ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມ ຂອງພັກເດໂມແຄຣັດ ຈະຈັດຂຶ້ນຜ່ານທາງອອນໄລນ໌ ແຕ່ ເປັນການປຸ້ມລຸມເພື່ອຕໍ່ຕ້ານ ທ່ານທຣຳ


ຜູ້ສະໝັກເປັນປະທານາທິບໍດີ ຂອງພັກເດໂມແຄຣັດ, ອະດີດຮອງປະທານາທິບໍດີ ທ່ານ ໂຈ ໄບເດັນ.
ຜູ້ສະໝັກເປັນປະທານາທິບໍດີ ຂອງພັກເດໂມແຄຣັດ, ອະດີດຮອງປະທານາທິບໍດີ ທ່ານ ໂຈ ໄບເດັນ.

ພັກເດໂມແຄຣັດຂອງສະຫະລັດ ກຳລັງເປີດກອງປະຊຸມແຫ່ງຊາດຂອງພັກ ໃນວັນຈັນມື້ນີ້ ຊຶ່ງຈະເປັນພິທີ 4 ມື້ຜ່ານທາງອອນໄລນ໌ ໂດຍມີບັນດາຜູ້ແທນແລະບັນດາວິທະຍາກອນທີ່ຢູ່ກະຈາຍໃນທົ່ວປະເທດ ສຳລັບພາລະກິດໃນການປຸ້ມລຸມເປັນນ້ຳນຶ່ງໃຈດຽວ ຄື ການຊ່ວຍໃຫ້ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ເອົາຊະນະປະທານາທິບໍດີ ດໍໂນລ ທຣຳ ການເລືອກຕັ້ງ ໃນເດືອນພະຈິກນີ້.

ມີບັນດາຜູ້ຊົງຄຸນວຸດທິຂອງພັກເດໂມແຄຣັດຫຼາກຫຼາຍທ່ານ ໃນພິທີດັ່ງກ່າວ ທີ່ປະກອບດ້ວຍ ອະດີດປະທານາທິບໍດີ ຂອງພັກເດໂມແຄຣັດ ທ່ານບາຣັກ ໂອບາມາ ແລະ ທ່ານບີລ ຄລິນຕັນ ແລະຜູ້ຖືກສະເໜີຊື່ລົງແຂ່ງຂັນໃນປີ 2016 ທ່ານນາງຮີລາຣີ ຄລິນຕັນ ແມ່ນມີກຳນົດທີ່ຈະຍົກຍ້ອງຊົມເຊີຍ ທ່ານໄບເດັນ ອາຍຸ 77 ປີ ຜ່ານທາງອອນໄລນ໌ ແລະຄູ່ຮ່ວມລົງແຂ່ງຂັນເປັນຮອງປະທານາທິ ບໍດີ ທ່ານນາງຄາມາລາ ແຮຣິສ ສະມາຊິກສະພາສູງຈາກລັດຄາລີຟໍເນຍ ຜູ້ທີ່ເປັນແມ່ຍິງຜິວດຳຄົນທຳອິດ ແລະເປັນຊາວອາເມຣິກັນເຊື້ອສາຍເອເຊຍໃຕ້ ທີ່ຈະລົງແຂ່ງຂັນໃນນາມຂອງພັກ ໃນການເລືອກຕັ້ງແຫ່ງຊາດຂອງສະຫະລັດ.

ແຜນການຂອງກອງປະຊຸມແມ່ນເພື່ອຮຽກຮ້ອງ ໃຫ້ທ່ານໄບເດັນ ຮັບເອົາການສະເໜີຊື່ຂອງພັກເດໂມແຄຣັດ ໃນຄືນວັນພະຫັດນີ້ ຊຶ່ງເປັນການລົງແຂ່ງຂັນເອົາຕຳແໜ່ງປະຈຳທຳນຽບຂາວ ຄັ້ງທີສາມຕະຫຼອດໄລຍະສາມສິບປີຜ່ານມາ ແຕ່ຈະເປັນຄັ້ງທຳອິດທີ່ທ່ານ ໄດ້ຖືກສະເໜີຊື່ໃຫ້ຕາງໜ້າພັກ ເປັນຜູ້ນຳຂອງສະຫະລັດ ສະໄໝນຶ່ງ ໄລຍະ 4 ປີ.

ມັນຈະເປັນເຫດການທາງການເມືອງທີ່ບໍ່ມີຜູ້ໃດເຄີຍເຫັນມາກ່ອນເລີຍ ໂດຍຊາວອາເມຣິກັນທັງຫຼາຍທີ່ຍັງມີຊີວິດຢູ່ ຊຶ່ງເປັນກອງປະຊຸມແລະການກ່າວຄຳປາໄສເພື່ອຮັບຮອງເອົາການແຕ່ງຕັ້ງ ທີ່ຈະດຳເນີນໄປ ໂດຍຜ່ານທາງອອນໄລນ໌ ທີ່ປາ ສະຈາກການສະເຫຼີມສະຫຼອງຢ່າງມະໂຫລານຕາມປົກກະຕິທີ່ເກີດຂຶ້ນໃນທຸກສີ່ປີ ໃນການໂຮມຊຸມນຸມ ຂອງພັກເດໂມແຄຣັດແລະພັກຣີພັບບລີກັນ ໂດຍຈະມີສຽງຮ້ອງເຊຍໃຫ້ແກ່ຜູ້ຖືກແຕ່ງຕັ້ງຂອງພວກເຂົາເຈົ້າ ໃນການປະກາດຜູ້ຖືກສະເໜີຊື່ຂອງພັກນັ້ນ ແລະການກ່າວໂຈມຕີພັກຝ່າຍຄ້ານຂອງແຕ່ລະຝ່າຍ.

ພັກເດໂມແຄຣັດ ໄດ້ມີກຳນົດທີ່ຈະຈັດກອງປະຊຸມໃນເມືອງມີລວອກກີ ລັດວິສຄອນຊິນ ທາງພາກຕາເວັນຕົກຕອນກາງຂອງສະຫະລັດ ແຕ່ດ້ວຍການລະບາດລະດັບໂລກຂອງໄວຣັສໂຄລານາ ທີ່ຂາດການກວດສອບ ຈຶ່ງເຮັດໃຫ້ຕ້ອງໄດ້ຍົກເລີກແຜນການທັງໝົດຂອງການຊຸມນຸມກັນຂະໜາດໃຫຍ່ ຢູ່ໃນສະຫະລັດ ແລະຈຳນວນການຕິດແປດທີ່ເພີ້ມຂຶ້ນເລື້ອຍໆໂດຍຫຼາຍພັນກໍລະນີໃນແຕ່ລະວັນ ດັ່ງທີ່ບັນດາເຈົ້າໜ້າທີ່ຂອງພັກ ໄດ້ກ່າວຕໍ່ບັນດາຜູ້ແທນ ແລະບັນດາວິທະຍາ ກອນ ໃຫ້ຢູ່ໃນບ້ານ.

ທ່ານໄບເດັນ ຈະຮັບເອົາການສະເໜີຊື່ໃຫ້ຕາງໜ້າພັກເດໂມແຄຣັດເປັນປະທາ ນາທິບໍດີໃນບ້ານພັກຂອງທ່ານ ໃນລັດເດລາແວ ໂດຍຈະບໍ່ມີຜູ້ໃດຢູ່ນຳຍົກເວັ້ນແຕ່ບັນດາຜູ້ຊ່ວຍ ແລະບັນດາທີ່ປຶກສາຈຳນວນນຶ່ງ. ຢູ່ໃນກອງປະຊຸມ ຕາມປົກ ກະຕິແລ້ວ ຜູ້ສະໝັກເປັນປະທານາທິບໍດີ ສາມາດມີປະຕິສຳພັນກັບພວກສະໜັບສະໜຸນທ່ານ ລໍຖ້າໃຫ້ສຽງຮ້ອງເຊຍຈາກພວກຄົນເປັນແຖວໆທີ່ຕົບມືໃຫ້ນັ້ນແລ້ວ ສົ່ງຮອຍຍິ້ມຕອບແທນໃຫ້ສຳລັບການຕ້ອນຮັບນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG