ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໔ ກັນຍາ ໒໐໒໓

ທ່ານໄບເດັນ ຕ້ອງຕິ​ແຜນ​ການ MAGAnomics ໃນຂະນະທີ່​ການ​ປິດລັດຖະບານ ​ຄາດ​ວ່າ ​ອາດຈະ​ເກີດ​ຂຶ້ນ​ໃນ​ອີກ​ບໍ່​ດົນ


ປະທານາທິບໍດີ ທ່ານໂຈ ໄບເດັນ ກ່າວປາໄສກ່ຽວກັບ ວາລະທາງດ້ານເສດຖະກິດຂອງລັດຖະບານທ່ານ ໃນລະຫວ່າງການຈັດງານ ຢູ່ທີ່ວິທະຍາໄລຊຸມຊົນ Prince George ໃນເມືອງລາໂກ, ລັດແມຣີແລນ, ວັນທີ 14 ກັນຍາ 2023.

ໃນຂະນະທີ່ສະຫະລັດ ກໍາລັງປະເຊີນກັບການປິດລັດຖະບານ, ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໃນວັນພະຫັດວານນີ້ໄດ້ຕ້ອງ​ຕິແຜນງົບປະມານ ຂອງພັກຣີພັບບຣິກັນ, ເຊິ່ງທ່ານຮ້ອງຊື່ວ່າ “ເມກາໂນມິກ” (MAGAnomics), ໃນການກ່າວຄຳປາໄສ ທີ່ທ່ານຍັງໄດ້ປົກປ້ອງວາລະທາງເສດຖະກິດຂອງລັດຖະ ບານທ່ານອີກດ້ວຍ.

“ໃນທຸກຄັ້ງທີ່ພວກເຂົາເຈົ້າໃຊ້ງົບປະມານ ມັນເປັນການໂຈມຕີຂ້າພະເຈົ້າ ແລະແຜນການຂອງຂ້າພະເຈົ້າ. ພວກເຂົາເຈົ້າບໍ່ເຄີຍເວົ້າ ວ່າພວກເຂົາເຈົ້າຕ້ອງການເຮັດຫຍັງ,” ທ່ານໄບເດັນ ກ່າວຕໍ່ຜູ້ຟັງຢູ່ທີ່ວິທະຍາໄລຊຸມ​ຊົນ Prince George ໃນເມືອງລາໂກ ລັດແມຣີແລນ.

ທ່ານໄບເດັນ ກ່າວວ່າ “ແຜນ MAGAnomics ຂອງພວກເຂົາເຈົ້າ ມັນເກີນຂອບເຂດ ກວ່າທຸກສິ່ງທີ່ປະເທດອາເມຣິກາ ເຄີຍເຫັນມາກ່ອນ.”

ໃນການກ່າວຄຳປາໄສຂອງທ່ານ, ທ່ານໄບເດັນ ປະນາມແຜນການຂອງພັກຣີພັບບຣິກັນ ທີ່ຫຼຸດພາສີໃຫ້​ແກ່ຄົນຮັ່ງມີແລະບໍລິສັດຕ່າງໆລົງ ແລະຕັດໂຄງການ ຫຼາຍອັນ ເຊັ່ນ ສະຫວັດດີການສັງຄົມ, ປະກັນສັງຄົມ ແລະປະກັນສຸຂະພາບຂອງລັດຖະບານ. ປະຊາຊົນອາເມຣິກັນຫຼາຍສິບລ້ານຄົນ ຈະຕ້ອງສ່ຽງທີ່ຈະສູນເສຍປະກັນສຸຂະພາບຂອງພວກເຂົາເຈົ້າ ພາຍໃຕ້ແຜນການຂອງພັກຣີພັບບຣິກັນ, ອີງຕາມການຄາດການຂອງ ທ່ານໄບເດັນ.

ສະມາຊິກພັກຣີພັບບຣິກັນ ທວງ​ໃຫ້​ຕັດການໃຊ້ຈ່າຍງົບປະມານປະຈໍາປີ 2024 ລົງມາເຫຼືອຢູ່ 1 ພັນ 450 ຕື້ໂດລາ, ເຊິ່ງມີຈໍານວນປະມານ 120 ຕື້ ໜ້ອຍກວ່າການເຫັນດີກ່ຽວກັບເພດານໜີ້ສິນຂອງ ທ່ານໄບເດັນ ແລະປະທານສະພາຕໍ່າຈາກພັກຣີພັບບຣິກັນ ທ່ານເຄວິນ ແມັກຄາທີ ໃນຂໍ້ຕົກລົງຂອງເດືອນພຶດສະ ພາ. ທໍານຽບຂາວ ແລະສະມາຊິກສະພາສູງ ລວມທັງຜູ້ນໍາສຽງສ່ວນໜ້ອຍ ໃນສະພາສູງ ທ່ານມິຈ ເມັກຄອນເນລ ໄດ້ປະຕິເສດຕໍ່ການຮຽກຮ້ອງດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG