ຈີນໄດ້ສະແດງຄວາມບໍ່ພໍໃຈຕໍ່ສະຫະລັດທີ່ໄດ້ຂາຍອາວຸດ ໃຫ້ແກ່ໄຕ້ຫວັນເປັນມູນຄ່າ
1.4 ຕື້ ໂດລານັ້ນ.
ປັກກິ່ງ ຢາກໃຫ້ວໍຊິງຕັນຖອນການຂາຍນັ້ນຄືນ ໂດຍໄດ້ເອີ້ນການຊື້ຊາຍດັ່ງກ່າວວ່າ
"ເປັນການເຄື່ອນໄຫວທີ່ຜິດພາດ."
ສະຖານທູດຈີນທີ່ນະຄອນວໍຊິງຕັນກ່າວວ່າ "ການເຄື່ອນໄຫວທີ່ຜິດພາດຂອງຝ່າຍສະ
ຫະລັດ ເປັນການຂັດກັບຕໍ່ຂໍ້ຕົກລົງເອກະສັນກັນ ທີ່ໄດ້ບັນລຸໂດຍປະທານາທິບໍດີຂອງ
ສອງປະເທດ ທີ່ບ້ານຕາກອາກາດ Mar-a-Lago ແລະສະພາບການພັດທະນາທີ່ດີ
ຂອງສາຍສໍາພັນລະຫວ່າງສະຫະລັດ ແລະຈີນ."
ທ່ານນາງ Heather Nauert ໂຄສົກປະຈໍາກະຊວງການຕ່າງປະເທດສະຫະລັດເວົ້າວ່າ
ຄະນະລັດຖະບານຂອງທ່ານທຣໍາ ໄດ້ແຈ້ງໃຫ້ລັດຖະສະພາຊາບແລ້ວ ກ່ຽວກັບການຂາຍ
ອາວຸດດັ່ງກ່າວໃນວັນພະຫັດວານນີ້.
ຈີນຖືວ່າໄຕ້ຫວັນ ທີ່ປົກຄອງຕົນເອງນັ້ນ ແມ່ນເປັນດິນແດນຂອງຈີນ.
ທ່ານ Lu Kang ໂຄສົກປະຈໍາກະຊວງການຕ່າງປະເທດຈີນກ່າວວ່າ "ໄຕ້ຫວັນເປັນຜືນ
ແຜ່ນດິນ ທີ່ບໍ່ສາມາດແຍກອອກໄດ້ຂອງຈີນ ແລະພວກເຮົາຄັດຄ້ານຕໍ່ການຂາຍອາວຸດ
ດັ່ງກ່າວ ໃຫ້ແກ່ໄຕ້ຫວັນຢ່າງແຮງ.''
ການຂາຍອາວຸດດັ່ງກ່າວ ມີຂຶ້ນໃນຊ່ວງເວລາອັນບອບບາງ ສໍາລັບສາຍສໍາພັນ ລະຫວ່າງ
ວໍຊິງຕັນ ແລະປັກກິ່ງ ກ່ຽວກັບຄວາມພະຍາຍາມ ເພື່ອຄວບຄຸມອາວຸດນີວເຄລຍຂອງເກົາ
ຫລີເໜືອ.
ທ່ານນາງ Nauert ເວົ້າອີກວ່າ ການຂາຍອາວຸດດັ່ງກ່າວ ຈະບໍ່ລະເມີດຕໍ່ກົດໝາຍວ່າດ້ວຍ
ຄວາມສໍາພັນກັບໄຕ້ຫວັນທີ່ໃຫ້ການຄຸ້ມຄອງແກ່ການພົວພັນຂອງສະຫະລັດຕໍ່ເກາະດັ່ງກ່າວ.
ທ່ານນາງ ກ່າວດັ່ງນີ້ "ພວກເຮົາເຊື່ອວ່າ ມັນສະແດງໃຫ້ເຫັນເຖິງການສະໜັບສະໜຸນຂອງ
ພວກເຮົາ ແກ່ຄວາມສາມາດຂອງໄຕ້ຫວັນ ໃນການຮັກສານະໂຍບາຍໃນການປ້ອງກັນໂຕ
ເອງຢ່າງພຽງພໍ. "ຂ້າພະເຈົ້າຄວນຊີ້ໃຫ້ເຫັນວ່າ ບໍ່ໄດ້ມີການປ່ຽນແປງໃດໆ ຕໍ່ນະໂຍບາຍ
'ປະເທດຈີນດຽວ' ຂອງພວກເຮົາ.''
ມີມູນຄ່າ 1.8 ຕື້ໂດລາ ທີ່ໄດ້ປະກາດໃນເດືອນທັນວາ ປີ 2015. ຈີນໄດ້ຄັດຄ້ານຢ່າງແຮງ
ຕໍ່ການຂາຍນັ້ນ ແຕ່ວ່າ ມັນກໍບໍ່ໄດ້ເຮັດໃຫ້ສາຍສໍາພັນ ແລະການພົວພັນທາງທະຫານ ລະ
ຫວ່າງສະຫະລັດ ແລະຈີນ ຫລຸດລົງຢ່າງເຫັນໄດ້ຈະແຈ້ງ ແຕ່ຢ່າງໃດ.
ນັບແຕ່ນັ້ນມາ ໄຕ້ຫວັນກໍໄດ້ສະແດງການເປັນສັດຕູຕໍ່ປັກກິ່ງ ໂດຍການເລືອກເອົາທ່ານ
ນາງ Tsai Ing-wen ຜູ້ນໍາທີ່ມາຈາກພັກທີ່ມີທ່າອ່ຽງໄປຫາການເປັນປະເທດເອກະລາດ.
ອ່ານຂ່າວນີ້ເພີ້ມອີກເປັນພາສາອັງກິດ
ເບິ່ງວີດິໂອນີ້ເປັນພາສາອັງກິດ