ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໑ ເມສາ ໒໐໒໓

ຍັງມີວຽກງານ ຫຼາຍຢ່າງ ທີ່ລັດຖະສະພາ ສຫລ ຈະຕ້ອງໄດ້ ພິຈາລະນາ ແຕ່ເວລາ ມີຈຳກັດ


ຮູບພາບ ຕຶກລັດຖະສະພາ ສະຫະລັດ ຫຼື U.S. Capitol ຢູ່ໃນນະຄອນຫຼວງວໍຊິງຕັນ ໃນຍາມກາງຄືນ, ວັນທີ 28 ມັງກອນ 2014.

ຫຼັງຈາກທີ່ໄດ້ກັບຄືນມາ ຈາກການຢຸດພັກເປັນເວລາ 4 ສັບປະດາແລ້ວ ລາຍການຕ່າງໆ
ທີ່ລັດຖະສະພາຈະຕ້ອງ​ໄດ້ເຮັດ ແມ່ນມີຫຼາຍຢ່າງ ແລະ ແຕ່ລະຢ່າງແມ່ນຫຍຸ້ງຍາກຢູ່
ແລ້ວ ມາບັດນີ້ກັບມີຫຼາຍຂຶ້ນກວ່າເກົ່າ ແລະ ຈະລຳບາກຂຶ້ນຕື່ມອີກ ໂດຍຈະມີເລື່ອງ
ກອງທຶນບັນເທົາທຸກ ພາຍຸເຮີຣິເຄນ ແລະ ການແກ້ໄຂສະຖານະພາບ ຂອງພວກຊາວ
ໜຸ່ມຄົນເຂົ້າເມືອງ ທີ່ບໍ່ມີເອກກະສານ ເກືອບ 800,000 ຄົນ ເພີ່ມເຂົ້າ​ໃສ່ ວາລະການ
ພິຈາລະນາກົດໝາຍ ທີ່ວຸ້ນວາຍ.

ພວກຜູ້ສະໜັບສະໜູນ ໂຄງການ​ເລື່ອນ​ເວລາ ​ໃນ​ການ​ເອົາ​ມາດ​ຕະການ ​ຕໍ່ພວກເດັກນ້ອຍ ທີ່ເດີນທາງເຂົ້າມາ ໃນ ສະຫະລັດ ຢ່າງຜິດກົດໝາຍ ຫຼື DACA ຮ້ອງຄຳຂວັນ ແລະ ຍົກປ້າຍປະທ້ວງ ໃນລະຫວ່າງການເຂົ້າຮ່ວມຊຸມນຸມ ວັນກຳມະກອນ ທີ່ນະຄອນ Los Angeles. 4 ກັນຍາ, 2017.
ພວກຜູ້ສະໜັບສະໜູນ ໂຄງການ​ເລື່ອນ​ເວລາ ​ໃນ​ການ​ເອົາ​ມາດ​ຕະການ ​ຕໍ່ພວກເດັກນ້ອຍ ທີ່ເດີນທາງເຂົ້າມາ ໃນ ສະຫະລັດ ຢ່າງຜິດກົດໝາຍ ຫຼື DACA ຮ້ອງຄຳຂວັນ ແລະ ຍົກປ້າຍປະທ້ວງ ໃນລະຫວ່າງການເຂົ້າຮ່ວມຊຸມນຸມ ວັນກຳມະກອນ ທີ່ນະຄອນ Los Angeles. 4 ກັນຍາ, 2017.

​ສະມາຊິກສະພາສູງ ສັງກັດພັກເດໂມແຄຣດ ທ່ານ Jack Reed ຈາກລັດ Rhode
Island ໄດ້ກ່າວຕໍ່ວີໂອເອ ໃນວັນອັງຄານວານນີ້ ວ່າ “ກຳນົດເວລາແມ່ນມີໜ້ອຍຫຼາຍ.”

ສ່ວນສະມາຊິກສະພາສູງສັງກັດພັກຣີພັບບລີກັນ ທ່ານນາງ Susan Collins ຈາກລັດ
Maine ຄາດຄະເນວ່າ “ພວກເຮົາຈະມີວຽກຫຼວງຫຼາຍ.”

ບັນດາສະມາຊິກສະພາ ໄດ້ພາກັນ​ເດີນທາງໄປຈາກວໍຊິງຕັນ ເກືອບນຶ່ງເດືອນແລ້ວ
ໂດຍຮູ້ດີວ່າ ພວກເພິ່ນຈະຕ້ອງໄດ້​ເພີ່ມ​ເພດານ​ການ​ເປັນໜີ້ສິນຂຶ້ນຕື່ມ ແລະ ພິຈາລະນາ
ກອງທຶນສຳລັບລັດຖະບານກາງ ພາຍໃນສອງສາມອາທິດ ຫຼັງຈາກທີ່ພວກເພິ່ນໄດ້ກັບ
ຄືນມາເຮັດວຽກ. ດຽວນີ້ ພວກເພິ່ນ ມີວຽກງານຕື່ມອີກຫຼາຍຢ່າງເຊັ່ນ ຮັບຮອງ​ເອົາກອງ
ທຶນສຸກເສີນ ​ເພື່ອ​ຊ່ວຍ​ເຫຼືອບັນດາຜູ້ເຄາະຮ້າຍຈາກພາຍຸເຮີຣິເຄນ Harvey ແລະ ໃຫ້
ຄຳຕອບຕໍ່ການຕັດສິນໃຈຂອງປະ ທານາທິບໍດີ ດໍໂນລ ທຣຳ ທີ່ຈະຍຸຕິການປົກປ້ອງ
ສະຖານະພາບຂອງພວກຄົນເຂົ້າເມືອງທີ່ບໍ່ມີເອກກະສານ ຜູ້ທີ່ໄດ້ຖືກນຳເຂົ້າມາໃນ
ອາເມຣິກາ ເມື່ອຕອນທີ່​ຍັງເປັນເດັກນ້ອຍຢູ່ນັ້ນ.

ທ້າວ Paul Hancock ເປັນອາສາສະໝັກ ຂົນເຕົາອົບ ທີ່ໄດ້ຮັບຄວາມເສຍຫາຍ ໂດຍນ້ຳຖ້ວມ ໄປຖິ້ມຢູ່ກອງຂີ້ເຫຍື້ອ ຫລັງຈາກທີ່ໄດ້ຮັບຜົນກະທົບ ຈາກເຮີຣິເຄນ Harvey ໃນວັນອາທິດ 3 ກັນຍາ 2017, ຢູ່ທີ່ເມືອງ Spring, ລັດ Texas.
ທ້າວ Paul Hancock ເປັນອາສາສະໝັກ ຂົນເຕົາອົບ ທີ່ໄດ້ຮັບຄວາມເສຍຫາຍ ໂດຍນ້ຳຖ້ວມ ໄປຖິ້ມຢູ່ກອງຂີ້ເຫຍື້ອ ຫລັງຈາກທີ່ໄດ້ຮັບຜົນກະທົບ ຈາກເຮີຣິເຄນ Harvey ໃນວັນອາທິດ 3 ກັນຍາ 2017, ຢູ່ທີ່ເມືອງ Spring, ລັດ Texas.

ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ຈາກລັດ Wyoming ທ່ານ John
Barrasso ໄດ້ກ່າວວ່າ “ມັນມີບູລິມະສິດຫຼາຍຢ່າງ ແລະ ພວກເຮົາຈະເພັ່ງເລັງໃສ່
ພວກນັ້ນ ພາຍໃນເດືອນໜ້າ. ພວກເຮົາຈະຕ້ອງ​ໄດ້​ເພີ່ມ​ເພດານ​ການ​ເປັນໜີ້ສິນຂຶ້ນ
ໃນເວລາດຽວກັນ ກໍຮັບມືກັບ ໄພພິບັດຢູ່ໃນລັດ Texas ແລະ ສິ່ງທີ່ເຫັນວ່າ ຈະເຂົ້າ
ມາສູ່ລັດ Florida ຄື ພາຍຸເຮີຣິເຄນ Irma ນັ້ນ. ພວກເຮົາຈະຕ້ອງຮັບຮອງ​ເອົາ ກອງ
ທຶນຂອງລັດຖະບານ. ພວກເຮົາຈະເຮັດທຸກສິ່ງທຸກຢ່າງ ໃຫ້ມັນແລ້ວ ແຕ່ມັນກໍຈະຕ້ອງ
ໃຊ້ ຄວາມພະຍາຍາມຫຼາຍ.”

ໃນວັນອັງຄານວານນີ້ ລັດຖະບານທ່ານທຣຳ ໄດ້ໃຫ້​ເວລາ​ແກ່ລັດຖະສະພາ 6 ເດືອນ
ເພື່ອຈະຮັບຜ່ານຮ່າງກົດໝາຍທີ່ກ່ຽວຂ້ອງກັບອັນທີ່ເອີ້ນວ່າ Dreamers ກໍຄືພວກຄົນ
ເຂົ້າເມືອງໜຸ່ມນ້ອຍ ທີ່ໄດ້ຮັບການປົກປ້ອງຈາກການຖືກເນລະເທດ ພາຍໃຕ້ດຳລັດ
​ຂອງ​ຝ່າຍບໍລິຫານ ທີ່ໄດ້ແຈ້ງອອກ ໂດຍອະດີດປະທານາທິບໍດີ ບາຣັກ ໂອບາມາ.
ແຕ່ບັນດາສະມາຊິກສະພາ ຫຼາຍທ່ານ ຢາກ​ໃຫ້ແກ້ໄຂ ໄວກວ່ານີ້ ໂດຍໃຫ້ຂໍ້ສັງເກດ
ວ່າ ຂໍ້ທ້າທາຍຫຼາຍຢ່າງ ອາດຈະມີຂຶ້ນໄດ້ ທຸກໆເມື່ອ ທີ່ລັດຖະສະພາ ຈະຕ້ອງເອົາໃຈໃສ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG