ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະສະມາຊິກ ສະພາສູງສະຫະລັດ ຢ້ຽມຢາມຈີນ


ທ່ານ Harry Reid ຜູ້ນໍາສຽງຂ້າງຫລາຍໃນສະພາສູງສະຫະລັດ ທີ່ເປັນຜູ້ນໍາພາຄະນະສະມາຊິກສະພາສູງສະຫະລັດຈຸນຶ່ງໄປຢ້ຽມຢາມ
ຈີນ.
ທ່ານ Harry Reid ຜູ້ນໍາສຽງຂ້າງຫລາຍໃນສະພາສູງສະຫະລັດ ທີ່ເປັນຜູ້ນໍາພາຄະນະສະມາຊິກສະພາສູງສະຫະລັດຈຸນຶ່ງໄປຢ້ຽມຢາມ ຈີນ.



















ທ່ານ Harry Reid ຜູ້​ນໍາ​ສຽງ​ຂ້າງ​ຫລາຍ​ໃນ​ສະພາ​ສູງ​ສະຫະລັດແລະ​ເພື່ອນ​ສະມາຊິກ​ສະ
ພາ​ສູງ​ອີກ 9 ທ່ານ​ມີ​ໝາຍ​ກໍານົດ​ທີ່​ຈະ​ທໍາ​ການ​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ຈີນ​
ໃນ​ວັນ​ພຸດ​ມື້​ນີ້​ໃນ​ລະຫວ່າງ​ການ​ປະກອບ​ພາລະ​ກິດ​ທາງ​ດ້ານ​ເສດຖະກິດ​ແລະ​ການ​ທູດ​ເປັນ
ເວລາ 1 ສັບປະດາ​ເຕັມ.

ຕາມ​ລາຍ​ງານ​ຂອງ​ອົງການ​ຂ່າວ AP ນັ້ນ ທ່ານ Harry Reid ພ້ອມ​ດ້ວຍ​ຄະນະ​ຂອງ​ທ່ານ
ຈະ​ທໍາ​ການ​ພົບ​ປະ​ຫາລື​ກັນ​ໃນ​ກຸງ​ປັກ​ກິ​ງກ່ຽວ​ກັບ​ເລື້ອງ​ການ​ຄ້າ​ແລະ​ການ​ເງິນ​ກັບ​ທ່ານWang
Qishan ຮອງ​ນາຍົກລັດຖະມົນຕີ​ແລະ​ທ່ານ Zhou Xiaochun ຫົວໜ້າ​ທະນາຄານແຫ່ງ
ຊາດ​ຈີນ ຫລັງ​ຈາກ​ທໍາ​ການ​ພົບ​ປະ​ກັບ​ທ່ານ Xi Jinping ຮອງ​ປະທານ​ປະ​ເທດຈີນ ຊຶ່ງ​ມີ
ການ​ເຊື່ອກັນ​ຢ່າງ​ແຜ່​ຫລາຍ​ວ່າ ຜູ້ກ່ຽວ​ຈະ​ເປັນ​ຜູ້​ນໍາຄົນ​ຕໍ່​ໄປ​ຂອງ​ຈີນ ​ແລະ​ ທ່ານ Wu
Bangguo ຫົວໜ້າ​ສະພານິຕິບັນຍັດ​ຂອງ​ຈີນ​ນັ້ນ.

ຫ້ອງການ​ຂອງ​ທ່ານ Harry Reid ກ່າວ​ວ່າ ພວກ​ສະມາຊິກ​ສະພາ​ສູງ​ດັ່ງກ່າວ​ຈະ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ແລະ​ສິດທິ​ມະນຸດ​ເຊ່ນ​ກັນ​ກັບ​ພວກ​ເຈົ້າໜ້າທີ່​ຈີນ.

ຄະນະ​ຜູ້​ແທນ​ສະຫະລັດ​ຈະ​ເດີນທາງ​ໄປ​ຍັງເມືອງ Chengdu ​ແລະ​ເມືອງ Xi’an ​ເພື່​ອ​ໄປ​ສັງ​ເກດ​ເບິ່ງ​ໂຄງການ​ພະລັງງານ​ທີ່​ສະອາດໃນ​ຫົວເມືອງທັງສອງນັ້ນ.

XS
SM
MD
LG