ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. Barack Obama ຮຽກຮ້ອງ ໃຫ້ຮ່າງກົດໝາຍ ວ່າ​ດ້ວຍ ຄວາມປອດໄພ ທາງອິນເຕີແນັດ


ປະທານາທິບໍດີໂອບາມາ ພວມຖະແຫຼງ ໃກ້ໆກັບລັດຖະມົນຕີ ຄວາມປອດໄພພາຍໃນ ທ່ານJeh Johnson (ຊ້າຍ) ທີ່ສູນກາງຮ່ວມດ້ານຄວາມປອດໄພທາງອິນເຕີແນັດ ແລະການສື່ສານຄົມມະນາຄົມແຫ່ງຊາດ ທີ່ເມືອງອາຣ໌ລິງຕັນ ລັດເວີຈີເນຍ (13 ມັງກອນ 2015)
ປະທານາທິບໍດີໂອບາມາ ພວມຖະແຫຼງ ໃກ້ໆກັບລັດຖະມົນຕີ ຄວາມປອດໄພພາຍໃນ ທ່ານJeh Johnson (ຊ້າຍ) ທີ່ສູນກາງຮ່ວມດ້ານຄວາມປອດໄພທາງອິນເຕີແນັດ ແລະການສື່ສານຄົມມະນາຄົມແຫ່ງຊາດ ທີ່ເມືອງອາຣ໌ລິງຕັນ ລັດເວີຈີເນຍ (13 ມັງກອນ 2015)

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ກຳລັງ
ຮຽກຮ້ອງໃຫ້ຮ່າງ​ກົດໝາຍ​ໃໝ່​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​
ອິນ​ເຕີແນັດ ​ເພື່ອ​ສົ່ງ​ເສີມ ​ການ​ແບ່ງປັນ​ຂໍ້ມູນເພີ້ມ​ຂື້ນ ລະ
ຫວ່າງລັດຖະບານ ​ແລະ​ບັນດາ​ບໍລິສັດເອກ​ກະ​ຊົນ.

ໃນການຖະແຫຼງ ເມື່ອ​ວັນ​ອັງຄານ​ວານນີ້ ຢູ່​ທີ່ ສູນກາງ​ຮ່ວມ
ດ້ານຄວາມ​ປອດ​ໄພ​ທາງອິນເຕີແນັດ ແລະສື່ສານຄົມມະນາ
ຄົມແຫ່ງຊາດຂອງລັດຖະບານນັ້ນປະທານາ​ທິບໍດີ Obama
ກ່າວ​ວ່າ ມັນເຖິງເວລາແລ້ວໃນເວລາ​ນີ້ ຊຶ່ງເປັນການ “ຍາກ​
ຫລາຍ” ໃນບາງ​ຄັ້ງ​ບາງ​ຄາວທີ່ທັງ​ສອງ​ຝ່າຍ​ຈະແລກປ່ຽນ​ຂໍ້
ມູນເພາະວ່າມີບັນຫາດ້ານກົດໝາຍແລະ​ບັນຫາ​ຮັບຜິດຊອບ
​ຕໍ່​ຄວາມ​ເສຍ​ຫາຍ ​ແລະ​ຄວາມ​ເປັນ​ຫ່ວງຂອງ​ບໍລິ​ສັດຕ່າງໆກ່ຽວກັບການ​ເປີດ​ເຜິີຍຄວາມ ອ່ອນແອທີ່ຕົນມີ.

ທ່ານ Obama ກ່າວ​ວ່າ ທ່ານ​ໄດ້​ຍົກເອົາບັນຫາ​ນີ້ຂື້ນມາ​ໂອ້ລົມໃນ​ວັນ​ອັງຄານວານນີ້ ກັບ​
ບັນດາ​ຜູ້ນຳ​ຊຸດໃໝ່ຂອງ​ພັກຣີພັບ​ບລິ​ກັນ ທີ່​ຄວບ​ຄຸມສະພາ ຮວມທັງ ປະທານ​ສະພາຕ່ຳ
ທ່ານ John Boehner ​ແລະ​ຜູ້ນຳ​ສຽງ​ສ່ວນ​ຫຼາຍໃນສະພາ​ສູງ ທ່ານ Mitch McConnell
​ແລະ​ພວກທ່ານຕ່າງກໍເຫັນ​ດີ​ນຳວ່າ “ນີ້​ເປັນ​ການ​ຂົ່ມຂູ່​ທີ່​ຈະ​ຕ້ອງໄດ້ຮັບການແກ້ໄຂ.”

ຜູູ້​ນຳ​ສະຫະລັດ ກ່າວ​ວ່າ ທ່ານ​ມີ​ຄວາມ “ໝັ້ນ​ໃຈ” ​ໃນຮ່າງ​ກົດໝາຍ​ທີ່ທັງ​ສອງ​ຝ່າຍຈະຮ່າງ
ຂຶ້ນໃນ​ບໍ່​ຊ້າ​ນີ້ ​ເພື່ອຈະ​ປ້ອງ​ກັນ​ບັນດາ​ບໍ​ລິ​ສັດ​ຕ່າງໆ​ ທີ່​ແບ່ງປັນຂໍ້ ມູນທາງອິນເຕີແນັດ
ຮ່ວມກັນ ຈາກ​ການ​ຖືກຟ້ອງ​ຮ້ອງ ພ້ອມ​ດ້ວຍ​ການ​ຄໍ້າປະ ກັນຂອງລັດຖະບານທີ່ຈະປົກປ້ອງ
ຄວາມ​ລັບຂອງສ່ວນບຸກຄົນ​ ​ແລະເສລີພາບ ຂອງ​ພົນລະ​ເມືອງ ​ເຖິງແມ່ນໃນ​ຂະນະ​ທີີ່ລັດ
ຖະບານພວມດຳເນີນງານເພື່ອປົກ​ປ້ອງ​ຕາໜ່າງຂໍ້ມູນ​ຂອງ​ປະ​ເທດ. ທ່ານ​ໄດ້​ຮຽກຮ້ອງໃຫ້
ລັດຖະສະພາ ​ໃຫ້​ທືນ ສະໜັບສະໜຸນຢ່າງ​ເຕັມ​ສ່ວນ ​ແກ່ກະຊວງ​ຮັກສາ​ຄວາມ​ປອດ​ໄພ
​ພາຍ​ໃນ​ຂອງ ສະຫະລັດ “ປາດ​ສະ​ຈາກ​ການ​ລ້າ​ຊ້າໃດໆ” ​ໂດຍ​ກ່າວ​ວ່າ ຄວາມ​ປອ​ດ​ໄພ
ແຫ່ງ​ຊາດ​ຂອງສະຫະລັດ “ບໍ່​ສົມ​ຄວນ​ເລີຍ​ທີ່​ຈະ​ເປັນ​ບັນຫາຈາກເກ​ມການ​ເມືອງຂອງ​
ພັກໃດພັກນຶ່ງ.”

ການ​ຊຸ​ກຍູ້ຂອງປະທານາທິບໍດີ ​ໄດ້ມີ​ຂື້ນ​ນຶ່ງມຶື້ ຫລັງ​ຈາກ​ພວກເຈາະຂໍ້ມູນໂຈມ​ຕີບັນຊີ
Twitter ​ແລະ YouTube ຂອງກອງ​ບັນຊາ​ການ​ທະຫານ​ສະຫະລັດ ​ໃນ​ເຂດ​ພາກ​ຕາ​ເວັນ
​ອອກ​ກາງ ອ​າຟຣິກາ​ເໜືອແລະເອເຊຍກາງ ຫລື CENTCOM ທີ່​ດູ​ແລນຳພາການ​ໂຈມ
​ຕີທາງ​ອາກາດຂອງສະຫະລັດ ​ໃສ່ພວກ ກະບົດລັດ​ອິສລາມ​ໃນອີຣັກ ​ແລະ​ຊີ​ເຣຍ. ພວກ
​ໂຈມຕີ​ກ່າວ​ວ່າ ​ເຂົາ​ເຈົ້າ​ຈົງ​ຮັກ​ພັກດີ​ຕໍ່ລັດ​ອິສລາມ.

US CYBERSECURITY SOTVO
please wait

No media source currently available

0:00 0:01:32 0:00

XS
SM
MD
LG