ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທຳນຽບຂາວ ປະກາດ ຍຸກໃໝ່ ໃນນະໂຍບາຍ ຕໍ່ເກົາຫຼີເໜືອ


White House Declares 'New Era' in NKorea Policy, But Details Unclear
please wait

No media source currently available

0:00 0:02:18 0:00

ຍ້ອນ​ຄວາມ​ເປັນຫ່ວງທີ່ມີເພີ່ມຂຶ້ນເລື້ອຍໆ ກ່ຽວກັບໂຄງການອາວຸດນິວເຄລຍແລະລູກ
ສອນໄຟຂີປະນາວຸດທີ່ກ້າວເດີນໄປຢ່າງວ່ອງໄວຂອງເກົາຫຼີເໜືອນັ້ນ ພວກເຈົ້າໜ້າທີ່
ທຳນຽບຂາວຈຶ່ງພາກັນສະແດງຮ່ອງຮອຍອັນເປັນຮຸກຮານຕໍ່ນະຄອນຫຼວງພຽງຢາງ
ອອກມາໃຫ້ເຫັນ. ແຕ່ທ່າທີດັ່ງກ່າວ ບໍ່ເປັນທີ່ຈະແຈ້ງ ວ່າມັນມີຄວາມໝາຍແນວໃດ
ດັ່ງວັນນະ​ສອນ​ ຈະ​ນຳ​ລາຍ​ລະອຽດ ຈາກລາຍງານຂອງ ນັກ​ຂ່າວ​ VOA - Bill Gallo
ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ພ້ອມໆກັບການສະ​ແດງແສນຍານຸພາບທີ່​ຊາຍ​ແດນ​ກັບ​ເກົາຫຼີ​ເໜືອໂດຍມີທະຫານເກົາຫຼີ​ເໜືອຢູ່ຫ່າງ ພຽງ​ບໍ່​ເທົ່າໃດ​ແມັດນັ້ນ ຮອງ​ປະທານາທິບໍດີ​ສະຫະລັດ ທ່ານ Mike Pence ​ກໍປາກົດໂຕ ກ່າວເຕືອນ​ເກົາຫຼີ​ເໜືອວ່າ...ນະ​ໂຍບາຍ​ຂອງ ສະຫະລັດ ພວມ​ປ່ຽນ​ແປງ. ທ່ານກ່າວ່າ: “​ຍຸກສະໄໝ ແຫ່ງຍຸດທະສາດການອົດທົນ​ໄດ້ສິ້ນ​ສຸດ​ລົງ​ແລ້ວ.”

ເຊີນຊົມ: ເກົາຫຼີເໜືອ ສະແດງປະຕິກິລິຍາຕອບ ຕໍ່ຄວາມແຂງແກ່ນຂອງທ່ານ Trump

North Korea Preparing for 'Any Mode of War' With US
please wait

No media source currently available

0:00 0:02:05 0:00

ນັ້ນ​ແມ່ນຄຳ​ເວົ້າທີ່​ສັ້ນ ​ແຕ່​ມີ​ຄວາມ​ໝາຍ​ຍິ່ງ​ໃຫຍ່ ທີ່​ວ່າ ສະ​ຫະລັດ ຈະ​ບໍ່ຄອງ​ຄອຍ​ຕໍ່​ໄປ ​
ໃນ​ຂະນະ​ທີ່​ຜູ້ນຳເກົາຫຼີ​ເໜືອ ທ່ານ Kim Jong Un ຂະຫຍາຍໂຄງການນິວເຄລຍ
ແລະລູກສອນໄຟຂອງເຂົາ ດັ່ງ​ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ ​ຢູ່ໃນການ​ສວນສະໜາມທາງ​
ທະຫານເມື່ອ​ໄວໆ​ມາ​ນີ້.

​ແຕ່​ ບາດກ້າວ​ຕໍ່​ໄປ​ຂອງ​ປະທານາທິບໍດີ​ສະຫະລັດ ທ່ານ Donald Trump ນັ້ນ​ບໍ່ເປັນທີ່
ແຈ້ງຂາວ. ທ່ານ Trump ໄດ້ແນະແນວວ່າ ສະຫະລັດ ອາດຈະເອົາບາດກ້າວໂດຍລຳພັງ ຕ້ານເກົາຫຼີເໜືອ.

ໃນການສະໜັບສະໜຸນການຂົ່ມຂູ່ດັ່ງກ່າວນັ້ນ ຝຸງກຳປັ່ນບັນທຸກເຮືອບິນລົບສະຫະລັດ ພວມມຸ່ງໜ້າໄປຍັງແຫຼມເກົາຫຼີ.

ນອກຈາກນັ້ນແລ້ວ ທ່ານ Trump ຍັງໄດ້ພະຍາຍາມຊັກຊວນໃຫ້ປະທານປະເທດຈີນ
ທ່ານ Xi Jinping ໃຫ້ກົດດັນທາງການເສດຖະກິດ ໃສ່ຄູ່ພາຄີເກົາຫຼີເໜືອຂອງຕົນນຳ.

ແຕ່ວ່າ ບາດກ້າວຕ່າງໆຂອງຍຸດທະສາດທັງຫຼາຍນີ້ ໄດ້ຖືກນຳໃຊ້ມາແລ້ວໃນລັດຖະບານ
ຊຸດກ່ອນ ຊຶ່ງພາໃຫ້ມີຄຳຖາມຂຶ້ນມາວ່າ ຈະປ່ຽນແປງໄປແນວໃດແດ່ ພາຍໃຕ້ລັດຖະບານ
ຂອງທ່ານ Trump?

ໂຄສົກທຳນຽບຂາວ ທ່ານ Sean Spicer ຮັບຕອບຄຳຖາມ ຈາກພວກນັກຂ່າວ ໃນກອງປະຊຸມຖະແຫຼງຂ່າວ ທີ່ທຳນຽບຂາວ ວໍຊີງຕັນ, 17 ເມສາ, 2017.
ໂຄສົກທຳນຽບຂາວ ທ່ານ Sean Spicer ຮັບຕອບຄຳຖາມ ຈາກພວກນັກຂ່າວ ໃນກອງປະຊຸມຖະແຫຼງຂ່າວ ທີ່ທຳນຽບຂາວ ວໍຊີງຕັນ, 17 ເມສາ, 2017.

ທ່ານ Chris Hill ອະດີດເອກອັກຄະລັດຖະທູດສະຫະລັດ ປະຈຳເກົາຫຼີໃຕ້ ທັງເປັນ
ນັກເຈລະຈາຊັ້ນນຳ ໃນການເຈລະຈາກ່ຽວກັບໂຄງການນິວຂອງເກົາຫຼີເໜືອ ກ່າວວ່າ ມັນບໍ່ມີຄຳຕອບແບບພິດສະດານໃດໆ.

ອະດີດເອກອັກຄະລັດຖະທູດສະຫະລັດ Chris Hill ຈາກມະຫາວິທະຍາໄລ Denver
ກ່າວວ່າ “ມັນມີຫຼາຍສິ່ງຫຼາຍຢ່າງ ທີ່ຄົນໆນຶ່ງຈະສາມາດເຮັດໄດ້. ສະນັ້ນທາງດ້ານ
ການທູດແລ້ວ ຂ້າພະເຈົ້າຈະບໍ່ຄາດຫວັງວ່າ ຈະມີຜູ້ໃດດຶງເອົາກະຕ່າຍອອກມາ
ຈາກໝວກ ແບບທີ່ບໍ່ມີໃຜຄາດຄິດກັນນັ້ນ.”

ທ່ານ Hill ຜູ້ຊຶ່ງໄດ້ໂອ້ລົມຜ່ານທາງ skype ກໍຍັງມີຄຳຖາມກ່ຽວກັບຍຸດທະສາດຂອງ
ທ່ານ Trump ທີ່ບໍ່ເອົາແນ່ໄດ້ນີ້ເຊັ່ນກັນ.

ທັງນີ້ໝາຍເຖິງການຢືນຢັດຂອງທ່ານ Trump ທີ່ທ່ານຈະບໍ່ສົ່ງສານໃດໆ ໃນການເອົາ ບາດກ້າວຕໍ່ໄປຂອງທ່ານ ແລະວ່າ ທາງເລືອກອື່ນໆທັງຫຼາຍນັ້ນແມ່ນເປີດກວ້າງໄວ້.

ເຊີນຊົມ: ທ່ານ Pence ກ່າວວ່າ “​ຍຸກສະໄໝ ແຫ່ງຍຸດທະສາດການອົດທົນ​ໄດ້ສິ້ນ​ສຸດ
​ລົງ​ແລ້ວ.”

Pence: The Era of Strategic Patience is Over
please wait

No media source currently available

0:00 0:00:42 0:00

ທ່ານ Hill ກ່າວວ່າ “ການຄາດຄະເນລ່ວງໜ້າບໍ່ໄດ້ ຖືວ່າເປັນການດີ ຖ້າຫາກທ່ານຫຼິ້ນ
ກິລາ football ຫຼືບານບ້ວງ ເພາະອີກຝ່າຍນຶ່ງບໍ່ຮູ້ວ່າ ເຈົ້າຈະຫຼິ້ນແບບໃດເພື່ອໃຫ້ໄດ້
ຄະແນນແຕ່ວ່າ ມັນຈະສ້າງບັນຫາຫຼາຍ ຄືກັນ ໂດຍສະເພາະຕອນທີ່ຄູ່ພາຄີຂອງທ່ານ ບໍ່ຮູ້ຈັກທ່ານດີພຽງພໍ ແລະບໍ່ຮູ້ເຖິງສັນຊາດຕະຍານຂອງທ່ານ ແລະທ່ານກໍບໍ່ຮູ້ວ່າ
ທ່ານຈະສາມາດເຮັດຫຍັງໄດ້.

ທີ່ທຳນຽບຂາວ ທ່ານ Sean Spicer ໂຄສົກປະຈຳທຳນຽບຂາວໄດ້ປະກາດໄປເຖິງວາລະ
ໃໝ່ຂອງນະໂຍບາຍເກົາຫຼີເໜືອ ແຕ່ປະຕິເສດທີ່ຈະໃຫ້ລາຍລະອຽດ ຊຶ່ງທ່ານ Spicer
ກ່າວວ່າ “ປະທານາທິບໍດີ ໄດ້ເຮັດໃຫ້ເປັນທີ່ຈະແຈ້ງແລ້ວວ່າ​ການເປີດທາງເລືອກໄວ້
ຢ່າງກວ້າງໆ ຈະເຮັດໃຫ້ພວກເຮົາ ມີໄພ້ເໜືອກວ່າ.”

ມີໃຜຊິເດົາລອງເບິ່ງບໍ ວ່າ ທ່ານ Trump ຊີເອົາທ່າທີແນວໃດ.

With concerns mounting over North Korea's quickly advancing nuclear and ballistic missile programs, White House officials are signaling an aggressive new posture toward Pyongyang. But it's not clear exactly what that means, as VOA's Bill Gallo reports.

A show of force at the border with North Korea.

With North Korean soldiers just meters away, US Vice President Mike Pence delivered an in-person warning to the North...

...that US policy is changing.

((MIKE PENCE, US VICE PRESIDENT))
"The era of strategic patience is over."

It was a brief statement, with a big implication...

...that the US will no longer wait as North Korean leader Kim Jong Un expands his nuclear and missile programs, on display here at a recent military parade.

But US President Donald Trump's next step isn't clear. Trump has suggested the US could act alone against the North.

To back up that threat, a US aircraft carrier strike group is headed for the Korean peninsula.

Trump has also tried to persuade Chinese leader Xi Jinping to put more economic pressure on its North Korean ally.

But those steps are variations of strategies already used by past administrations, raising the question: just how much will US policy change under Trump?

Chris Hill, a former US ambassador to South Korea and lead negotiator in nuclear talks with the North, says there is no magic answer.

((Amb. CHRIS HILL,UNIVERSITY OF DENVER))
((mandatory cg: Skype logo))
"There's a finite number of things that one can do. So in diplomacy, I wouldn't expect someone to pull a rabbit out of the hat that no one expected."

Hill, who spoke via Skype, also questions Trump's strategy of unpredictability.

That's a reference to Trump's insistence he will not telegraph his next move, and that all options are on the table.

((CHRIS HILL, UNIVERSITY OF DENVER))
"Unpredictability can be very good if you're playing football or basketball and the other side doesn't know what you're trying to do to score. But it can also cause a lot of problems, especially when your partners don't know you very well and don't know what your instincts are, and don't really have a sense of how you like to do things."

At the White House, Press Secretary Sean Spicer also declared a new era of North Korea policy but refused to go into details.

((SEAN SPICER, WHITE HOUSE PRESS SECRETARY))
"The president has been very clear that not taking options off the table gives us a stronger hand."

Just what Trump will do with that hand is anyone's guess.
XS
SM
MD
LG