ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະພາ​ ເອົາ​​ມາດ​ຕະການ ​ຍຸຕິ ການສັນຈອນ ທາງອາກາດ ທີ່ຊັກຊ້າ (ວີດີໂອ)


ສະພາ​ສະຫະລັດ ​ເສັດ​ສິ້ນ​​ການ​ເອົາ​ມາດ​ຕະການ​ ເພື່ອຍຸດຕິ​ການສັ່ງ​ພັກ​ການພະນັກ​ງານ ທີ່​ເຮັດ​ວຽກ​ຢູ່​ຫໍ​ຄວບຄຸມ​ການບິນ
ສະພາ​ສະຫະລັດ ​ເສັດ​ສິ້ນ​​ການ​ເອົາ​ມາດ​ຕະການ​ ເພື່ອຍຸດຕິ​ການສັ່ງ​ພັກ​ການພະນັກ​ງານ ທີ່​ເຮັດ​ວຽກ​ຢູ່​ຫໍ​ຄວບຄຸມ​ການບິນ
ສະພາ​ສະຫະລັດ ​ໄດ້​ສຳ​ເລັດ​ເສັດ​ສິ້ນ​ ​ການ​ເອົາ​ມາດ​ຕະການ​ທີ່​
ຈະ​ຫຼຸດຜ່ອນ ​ການສັ່ງ​ພັກ​ການພະນັກ​ງານ ທີ່​ເຮັດ​ວຽກ​ຢູ່​ຫໍ​ຄວບ
​ຄຸມ​ການບິນທີ່​ເປັນ​ຜົ​ນ​ເຮັດ​ໃຫ້ຖຽວບິນຫລາຍ​ພັນຖ້ຽວ​ ເກີດ​ລ້າ​
ຊ້າ ​ໃນ​ໄລຍະ​ບໍ່​ເທົ່າ​ໃດ​ວັນ​ທີ່​ຜ່ານ​ມາ​ນີ້.​

​ສະພາ​ຕໍ່າສະຫະລັດ ​ໄດ້​ລົງ​ຄະແນນ​ສຽງ​ຢ່າງ​ຖ້ວມລົ້ນ ​ໃນ​ວັນ​
ສຸກ​ວານ​ນີ້ ຮັບ​ຜ່ານກົດໝາຍ ອະນຸຍາດ​ໃຫ້ກະຊວງຂົນ​ສົ່ງສາ
ມາດ​ນຳ​ໃຊ້ງົບປະມານ​ໃຫ້​ເໝາະ​ກັບ​ສະຖານະ​ການ​ໄດ້​ຫລາຍ​
ຂື້ນ ເພື່ອໃຫ້​ກະຊວງ​ດັ່ງກ່າວ​ ຢຸດ​ເຊົາ​ການ​ສັ່ງ​ພັກ​ການ​ພະນັກ
ງານ​ຄວບ​ຄຸມ​ການບິນ 1,500 ຄົນ​ ໃນ​ແຕ່​ລະ​ວັນ. ​

ໃນ​ເວລາ​ທີ່​ມີພະນັກງານຄວບ​ຄຸມ​ການ​ບິນ​ໜ້ອຍ​ລົງ ທີ່​ເຮັດ​ວຽກ​ຢູ່​ຕາມຫໍ ຄວບ​ຄຸມ​ການບິນ
​ຕ່າງໆນັ້ນ ບັນດາ​ສາຍ​ການບິນ​ຕ້ອງ​ໄດ້​ພາກັນຍົກ​ເລີກຖ້ຽວ​ບິນ​ຫລາຍ​ຮ້ອຍ​ຖ້ຽວ ແລະຍິ່ງ​
ເຮັດ​ໃຫ້​ມີ​ການ​ຊັກ​ຊ້າຕື່ມ​ຂຶ້ນ ຢູ່​ໃນ​ທ້ອງຟ້າຄວາມແອ​ອັດ​ຢູ່​ແລ້ວນັ້ນ.

ການ​ເຄື່ອນ​ໄຫວ​ຂອງສະພາ​ຕໍ່າ ມີ​ຂຶ້ນຫຼັງຈາກການ​ລົງ​ຄະ​ແນນ​ສຽງ​ຂອງສະພາ​ສູງ ​ໃນ​ຕອນ​
ແລງ​ຂອງ​ວັນ​ພະຫັດຜ່ານ​ມາ ພໍດີ​ກ່ອນ​ໜ້າບັນດາ​ສະມາຊິກລັດຖະສະພາ ​ພາກັນ​ອອກ​ເດີນ
ທາງ​ຈາກນະຄອນຫລວງວໍ​ຊິງ​ຕັນ ​ໄປ​ພັກ​ຜ່ອນນຶ່ງ​ອາທິດ​.

ທໍານຽບຂາວກ່າວ​ວ່າ ປະທານາ ທິບໍດີ Barack Obama ຈະ​ເຊັນກົດໝາຍ​ໃ​ໝ່ສະບັບນີ້.
ຜູ້​ແທນ​ສະພາ​ສູງ ທ່ານ​ນາງ Susan Collins ກ່າວ​ວ່າ ການສັ່ງ​ພັກ​ການ​ພະນັກງານ​ຄວບ
ຄຸມການບິນ ​ໄດ້​ສ້າງ​ຄວາມ​ລໍາບາກ​ແກ່​ຜູ້​ເດີນທາງ​ທັງຫລາຍ.

ທ່ານ​ນາງ​ເວົ້າວ່າ “ທັງ​ໝົດ​ນີ້​ເປັນ​ການຕັດ​ງົບປະມານ​ແບບບໍ່​ມີ​ຄວາມ​ຮັບຜິດຊອບ ທີ່​ມີ​ຜົນ​
ກະ ທົບ​ຢ່າງ​ຮ້າຍ​ແຮງ ຕໍ່​ການ​ເດີນທາງ​ຂອງສາທາລະນະ​ຊົນ.”

ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຖືກ​ບັງ​ຄັບ ໃຫ້​ສັ່ງ​ພັກ​ການ​ພະນັກງານ​ຄວບ
ຄຸມ​ການບິນ 10 ​ເປີ​ເຊັນ​ ​ໃນ​ແຕ່ລະ​ມື້ ​ເພື່ອໃຫ້​ເປັນໄປ​ຕາມ​ແຜນການ​ບັງຄັບທີ່​ໄດ້​ເລີ້ມ​ມີ​ຜົນ
ບັງຄັບ​ໃຊ້ ໃນ​ວັນ​ທີ 1 ​ເດືອນມີນາ ​ໂດຍ​ແນ່ໃສ່ເພື່ອ​ຄວບ​ຄຸມການ​ຂາດ​ດຸນງົບປະມານ​ຂອງ
ລັດຖະບານທີ່ຮ້າຍ​ແຮງ​ນັ້ນ.

XS
SM
MD
LG