ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ເປັນຫ່ວງ ກ່ຽວກັບ ເຂດປ້ອງກັນ ທາງອາກາດໃໝ່ ຂອງຈີນ (ວີດີໂອ)


ຮອງ​ປະທານາທິບໍດີສະຫະລັດ ທ່ານ Joe Biden (ຊ້າຍ) ຈັບ ມືກັບ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe.
ຮອງ​ປະທານາທິບໍດີສະຫະລັດ ທ່ານ Joe Biden (ຊ້າຍ) ຈັບ ມືກັບ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe.
ຮອງ​ປະທານາທິບໍດີສະຫະລັດ ທ່ານ Joe Biden ​ໄດ້​ສ​ະ​ແດງ​
ຄວາມ​ເປັນ​ຫ່ວງ ຄືນ​ອີກ ກ່ຽວ​ກັບ​ເຂດ​ປ້ອງ​ກັນ​ທາງ​ອາກາດ
ຂອງ​ຈີນ ທີ່​ຫາ​ກໍ​ມີ​ການ​ປະກາດ​ເມື່ອ​ໄວໆ​ມານີ້ ​ໃນ​ຂະນະ​ທີ່
ທ່ານ​ເລີ້ມ​ຢ້ຽມຢາມ​ເຂດ​ເອ​ເຊຍ ​ດ້ວຍ​ການ​ເຈລະຈາ​ທີ່ກຸງ​
ໂຕ​ກຽວ.

ທ່ານ Biden ​ໄດ້​ກ່າວ​ຕໍ່ໜັງສືພິມ Asahi Shimbun ວ່າ ກຸງວໍ
​ຊິງ​ຕັນ ຍັງ​ສືບ​ຕໍ່ “​ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເ​ຊິ່ງ” ກ່ຽວ​ກັບ​ເຂດ
ປ້ອງ​ກັນ​ດັ່ງກ່າວທີ່​ຮວມ​ທັງໝູ່ ​ເກາະ ​ທວງ​ເອົາກຳມະສິດ​ ໂດຍ
​ຍີ່ປຸ່ນ ທີ່​ເປັນພັນທະ​ມິດຂອງສະຫະລັດ.

ຜູ້​ນໍາ ສະຫະ​ລັດ ກ່າວ​ວ່າ ການເຄື່ອນ​ໄຫວ​ນີ້ໄດ້​ເນັ້ນ​ໃຫ້​ເຫັນ​ເຖິງ​
ຄວາມ​ຈຳ​ເປັນ ​ທີ່ຈີນ ​ແລະຍີ່​ປຸ່ນຈະ​ຕ້ອງ​ໄດ້ “ສ້າງ​ຕັ້ງລະບົບ​ຄຸ້ມ
​ຄອງ​ວິ​ກິດ​ການ ​ແລະ​ມາດ​ຕະ ການ​ເສີມ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​
ໃຈ​ ​ເພື່ອ​ລຸດຜ່ອນ​ຄວາ​ມ​ເຄັ່ງ​ຕືງ.”

ທ່ານ Biden ​ໄດ້​ພົບ​ປະ​ກັບຮ​ອງນາຍົກລັດຖະມົນຕີຍີ່ປຸ່ນທ່ານ Taro Aso ໃນ ​ຕອນ​ເຊົ້າວັນ​ອັງຄານ​ມື້ນີ້​. ຫລັງ​ຈາກ​ນັ້ນ ທ່ານກໍໄດ້​ພົບ​ປະ​ກັບນາຍົກລັດ​ຖະມົນ​ຕີ ທ່ານ Shinzo Abe ກ່ອນ​ມຸ່ງ​ໜ້າ​ສູ່ກຸງ​ປັກ​ກິ່ງ ​ໃນ​ວັນ​ພຸດ​ມື້​ອຶ່ນນີ້.

ທ່ານ Tomohiko Taniguchi ຜູ້ຊ່ວຍ​ທ່ານ Abe ກ່າວ​ຕໍ່ ວີ​ໂອ​ເອວ່າ ກຸງ​ວໍ​ຊິງ​ຕັນ ​ແລະ​ໂຕ​ກຽວ ​ເຫັນ​ດີນຳ​ກັນ​ແລ້ວ​ວ່າ ຈະ​ຮັບມື​ສະຖານ​ນະ​ການຢ່າງ​ໃດ ກັບກຸງປັກ​ກິ່ງ ທີ່​ທ່ານເວົ້າວ່າ ມີ​ຄວາມ​ຮ້າຍ​ແຮງນັ້ນ.

ທ່ານ Taniguchi ກ່າວ​ວ່າ “ນີ້​ບໍ່​ແມ່ນ​ບັນຫາລະຫວ່າງຍີ່ປຸ່ນ​ແລະຈີນ ອີກ​ແລ້ວ ​ເພາະວ່າ​ເຂດ
ດັ່ງກ່າວປົກ​ຄຸມ​ບໍລິ​ເວນ​ສ່ວນ​ໃຫຍ່ຂອງ​ທະ​ເລ​ຈີນ​ຕາ​ເວັນ​ອອກ. ມັນ​ເປັນ​ການ​ທ້າ​ທາຍ​ທີ່​ຮ້າຍ​ແຮງຕໍ່ມາດຕະຖານ​ການ​ປະ​ພຶດທີ່ນາໆ​ຊາດຮັບ​ເອົາກ່ຽວ ກັບ​ອິດສະຫຼະພາບ​ໃນເຄື່ອນໄຫວ​
ໄປມາ​ ທາງ​ອາກາດ ​ແລະ​ເສຣີພາບ ​ໃນການ​ເດີນ​ເຮືອທາງ​ທະ​ເລ.”

ຜູ້ຄົນຈໍານວນ​ນຶ່ງ​ໃນຍີ່ປຸ່ນ ຢາກ​ໃຫ້ສະຫະລັດເອົາ​ທ່າ​ທີ​ທີ່ເຂັ້ມ​ແຂງກວ່າ​ນີ້ ກ່ຽວ​ກັບ​ການຂັດ
ແຍ້​ງໂຕ້​ຖຽງ​ກັນເລື່ອງ​ໝູ່​ເກາະ. ສະຫະລັດບໍ່​ໄດ້​ເອົາທ່າ​ທີຢ່າງ​ເປັນ​ທາງ​ການ ​ແຕ່​ບັນດາ​ເຈົ້າ​
ໜ້າ​ທີ່ກ່າວ​ວ່າ ໝູ່​ເກາະດັ່ງກ່າວ​ນີ້ ​ຕົກ​ຢູ່​ພາຍ​ໃຕ້​ການ ຄຸ້ມ​ຄອງ​ຂອງສົນທິສັນຍາ ທີ່​ກຸງ​ວໍ​ຊິງ
​ຕັນ ມີ​ພັນທະ ​ໃນ​ການ​ປ້ອງ​ກັນຍີ່ປຸ່ນ ຖ້າ​ຫາກ​ຖືກ​ໂຈມ​ຕີ.

Biden
please wait
Embed

No media source currently available

0:00 0:00:47 0:00
XS
SM
MD
LG