ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາສະຫະລັດບັນລຸ ຂໍ້ຕົກລົງກັນ ກ່ຽວກັບ ໜີ້ສິນຂອງຊາດ (ເບິ່ງວີດີໂອ)


ປະທານາທິບໍດີບາຣັກ ໂອບາມາ ຖະແຫລງກ່ຽວກັບຂໍ້ຕົກລົງວ່າດ້ວຍ
ໜີ້ສິນຂອງຊາດ ທີ່ທໍານຽບຂາວ
ວັນທີ 31 ກໍລະກົດ 2011
ປະທານາທິບໍດີບາຣັກ ໂອບາມາ ຖະແຫລງກ່ຽວກັບຂໍ້ຕົກລົງວ່າດ້ວຍ ໜີ້ສິນຂອງຊາດ ທີ່ທໍານຽບຂາວ ວັນທີ 31 ກໍລະກົດ 2011


















ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະລັດ​ໄດ້​ບັນລຸ​ຂໍ້​ຕົກລົງ​ກັນ​ກັບ ຄະນະຜູ້ນໍາ​ລັດ
ຖະສະພາ​ ກ່ຽວ​ກັບ​ຂໍ້​ຕົກລົງ​ປະນີປະນອມ​ກັນ​ສະບັບ​ນຶ່ງ ເພື່ອ​ຍົກ​ລະດັບການ​ກູ້​ຢືມ​ເງິນ​
ຂອງ​ປະ​ເທດ​ຂຶ້ນ​ແລະປ້ອງ​ກັນ​ບໍ່​ໃຫ້​ລັດຖະບານຕົກ​ຢູ່​ໃນ​ສະຖານ​ນະ​ການ​ບໍ່​ສາມ​າດຈ່າຍ
ໜີ້​ສິນ​ຂອງ​ຕົນ​ໄດ້​ ຊຶ່ງ​ບໍ​ເຄີຍ​ມີ​ມາ​ກ່ອນ​ນັ້ນ.

ທ່ານ​ໂອ​ບາ​ມາໄດ້​ອອກ​ມາ​ຖະ​ແຫລ​ງຕໍ່​ພວກ​ນັກ​ຂ່າວ​ທີ່ທໍານຽບຂາວ​ໃນ​ຄືນ​ວັນ​ອາທິດວານ​ນີ້​
ວ່າ ຂໍ້​ຕົກລົງ​ທີ່ສະ​ເໜີ​ໄປ​ນີ້ຈະ​ຕັດ​ຄ່າ​ໃຊ້​ຈ່າຍ​ລົງ 1 ພັນ​ຕື້​ໂດ​ລາໃນໄລຍະ 10 ປີ​ຕໍ່ໜ້າ ​ແລະ​
ຈັດຕັ້ງ​ຄະນະກໍາມະການ ​ທີ່​ປະກອບ​ດ້ວຍ​ທັງສອງພັກ​ຂຶ້ນ​ໃນ​ລັດຖະສະພາ​ ເພື່ອ​ຫາ​ທາງ​ຕັດ
​ຄ່າໃຊ້​ຈ່າຍ​ລົງ​ອີກໃຫ້​ໄດ້ ຢ່າງ​ຫລວງຫລາຍ. ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ຄະນະ​ກໍາມະການທີ່​
ວ່າ​ນີ້ ຈະ​ພິຈາລະນາ​ເບິ່ງ​ທາງ​ເລືອກ​ທຸກ​ຢ່າງ ຮວມທັງ​ການ​ຂຶ້ນ​ພາສີ​ແລະ​ຕັດ​ໂຄງການ​ສະ
ຫວັດດີ​ການ​ສັງ​ຄົນ​ສົງ​ເຄາະ​ລົງ​ເຊ່ນ​ໂຄງການ​ຮັກສາ​ພະ​ຍາ​ບານ​ຄົນເຖົ້າ Medicare ເປັນ​ຕົ້ນ.

ສະພາ​ຍັງ​ຈະ​ຕ້ອງ​ຮັບ​ຜ່ານ​ຂໍ້​ສະ​ເໜີ​ປະນີປະນອມ​ກັນ​ນີ້ຢູ່ ຊຶ່ງ​ຄາດ​ວ່າ ຈະ​ຜ່ານຢູ່ໃນ​ສະພາ
ສູງ​ທີ່​ພັກ​ເດ​ໂມກຣັດມີ​ສຽງ​ຂ້າງ​ຫລາຍ​ນັ້ນ ​ແຕ່​ຈະ​ປະ​ເຊີນ​ກັບ​ການ​ຄັດຄ້ານ​ຫລາຍ​ຂຶ້ນ​ໃນ
ສະພາ​ຕໍ່າ ບ່ອນ​ທີ່​ພັກຣີພັບ​ບລິ​ກັນມີ​ສຽງ​ຂ້າງ​ຫລາຍ​. ການ​ລົງມະຕິ​ກັນ​ອາດ​ສາມ​າດມີ​
ຂຶ້ນ​ໃນ​ວັນ​ຈັນ ມື້​ນີ້​ກໍ​ເປັນ​ໄດ້ ​ແລະ​ຄະນະ​ນໍາພາ​ຈາກ​ທັງ​ສອງ​ພັກ​ໃນ​ລັດຖະສະພາ​ກ່າວ​ວ່າ
ພວກ​ເຂົາ​ເຈົ້າ​ຄາດ​ວ່າ​ຈະ​ໄດ້​ຮັບ​ສຽງ​ສະໜັບສະໜຸນ​ພຽງພໍ​ ເພື່ອ​ຮັບ​ຜ່ານ​ຂໍ້​ຕົກລົງ​ດັ່ງກ່າວ
ທີ່ຈະ​ອໍານວຍ​ໃຫ້ສະຫະລັດກູ້​ຢືມ​ເງິນ​ເພີ່ມຂຶ້ນ​ໄດ້​ກາຍລະດັບ 14 ພັນ 300 ຕື້​ໂດ​ລານັ້ນ​.

ປະທານາທິບໍດີ​ໂອ​ບາ​ມາ ​ເອີ້ນ​ຂໍ້​ສະ​ເໜີ​ດັ່ງກ່າວ​ເປັນ​ການ​ປະນີປະນອມ​ກັນ​ທີ່​ອໍານວຍ​ໃຫ້​ປະ​ເທດ​ຫລີກ​ລ່ຽງ​ຈາກ​ສະພາບ​ການ​ທີ່​ບໍ່​ສາມາດ​ຈ່າຍ​ໜີ້​ສິນ​ຂອງ​ຕົນ​ໄດ້ ​ໃນ​ຂະນະ​ທີ່​ລົດ​ການ​ຂາດ​ດຸນ​ງົບປະມານ​ລົງ​ຢ່າງ ຫລວງ​ຫລາຍ​ນັ້ນ. ທ່ານ​ກ່າວ​ຕໍ່​ໄປ​ວ່າ ການ​ທີ່ບໍ່​ສາມາດ​ຈ່າຍ​ຄ່າ​ໜີ້​ສິນ ຂອງ​ຕົນ​ໄດ້​ນັ້ນ ​ຈະ​ສົ່ງ​ຜົນ​ເສຍ​ຫາຍ​ຢ່າງ​ຮ້າຍ​ແຮງ​ໃຫ້​ແກ່​ເສດຖະກິດ​ຂອງ​ສະຫະລັດ.

ເບິ່ງວີດີໂອ ລາຍງານທີ່ກ່ຽວຂ້ອງ: ຫລາຍໆຄົນບໍ່ດີໃຈນໍາຂໍ້ຕົກລົງນີ້

XS
SM
MD
LG