ທ່ານນາງ ຮິລແລຣີ ຄລິນຕັນ ລັດຖະມົນຕີຕ່າງປະເທດ
ສະຫະລັດ ກ່າວວ່າ ໃນການໂອ້ລົມສົນທະນາກັນເລຶ່ອງ
ຍຸທະສາດແລະເສດຖະກິດປະຈໍາປີນີ້ ຊຶ່ງເປັນຄັ້ງທີ່ສາມ
ລະຫວ່າງສອງປະເທດນັ້ນ ສະຫະລັດແລະຈີນໄດ້ຍົກເອົາ
ບັນຫາສໍາຄັນໆຂຶ້ນມາເວົ້າກັນ ຫລາຍເລື້ອງກວ່າໃນຄັ້ງ
ກ່ອນໆ ແລະວ່າທັງສອງປະເທດຕ້ອງການຈະເຮັດໃຫ້
ການເປັນພາຄີຂອງພວກຕົນ ບັນລຸຜົນໃຫ້ໄດ້ໂດຍເຕັມ.
ທ່ານນາງຄລິນຕັນກ່າວວ່າ
“ມີບັນຫາອັນສັບສົນໜ້າປວດຫົວຫລາຍໆເລື້ອງ ທີ່
ພວກເຮົາກໍາລັງທໍາງານຮ່ວມກັນ ເພື່ອຫາທາງແກ້ໄຂ
ແລະຂ້າພະເຈົ້າຮູ້ສຶກພໍໃຈຫລາຍເພາະວ່າມັນບໍ່ໄດ້
ເປັນຈັ່ງຊັ້ນເມື່ອສອງປີກ່ອນ ຊຶ່ງຂ້າພະເຈົ້າໝັ້ນໃຈ
ວ່າ ພວກເຮົາຈະເຫັນຄວາມກ້າວໜ້າຫລາຍຂຶ້ນໄປ
ເລື້ອຍໆ.”
ພວກເຈົ້າໜ້າທີ່ສະຫະລັດກ່າວວ່າ ພວກເຂົາເຈົ້າໄດ້ປຶກສາຫາລືກັນຢ່າງກົງໄປກົງມາ ກ່ຽວ
ກັບບັນຫາທ້າທາຍຍືດເຍື້ອບາງປະການ ທີ່ທັງສອງປະເທດປະເຊີນຢູ່ໃນຂະນະນີ້ ເຊັ່ນເລື້ອງ
ເກົາຫລີເໜືອ ອິຣ່ານ ແລະການສ້າງເສດຖະກິດໂລກໃຫ້ສົມດຸນກັນ. ນອກນີ້ແລ້ວ ທັງສອງ
ປະເທດຍັງໄດ້ຍົກເອົາປະເດັນຄວາມເປັນຫ່ວງ ກ່ຽວກັບສະພາບການດ້ານສິດທິມະນຸດຢູ່ໃນ
ຈີນ ຂຶ້ນມາສົນທະນາກັນ. ໃນບໍ່ເທົ່າໃດເດືອນຜ່ານມານີ້ ລັດຖະບານປັກກິ່ງໄດ້ທໍາການ
ກວາດລ້າງປາບປາມຄັ້ງຍິ່ງໃຫຍ່ທີ່ສຸດໃນຮອບຫລາຍໆປີ ຕໍ່ພວກທີ່ຄັດຄ້ານ ບໍ່ພໍໃຈນໍາລັດ ຖະບານນັ້ນ.
ເລື້ອງການເຂົ້າຫາເຂົ້າເຖິງຕະຫລາດສະຫະລັດ ຄ່າເງິນຕາຂອງຈີນຕະຫລອດທັງຜົນກະທົບຕໍ່ຕະຫລາດໂລກ ແລະເລື້ອງການແຂ່ງຂັນກັນ ກໍໄດ້ຖືກຍົກຂຶ້ນມາປຶກສາຫາລືເຊັ່ນກັນ. ແຕ່ ວ່າ ໃນລະຫວ່າງການເຈລະຈາກັນນັ້ນ ຈີນບໍ່ໄດ້ໃຫ້ຄໍາໝັ້ນສັນຍາໃດໆ ວ່າຈະປ່ຽນແປງນະໂຍ ບາຍຂອງຕົນໃນການປ່ອຍໃຫ້ຄ່າເງິນຕາຂອງຕົນ ກໍຄືເງິນຢວນ ຄ່ອຍໆແຂງຄ່າຂຶ້ນນັ້ນ ຫລືບໍ່ ຊຶ່ງທາງຝ່າຍສະຫະລັດແມ່ນຢາກເຫັນຄ່າເງິນຢວນ ຖີບຕົວສູງຂຶ້ນໄວກວ່ານັ້ນ.
ພວກເຈົ້າໜ້າທີ່ຈີນກ່າວວ່າ ສະຫະລັດໄດ້ຕົກລົງທີ່ປະຕິບັດຢ່າງຍຸດຕິທໍາ ນະໂຍບາຍທີ່ວາງຂໍ້ຈໍາກັດຕໍ່ການສົ່ງອອກສິນຄ້າປະເພດຮາຍເທັກ ຫລືເທັກໂນໂລຈີ່ຂັ້ນສູງ ໄປຍັງຈີນນັ້ນ. ໃນ ສ່ວນຂອງພວກເຂົາເຈົ້າແລ້ວ ພວກເຈົ້າໜ້າທີ່ຈີນກ່າວວ່າ ພວກເຂົາເຈົ້າໄດ້ສັນຍາທີ່ຈະເປີດຕະຫລາດ ຂອງຕົນ ໃຫ້ກວ້າງອອກຕື່ມອີກ.
ທ່ານ Dai Bingguo ທີ່ປຶກສາຄະນະລັດຖະບານຈີນ ກ່າວວ່າການເຈລະຈາກັນໃນຮອບນີ້ ແມ່ນເຮັດໃຫ້ການສົນທະນາກັນເລື້ອງຜົນປະໂຫຍດຮ່ວມກັນຂອງສະຫະລັດແລະຈີນ ກ້ວາງ ໃຫຍ່ຂຶ້ນກ່ວາເກົ່າ ແລະມີລົດຊາດກວ່າເກົ່າ. ທ່ານ ໄດ ເວົ້າວ່າ:
“ຂ້າພະເຈົ້າໄດ້ເວົ້າແລ້ວວ່າ ພວກເຮົາໄດ້ມີການໂອ້ລົມສົນທະນາທີ່ເຂົ້າໃຈກັນດີ ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າ ພວກເຮົາຈະເຫັນພ້ອມກັນໃນທຸກໆບັນຫາ ແຕ່ແນວໃດກໍດີ ຫລັງຈາກການເຈລະຈາກັນແຕ່ລະຮອບນັ້ນ ພວກເຮົາແມ່ນໄດ້ເສີມຂະຫຍາຍຄວາມເຂົ້າອົກເຂົ້າໃຈຊຶ່ງກັນແລະກັນ ແລະເພີ່ມຄວາມໄວ້ວາງໃຈຊຶ່ງກັນແລະກັນຫລາຍຂຶ້ນ ແລະຍົກລະ ດັບການຮ່ວມມືຂອງພວກເຮົາ ຂຶ້ນໄປອີກ."
ທາງຝ່າຍລັດຖະມົນຕີການເງິນສະຫະລັດ ທ່ານ ທິໂມທີ ໄກ້ເນີ ນັ້ນ ກ່າວວ່າ ສະຫະລັດ ຍິນນໍາການລົງທຶນຂອງຈີນຢູ່ໃນສະຫະລັດ ຊຶ່ງທ່ານ Geithner ເວົ້າວ່າ:
“ຖ້າເຮົາຈະມອງເບິ່ງສະພາບການໃນໄລຍະ
ຫລາຍໆປີຕໍ່ໜ້າ ພວກເຮົາກໍຈະເຫັນວ່າການ
ລົງທຶນຂອງຈີນ ແມ່ນຂະຫຍາຍອອກໄປຢ່າງ
ວ່ອງໄວຫລາຍ ຊຶ່ງນີ້ມັນກໍຈະເປັນການດີສໍາ
ລັບສະຫະລັດ ແລະຈີນນໍາ. ແນ່ນອນວ່າ
ເລື່ອງນີ້ແມ່ນຖືກຂັບດັນໂດຍຄວາມປາດຖະ
ໜາຂອງພວກບໍລິສັດຂອງຈີນ ທີ່ຢາກເຂົ້າ
ຫາເຂົ້າເຖິງເທັກໂນໂລຈີ່ຂອງສະຫະລັດ ຫລາຍເພີ່ມຂື້ນ.”
ເມື່ອອາທິດຜ່ານມານີ້ ສະມາຄົມເອເຊຍ ໄດ້
ອອກລາຍງານຜົນການສຶກສາບັ້ນນຶ່ງ ກ່ຽວ
ກັບການລົງທຶນໃນຕ່າງປະເທດຂອງຈີນ. ອີງ
ຕາມຜົນການສຶກສາດັ່ງກ່າວນັ້ນ ຈີນອາດສາ
ມາດລົງທຶນເປັນມູນຄ່າມະຫາສານໄດ້ເຖິງ 2
ພັນຕື້ໂດລາໃນພວກບໍລິສັດແລະໂຄງການຕ່າງໆຢູ່ໃນຕ່າງປະເທດໃນໄລຍະ 10 ປີ ຕໍ່ໜ້ານີ້.
ແນວໃດກໍດີ ຢູ່ໃນຈີນນັ້ນ ການເຂົ້າຫາເຂົ້າເຖິງຕະຫລາດຂອງຈີນ ແລະຄວາມຫລະຫລວມ
ບໍ່ເຄ່ງຄັດໃນການພິທັກປົກປ້ອງຈໍາພວກຊັບສິນທາງປັນຍາ ຍັງເປັນຄວາມຫ່ວງທີ່ເພິ່ມທະວີ
ຂຶ້ນນັບມື້ສໍາລັບຊາວອາເມຣິກັນ ແລະພວກບໍລິສັດຕ່າງປະເທດອື່ນໆ ຢູ່ໃນຈີນນັ້ນ.
ໃນການເຈລະຈາຫາລືກັນນັ້ນ ຈີນໄດ້ຕົກລົງທີ່ຈະເພີ່ມການກວດກາການຊົມໃຊ້ຊອບແວ ຫລືລາຍການຄອມພິວເຕີ້ ທີ່ຖືກຄອບປີ້ຫລືລັກລອບລຽນແບບເອົາມາ ໂດຍສະເພາະໃນວົງການກະຊວງທະບວງກົມຕ່າງໆຂອງລັດຖະບານ ແລະຈະດໍາເນີນມາດຕະການເພື່ອກໍາຈັດຖອນຮາກບັນຫານີ້ ຊຶ່ງກ່ຽວກັບເລື້ອງນີ້ ທ່ານ ໄກ້ເນີ ລັດຖະມົນຕີການເງິນສະຫະລັດ ມີຄວາມ ເຫັນວ່າ:
“ການກະທໍາເຊ່ນນັ້ນ ແມ່ນຈະເປັນການພິທັກປົກປ້ອງພວກປະດິດຄິດສ້າງຂອງສະຫະ
ລັດ ແລະພ້ອມທັງຂອງຈີນນໍາ ຢູ່ໃນທຸກວົງການອຸດສາຫະກໍາ ບໍ່ສະເພາະແຕ່ຄອມພິວເຕີ
ຊອບແວພຽງເທົ່ານັ້ນ ແລະຂ້າພະເຈົ້າຄິດວ່າ ເລຶ່ອງນີ້ມັນສໍາຄັນຫລາຍ. ນອກນີ້ແລ້ວ ຈີນ
ຍັງໄດ້ຢືນຢັນວ່າ ຕົນຈະບໍ່ນໍາໃຊ້ວິທີການລໍາອຽງຂອງລັດຖະບານ ໃນການຊື້ແຕ່ຜະລິດ
ຕະພັນ ທີ່ປະດິດສ້າງໂດຍຊາວຈີນນັ້ນອີກຕໍ່ໄປ ຢູ່ໃນທຸກລະດັບຂອງລັດຖະບານ.”
ນອກເໜືອຈາກຂໍ້ຕົກລົງດ້ານເສດຖະກິດເຫລົ່ານີ້ແລ້ວ ພວກເຈົ້າໜ້າທີ່ສະຫະລັດແລະຈີນ
ກ່າວວ່າ ພວກເຂົາເຈົ້າຈະເອົາບາດກ້າວເພື່ອຊຸກຍູ້ ຄວາມຮ່ວມມືໃນຂົງເຂດເອເຊຍ-ປາຊິຟິກ
ບ່ອນທີ່ພວກເຈົ້າໜ້າທີ່ອະເມຣິກັນມີຕາຕະລາງວຽກງານ ທີ່ຫຍຸ້ງຫລາຍພໍສົມຄວນໃນປີນີ້
ຊຶ່ງປະທານາທິບໍດີ ບາຣັກ ໂອບາມາ ມີກໍານົດຈະເຂົ້າຮ່ວມໃນກອງປະຊຸມສຸດຍອດເອເຊຍ
ຕາເວັນອອກ ຄັ້ງທີຫົກ ໃນເດືອນຕຸລາປີນີ້ ແລະໃນເດືອນທັນວາ ສະຫະລັດກໍຈະເປັນເຈົ້າ
ພາບຈັດກອງປະຊຸມຂອງອົງການຮ່ວມມືເສດຖະກິດແຫ່ງຂົງເຂດເອເຊຍ-ປາຊິຟິກ ຫລື ກຸ່ມ
APEC ທີ່ລັດຮາວາຍນໍາ.