ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານ Kerry ສົ່ງສານອວຍພອນ ເນື່ອງໃນວັນຊາດ ສປປ ລາວ


ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ສົ່ງສານອວຍພອນ ວັນຊາດ ສປປ ລາວ.
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ສົ່ງສານອວຍພອນ ວັນຊາດ ສປປ ລາວ.

ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ​ໄດ້​ສົ່ງສານ​ອວຍພອນເນື່ອງ​ໃນ​ໂອກາດວັນຊາດຂອງ ສປປ ​ລາວ.

ສານ​ຂອງ​ທ່ານ Kerry ກ່າວ​ວ່າ ຕາງ​ໜ້າ​ປະທານາທິບໍດີ Obama ​ແລະ​ປະ ຊາຊົນ​ອາ​ເມ ຣິກັນ ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ປາດ​ຖະໜາ​ ອັນ​ອົບ​ອຸ່ນ​ທີ່​ສຸດ ມາ​ຍັງປະທານ​ປະ​ເທດ ພະນະ​ທ່ານ ບຸນ​ຍັງ ວໍລະ​ຈິດ ​ແລະ​ປະຊາ​ຊົນ ຂອງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະ ຊາຊົນ​ລາວ ​ໃນ​ຂະນະ​ທີ່​ພວກທ່ານ​ສະ​ເຫລີ​ມສະຫລອງ​ວັນຊາດ ທີ 2 ທັນວາ.

ປີ​ນີ້​ ​ເປັນ​ປີ​ທີ່​ມີ​ຄວາມ​ສຳຄັນ​ສູງ​ອີກ​ປີ​ນຶ່ງ ໃນ​ຄວາມສຳພັນສອງ​ຝ່າຍ​ຂອງພວກ​ເຮົາ​ ທີ່​ໄດ້ ບັນລຸ​ຈຸດ​ສູງ​ສຸດ ດ້ວຍ​ການເດີນທາງ​ມາ​ຢ້ຽມຢາມ ຄັ້ງ​ປະຫວັດສາດ ​ຂອງ​ປະທານາທິບໍດີ Obama ​ແລະ​ໄດ້​ປະກາດການ​ເປັນ​ຄູ່​ຮ່ວມ​ງາມ​ແບບ​ກວມ​ລວມ. ພ້ອມກັນ​ແລ້ວ ​ພວກ​ເຮົາ​ໄດ້​ເສີມ​ສ້າງ ​ຄວາມສຳພັນ​ທີ່​ເຂັ້ມ​ແຂງ ​ເບິ່ງ​ໄປ​ໜ້າ​ ​ແລະມີ​ການ​ຮ່ວມ​ມື​ກັນ​ຢ່າງ​ໃກ້ຊິດ ທາງ​ດ້ານ​ການ​ເມືອງ ​ເສດຖະກິດ ​ແລະ ຄວາມສຳພັນ​ ລະ​ຫວ່າງ​ປະຊາຊົນກັບປະຊາຊົນ.

ນອກນັ້ນຂ້າພ​ະ​ເຈົ້າ​ຍັງຂໍສ​ະ​ແດງ​ຄວາມ​ສັນລະ​ເສີນຕໍ່ປະ​ເທດ​ລາວໃນ​ການ​ເປັນ​ປະທານ ກອງ​ປະຊຸມ​ອາ​ຊຽນ ທີ່ເປັນ​ຜົນສຳ​ເລັດ ​ໃນ​ປີນີ້​. ການ​ນຳພາ​ຂອງ​ປະ​ເທດ​ລາວ ​ໄດ້​ມີ​ບົດ ບາດ​ອັນ​ສຳຄັນ​ໃນ​ການຮັກສາ​ສັນຕິພາບ ຄວາມ​ໝັ້ນຄົງ​ ​ແລະ​ຊຸກຍູ້​ໃຫ້​ມີ​ຄວາມ​ອຸດົມ​ຮັ່ງ ມີຢູ່​ໃນ​ພາກພື້ນ.

ສານ​ຂອງ​ທ່ານ Kerry ​ມ້ວນ​ທ້າຍວ່າ ພວກ​ເຮົາ​ເບິ່ງ​ໄປ​ໜ້າ​ເພື່ອ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ເປັນ​ຄູ່​ຮ່ວມ​ງານ​ຂອງ​ພວກ​ເຮົາ ​ເພື່ອ​ຜົນ​ປະ​ໂຫຍ​ດ​ຂອງ​ປະຊາ ຊົນພວກ​ເຮົາ​ທັງ​ສອງ ​ຂອງ​ຂົງ​ເຂດ ​ແລະ​ຂອງ​ໂລກ. ຂ້າພະ​ເຈົ້າ​ຂໍ​ອວຍພອນໃຫ້​ປະຊາຊົນ​ລາວ ​ຈົ່ງ​ປະສົບ​ແຕ່ຄວາມ​ສະຫງົບ​ສຸກ ​ແລະ​ຄວາມ​ອຸດົມ​ຮັ່ງມີ​ຕະຫຼອດ ປີດ້ວຍ​ເຖີດ.

On behalf of President Obama and the American people, I extend my warmest wishes to President Bounnhang Vorachit and the people of the Lao People’s Democratic Republic as you commemorate your National Day on December 2.

This year marked another high point in our bilateral relationship, culminating in an historic visit by President Obama and the announcement of our Comprehensive Partnership. Together we have built a strong, forward-looking relationship and established closer political, economic, and people-to-people ties.

I also congratulate Laos on its successful chairmanship of ASEAN this year. Laos’ leadership played an important role in maintaining peace and security and promoting prosperity in the region.

XS
SM
MD
LG