ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ໄດ້ຈັດໃຫ້ກຸ່ມ​ທະ​ຫານ​ບ້ານ ອີ​ຣັກ ນິ​ກາຍ ຊີ​ໄອ້ ເປັນ​ອົງ​ການ ​ກໍ່​ການ​ຮ້າຍ​ສາ​ກົນ


ນັກ​ຮົບ ອີ​ຣັກ ຈາກ​ກຸ່ມ​ທະ​ຫາ​ນ​ບ້ານ​ນິ​ກາຍ ຊີ​ໄອ້, ອາ​ຊາ​ອິບ ອາ​ລ ອາ​ລ-ຮັກ ຢືນ​ຢູ່ນອກ​ສຳ​ນັກ​ງານ​ໃຫຍ່​ຂອງ​ພວກ​ເຂົາ, ເມືອງ ບາ​ສ​ຣາ, ອີ​ຣັກ. 18 ພຶດ​ສະ​ພາ, 2015.
ນັກ​ຮົບ ອີ​ຣັກ ຈາກ​ກຸ່ມ​ທະ​ຫາ​ນ​ບ້ານ​ນິ​ກາຍ ຊີ​ໄອ້, ອາ​ຊາ​ອິບ ອາ​ລ ອາ​ລ-ຮັກ ຢືນ​ຢູ່ນອກ​ສຳ​ນັກ​ງານ​ໃຫຍ່​ຂອງ​ພວກ​ເຂົາ, ເມືອງ ບາ​ສ​ຣາ, ອີ​ຣັກ. 18 ພຶດ​ສະ​ພາ, 2015.

ສະ​ຫະ​ລັດ ໄດ້​ຈັດໃຫ້ກຸ່ມ ອາ​ຊາ​ອິບ ອາ​ລ ອາ​ລ-ຮັກ ເປັນ​ອົງ​ການ​ກໍ່​ການ​ຮ້າຍ​ສາ​ກົນ, ໂດຍ​ກ່າວ​ວ່າ ກຸ່ມ​ທະ​ຫານ​ບ້ານ​ຂອງ ອີຣັກ ນີ້​ແມ່ນ​ຕົວ​ແທນ​ຂອງ ອີ​ຣ່ານ.

ຖະ​ແຫຼງ​ການ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ຍັງ​ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ​ຕໍ່​ຜູ້​ນຳ​ສອງ​ຄົນ​ຂອງ​ກຸ່ມ​ນັ້ນ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ ໄມ​ຄ໌ ພອ​ມ​ພຽງ ໄດ້​ເອີ້ນ​ພວກ​ທະ​ຫານ​ບ້ານ ແລະ ຜູ້​ນຳ​ຂອງ​ເຂົາ​ວ່າ “ຕົວ​ແທນ​ຫົວ​ຮຸນ​ແຮງ​ຂອງ​ສາ​ທາ​ລະ​ນະ​ລັດ ອິ​ສ​ລາມ ອີ​ຣ່ານ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ກ່າວ​ວ່າ, ກຸ່ມ ອາ​ຊາ​ອິບ ອ​າ​ລ ອາ​ລ-ຮັກ, ເຊິ່ງ​ຮູ້​ຈັກ​ກັນ​ໃນ​ອີກ​ຊື່​ນຶ່ງວ່າ “ພັນ​ທະ​ມິດ​ແຫ່ງ​ຄວາມ​ຖືກ​ຕ້ອງ”, ແມ່ນ​ໄດ້​ຮັບ​ການ​ໜູນ ຫຼັງ​ໂດຍ​ໜ່ວຍ ອາ​ລ ກຸດ (Quds) ຂອງກອງ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ ອິ​ສ​ລາມ ຂອງ ອີ​ຣ່ານ, ເຊິ່ງ​ຖືກ​ແຕ່ງ​ຕັ້ງຄ້າຍ​ຄື​ກັນ​ໂດຍ ສະ​ຫະ​ລັດ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ຍັງ​ໄດ້​ແຕ່ງ​ຕັ້ງ​ທ້າວ ເຄ​ສ໌ ອາ​ລ-ຄາ​ຊາ​ລີ, ຜູ້​ນຳ​ຂອງ​ກຸ່ມ ອາ​ຊາ​ອິບ ອາ​ລ ອາ​ລ-ຮັກ, ແລະ ນ້ອງຊາຍ​ຂອງ​ລາວ, ທ້າວ ເລດ ອາ​ລ-ຄາ​ຊາ​ລີ, ເຊິ່ງ​ແມ່ນ​ຜູ້​ນຳ​ອີກ​ຄົນ​ນຶ່ງ​ຂອງ​ກຸ່ມ​ນັ້ນ, ເປັນ​ຜູ້​ທີ່​ຖືກ​ຈັດ​ເປັນ​ນັກ​ກໍ່​ການ​ຮ້າຍ​ໂລກ​ທີ່​ພິ​ເສດ.

ການ​ແຕ່ງ​ຕັ້ງ​ດັ່ງ​ກ່າວ​ຈະ​ຍຶດ​ຊັບ​ສິນ​ທີ່​ກ່ຽວ​ຂ້ອງ​ກັບ ສະ​ຫະ​ລັດ ຂອງ​ກຸ່ມ​ດັ່ງ​ກ່າວ ແລະ ຜູ້​ນຳ​ສອງ​ຄົນ​ນັ້ນ, ​ຈະ​ຫ້​າມ​ຊາວ ອາ​ເມ​ຣິ​ກັນ ໂດຍ​ທົ່ວ​ໄປຈາກ​ການ​ເຮັດ​ທຸ​ລະ​ກິດ​ນຳ​ພວກ​ເຂົາ, ແລະ ເຮັດ​ໃຫ້​ມັນ​ເປັນ​ຄວາມ​ຜິດ​ທາງ​ອາ​ຍາ ທີ່​ຈະ​ສະ​ໜອງ​ການ​ຊ່ວຍ​ເຫຼືອ ຫຼື ແຫຼ່​ງ​ຊັບ​ພະ​ຍາ​ກອນ​ຕ່າງໆ​ໃຫ້​ທະ​ຫານ​ບ້ານ​ນັ້ນ.

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນຫຼາຍ​ຊົ່ວ​ໂມງ ຫຼັງ​ຈາກ​ການ​ໂຈມ​ຕີ​ດ້ວຍ​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ຂອງ ສະ​ຫະ​ລັດ ໄດ້​ສັງ​ຫານ​ຜູ້​ບັນ​ຊາ​ການ​ທີ່​ມີ​ອຳ​ນາດ​ສູງຂອງ ກອງ​ກຳ​ລັງໜ່ວຍ ອາ​ລ ກຸດ ໃນ​ການ​ໂຈມ​ຕີ​ໃນ​ນະ​ຄອນຫຼວງ ແບັກ​ແດດ, ເຊິ່ງ​ໄດ້​ກໍ​ໃຫ້​ເກີດ​ຄວາມ​ຄຽດ​ແຄ້ນ​ໃນ ອີ​ຣ່ານ.

ທ່ານ ຄາ​ສ​ເຊັມ ໂຊ​ເລ​ມາ​ນີ, ນຶ່ງ​ໃນ​ເຈົ້າ​ໜ້າ​ທີ່ກອງ​ທັບ​ທີ່​ມີ​ອຳ​ນາດ​ທີ່​ສຸດ​ໃນ​ ອີ​ຣ່ານ ນັ້ນ, ໄດ້​ຖືກ​ຂ້າ​ຕາຍ​ໃນ​ການ​ໂຈມ​ຕີ​ໃສ່​ລົດ​ສອງ​ຄັນ ຢູ່​ສະ​ໜາມ​ບິ​ນ​ສາ​ກົນ​ຂອງ​ນະ​ຄອນຫຼວງ ແບັກ​ແດດ ໃນ​ຕອນ​ເຊົ້າ​ຂອງວັນ​ສຸກ​ທີ່​ຜ່ານ​ມາ.

ລັດ​ຖະ​ບານ ເຕ​ຫະ​ຣ່ານ ໄດ້​ມີ​ອິດ​ທິ​ພົນ​ຢ່າງກວ້າງ​ຂວາງ ແລະ ໄດ້​ສະ​ໜັບ​ສະ​ໜູນ​ທະ​ຫານ​ບ້ານ​ນິ​ກາຍ ຊີ​ໄອ້ຫຼາຍກຸ່ມ ທີ່​ມີ​ຖານ​ທີ່​ໝັ້ນ​ໃນ​ປະ​ເທດ​ ອີ​ຣັກ ທີ່​ຢູ່​ໃກ້​ຄຽງນັ້ນ. ລັດ​ຖະ​ບານ ແບັກ​ແດດ ໄດ້​ພະ​ຍາ​ຍາມ ທີ່​ຈະ​ດຸ່ນ​ດ່ຽງສາຍ​ພົວ​ພັນ​ຂອງ​ເຂົາ​ເຈົ້າ​ລະ​ຫວ່າງ ສະ​ຫະ​ລັດ ກັບ ອີ​ຣ່ານ, ເຊິ່ງ​ສອງ​ປະ​ເທດ​ນັ້ນ​ໄດ້​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານທີ່​ສຳ​ຄັນ ແລະ ການ​ເງິນ​ໃຫ້​ລັດ​ຖະ​ບານ​ທີ່​ກຳ​ລັງ​ມີ​ຄວາມ​ຫຍຸ້ງ​ຍາກ​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG