ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ໃນຄັ້ງນີ້ ບັນດາຜູ້ບໍລິໂພກ ສຫລ ຈະປະເຊີນ ກັບລາຄາ ທີ່ສູງຂຶ້ນ ຍ້ອນການຂຶ້ນພາສີ ຂອງ ທ່ານທຣຳ


ລູກຄ້າຂອງຮ້ານຊັບພະສິນຄ້າ Walmart,ແລະບັນດາທຸລະກິດທີ່ສຳຄັນ ຂອງສະຫະລັດ ຊຶ່ງໄດ້ເຕືອນ ວ່າ ລາຄາສຳລັບພວກລູກຄ້າ ຈະສູງຂຶ້ນຍ້ອນການຂຶ້ນພາສີ ຕໍ່ສິນຄ້ານຳເຂົ້າຂອງຈີນ.
ລູກຄ້າຂອງຮ້ານຊັບພະສິນຄ້າ Walmart,ແລະບັນດາທຸລະກິດທີ່ສຳຄັນ ຂອງສະຫະລັດ ຊຶ່ງໄດ້ເຕືອນ ວ່າ ລາຄາສຳລັບພວກລູກຄ້າ ຈະສູງຂຶ້ນຍ້ອນການຂຶ້ນພາສີ ຕໍ່ສິນຄ້ານຳເຂົ້າຂອງຈີນ.

ສົງຄາມການຄ້າ ຂອງປະທານາທິບໍດີ ດໍໂນລ ທຣຳ ກັບຈີນ ຈົນເຖິງດຽວນີ້ ໂດຍສ່ວນ
ໃຫຍ່ ເປັນເລື້ອງທີ່ບໍ່ມີຕົວບໍ່ມີຕົນ ສຳລັບພວກຜູ້ບໍລິໂພກຊາວອາເມຣິກັນ ຫາກແຕ່ມັນ
ກຳລັງຈະມີຜົນກະທົບ ຢູ່ໃນສະຫະລັດ.

ເລີ້ມຕົ້ນແຕ່ວັນອາທິດນີ້ ເປັນຕົ້ນໄປ ລັດຖະບານສະຫະລັດ ຈະເລີ້ມເກັບພາສີ 15
ເປີເຊັນ ຕໍ່ສິນຄ້ານຳເຂົ້າຂອງຈີນ ມູນຄ່າ 112 ຕື້ໂດລາ ສິ່ງຕ່າງໆຫຼາຍຊະນິດ ຈາກ
ໂມງສະຫຼາດ ແລະໂທລະພາບ ຫາ ເກີບ ຜ້າອ້ອມໄດເປີ້ ເຄື່ອງກິລາຕ່າງໆ ຈົນຮອດ
ຊີ້ນ ແລະຜະລິດຕະພັນນົມຕ່າງໆເປັນຕົ້ນ. ເປັນຄັ້ງທຳອິນ ນັບຕັ້ງແຕ່ ທ່ານທຣຳ ໄດ້
ເລີ້ມຕົ້ນສົງຄາມການຄ້າ ຄົວເຮືອນຂອງຊາວອາເມຣິກັນທັງຫຼາຍ ຈະປະເຊີນກັບລາ
ຄາທີ່ສູງຂຶ້ນ ຍ້ອນວ່າ ບໍລິສັດຂອງສະຫະລັດ ຫຼາຍໆແຫ່ງກ່າວວ່າ ພວກເຂົາເຈົ້າ
ຈະຖືກກົດດັນໃຫ້ສົ່ງຕໍ່ຄ່າໃຊ້ຈ່າຍໃນການນຳເຂົ້າສິນຄ້າຕ່າງໆຂອງຈີນທີ່ສູງຂຶ້ນນັ້ນ
ແກ່ພວກລູກຄ້າທັງຫຼາຍ.

ເປັນເວລາຫຼາຍກວ່ານຶ່ງປີມາແລ້ວ ທີ່ສອງເສດຖະກິດໃຫຍ່ທີ່ສຸດຂອງໂລກ ໄດ້ປະເສີນ
ກັນ ໃນການເດີມພັນສູງ ທີ່ທະວີຂຶ້ນເລື້ອຍໆ ໂດຍທີ່ທ່ານທຣຳ ຂຶ້ນພາສີຕໍ່ສິນຄ້ານຳ
ເຂົ້າຂອງຈີນ ແລະປັກກິ່ງ ກໍໄດ້ຕອບໂຕ້ຄືນ ດ້ວຍການຂຶ້ນພາສີຕໍ່ສິນຄ້າສະຫະລັດ
ເຊັ່ນກັນ.

ທັງສອງຝ່າຍ ກໍໄດ້ທຳການເຈລະຈາກັນມາເປັນໄລຍະໆ ທີ່ເຫັນໄດ້ວ່າ ບໍ່ຄ່ອຍຄືບໜ້າ
ເລີຍ ເຖິງແມ່ນຈະມີຄວາມຫວັງຢູ່ພຽງເຫຼັກນ້ອຍ ທີ່ອາດຈະມີການຕົກລົງກັນໄດ້ ກໍຕາມ.
ໃນຕະຫຼອດເວລາ ພວກເຂົາເຈົ້າ ໄດ້ວາງມາດຕະການຂຶ້ນພາສີ ມູນຄ່າຫຼາຍຕື້ໂດລາ
ຕໍ່ສິນຄ້າຕ່າງຂອງກັນແລະກັນ ອັນເປັນບັນຫາທີ່ບັນດານັກວິເຄາະ ກ່າວວ່າ ເປັນຍຸດທະ
ວິທີບໍ່ເທົ່າທຽມກັນ ຂອງປັກກິ່ງ ໃນການເຮັດໃຫ້ຕົນກາຍເປັນມະຫາອຳນາດ ໃນດ້ານ
ເທັກໂນໂລຈີ.

ພວກຜູ້ບໍລິໂພກຊາວເອເມຣິກັນ ມາຈົນເຖິງເວລານີ້ ກໍບໍ່ໄດ້ຮັບຜົນກະທົບພໍປານໃດເທື່ອ:
ລັດຖະບານທ່ານທຣຳ ໄດ້ປະເຄື່ອງໃຊ້ພາຍໃນເຮືອນແຕ່ລະວັນສ່ວນໃຫຍ່ ໄວ້ຄືເກົ່າ
ອອກຈາກບັນຊີ ການຂຶ້ນພາສີຂອງຕົນ (ຊຶ່ງມີມູນຄ່າ 250 ຕື້ໂດລາ ຕໍ່ສິນຄ້າຂອງຈີນ)
ແລະໄດ້ແນເປົ້າໝາຍໃສ່ເຄື່ອງອຸດສາຫະກຳ ແທນ.

ອັນນັ້ນ ໃກ້ຈະມີການປ່ຽນແປງ. ໃນເວລາທີ່ ການຂຶ້ນພາສີໃໝ່ຂອງທ່ານທຣຳ ເລີ້ມບັງ
ຄັບໃຊ້ ໃນເວລາ 12 ໂມງ 1 ນີທີຕອນເຊົ້າວັນອາທິດມື້ນີ້ ເປັນ 69 ເປີເຊັນ ຂອງສິນຄ້າ
ອຸປະໂພກ ທີ່ຊາວອາເມຣິກັນຊື້ ຈາກຈີນ ຈະປະເຊີນກັບພາສີນຳເຂົ້າຂ້ອງທ່ານທຣຳ ທີ່
ສູງຂຶ້ນ ຈາກ 29 ເປີເຊັນໃນປັດຈຸບັນນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

President Donald Trump's trade war with China, until now mainly an abstraction for American consumers, is about to hit home.

Beginning Sunday, the U.S. government will begin collecting 15% tariffs on $112 billion in Chinese imports — items ranging from smartwatches and TVs to shoes, diapers, sporting goods, and meat and dairy products. For the first time since Trump launched his trade war, American households face price increases because many U.S. companies say they'll be forced to pass on to customers the higher prices they'll pay on Chinese imports.

For more than a year, the world's two largest economies have been locked in a high-stakes duel marked by Trump's escalating import taxes on Chinese goods and Beijing's retaliatory tariffs.

The two sides have held periodic talks that seem to have made little progress despite glimmers of potential breakthroughs. All the while, they've imposed tariffs on billions of dollars’ worth of each other's products in a rift over what analysts say is Beijing's predatory tactics in its drive to become the supreme high-tech superpower.

American consumers have so far been spared the worst of it: The Trump administration had left most everyday household items off its tariff list (valued at $250 billion in Chinese products so far) and instead targeted industrial goods.

FILE - President Donald Trump meets with Chinese President Xi Jinping on the sidelines of the G-20 summit in Osaka, Japan, June 29, 2019. China will raise tariffs on $75 billion of U.S. products in retaliation for Trump's Sept. 1 duty increase.

That's about to change. When Trump's new tariffs kick in at 12:01 a.m. Sunday, 69% of the consumer goods Americans buy from China will face his import taxes, up from 29% now.

XS
SM
MD
LG