ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ມອບການຊ່ອຍເຫຼືອຊຸດໃໝ່ ມູນຄ່າ 200 ລ້ານໂດລາ ໃຫ້ແກ່ຢູເຄຣນ


ທ່ານລັດຖະມົນຕີການຕ່າງປະເທດ ສະຫະລັດ ບລິງເກັນ, ເຫັນຢູ່ໃນພາບນີ້ ເມື່ອວັນທີ 10 ສິງຫາ 2023, ກ່າວວ່າ ການຊ່ອຍເຫຼືອ ປະກອບດ້ວຍ ລູກກະສຸນດ້ານການປ້ອງກັນ, ລູກກະສຸນສຳລັບປືນໃຫຍ່, ອາວຸດຕໍ່ຕ້ານລົດຖັງແລະລົດຫຸ້ມເກາະ ແລະ ອຸປະກອນເກັບກູ້ລະເບີດຝັງດິນຕື່ມອີກ.
ທ່ານລັດຖະມົນຕີການຕ່າງປະເທດ ສະຫະລັດ ບລິງເກັນ, ເຫັນຢູ່ໃນພາບນີ້ ເມື່ອວັນທີ 10 ສິງຫາ 2023, ກ່າວວ່າ ການຊ່ອຍເຫຼືອ ປະກອບດ້ວຍ ລູກກະສຸນດ້ານການປ້ອງກັນ, ລູກກະສຸນສຳລັບປືນໃຫຍ່, ອາວຸດຕໍ່ຕ້ານລົດຖັງແລະລົດຫຸ້ມເກາະ ແລະ ອຸປະກອນເກັບກູ້ລະເບີດຝັງດິນຕື່ມອີກ.

ສະຫະລັດ ໄດ້ປະກາດໃນວັນຈັນວານນີ້ ກ່ຽວກັບຊຸດການຊ່ອຍເຫຼືອດ້ານຄວາມໝັ້ນຄົງຄັ້ງໃໝ່ ມູນຄ່າ 200 ລ້ານໂດລາ ໃຫ້ແກ່ ຢູເຄຣນ. ບັນດາເຈົ້າໜ້າທີ່ສະຫະລັດ ກ່າວວ່າ ມັນເປັນງວດທຳອິດຂອງຊຸດການຊ່ອຍເຫຼືອມູນຄ່າ 6 ພັນ 2 ຮ້ອຍລ້ານໂດລາ ທີ່ໃນເມື່ອກ່ອນໄດ້ຮັບການອະນຸມັດ ພາຍໃຕ້ອຳນາດການລົດກຳລັງລົງຂອງປະທານາທິລບໍດີ ທີ່ຮັບປະກັນ ການນຳສົ່ງຍຸດໂທດປະກອນໃນຄັງອາວຸດຂອງທຳນຽບຫ້າແຈ ທີ່ມີຢູ່ແລ້ວນັ້ນ ໃຫ້ແກ່ຢູເຄຣນ ໄດ້ຢ່າງວ່ອງ ໄວ.

ການຊ່ອຍເຫຼືອດັ່ງກ່າວ ປະກອບດ້ວຍ ລູກກະສຸນຕ່າງໆສຳ​ລັບການປ້ອງກັນ, ລູກກະສຸນສຳລັບປືນໃຫຍ່, ອາວຸດຕໍ່ຕ້ານລົດຖັງຫຼືລົດຫຸ້ມເກາະ ແລະອຸປະກອນເກັບກູ້ລະເບີດຝັງດິນຕືຶ່ມອີກ ຊຶ່ງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ກ່າວໃນຖະແຫລງການສະບັບນຶ່ງ ຜູ້ທີ່ມີບົດບາດສຳຄັນໃນການປະສານງານຂອງການລົດກຳລັງລົງນັ້ນ.

ເຈົ້າໜ້າທີ່ສະຫະລັດສອງທ່ານ ໄດ້ກ່າວຕໍ່ອົງການຂ່າວຣອຍເຕີສ໌ ເມື່ອວັນຈັນແລ້ວນີ້ ວ່າ ລັດຖະບານສະຫະລັດ ຈະມອບເງິນຈຳນວນ 6 ພັນ 2 ຮ້ອຍລ້ານໂດລາໃຫ້ແກ່ຢູເຄຣນ ຫຼັງຈາກທີ່ໄດ້ພົບເຫັນຂໍ້ຜິດພາດທາງດ້ານບັນຊີ ຂອງທຳ ນຽບຫ້າແຈ ທີ່ໄດ້ປະເມີນການຊ່ອຍເຫຼືອ ເກີນຫຼາຍພັນລ້ານໂດລາ.

ໃນເດືອນພຶດສະພາ ທຳນຽບຫ້າແຈ ໄດ້ກ່າວວ່າ ຕົນໄດ້ປະເມີນມູນຄ່າຍຸດໂທປະກອນນຂອງສະຫະລັດ ຫຼາຍເກີນໄປ ທີ່ໄດ້ຖືກນຳສົ່ງໃຫ້ກີຢິບ ໂດຍໃສ່ “ມູນຄ່າສັບປ່ຽນ” ແທນທີ່ຈະເປັນ “ມູນຄ່າເສື່ອມເສຍ” ເພື່ອການຄິດໄລ່ມູນຄ່າລວມທັງໝົດຂອງລູກກະສຸນ, ພວກລູກສອນໄຟ ແລະອຸປະກອນອື່ນໆ ທີ່ຕົນໄດ້ສົ່ງໄປໃຫ້ຢູເຄຣນ. ການປະເມີນທີ່ຜິດພາດຂອງບັນຊີນັ້ນ ເປັນຜົນດີຕໍ່ ກີຢິບ ເພາະວ່າ ຍຸດໂທປະກອນສາມາດສົ່ງໃຫ້ໄດ້ຕື່ມອີກ.

ເວ​ລານີ້ ວໍຊິງຕັນ ພວມດຳເນີນງານກ່ຽວກັບການຂໍຮ້ອງງົບປະມານເພີ້ມເຕີມ ທີ່ຈະສືບຕໍ່ໃຫ້ການຊ່ອຍເຫຼືອແກ່ກີຢິບ ອີງຕາມການກ່າວຂອງເຈົ້າໜ້າທີ່ສະຫະລັດ.

ທ່ານບລິງເກັນ ໄດ້ກ່າວໃນຖະແຫລງການຂອງທ່ານ ວ່າ “ໃນແຕ່ລະມື້ ຣັດເຊຍ ກຳລັງເຂັ່ນຂ້າພົນລະເຮືອນຊາວຢູເຄຣນ ແລະທຳລາຍພື້ນຖານໂຄງລ່າງດ້ານສາທາລະນຸປະໂພກ ໃນຂະນະດຽວກັນ ຍັງໄດ້ໃຊ້ຄວາມອຶດຢາກເປັນອາວຸດ ແລະມີສ່ວນເຮັດໃຫ້ເກີດຄວາມບໍ່ໝັ້ນຄົງດ້ານອາຫານໃນທົ່ວໂລກ ໂດຍຜ່ານການທຳລາຍທ່າເຮືອຂອງພົນລະເຮືອນທັງຫຼາຍ ແລະພື້ນຖານໂຄງລ່າງດ້ານອາຫານປະເພດເມັດຂອງຢູເຄຣນ.”

ທ່ານກ່າວຕື່ມວ່າ “ຣັດເຊຍ ໄດ້ເລີ້ມຕົ້ນສົງຄາມນີ້ ແລະອາດຍຸຕິມັນ ໃນເວລາໃດກໍໄດ້ ໂດຍຖອນກອງກຳລັງຂອງຕົນ ອອກຈາກຢູເຄຣນ ແລະຢຸດເຊົາການໂຈມຕີທີ່ໂຫດຮ້າຍທາລຸນຂອງຕົນ. ຈົນກວ່າວ່າຕົນເຮັດອັນນັ້ນ ສະຫະລັດ ແລະບັນດາພັນທະມິດຂອງພວກເຮົາ ແລະຄູ່ພາຄີທັງຫຼາຍ ຈະຢືນຢູ່ຄຽງຂ້າງຮ່ວມກັບຢູເຄຣນ ດົນນານເທົ່າໃດທີ່ມັນຕ້ອງໃຊ້ເວລາ.”

ບັນດາເຈົ້າໜ້າທີ່ຂອງຢູເຄຣນ ໄດ້ກ່າວໃນວັນຈັນວານນີ້ ວ່າ ການໂຈມຕີທາງອາກາດຂອງຣັດເຊຍ ຕໍ່ເມືອງທ່າເຮືອ ໂອເດຊາ ທາງພາກໃຕ້ຂອງປະເທດ ເຮັດໃຫ້ຢ່າງໜ້ອຍສາມຄົນໄດ້ຮັບບາດເຈັບ.

The United States announced Monday a new security assistance package valued at $200 million for Ukraine. U.S. officials say it’s the first installment of a $6.2 billion aid package previously authorized under presidential drawdown authority guaranteeing the speedy delivery of existing Pentagon stockpiles to Ukraine.

The aid includes air defense munitions, artillery rounds, anti-armor capabilities, and additional mine-clearing equipment, said U.S. Secretary of State Antony Blinken, who plays a central role in coordinating drawdowns, said in a statement.

Two U.S. officials told the Reuters news agency last Monday that the U.S. government would commit the $6.2 billion in funds to Ukraine after discovering a Pentagon accounting error that had overvalued billions of dollars of aid.

In May, the Pentagon said it had mistakenly overvalued U.S. weaponry shipped to Kyiv by inputting “replacement value" instead of "depreciated value" to calculate the billions' worth of ammunition, missiles and other equipment it sent to Ukraine. The accounting error works to Kyiv's benefit because more equipment can be sent.

Washington is currently working on a supplemental budget request to continue aid to Kyiv, the U.S. officials said.

“Every day, Russia is killing Ukrainian civilians and destroying civil infrastructure, while also weaponizing hunger and contributing to global food insecurity through its destruction of Ukraine’s civilian ports and grain infrastructure,” Blinken said in his statement.

“Russia started this war and could end it at any time by withdrawing its forces from Ukraine and stopping its brutal attacks. Until it does, the United States and our allies and partners will stand united with Ukraine, for as long as it takes,” he added.

Ukrainian officials said Monday a Russian aerial attack on the southern port city of Odesa injured at least three people.

ເບິ່ງວີດີໂອ ກ່ຽວຂ້ອງກັບການໂຈມຕີທາງອາກາດ ລາຍງານໂດຍ ແຮເຕີ ເມີຣດັອກຄ໌ ຈາກໂອເດຊາ:

XS
SM
MD
LG