ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Carter ຢ້ຽມຢາມ ຊາອຸດີ ອາຣາເບຍ ເພື່ອຫາລື ເລື້ອງຂໍ້ຕົກລົງ ນິວເຄລຍ ກັບອີຣ່ານ


ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ສະຫະລັດ ທ່ານ Ash Carter ພົບປະກັບ ກະສັດ Salman bin Abdul Aziz ຂອງຊາອຸດີ ອາຣາເບຍ (ຂວາ) ຢູ່ທີ່ ພະຣາດຊະວັງ Al-Salam ໃນນະຄອນ Jeddah ປະເທດ ຊາອຸດີ ອາຣາເບຍ, ວັນທີ 22 ກໍລະກົດ 2015.
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ສະຫະລັດ ທ່ານ Ash Carter ພົບປະກັບ ກະສັດ Salman bin Abdul Aziz ຂອງຊາອຸດີ ອາຣາເບຍ (ຂວາ) ຢູ່ທີ່ ພະຣາດຊະວັງ Al-Salam ໃນນະຄອນ Jeddah ປະເທດ ຊາອຸດີ ອາຣາເບຍ, ວັນທີ 22 ກໍລະກົດ 2015.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ສະຫະລັດ ທ່ານ Ash Carter
ພວມ​ຢ້ຽມຢາມ ຊາ​ອຸ​ດີ ອາຣາ​ເບຍ ​ໃນ​ວັນ​ພຸດ​ມື້​ນີ້ ອັນ​ເປັນ
​ສ່ວນ​ໜຶ່ງ​ຂອງ​ການ​ເດີນທາງ​ ໄປຢ້ຽມຢາມ​ຂົງ​ເຂດ​ ທີ່​ມີ​ເປົ້າ
ໝາຍແນໃສ່ ເພື່ອສ້າງ ຄວາມ​ໝັ້ນ​ໃຈ ໃຫ້​ບັນດາ​ພັນທະ​ມິດ
​ທີ່ຍັງສົງໄສບໍ່​ແນ່​ໃຈ​ ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດຕ່າງໆ ຂອງ​ຂໍ້​ຕົກ
ລົງ​ນິວ​ເຄລຍກັບອີຣ່ານ.

ທ່ານ ​Carter ຈະ​ພົບ​ປະ​ກັບ ກະສັດ Salman ພ້ອມ​ດ້ວຍ
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ຊາ​ອຸ​ດີ ອາຣາ​ເບຍ ກ່ອນ​ໜ້າ​
ທີ່​ຈະ​ເດີນທາງກັບ​ຄືນ​ໄປ​ຍັງ ຈໍ​ແດນ ເພື່ອພົບ​ປະ​ກັບ​ຜູ້ນຳ
ທະຫານຂອງ​ປະ​ເທດດັ່ງກ່າວ​ນັ້ນ.

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter ໂອ້ລົມກັບ ບັນດາກອງກຳລັງທະຫານສະຫະລັດ ແລະ ຈໍແດນ ຢູ່ທີ່ຖານທັບອາກາດແຫ່ງໜຶ່ງ ໃນຈໍແດນ, ວັນທີ 21 ກໍລະກົດ 2015.
ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter ໂອ້ລົມກັບ ບັນດາກອງກຳລັງທະຫານສະຫະລັດ ແລະ ຈໍແດນ ຢູ່ທີ່ຖານທັບອາກາດແຫ່ງໜຶ່ງ ໃນຈໍແດນ, ວັນທີ 21 ກໍລະກົດ 2015.

​ໃນ​ວັນ​ອັງຄານ​ວານ​ນີ້ ທ່າ​ນ Carter ​ໄດ້​ພົບ​ປະກັບ​ກອງ​ທະຫານແນວ​ໂຮມ ​ໃນ​ພາກ​ເໜືອ
​ຂອງ​ຈໍ​ແດນ ຢູ່ທີ່​ຖານ​ທັບ​ອາກາດແຫ່ງນຶ່ງ ບ່ອນ​ທີ່​ການ​ປະຕິບັດງານ ໂຈມຕີເປົ້າໝາຍຕ່າງໆ​
ໃນ​ຊີ​ເຣຍມີ​ຂຶ້ນນັ້ນ.

ທ່ານ ​ໄດ້​ບິນ​ໄປ​ຈໍ​ແດນ ຈາກ​ອິສຣາ​ແອ​ລ ບ່ອນ​ທີ່​ທ່ານ​ໄດ້​ພົບ​ປະ ​ກັບ​ນາຍົກລັດຖະມົນຕີ
ອິສຣາ​ແອ​ລ ທ່ານ Benjamin Netanyahu ​ເພື່ອ​ການຄ້ຳປະກັນ ​ອີກ​ເທື່ອ​ໜຶ່ງ ​ໃນ​ການ
​ສືບຕໍ່ໃຫ້ການສະໜັບສະໜູນ ດ້ານຄວາມ​ໝັ້ນຄົງຂອງ​ສະຫະລັດຫຼັງຈາກ​ໄດ້​ບັນ​ລຸ​ ຂໍ້​ຕົກ
ລົງ​ນິວ​ເຄລຍ ກັບ​ອີຣ່ານ​ແລ້ວ. ທ່ານ Netanyahu ໄດ້​ຕ້ອນຮັບ​ທ່ານ Carter ດ້ວຍ​ສີ​ໜ້າ
​ທີ່​ເສົ້າໝອງກ່ອນ​ທີ່​ຈະ​ເຂົ້າຮ່ວມ​ເຈລະຈາ ​ເກືອບ​ສອງ​ຊົ່ວ​ໂມງ ຢູ່​ທີ່​ຫ້ອງການຢູ່ທຳນຽບ
ຂອງ​ທ່ານ ​ໃນ​ນະຄອນຫຼວງ Jerusalem.

ຕໍ່​ ມາທ່ານ Carter ກ່າວ​ກ່ຽວກັບການ​ເຈລະຈາ​ກັບ​ທ່ານ Netanyahu ວ່າ “ພວກ​ເຮົາ
ຕົກລົງ​ກັນບໍ່ໄດ້​ ໃນ​ທຸກໆ​ເລື້ອ​ງ. ​ແລະ ນາ​ຍັກລັດຖະ ມົນຕີ ​ໄດ້​ກ່າວ​ຢ່າງ​ຈະ​ແຈ້ງວ່າ
ທ່ານ​ບໍ່​ເຫັນ​ດີ​ນຳພວກ​ເຮົາ ກ່ຽວກັບຂໍ້​ ​ຕົກ​ນິວ​ເຄລຍນັ້ນ.”

ທ່ານ ​Carter ​ແມ່ນ​ເຈົ້າໜ້າ​ທີ່​ ​ຂັ້ນລັດຖະມົນຄົນ​ທຳ​ອິດ ທີ່​ໄດ້ໄປ​ຢ້ຽມ ຢາມ​ອິສຣາ​ແອ​ລ ນັບ​ຕັ້ງ​ແຕ່​ອີຣ່ານຕົກລົງ ທີ່​ຈະ​ຫລຸດຜ່ອນ​ໂຄງການ​ນິວ​ເຄລຍຂອງ​ຕົນ​ລົງ ເມື່ອ​ອາທິດ​ແລ້ວ​ນີ້ ​ໃນ​ການ​ແລກປ່ຽນ ເພື່ອຍົກ​ເລີກ​ມາດ​ຕະການ​ລົງ​ໂທດ​ດ້ານ​ເສດຖະກິດບາງ​ສ່ວນຕໍ່ຕົນນັ້ນ.

Carter MidEast
please wait
Embed

No media source currently available

0:00 0:02:06 0:00

U.S. Defense Secretary Ash Carter is visiting Saudi Arabia Wednesday, as part of a regional tour aimed at convincing skeptical allies about the benefits of the Iran nuclear deal.

Carter is to hold meetings with King Salman as well as the Saudi minister of defense, before heading back to Jordan for a meeting with the Jordanian military leadership.

On Tuesday, Carter met with coalition troops in northern Jordan at an air base from where operations against targets in Syria are launched.

He flew to Jordan from Israel, where he met with Prime Minister Benjamin Netanyahu to provide reassurances of continued U.S. security support following the Iran's nuclear agreement. Mr. Netanyahu greeted Carter with a somber face before going into nearly two hours of talks at his office in Jerusalem.

Later, Carter said of the Netanyahu talks, "We don't agree on everything.And the prime minister made it quite clear that he disagreed with us with respect to the nuclear deal."

Carter is the first Cabinet-level U.S. official to visit Israel since Iran agreed last week to curb its nuclear weapons program in exchange for a partial lifting of economic sanctions against it.

XS
SM
MD
LG