ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທ​ຣຳ ຈະ​ປະ​ກາດ ພາ​ວະ​ສຸກ​ເສີນ​ ແຫ່ງ​ຊາດ ເວ​ລາ​ທ່ານ​ລົງ​ນາມ ໃນ​​ກົດ​ໝາຍ ຄວາມ​ໝັ້ນ​ຄົງ​ຊາຍ​ແດນ


ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ພວມ​ກ່າວ​ຄຳ​ປາ​ໄສ ໃນ​ການ​ໂຮມ​ຊຸມ​ນຸມ ທີ່​ເມືອງ​ແອ​ລ​ພາ​ໂຊ ລັດ​ເທັກ​ຊັ​ສ (11 ກຸມ​ພາ 2019)
ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ພວມ​ກ່າວ​ຄຳ​ປາ​ໄສ ໃນ​ການ​ໂຮມ​ຊຸມ​ນຸມ ທີ່​ເມືອງ​ແອ​ລ​ພາ​ໂຊ ລັດ​ເທັກ​ຊັ​ສ (11 ກຸມ​ພາ 2019)

ທຳ​ນຽບ​ຂາວ ​ກ່າວ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ ດໍ​ໂນ​ລ ທ​ຣຳ ຈະ​ກ່າວ​ຄຳ​ປາ​ໄສຈາກ​ສ​ວນດອກ​ກຸ
​ຫຼາບ ໃນ​ຕອນ​ເຊົ້າ​ວັນ​ສຸກມື້ນີ້ “ກ່ຽວ​ກັບ ​ເລື້ອງ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ແລະ​ ວິ​ກິດ​ການ
ດ້ານ​ມະ​ນຸດ​ສະ​ທຳ ຢູ່​ເຂດ​ຊາຍ​ແດນ​ທາງ​ໃຕ້.”

ທ່ານ​ທ​ຣຳມີ​ແຜນ​ການ​ທີ່​ຈະ​ປະ​ກາດ​ພາ​ວະ​ສຸກ​ເສີນ​ແຫ່ງ​ຊາດ ເພື່ອ​ວ່າ​ທ່ານຈະບໍ່​ຈຳ​ເປັນ
​ຕ້ອງ​ໄດ້​ຜ່ານ​ສະ​ພາແລະ​ໄດ້​ຮັບ​ເງິນ​ໄປ​ສ້າງ​ກຳ​ແພງ​ເລາະ​ຕາມ​ຊາຍ​ແດນ​ສະ​ຫະ​ລັດ​ຕິດ​
ກັບ​ເມັກ​ຊິ​ໂກ.

ທັງ​ສະ​ພາ​ຕ່ຳ​ແລະ​ສະ​ພາ​ສູງ ໄດ້​ຮັບ​ຜ່ານ​ຮ່າງ​ກົດ​ໝາຍ ​ວ່າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ຊາຍ​ແດນ​
ໃນ​ຕອນ​ແລງວັນ​ພະ​ຫັດ​ວານນີ້ ໂດຍ​ໃຫ້​ທຶນ​ໃນ​ການ​ບໍ​ລິ​ຫານ​ງານ​ຂອງ​ລັດ​ຖະ​ບານ ແລະ
​ຫລີກ​ລ່ຽງ​ຕໍ່​ການ​ປິດ​ລັດ​ຖະ​ບານ​ຄັ້ງ​ໃໝ່. ທ່ານ​ທ​ຣຳ​ມີ​ເວ​ລາ​ໄປ​ຈົນ​ຮອດ​ທ່ຽງ​ຄືນວັນ​ສຸກ
ມື້ນີ້​ທີ່​ຈະ​ລົງ​ນາມ​ໃນ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວຊຶ່ງ​ທຳ​ນຽບຂາວ​ກ່າວໃນ​ວັນ​ພະ​ຫັດ​ວານນີ້​ວ່າ
ທ່ານ​ຈະ​ເຊັນ​ນັ້ນ.

ຮ່າງ​ກົດ​ໝາຍນີ້ໄດ້​ອະ​ນຸ​ມັດ​ເງິນ​ແຕ່​ພຽງ 1 ພັນ 300 ລ້ານ​ໂດ​ລາໃຫ້​ສ້າງ​ເຄື່ອງ​ກີດ​ຂວາງ​
ຂຶ້ນ​ຢູ່​ຕາມ​ຊາຍ​ແດນ ທີ່​ຍາວ 90 ກິ​ໂລ​ແມັດ ຊຶ່ງ​ໜ້ອຍກວ່າ​ຈຳ​ນວນ 5 ພັນ 700 ລ້ານ​ໂດ​
ລາ ທີ່​ທ່ານ​ຕ້ອງ​ການ ເພື່ອ​ຈະເລີ້ມ​ສ້າງ​ກຳ​ແພງ ​ທີ່​ຍາວ 322 ກິ​ໂລ​ແມັດ.

ຊະ​ນິດ​ຕ່າງໆ​ຂອງ​ກຳ​ແພງ ທີ່​ນະ​ຄອນ​ແຊນ​ດີ​ອາ​ໂກ ໃກ້ໆ​ກັບ​ຊາຍ​ສະ​ຫະ​ລັດ ຕິດ​ກັບ​ເມັກ​ຊິ​ໂກ
ຊະ​ນິດ​ຕ່າງໆ​ຂອງ​ກຳ​ແພງ ທີ່​ນະ​ຄອນ​ແຊນ​ດີ​ອາ​ໂກ ໃກ້ໆ​ກັບ​ຊາຍ​ສະ​ຫະ​ລັດ ຕິດ​ກັບ​ເມັກ​ຊິ​ໂກ

ແຕ່​ການ​ປະ​ກາດ​ພາ​ວະ​ສຸກ​ເສີນ​ແຫ່ງ​ຊາດ ຈະ​ໃຫ້​ອຳ​ນາດ​ແກ່​ທ່ານ​ທ​ຣຳ ໃນ​ການຍົກ​ຍ້າຍ​ເງິນ​ ຈາກ​ບ່ອນ​ອື່ນໆ ໃນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ​ກາງ ມາ​ໃຊ້​ເພື່ອສ້າງ​ກຳ​ແພງ.

ຖ້າ​ປະ​ທາ​ນາ​ທິ​ບໍ​ດີ ປະ​ກາດ​ພາ​ວະ​ສຸກ​ເສີນ​ແທ້ ແນ່ນອນ​ພັກ​ເດ​ໂມ​ແຄ​ຣັດ​ແລະ​ກຸ່ມ​ອື່ນໆ ຈະ​ທຳ​ການ​ທ້າ​ທ​າຍ​ຕໍ່​ທ່ານ​ຢູ່​ໃນ​ສານ ອັນ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ຈະເຮັດ​ໃຫ້​ການ​ກໍ່​ສ້າງ​ທີ່​ແທ້​ຈິງ ຕ້ອງ​ໄດ້​ມີ​ການ​ຊັກ​ຊ້າ​ເປັນ​ເວ​ລາ​ຫຼາຍໆ​ປີ.

ຜູ້​ນຳ​ພັກ​ເດ​ໂມ​ແຄ​ຣັດ​ ໃນ​ສະ​ພາ​ຕ່ຳ ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ແລະ​ຜູ້​ນຳ​ສຽງ​ສ່ວນ​ນ້ອຍ​ໃນ​ສະ​ພາ​ສູງ ທ່ານ​ຈັກ ຊູ​ເມີ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ຮ່ວມ​ວ່າ “ການ​ປະ​ກາດ​ພາ​ວະ​ສຸກ​ເສີນ​ແຫ່ງຊາດ ຈະເປັນ​ການ​ກະ​ທຳ​ແບບ​ໄຮ້​ກົດ​ໝາຍ ຊຶ່ງ​ເປັນການ​ລ່ວງ​ລະ​ເມີດ ​ຕໍ່​ອຳ​ນາດປະ​ທາ​ນາ​ທິ​ບໍ​ດີ​ຢ່າງ​ຮ້າຍ​ແຮງ ​ແລະ​ເປັນ​ຄວາມ​ພະ​ຍາ​ຍາມ​ແບບ​ສິ້ນ​ຫວັງ ເພື່ອ​ຫັນ​ເຫ​ຄວາມ​ສົນ​ໃຈ ໄປ​ຈາກ​ຄວາມ​ຈິງ​ທີ່​ວ່າ ປະ​ທານາ​ທິ​ບໍ​ດີ​ທ​ຣຳ ໄດ້​ລະ​ເມີດ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ທ່ານທີ່​ຈະ​ໃຫ້​ເມັກ​ຊິ​ໂກ​ເປັນ​ຜູ້​ສ້າງ
ກຳ​ແພງ.”

ພວກ​ທ່ານ​ກ່າວ​ວ່າ ກຳ​ແພງ​ແມ່ນ​ບໍ່​ມີ​ປະ​ສິດ​ທິ​ຜົນ ​ໃນ​ການ​ຕໍ່​ຕ້ານ​ພວກ​ຄົນ​ເຂົ້າ​ເມືອງ​ແບບ​ຜິດ​ກົດ​ໝາຍ ແລະ​ກໍ​ລາ​ຄາ​ແພງ​ນຳ​ດ້ວຍ. ໂດຍ​ທົ່ວ​ໄປ​ແລ້ວສະ​ມາຊິກ​ພັກ​ເດ​ໂມ​ແຄ​ຣັດ​ຫຼາຍໆ​ຄົນ​ເວົ້າ​ວ່າ ບໍ່​ໄດ້​ມີ​ການ​ເຫດ​ການ​ສຸກ​ເສີນ​ໃດ​ໆ​ຢູ່​ໃນເຂດ​ຊາຍ​ແດນ ໂດຍ​ກ່າວ​ຫາ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ວ່າ ຜູ້​ເປັນ​ເລື້ອງນີ້​ຂຶ້ນ​ເອງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG