ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ເປັນຫ່ວງນໍາ ດໍາລັດ ສະບັບໃໝ່ ຂອງ ຫວຽດນາມ


ຜູ້ຍິງຫວຽດນາມ ສາມຄົນກໍາລັງໃຊ້ lap top ຢູ່ໃນຮ້ານກາເຟ ແຫ່ງນຶ່ງ ໃນຫວຽດນາມ
ຜູ້ຍິງຫວຽດນາມ ສາມຄົນກໍາລັງໃຊ້ lap top ຢູ່ໃນຮ້ານກາເຟ ແຫ່ງນຶ່ງ ໃນຫວຽດນາມ
ສະຫະລັດຕິຕຽນ​ ດຳລັດ​ສະບັບ​ໃໝ່​ຂອງຫວຽດນາມ ທີ່​ຈະ​ຖື​ວ່າ​
ເປັນ​ການ​ກະທຳ​ຜິດ​ກົດ​ໝາຍ ​ກ່ຽວ​ກັບ​ການພິມ​ເຜີ​ຍ​ແຜ່​ຂ່າວ​
ຄາວ​ຕ່າງໆ​ ທາງອິນ​ເຕີແນັດ.

ດຳລັດ ​ເລກທີ 72 ທີ່​ຈະເລີ້ມມີ​ຜົນ​ບັງຄັບ​ໃຊ້ ໃນ​ເດືອນກັນຍານີ້
ກ່າວ​ວ່າ ການ ຂຽນຂ່າວລົງ​ໃນ​ອິນ​ເຕີ​ແນັດ ແລະ​ສື່​ສັງ​ຄົມ ຄວນ
ຈະບັນຈຸ ແຕ່ລາຍ​ລະອຽດຂອງ ເລື້ອງສ່ວນ​ໂຕ​ເທົ່າ​ນັ້ນ ​ແລະ​ຈະ​
ບໍ່​ສາມາດນໍາໃຊ້ ເພື່ອ​ພິມເຜີ​ຍ​ແຜ່​ຂໍ້​ມູນກ່ຽວ​ກັບ​ສະພາບ​ການ​
ໃນ​ປັດຈຸ​ບັນ​.

ສະຖານທູດສະຫະລັດ ​ໃນ​ກຸງ​ຮາ​ໂນ່ຍ ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​
ວ່າ ວໍ​ຊິງ​ຕັນ “​ມີ​ຄວາມ​ເປັນ​ຫ່ວງ​ທີ່​ສຸດ” ຕໍ່ຂໍ້​ກຳນົດ​ຕ່າງໆຂອງ​ກົດ
ໝາຍ​ ທີ່​ອາດ​ຈະຫ້າມ ບໍ່​ໃຫ້​ມີ ການ​ພິມເຜີ​ຍ​ແຜ່​ຂໍ້​ມູນບາງ​ຢ່າງ
​ທາງ​ອິນ​ເຕີ​ແນັດ. ສະຖານທູດ​ສະຫະລັດ​ເວົ້າ​ວ່າ “​ອິດສະຫຼະພາບ
​ຂັ້ນພື້ນຖານ ທີ່​ນຳໃຊ້​ສຳລັບ​ອິນ​ເຕີ​ແນັດນັ້ນ ກໍຄື​ກັນ​ກັບ​ທີ່ນຳໃຊ້
ຢູ່​ນອກອິນ​ເຕີ​ແນັດ.” ບັນດາ​ກຸ່ມປົກ​ປ້ອງ​ສິດທິ​ມະນຸດ ​ແລະພວກ​
ນັກ​ເຄື່ອນ​ໄຫວ ກໍ​ໄດ້ພາກັນ​ປະ​ນາມ ດຳລັດ​ທີ່​ມີ​ຄວາມ​ເວົ້າບໍ່ແຈ່​ມ​
ແຈ້ງດັ່ງກ່າວ ​ໂດຍ​ກ່າວ​ວ່າ ຈະ​ເລືອກ​ນໍາ​ໃຊ້​ ເພື່ອ​ປິດ​ປາກປິດ​ສຽງຕໍ່ກາ​ນຕິຕຽນ​ລັດ
​ລະ​ບານ​ຄວມມິ​ວນິສຫວຽດນາມ.

ມີ​ການ​ເບິ່ງ​ກັນ​ວ່າ ກົດໝາຍ​ໃໝ່​ສະບັບ​ນີ້ ​ແມ່ນ​ເປັນ​ການ​ຂະຫຍາຍ ​ການປຸກລະດົມ
ທີ່​ຍັງ​ຜົນ​ໃຫ້​ມີ​ການລົງ​ໂທດ​ພວກນັກ​ເຄື່ອນ​ໄຫວ 46 ຄົນ​ ໃນ​ປີ​ນີ້ ພາຍ​ໃຕ້​ກົດໝາຍ ທີ່
ຫ້າມບໍ່​ໃຫ້​ດຳ​ເນີນກິດ​ຈະ​ການ “ຕໍ່​ຕ້ານລັດ.” ບັນດາ​ຜູ້​ທີ່ຖືກລົງ​ໂທດ​ຈຳນວນ​ນຶ່ງ ແມ່ນ
ພວກ​ຂຽນ​ຂ່າວ​ລົງ​ໃນອິນ​ເຕີ​ແນັດ.

ຊາວ​ວຽດນາມ ​ໄດ້​ນຳ​ໃຊ້​ສື່​ສັງຄົມ ​ເຊັ່ນ Facebook ​ແລະ Twitter ​ເພີ້​ມຂຶ້ນ ​ເພື່ອ
​ນຳ​ອອກ​ເຜີຍ​ແຜ່​ເຫດການ​ຕ່າງໆໃນ​ປັດຈຸບັນ​ທີ່​ຍັງ​ບໍ່​ທັນ​ມີ​ການ​ກັ່ນ​ກອງ​ເທື່ອ ຂອງ
​ປະ​ເທດ ບ່ອນ​ທີ່​ສື່​ມວນ​ຊົນ​ຂອງ​ເອກ​ກະ​ຊົນ​ທັງ​ໝົດ​ ​ໄດ້​ຖືກ​ຫ້າມ​ນັ້ນ.

ກ່ຽວຂ້ອງກັນ

XS
SM
MD
LG