ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ເນລະເທດຄົນກັບໄປລາວ 219 ຄົນ ແລ້ວ ແລະຍັງອີກປະມານ 4,500 ຄົນ ທີ່ຢູ່ ບັນຊີ ລໍຖ້າເນລະເທດ


ເຈົ້າໜ້າທີ່ໜ່ວຍງານການເນລະເທດແບບເລັ່ງດ່ວນຂອງຫ້ອງການຕໍາຫລວດກວດຄົນເຂົ້າເມືອງ ແລະພາສີຈັບກຸມຊາຍຄົນນຶ່ງໃນຂະນະທີ່ປະຕິບັດງານຢູ່ເມືອງ Escondido, ລັດຄາລິຟໍເນຍ ຊຶ່ງຢູ່ໃນໄລຍະການນໍາພາຂອງລັດຖະບານອະດີດປະທານາທິບໍດີທຣໍາ
ເຈົ້າໜ້າທີ່ໜ່ວຍງານການເນລະເທດແບບເລັ່ງດ່ວນຂອງຫ້ອງການຕໍາຫລວດກວດຄົນເຂົ້າເມືອງ ແລະພາສີຈັບກຸມຊາຍຄົນນຶ່ງໃນຂະນະທີ່ປະຕິບັດງານຢູ່ເມືອງ Escondido, ລັດຄາລິຟໍເນຍ ຊຶ່ງຢູ່ໃນໄລຍະການນໍາພາຂອງລັດຖະບານອະດີດປະທານາທິບໍດີທຣໍາ

ການເນລະເທດຄົນກັບໄປລາວ ແລະປະເທດເພື່ອນບ້ານຂອງລາວ ເຊັ່ນ ຫວຽດນາມ ແລະກໍາປູເຈຍ ທີ່ສ່ວນຫລາຍແລ້ວຍົກຍ້າຍເຂົ້າມາຢູ່ໃນສະຫະລັດໃນນາມອົບພະຍົບຫລັງຈາກສົງຄາມອິນດູຈີນສິ້ນສຸດລົງນັ້ນ ຍັງເປັນບັນຫາກະທົບຕໍ່ຊຸມຊົນກຸ່ມນີ້ຫລາຍຢູ່. ນັບແຕ່ 1998 ຫາ 2019 ສະຫະລັດ ໄດ້ເນລະເທດ 219 ຄົນ ທີ່ມາຈາກລາວຊຶ່ງລວມທັງຄົນເຜົ່າລາວ, ເຜົ່າມົ້ງ ແລະອື່ນໆ ຊຶ່ງໃນນີ້ລວມທັງພວກທີ່ເຄີຍກະທໍາຜິດທາງອາຍາໃນອະດີດແລະປັດຈຸບັນ ອີງຕາມທ່ານຄໍາ ມົວ, ຈາກອົງການ SEARAC ທີ່ເປັນປະທານຮ່ວມຂອງສະພາຄະນະກໍາມະການດ້ານຄົນເເຂົ້າເມືອງ ຂອງຄົນອາເມຣິກັນເຊື້ອສາຍເອເຊຍ ແລະຄົນມາຈາກເຂດມະຫາສະໝຸດປາຊີຟິກ.

ໃນການຕອບຄໍາຖາມຂອງວີໂອເອຢູ່ກອງປະຊຸມທາງອອນລາຍກັບບັນດາຜູ້ນໍາຈາກຊຸມຊົນອາເມຣິກັນເຊື້ອສາຍເອເຊຍກ່ຽວກັບການເນລະເທດ ເພື່ອສະທ້ອນໃຫ້ເຫັນຄວາມສໍາຄັນຂອງວັນອົບພະຍົບໂລກ ທີ່ຈັດຂຶ້ນໃນຕອນແລງຂອງວັນພະຫັດວານນີ້ ທ່ານຄໍາເວົ້າວ່າ ໂດຍສະເລ່ຍແລ້ວ ສະຫະລັດເນລະເທດຄົນກັບໄປລາວ ປີລະ 5 ຫາ 10 ຄົນ ແລະ ປີທີ່ສົ່ງຄົນກັບຫລາຍທີ່ສຸດແມ່ນ 2018 ຊຶ່ງ ເປັນໄລຍະການນໍາພາຂອງອະດີດປະທານາທິບໍດີດໍໂນລທຣໍາ. ທ່ານກ່າວດັ່ງ
ນີ້:“ລັດຖະບານສະຫະລັດສົ່ງຄົນກັບໄປລາວປະມານ 5 ຫາ 10 ຄົນຕໍ່ປີ. ຂ້າພະ ເຈົ້າຄິດວ່າ ຈໍານວນຄົນຊົນເຜົ່າລາວ, ມົ້ງ ແລະມຽນ ທີ່ເຫັນວ່າຖືກເນລະເທດເປັນຈໍານວນຫລາຍກວ່າຄະນະລັດຖະບານຊຸດໃດໝົດ ແມ່ນຢູ່ໃນໄລຍະການນໍາພາຂອງລັດຖະບານທ່ານທຣໍາ ໃນປີ 2108 ຕອນທີ່ເຂົາເຈົ້າວາງມາດຕະການລົງໂທດຕໍ່ລາວ ເພື່ອເພີ້ມຄວາມພະຍາຍາມ ເນລະເທດ ຄົນກັບໄປປະ ເທດນັ້ນ.”

ທ່ານກ່າວອີກວ່າມາຮອດທ້າຍປີ 2019 ມີປະມານ 4,500 ຄົນ ທີ່ຢູ່ໃນບັນຊີລໍຖ້າເນລະເທດກັບໄປລາວ ແລະທີ່ຈິງແລ້ວຄະນະລັດຖະບານຂອງທ່ານທຣໍາຢາກໃຫ້ມີການເນລະເທດຄົນກັບໄປລາວ ໃຫ້ໄດ້ຫລາຍເທົ່າທີ່ຈະຫລາຍໄດ້ ແມ່ນແຕ່ໃນຊ່ວງການລະບາດ ຂອງພະຍາດໂຄວິດ-19 ກໍຕາມ ແຕ່ວ່າທາງການລາວກໍຍັງຮັບເອົາແບບມີເງື່ອນໄຂຈໍາກັດ ຄືບໍ່ຢາກຮັບເອົາພວກທີ່ເຂົ້າມາ ສະຫະລັດໃນນາມອົບພະຍົບ ແລະກໍຮັບເອົາແຕ່ພວກທີ່ຢາກກັບຄືນໄປຢູ່ລາວເທົ່ານັ້ນ. ເພື່ອກົດດັນໃຫ້ລັດຖະບານລາວຮັບເອົາຄົນທີ່ຖືເນລະເທດກັບເພີ້ມຂຶ້ນນັ້ນ ຄະນະລັດຖະບານຂອງທ່ານທຣໍາ ໄດ້ຈັດເອົາ ສປປ ລາວ ເຂົ້າຢູ່ໃນລາຍຊື່ຂອງບັນດາປະເທດທີ່ບໍ່ຮັບເອົາຄົນທີ່ຖືກສະຫະລັດເນລະເທດກັບໄປໃນຕົ້ນປີ 2018, ແລະຕໍ່ມາກໍໄດ້ອອກລະບຽບທີ່ເຂັ້ມງວດຂຶ້ນເພື່ອຈໍາກັດການອອກວີຊາໃຫ້ແກ່ພົນລະເມືອງລາວຮອດຂັ້ນທີ 5 ໃນເດືອນພຶດສະພາປີກາຍນີ້, ກໍຄືຫ້າມອອກວີຊາໃຫ້ຄົນລາວເຂົ້າມາສະຫະລັດ ເວັ້ນເສຍແຕ່ຜູ້ທີ່ເດີນທາງໃນນາມທາງການເທົ່ານັ້ນ, ອີງຕາມທ່ານ ຄໍາພັນ ອັ່ນລາວັນ ເອກອັກຄະລັດຖະທູດ ສປປ ລາວ ປະຈຳສະຫະລັດທີ່ໄດ້ໂອລົມກັບວີໂອເອໃນເດືອນທັນວາຜ່ານມາ.

XS
SM
MD
LG