ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານສູງສຸດ ສຫລ ບໍ່ເຫັນດີນຳ ກົດໝາຍບັງຄັບ ໃຫ້ຜູ້ປ່ອນບັດ ມີບັດປະຈຳໂຕ ທີ່ມີຮູບຕິດ


ສານສູງສຸດສະຫະລັດ
ສານສູງສຸດສະຫະລັດ

ສານ​ສູງ​ສຸດ​ຂອງ​ສະ​ຫະລັດ ​ໄດ້​ກີດ​ກັນ​ກົດໝາຍ​ສະບັບ​ນຶ່ງ ທີ່​
ບັງຄັບ​ໃຫ້​ພວກ​ຜູ້ປ່ອນ​ບັດ​ເລືອກ​ຕັ້ງ ສະ​ແດງ​ບັດປະຈຳ​ໂຕ​ທີ່
​ມີ​ຮູບ​ຕິດ​ນັ້ນ.

ການ​ຕັດສິນ​ໃນ​ວັນ​ພະ​ຫັດ​ວານ​ນີ້ ມີ​ຂຶ້ນ​ພ້ອມ​ດຽວກັນກັບ​ການ
​ຕັດສິນ​ໃນ​ມື້​ດຽວ​ກັນ ​ຂອງ​ຜູ້​ພິພາກສາ​ລັດຖະບານ​ກາງ​ໃນ​ລັດ
Texas ​ໃນ​ພາກ​ໃຕ້ຂອງ​ສະຫະລັດ ​ທີ່​ຍົກ​ເລີກ​ກົດໝາຍ​ຂອງ​
ລັດດັ່ງກ່າວ ທີ່​ລະບຸ​ວ່າ ພວກ​ຜູ້​ປ່ອນ​ບັດ​ເລືອກ​ຕັ້ງ ​ຕ້ອງ​ຖື​ບັດ​
ປະຈຳ​ໂຕ​ທີ່​ມີ​ຮູບ​ຕິດ ​ເວລາ​ໄປ​ປ່ອນ​ບັດ​ນັ້ນ.

ການ​ຕັດສິນ​ທັງ​ສອງ​ບ່ອນ​ນີ້ ໝາຍ​ຄວາມ​ວ່າ ບັນດາ​ຜູ້​ປ່ອນ​ບັດ​ໃນ​ລັດ Wisconsin ​ໃນ​ພາກ​ເໜືອ​ຂອງ​ສະຫະລັດ ​ແລະ​ລັດ Texas ຈະ​ບໍ່ຖືກບັງຄັບ​ໃຫ້​ສະ​ແດງ​ບັດປະຈຳ​ໂຕ​ທີ່
​ມີ​ຮູບ​ຕິດ ກ່ອນ​ຈະ​ໄປ​ປ່ອນ​ບັດ ​ໃນ​ການ​ເລືອກ​ຕັ້ງ​ໃນ​ເດືອນ​ພະຈິກ​ທີ່​ຈະ​ມາ​ເຖິງ​ນີ້.

ທັງ​ສອງ​ລັດ ລວມ​ທັງ​ລັດ​ອື່ນໆ ​ໂຕ້​ແຍ້​ງວ່າ ພວກ​ເຂົາ​ເຈົ້າ​ຕ້ອງການ​ກົດໝາຍດັ່ງກ່າວ​
ເພື່ອ​ປ້ອງ​ກັນ​ການ​ສໍ້​ໂກງ​ການ​ປ່ອນ​ບັດ.

ພວກ​ທີ່​ຕຳ​ໜິຕິຕຽນ​ ກົດໝາຍ​ບັງຄັບໃຫ້ມີ ​ບັດປະຈຳ​ໂຕ​ທີ່​ມີ​ຮູບ​ຕິດ​ນັ້ນ ກ່າວ​ວ່າ ກົດໝາຍ​ດັ່ງກ່າວ​ເປັນ​ການຈຳ​ແນ​ກກີດ​ກັນ ​ແລະ​ສົ່ງ​ຜົນ​ກະທົບ​ຕໍ່ຊົນ​ກຸ່ມ​ນ້ອຍ​ ຢ່າງ​ບໍ່​ສົມສ່ວນ.

ຜູ້​ພິພາກສາ​ສານ​ຊັ້ນ​ຕົ້ນ Nelva Gonzalez Ramos ​ແຫ່ງ​ລັດ Texas ກ່າວ​ວ່າ ການ​ຕັດສິນ​ຂອງ​ທ່ານ​ນາງ​ວ່າ ກົດໝາຍ​ວ່າ​ດ້ວຍ​ບັດປະຈຳ​ໂຕ​ທີ່​ມີ​ຮູບ​ຕິດ" ສ້າງ​ພາລະ​ທີ່​ບໍ່
ຖືກຕ້ອງ​ຕາມ​ກົດໝາຍ​ລັດຖະທຳ​ມະນູນ ​ວ່າ​ດ້ວຍ​ສິດທິ​ໃນ​ການ​ປ່ອນ​ບັດ ມີ​ຜົນ​ກະທົບ
ທີ່​ຈຳ​ແນ​ກກີດ​ກັນ​ທີ່​ບໍ່​ອະນຸຍາດ​ຕໍ່​ຊາວ​ອະ​ເມຣິກັນ ​ເຊື້ອສາຍ​ລາ​ຕິນ ​ແລະ​ເຊື້ອສາຍ​ອາ
ຟຣິກາ​ ແລະ​ວາງ​ຂໍ້​ບັງຄັບ​ດ້ວຍ​ເປົ້າ​ໝາຍ​ທີ່​ຈຳ​ແນ​ກກີດ​ກັນ
ທີ່​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ​ລັດຖະທຳ​ມະນູນ."

ທ່ານ​ນາງ​ກ່າວ​ຕື່ມ​ວ່າ ມາດ​ຕະການ​ດັ່ງກ່າວ"ເທົ່າກັບເປັນພາສີປ່ອນ​ບັດ ທີ່​ບໍ່​ຖືກຕ້ອງ
ຕາມ​ກົດໝາຍລັດຖະທຳ​ມະນູນ."​

XS
SM
MD
LG