ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ການຂາດດຸນ ຂອງ ສຫລ ໃນເດືອນມິຖຸນາ ແມ່ນຫຼາຍທີ່ສຸດ ແບບບໍ່ມີມາກ່ອນ


ເງິນໂດລາສະຫະລັດ
ເງິນໂດລາສະຫະລັດ

ລັດຖະບານສະຫະລັດປະເຊີນໜ້າກັບການເພີ້ມຂຶ້ນຂອງກໍລະນີໂຄວິດ-19 ແລະຜົນກະ
ທົບທີ່ມີຕໍ່ເສດຖະກິດ ຊຶ່ງມີລາຍງານ ວ່າເຮັດໃຫ້ເກີດການຂາດດຸນທີ່ໃຫຍ່ ສຸດແບບບໍ່
ເຄີຍມີມາກ່ອນໃນເດືອນມິຖຸນາຊຶ່ງເປັນຈຳນວນ 864 ພັນລ້ານໂດລາ ທີ່ສະຫະລັດເຄີຍ
ບັນທຶກໄວ້ປະຈຳປີໃນປະຫວັດສາດ.

ການຂາດດຸນໄດ້ເກີດຂຶ້ນໃນຂະນະທີ່ທຳນຽບຂາວ ແລະສະພາໄດ້ອະນຸມັດເງິນສາມພັນ
ຕື້ໂດລາ ໃຫ້ແກ່ບັນດາໂຄງການບັນເທົາທຸກຂະໜາດໃຫຍ່ເພື່ອຕໍ່ສູ້ກັບ ໄວຣັສໂຄໂຣນາ
ເຖິງແມ່ນວ່າຄົນງານຫຼາຍກວ່າ 40 ລ້ານຄົນ ໄດ້ຖືກຫວ່າງ ງານ ແລະຫລຸດຜ່ອນການ
ໃຊ້ຈ່າຍຂອງຜູ້ບໍລິໂພກ ເຖິງແມ່ນວ່າໄດ້ຕັດການເກັບ ພາສີລາຍໄດ້.

ໂຕເລກຂອງເດືອນມິຖຸນາພຽງເດືອນດຽວແມ່ນສູງກວ່າເດືອນທີ່ຜ່ານມາທີ່ມີບັນ ທຶກກ່ຽວ
ກັບການຂາດດຸນເຖິງ 738 ພັນລ້ານໂດລາ ໃນເດຶອນເມສາ ໃນຂະນະ ທີ່ໄວຣັສໂຄໂຣນາ
ໄດ້ເລີ້ມແຜ່ອອກໄປທົ່ວປະເທດ.

ປັດຈຸບັນນີ້ ເຖິງແມ່ນວ່າບັນຊີຂອງລັດຖະບານ ສະແດງໃຫ້ເຫັນວ່າ ໃນແຕ່ລະເດືອນສະ
ຫະລັດໄດ້ມີການຂາດດຸນ ແຕ່ປະເທດກໍຍັງປະເຊີນໜ້າກັບຈຳນວນໂຕ ເລກ ການຕິດ
ໄວຣັສໂຄວິດສູງຂຶ້ນຫຼາຍກວ່າ 60,000 ຄົນ ໃນບາງມື້ຫວ່າງມໍ່ໆ ມານີ້.

.ໃນຂະນະທີ່ທຳນຽວຂາວ ແລະສະພາພວມພິຈາລະນາກ່ຽວກັບວ່າ ຈະສົ່ງເງິນ ຊ່ວຍເຫຼືອ
ອີກຫຼາຍປານໃດ ໄປໃຫ້ພວກຄົນຫວ່າງງານ ຖ້າຫາກມີ ເຂົາເຈົ້າຍັງ ພິຈາລະນວ່າຈະສົ່ງ
ການຊ່ວຍຫຼືອຫຼາຍປານໃດ

ໄປໃຫ້ແກ່ບັນດາທຸລະກິດ ທີ່ ໄດ້ຮັບຄວາມເດືອດຮ້ອນ ພ້ອມທັງລັດ ແລະບັນດາລັດຖະ
ບານທ້ອງຖິ່ນ.

ບັນດາສະມາຊິກພັກຣີພັບບລິກກັນ ນິຍົມແນວທາງເດີມບາງທ່ານ ໄດ້ສະແດງຄວາມ
ເປັນຫ່ວງກ່ຽວກັບການເພີ້ມໜີ້ສິນ ຂອງປະເທດເຂົ້າໄປຕື່ມອີກ ໃນໄລ ຍະຍາວ ຊຶ່ງເວລາ
ນີ້ ມີຢູ່ 26 ພັນຕື້ໂດລາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG