ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະສະພາ​ ສຫລ​ ໄດ້ຫຍັບ​ເຂົ້າໃກ້ ກັບການ​ຮັບ​ຮອງ​​ເອົາ ຮ່າງ​ກົດໝາຍ​​ສຳຄັນ ໃນ​ການ​ແຂ່ງຂັນ​ກັບ​ຈີນ


ແສງ​ພະ​ອາ​ທິດ​ສາດ​ຊ່ອງ​ໃສ່​ຈອມ​ຂອງ​ຫໍ Capitol ຊຶ່ງ​ເປັນ​ຕຶກ​ຫ້ອງ​ການ​ຂອງ​ລັດ​ຖະ​ສ​ະພາ​ສະ​ຫະ​ລັດໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 30 ກັນ​ຍາ, 2021
ແສງ​ພະ​ອາ​ທິດ​ສາດ​ຊ່ອງ​ໃສ່​ຈອມ​ຂອງ​ຫໍ Capitol ຊຶ່ງ​ເປັນ​ຕຶກ​ຫ້ອງ​ການ​ຂອງ​ລັດ​ຖະ​ສ​ະພາ​ສະ​ຫະ​ລັດໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 30 ກັນ​ຍາ, 2021

ລັດ​ຖະສະພາ​ສະຫະລັດ​ໃນ​ອາທິດ​ນີ້ ຫຍັບ​ເຂົ້າ​ອີກບາດກ້າວ​ນຶ່ງ​ ໃກ້ກັບ​ການ​ຮັບ​ຮອງເອົາຮ່າງ​ກົດໝາຍ​ທີ່​ສຳຄັນ​ກ່ຽວ​ກັບ​ການ​ແຂ່ງຂັນ​ກັບ​ຈີນ. ກົດ​ໝາຍ​ວ່າ​ດ້ວຍ​ການ​ແຂ່ງ​ຂັນ​ຂອງ​ອາ​ເມ​ຣິ​ກາໄດ້ຖືກ​ຮັບ​ຮອງ​ເອົາ​ຢູ່ສະ​ພາ​ສູງ​ສະ​ຫະ​ລັດແລ້ວໃນ​ວັນ​ຈັນ​ຜ່ານ​ມາ ດ້ວຍ​ຄະ​ແນນ​ສຽງ 68-28 ເຊິ່ງ​ເປັນ​ການ​ສ້າງ​ຂັ້ນ​ຕອນ​ໃຫ້​ແກ່​ນິ​ຕິ​ກຳ​ທີ່​ຈະເຮັດ​ໃຫ້ມັນ​ໄດ້​ຮັບ​ການ​ເຫັນ​ດີ​ໃນ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ເພື່ອ ຮັບ​ຮອງ​ເອົາ​ຂັ້ນ​ສຸດ​ທ້າຍ. ສະບັບ​ທີ່​ແຕກ​ຕ່າງ​ກັນ​ຢ່າງ​ຫຼວງ​ຫຼາຍ​ຂອງ​ນິ​ຕິ​ກຳນັ້ນ ​ໄດ້​ຮັບ​ຮອງ​ເອົາ​ຢູ່​ສະພາ​ຕ່ຳ​ສະຫະລັດ​ໃນ​ເດືອນ​ກຸມພາ​ຜ່ານ​ມາ​ດ້ວຍ​ຄະ​ແນນ​ສຽງ 222-210.

ທຳນຽບຂາວໄດ້ສະແດງຄວາມຍິນດີ ຕໍ່ຄວາມຄືບໜ້າຂອງ​ນິ​ຕິ​ກຳດັ່ງກ່າວ ຢູ່ໃນຖະແຫຼງການ ສະບັບນຶ່ງໃນຄືນວັນຈັນຜ່ານ​ມານີ້, ໂດຍກ່າວວ່າ “ມີການສະໜັບສະໜູນຈາກສອງພັກຢ່າງ ຈະແຈ້ງ ສຳລັບການລົງທຶນປະເພດຕ່າງໆ ທີ່ທ່ານປະ ທານາທິບໍດີ ໄດ້ຊະນະມາດົນນານແລ້ວ ເຊັ່ນ: ການຊຸກຍູ້ການຜະລິດພາຍໃນ ປະເທດ, ສະໜັບສະໜູນບັນດານັກປະດິດສ້າງຂອງ ພວກເຮົາ ແລະ ຊ່ວຍເຫຼືອ ເຂົາເຈົ້າເອົາແນວຄວາມຄິດຂອງຕົນ​ອອກຈາກຫ້ອງທົດລອງ ໄປ​ຫາໂຮງງານ, ຕະ​ຫລອດ​ທັງການແກ້ໄຂຂອດ​ຄ້າງ​ຄາຂອງລະບົບຕ່ອງໂສ້ການສະຫນອງສິນ​ຄ້າເຊັ່ນ semiconductor ທີ່​ເຮັດ​ໃຫ້ລາຄາເພີ້ມ​ຂຶ້ນຕໍ່ຄົນຊັ້ນກາງນັ້ນ."

ນິ​ຕິ​ກຳ​ທີ່​ມີ​ມູນ​ຄ່າ​ຫຼາຍ​ຕື້​ໂດ​ລາ​ ໄດ້​ແກ້​ໄຂ​ລະບົບ​ຕ່ອງ​ໂສ້​ການ​ສະໜອງສິນ​ຄ້າ​ແລະ​ການ​ຄົ້ນຄວ້າ​ຂອງ​ອາ​ເມ​ຣິກາ, ​ແລະ​ບັນຫາ​ການ​ພັດທະນາ​ເພື່ອ​ຫຼຸດ​ຜ່ອນ​ການ​ກາງ​ຕໍ່​ອາ​ໄສ​ສິນຄ້າທີ່​ຜະລິດ​ໂດຍ​ຈີນ​ໃຫ້​ໜ້ອຍ​ລົງໂດຍ​ການ​ສະ​ໜອງ​ເງິນ 52 ຕື້​ໂດ​ລາ ​ໃຫ້​ແກ່​ການ​ຜະລິດ​ semiconductors ຂອງ​ສະ​ຫະ​ລັດ, ​ແລະ 2 ຕື້​ໂດ​ລາ ​ເພື່ອ​ຜະລິດ​ເຄື່ອງ​ເອ​ເລັກ​ໂຕຣນິກ​ທີ່​ສຳຄັນ, ຊິ້ນ​ສ່ວນຂອງອຸ​ປະ​ກອນ​ໃຊ້​ໃນ​ວຽກ​ງານປ້ອງກັນຊາດ ແລະຂອງລົດຍົນ​.

ນິ​ຕິ​ກຳ​ດັ່ງກ່າວ​ຍັງ​ແກ້​ໄຂ​ບັນຫາ​ສິດທິ​ມະນຸດ ​ແລະປະຊາທິປະ​ໄຕ​ໂດຍ​ການ​ສະໜອງ​ທຶນຮອນ​ໃຫ້​ແກ່​ການ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ອາ​ເມ​ຣິ​ກາ ແລະ​ໄຕ້​ຫວັນ, ຮັບ​ຮູ້​ໄຕ້​ຫວັນ​ວ່າເປັນ​ສ່ວນ​ນຶ່ງ​ຂອງ​ຍຸດ​ທະ​ສາດ​ອິນ​ໂດ​-ປາຊີ​ຟິກຂອງ​ສະ​ຫະ​ລັດ, ​ແລະ​ຍຸຕິ​ການ​ຫ້າມ​ສະ​ແດງ​ທຸງ​ໄຕ້​ຫວັນ​ ໃນ​ລະຫວ່າງ​ການ​ຢ້ຽມຢາມ​ສະ ຫະລັດ​ຢ່າງ​ເປັນ​ທາງ​ການ.

ປະທານຄະນະກໍາມະການສືບລັບຂອງສະ​ພາ​ສູງ, ທ່ານ Mark Warner ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສືບ​ລັບຂອງ​ສະ​ພາ​ສູງກ່າວ​ຕໍ່​ນັກ​ຂ່າວ​ໃນຫໍ​ລັດ​ຖະ​ສະ​ພາ, ວັນ​ທີ 10 ມິ​ຖຸ​ນາ, 2021
ປະທານຄະນະກໍາມະການສືບລັບຂອງສະ​ພາ​ສູງ, ທ່ານ Mark Warner ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສືບ​ລັບຂອງ​ສະ​ພາ​ສູງກ່າວ​ຕໍ່​ນັກ​ຂ່າວ​ໃນຫໍ​ລັດ​ຖະ​ສະ​ພາ, ວັນ​ທີ 10 ມິ​ຖຸ​ນາ, 2021

ປະທານຄະນະກໍາມະການສືບລັບຂອງສະ​ພາ​ສູງ, ທ່ານ​ມາກ ວານ​ເນີ (Mark Warner) ໄດ້ຂຽນ​ລົງ​ໃນ​ທວີດ​ເຕີໃນ ວັນອັງຄານວານນີ້​ວ່າ "ການຮັບ​ຮອງເອົາ ກົດຫມາຍວ່າດ້ວຍການແຂ່ງຂັນຂອງອາ ເມຣິກາ ຈະຫມາຍເຖິງການເອົາ​ບາດ​ກ້າວຕົວຈິງເພື່ອແກ້ໄຂ ໄພເງິນເຟີ້ ໃນໄລ ຍະຍາວ ແລະການລົງທຶນທີ່​ຢູ່​ໃນເປົ້າ ຫມາຍໃນການຜະລິດຂອງອາເມຣິກາ. ຂ້າ​ພະ​ເຈົ້າໄດ້ເຮັດວຽກກ່ຽວກັບຮ່າງ​ກົດ​ໝາຍ ນີ້ຕັ້ງແຕ່ຕອນເລີ່ມຕົ້ນ, ແລະຂ້າ​ພະ​ເຈົ້າ ພ້ອມແລ້ວ ທີ່ຈະເຮັດໃຫ້ມັນສຳ​ເລັດ."

ຜູ້​ນຳ​ສຽງ​ສ່ວນ​ຫລາຍ​ຂອງ​ສະ​ພາ​ສູງ, ທ່ານຈ​ຊັກ ຊູມ​ເມີກ່າວ​ວ່າ ຂັ້ນ​ຕອນໃນ ການເຮັດ​ໃຫ້ສະ​ບັບ​ຂອງສະ​ພາ​ສູງ ແລະສະ​ບັບ​ຂອງສະ​ພາ​ຕ່ຳ​ໃຫ້​ເຂົ້າກັນ ຈະ​ເລີ່ມ​ຕົ້ນຂຶ້ນ​ ໃນ​ທ້າຍ​ອາ​ທິດ​ນີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG