ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ບັນຊາການທະຫານສະຫະລັດ ໃນອັຟການິສຖານ ຕ້ອງການເສີມ ກຳລັງຫານທະຫານຂຶ້ນອີກ ຫລາຍພັນຄົນ


US Commander in Afghanistan: 'Few Thousand' More International Troops Needed
please wait

No media source currently available

0:00 0:01:39 0:00

ຜູ້​ບັນຊາ​ການ​ສູງ​ສຸດ​ສະຫະລັດ ຢູ່​ໃນ​ອັຟກາ​ນິສຖານ ກ່າວ​ວ່າ ທ່ານ​ຕ້ອງ ການກຳລັງ​ທະຫານ​ນາໆ​ຊາດ​ເພີ້​ມອີກ​ສອງ​ສາມ​ພັນ​ຄົນ​ ​ເພື່ອ​ທັບ​ມ້າງ​ອັນ​ທີ່​ທ່ານ​ຮ້ອງ​ວ່າ ສະພາບທີ່ບໍ່ໄປບໍ່ມາ ຂອງ​ສົງຄາມທີ່​ດຳ​ເນີນ​ມາ​ເປັນ​ເວລາ 15 ປີ ກັບ​ພວກ​ຫົວ​ຮຸນ​ແຮງ Taliban. ນັກ​ຂ່າວວີໂອ​ເອ Carla Babb ທີ່​ທຳນຽບຫ້າ​ແຈ ມີ​ລາຍ​ງານກ່ຽວ​ກັບ​ເລື້ອງນີ້ ​ຊຶ່ງກິ່ງ​ສະຫວັນ ຈະ​ນຳເອົາ​ລາຍ​ລະອຽດ ມາສະ​ເໜີ​ທ່ານ.

ມີກຳລັງ​ທະຫານ​ໜ້ອຍ​ກວ່າ 14 ພັນ​ຄົນ ໄດ້​ຖືກ​ປະ​ໄວ້​ໃຫ້ຢູ່​ພາຍ​ໃຕ້ກອງ ກຳລັງ​ນາ​ໆຊາດ​ ​ໂດຍການນຳພາ​ໂດຍຂອງ​ອາ​ເມຣິກັນທີ່​ໃຫ້ການ​ຊ່ວ​ຍ​ເຫລືອ​ຕໍ່ ທະຫານ​ອັຟກາ​ນິສຖານ ຊຶ່ງ​ເປັນ​ພາກສ່ວນ​ນຶ່ງຂອງ​ກອງກຳລັງ​ທີ່​ເຄີຍ​ມີທະຫານ ຫລາຍ​ກວ່າ 100,000 ຄົນ​ ໃນ​ປີ 2011.

​ແລະ​ຜູ້​ບັນຊາ​ການ​ທະຫານ​ສະຫະລັດ ກ່າວ​ຕໍ່​ຄະນະ​ກຳມະການກອງທັບ​ຂອງ ສະພາ​ສູງວ່າ ທ່ານ​ຕ້ອງການ​ກຳລັງ​ທະຫານ​ເພີ້​ມ​ຕື່ມ.

ນາຍ​ພົນ John Nicholson ຜູ້​ບັນຊາ​ການ​ກຳລັງ​ນາໆ​ຊາດໃນ​ອັຟກາ​ນິສຖານ ກ່າວ​ວ່າ “ພວກ​ເຮົາ​ຂາດ​ກຳລັງຢູ່ສອງ​ສາມ​ພັນ​ຄົນ”

ນາຍ​ພົນ Nicholson ​ໄດ້​ຊີ້ໃຫ້​ເຫັນ​ເຖິງ​ການ​ເສຍດິນ​ແດນ ​ແລະ​ໄດ້​ຮັບ​ບາດ​ເຈັບ​ໜັກ​ ໂດຍ​ທະຫານ​ອັຟກາ​ນິສຖານ.

ທ່ານ​ໄດ້​ກ່າວ​ເຖິງ​ຄວາມຈຳ​ເປັນ ທີ່​ຈະຊ່ວຍ​ເພີ້​ມກຳລັງ​ທາງອາກາດຂອງ​ອັຟກາ​ນິສຖານ ​ແລະ​ຊ່ວ​ຍເຫລືອ​ໃນດ້ານຊັບພະຍາກອນໃຫ້ແກ່ເຂົາ​ເຈົ້າ ​ເພື່ອ​ເພີ້ມກຳ ລັງ​ພິ​ເສດ​ອັຟກາ​ນິສຖານ ຂຶ້ນ​ເປັນເກືອບສອງ​ເທົ່າ ​ໃນ​ໄລຍະສີ່​ປີ​ຂ້າງ​ໜ້າ.

ນາຍ​ພົນ Nicholson ກ່າວ​ວ່າ “ຄວາມ​ສາມາດ​ ໃນການ​ບຸກ​ໂຈມ​ຕີ ແມ່ນ​ເປັນເຄື່ອງ​ທີ່​ຈະທັບ​ມ້າງ​ສະພາບບໍ່ໄປບໍ່ມາ ຢູ່​ໃ​ນອັຟກາ​ນິສຖານ. ຄວາມ​ສາມາດ​ໃນການ​ບຸກ​ໂຈມ
​ຕີທີ່​ສຳຄັນ
ຂອງກຳລັງ​ຮັກສາ​ຄວາມ​ປອດ​ໄພ ​ອັຟກາ​ນິສຖານນັ້ນ​ແມ່ນ​ກຳລັງ​ພິ​ເສດ​
ແລະ
ກອງທັບ​ອາກາດຂອງ​ເຂົາ​ເຈົ້າ.”

ນອກ​ນັ້ນ ນາຍ​ພົນ Nicholson ຍັງ​ກ່າວ​ວ່າ ການ​ສູ້​ລົບ​ເພື່ອ​ສັນຕິພາບຂອງອັຟ ກາ​ນິສຖານ ​ໄດ້​ເປັນ​ທີ່​ສັບສົນ ​ຍ້ອນຄວາມ​ພະຍ​າຍາມ ​ຂອງຣັດ​ເຊຍ ​ເພື່ອບ່ອນ​ທຳລາຍອົງການ NATO ​ແລະ​ບັນດາ​ຄູ່​ຮ່ວມ​ງານ​ຂອງ​ອັ​ຟກາ​ນິສຖານ.

ນາຍ​ພົນ Nicholson ກ່າວ​ວ່າ “ພວກຣັດເຊຍ ໄດ້ເລີ້ມ​ໂຄສະນາ​ຢ່າງ​ເປັນ​ການເປີດ​
ເຜີຍ​ເພື່ອຮັບຮູ້ພວກ Taliban ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ. ການ​ໂຄສະນາທີ່ເຂົາ
ເຈົ້າຊຸກ
ຍູ້​ນີ້ກໍຄື ພວກ Taliban ກຳລັງສູ້ລົບກັບກຸ່ມລັດອິສລາມທີ່ລັດຖະບານອັຟ
ການິສຖານ ບໍ່ໄດ້ສູ້ລົບກັບກຸ່ມລັດອິສລາມ ແລະເພາະສະນັ້ນອາດ​ຈະມີ​ການ​
ຫລັ່ງ​ໄລຂອງກຸ່ມ
ດັ່ງກ່າວເຂົ້າໄປໃນຂົງເຂດ. ນີ້ແມ່ນການ​ໂຄສະນາທີ່ຜິດ ພາດ.”

ກຳລັງທະຫານສະຫະລັດ ແລະອັຟການິສຖານ ໄດ້ຫລຸດ​ເຂດ​ຄວບ​ຄຸມ​ຂອງກຸ່ມລັດ
ອິສລາມລົງ ​ເຫລືອພຽງແຕ່ສາມຫລືສີ່​ເມືອງ ໃນແຂວງ Nangarhar ​ເທົ່ານັ້ນ. ”ແຕ່
ວ່າກຸ່ມ​ດັ່ງກ່າວ ຍັງພິສູດໃຫ້ເຫັນວ່າ ຕົນສາມາດທຳການໂຈມຕີທີ່ຮ້າຍ ແຮງ​ໄດ້
ຮວມທັງການວາງລະເບີດທີ່ໄດ້ສັງຫານປະມານ 20 ຄົນ ໃນນະຄອນ ຫລວງ
Kabul ໃນຕົ້ນອາທິດ​ແລ້ວນີ້.

XS
SM
MD
LG