ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ເດີນທາງ ຮອດເມືອງ Irbil ປະເທດ ອີຣັກ


ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter ເດີນທາງຮອດນະຄອນຫຼວງ ແບກແດັດ, ອີຣັກ ເພື່ອພົບປະກັບ
ບັນດາຜູ້ບັນຊາການຂອງທ່ານ ແລະ ປະເມີນຄວາມກ້າວໜ້າ
ໃນການປະຕິບັດງານຕໍ່ສູ້ເພື່ອຍຶດຄືນເມືອງ Mosul ຈາກພວກຫົວຮຸນແຮງ ລັດອິສລາມ. 22 ຕຸລາ, 2016.
ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter ເດີນທາງຮອດນະຄອນຫຼວງ ແບກແດັດ, ອີຣັກ ເພື່ອພົບປະກັບ ບັນດາຜູ້ບັນຊາການຂອງທ່ານ ແລະ ປະເມີນຄວາມກ້າວໜ້າ ໃນການປະຕິບັດງານຕໍ່ສູ້ເພື່ອຍຶດຄືນເມືອງ Mosul ຈາກພວກຫົວຮຸນແຮງ ລັດອິສລາມ. 22 ຕຸລາ, 2016.

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter ໄດ້ເດີນທາງຮອດເມືອງ Irbil ທາງພາກເໜືອຂອງ ອີຣັກ ໃນວັນເສົາວານນີ້, ບ່ອນທີ່ທ່ານຈະພົບປະກັບບັນດາຜູ້ນຳຊາວ ເຄີດ ແລະ ບັນດາຜູ້ບັນຊາການທະຫານ ໃກ້ກັບບ່ອນຕໍ່ສູ້ເພື່ອຍຶດຄືນ ເມືອງ Mosul ຈາກ ພວກຫົວຮຸນແຮງ ລັດອິສລາມ.

ບໍ່ດົນຫຼັງຈາກເດີນທາງຮອດ ໃນການຢ້ຽມຢາມທີ່ບໍ່ໄດ້ປະກາດນັ້ນ, ທ່ານ Carter ໄດ້ພົບ ກັບຫົວໜ້າຊາວ ເຄີດ ທ່ານ Masoud Barzani ປະທານຂອງພາກພື້ນ ເຄີດິສຕານ ເຊິ່ງ ປົກຄອງຕົນເອງເປັນສ່ວນໃຫຍ່ ຕັ້ງຢູ່ພາກເໜືອຂອງປະເທດ.

ກອງກຳລັງ Peshmerga ຂອງຊາວ ເຄີດ ໄດ້ຜັກດັນຂຶ້ນໄປໃນເມືອງຕ່າງໆບໍ່ໄກຈາກ ເມືອງ Mosul ເພື່ອສ້າງຫົນທາງໃຫ້ແກ່ກອງກຳລັງ ອື່ນໆ ສຳລັບການເດີນທາງເຂົ້າໃນ ເມືອງທີ່ມີພົນລະເຮືອນອາໄສຢູ່ສອງສາມລ້ານຄົນ ແລະ ຂັບໄລ່ພວກນັກຮົບລັດອິສລາມ ອອກໄປ.

ນອກນັ້ນ ທ່ານ Carter ຍັງໄດ້ປຶກສາຫາລືກ່ຽວກັບບົດບາດຂອງ ເທີກີ ໃນການຕໍ່ສູ້ເພື່ອ ຍຶດຄືນເມືອງ Mosul ຫຼັງຈາກການພົບປະກັນຂອງທ່ານໃນວັນເສົາວານນີ້ ກັບນາຍົກລັດ ຖະມົນຕີຂອງ ອີຣັກ ໃນນະຄອນຫຼວງ ແບກແດັດ ແລະ ກັບປະທານາທິບໍດີຂອງ ເທີກີ ໃນ ນະຄອນຫຼວງ ອັງກາຣາ ໃນວັນສຸກທີ່ຜ່ານມາ.

ນາຍົກລັດຖະມົນຕີ ອີຣັກ ທ່ານ Haider al-Abadi ໄດ້ປະຕິເສດການສະເໜີຈາກ ເທີກີ ທີ່ຈະເຂົ້າຮ່ວມໃນການຜັກດັນທາງທະຫານເພື່ອຍຶດຄືນເມືອງດັ່ງກ່າວ.

ຄວັນລະເບີດພູ່ງຂຶ້ນສູ່ອາກາດຈາກຈຸດທີ່ຕັ້ງຂອງພວກລັດອິສລາມ ໃນເມືອງ Naweran, ໃກ້ກັບເມືອງ Mosul, ອີຣັກ. 23 ຕຸລາ 2016.
ຄວັນລະເບີດພູ່ງຂຶ້ນສູ່ອາກາດຈາກຈຸດທີ່ຕັ້ງຂອງພວກລັດອິສລາມ ໃນເມືອງ Naweran, ໃກ້ກັບເມືອງ Mosul, ອີຣັກ. 23 ຕຸລາ 2016.

ທ່ານ Abadi ໄດ້ກ່າວໃນວັນເສົາວານນີ້ວ່າ ພັນທະມິດທີ່ມີຢູ່ໃນປະຈຸບັນ ຈະຮັບມືໄດ້ ກັບການຕໍ່ສູ້ທີ່ກຳລັງດຳເນີນຢູ່ ໂດຍປາສະຈາກການຊ່ວຍເຫຼືອຂອງ ເທີກີ.

ທ່ານ Abadi ໄດ້ກ່າວໃນນະຄອນຫຼວງ ແບກແດັດ ຫຼັງຈາກການເຈລະຈາທີ່ບໍ່ໄດ້ວາງ ແຜນໄວ້ກັບທ່ານ Carter ຜູ້ທີ່ໄດ້ຊອກຫາທາງເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ ລະຫວ່າງ ຜູ້ ນຳນິ ກາຍ ຊຸນນີຂອງ ເທີກີ ກັບ ລັດຖະບານນິກາຍ ຊີໄອທ໌ ຂອງທ່ານ Abadi.

ນາຍົກລັດຖະມົນຕີ ເທີກີ ທ່ານ Recep Tayyip Erdogan ໃນວັນອັງຄານທີ່ຜ່ານມາ ໄດ້ກ່າວຕໍ່ສາຍພົວພັນສອງຝ່າຍທີ່ຊຸດໂຊມລົງນັ້ນ, ແລະ ຮຽກຮ້ອງໃຫ້ມີບົດບາດໃນການ ຕໍ່ສູ້ຍຶດເມືອງ Mosul ແລະ ໄດ້ເຕືອນວ່າ ກອງກຳລັງ ເທີກີ ທີ່ໄດ້ໄປປະຈຳການຢູ່ພາກ ເໜືອຂອງ ອີຣັກ ແລ້ວ ຈະບໍ່ຮັບຟັງຄຳສັ່ງໃດໆຈາກລັດຖະບານນິກາຍ ຊີໄອທ໌ ໃນນະຄອນ ຫຼວງ ແບກແດັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ



XS
SM
MD
LG