບປິນ ແລ້ວ, ທ່ານ Russel ຈະໄປຢ້ຽມຢາມ ປະເທດໄທ ບ່ອນທີ່ທ່ານຈະ ສະແດງຄວາມໄວ້ອາໄລຕໍ່ການສະຫວັນນະຄົດຂອງເຈົ້າຊີວິດ ພູມິພົນ ອະດຸນຍະເດດ ແລະ ພົບປະກັບບັນດາເຈົ້າໜ້າທີ່ ໄທ ເພື່ອປຶກສາຫາ ລື ກ່ຽວກັບ ສາຍພົວພັນສອງຝ່າຍ ແລະ ບັນຫາຕ່າງໆຢູ່ໃນພາກພື້ນ.

ຕໍ່ຈາກນັ້ນ ຮອງລັດຖະມົນຕີ ສະຫະລັດ ສຳລັບພາກພື້ນເອເຊຍ ຕາເວັນອອກ ແລະ ປາຊີຟິກ ທ່ານ Russel ຈະເດີນທາງຕໍ່ໄປ ກຳປູເຈຍ ເພື່ອພົບປະກັບລັດຖະບານ ແລະ ບັນດາເຈົ້າໜ້າທີ່ພັກການເມືອງ ຝ່າຍຄ້ານ ແລະ ບັນດາອົງການສັງຄົມພົນລະເຮືອນ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Philippines Edl Version1
please wait

No media source currently available

0:00 0:00:50 0:00

XS
SM
MD
LG