ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ຈີນກົດດັນສະຫະລັດ ໃຫ້ເຊົາຂາຍອາວຸດ ແກ່ໄຕ້ຫວັນ


ປະທານເສນາທິການຮ່ວມຂອງກອງທັບສະຫະລັດ ພົນເຮືອເອກ Mike Mullen (ຊ້າຍ) ແລະນາຍພົນ Chen Bingde ຫົວໜ້າກອງເສນາທິການຂອງກອງທັບປົດປ່ອຍປະຊາຊົນຈີນຖະແຫຼງທີ່ທຳນຽບ 5 ແຈ (18 ພຶດສະພາ 2011)
ປະທານເສນາທິການຮ່ວມຂອງກອງທັບສະຫະລັດ ພົນເຮືອເອກ Mike Mullen (ຊ້າຍ) ແລະນາຍພົນ Chen Bingde ຫົວໜ້າກອງເສນາທິການຂອງກອງທັບປົດປ່ອຍປະຊາຊົນຈີນຖະແຫຼງທີ່ທຳນຽບ 5 ແຈ (18 ພຶດສະພາ 2011)

ໃນລະຫວ່າງການເດີນທາງມາຢ້ຽມຢາມສະຫະລັດເປັນເວລານຶ່ງອາທິດເມື່ອໄວໆມານີ້ ທ່ານ Chen Bingde ຫົວໜ້າກອງເສນາທິການຂອງກອງທັບປົດປ່ອຍປະຊາຊົນຈີນ ໄດ້ກົດດັນ ໃຫ້ສະຫະລັດຢຸດເຊົາຂາຍອາວຸດໃຫ້ແກ່ໄຕ້ຫວັນ ແລະທ່ານກ່າວວ່າສະມາຊິກລັດຖະສະພາ ສະຫະລັດຈຳນວນນຶ່ງເຫັນພ້ອມກັບທ່ານວ່າ ມັນເຖິງເວລາແລ້ວ ທີ່ຕ້ອງໄດ້ຄິດທົບທວນຄືນ ໃໝ່ກ່ຽວກັບກົດໝາຍທີ່ບົ່ງ​ວ່າ ວໍຊິງຕັນມີພັນທະໃນການຈັດຫາອາວຸດສຳລັບໃຊ້ປ້ອງກັນໂຕ ໃຫ້ແກ່ໄຕ້ຫວັນ. ຜູ້ສື່ຂ່າວ VOA ນາຍ William Ide ມີລາຍລະອຽດກ່ຽວກັບເລື່ອງນີ້

ນາຍພົນ Chen Bingde ໄດ້ສະ​ແດງຄວາມເຫັນຂອງ
ທ່ານ​ອອກ​ມາຢ່າງ​ບໍ່​ອ້ອມ​ຄ້ອມ ກ່ຽວກັບການຂາຍອາວຸດ
ຂອງສະຫະລັດໃຫ້ແກ່ໄຕ້ຫວັນນັ້ນ. ໃນການຖະແຫຼງເມື່ອ
ວັນພຸດສັບປະດາແລ້ວ ທີ່ມະຫາວິທະຍາໄລປ້ອງກັນຊາດ
ຂອງສະຫະລັດທີ່ກຸງວໍຊິງຕັນນັ້ນ ທ່ານເອີ້ນການຂາຍອາ
ວຸດໃຫ້ແກ່ໄຕ້ຫວັນວ່າເປັນແຫຼ່ງທີ່ມາຂອງບັນຫາຂັດແຍ້ງ
ໃນຄວາມສຳພັນລະຫວ່າງສະຫະລັດກັບຈີນ.

ນາຍພົນ Chen Bingde ກ່າວວ່າ “ຖ້າສະຫະລັດ
ຫາກຕົກຢູ່ໃນສະພາບແບບດຽວກັນກັບຈີນ ແລະ​
ຫລິ່ງ​ເຫັນຄຸນຄ່າ ແລະສະໜັບສະໜຸນທ່າທີຂອງ
ຈີນ ກ່ຽວກັບເລື່ອງໄຕ້ຫວັນ ຕະຫຼອດທັງຫາ​ທາງ
ແກ້ໄຂຢ່າງຮອບຄອບ ຕໍ່ບັນຫາທີ່ຫຼໍ່ແຫຼມສຳຄັນ
ຕ່າງໆລະຫວ່າງປະເທດຂອງພວກເຮົາທັງ 2 ແລ້ວ
ຄວາມສຳພັນລະຫວ່າງປະເທດກັບປະເທດແລະ
ກອງທັບກັບກອງທັບຂອງສະຫະລັດກັບຈີນ ກໍຈະສາມາດກ້າວໜ້າໄປໄດ້ ໃນທິດ
ທາງທີ່ຖືກຕ້ອງໃນແບບທີ່ບໍ່ມີການຂາດຕົກບົກຜ່ອງ ມີສະເຖຍລະພາບ ແລະຕໍ່
ເນື່ອງ.”

ໃນການຖະແຫຼງຂ່າວ ຢູ່ທີ່ທຳນຽບ 5 ແຈໃນມື້ດຽວກັນນັ້ນ ນາຍພົນ Chen Bingde ໄດ້
ກ່າວອີກເທື່ອນຶ່ງເວລາຖືກຖາມວ່າ ຈີນອາດຈະຕອບທຳການໂຕ້ແບບໃດ ຖ້າສະຫະລັດຫາກ ປະຕິບັດຕາມການຮ້ອງຂໍຂອງໄຕ້ຫວັນທີ່ຢາກຊື້ເຮືອບິນລົບທັນສະໄໝ F-16 ນັ້ນ. ເທື່ອນີ້
ນາຍພົນ Chen Bingde ໄດ້ແນ່ເປົ້າໝາຍ ໃສ່ກົດໝາຍວ່າດ້ວຍຄວາມສຳພັນກັບໄຕ້ຫວັນ
ຊຶ່ງເປັນກົດໝາຍທີ່ຊຸກຍູ້ໃຫ້ສະຫະລັດຂາຍອາວຸດ ໃຫ້ແກ່ໄຕ້ຫວັນນັ້ນ.

ນາຍພົນ Chen Bingde ເວົ້າວ່າ “ນັບແຕ່ຂ້າພະເຈົ້າໄດ້ເດີນທາງມາຮອດສະຫະ
ລັດຂ້າພະເຈົ້າກໍໄດ້ມີໂອກາດໂອ້ລົມກັບສະມາຊິກລັດຖະສະພາຈຳນວນນຶ່ງແລະ
ບາງຄົນໃນນັ້ນ ບອກຂ້າພະເຈົ້າວ່າ ພວກເຂົາເຈົ້າກໍຄິດຄືກັນວ່າ ມັນເຖິງເວລາ
ແລ້ວທີ່ສະຫະລັດຈະຕ້ອງທົບທວນຄືນເບິ່ງກົດໝາຍສະບັບນີ້.”


ພົນເຮືອເອກ Michael Mullen ປະທານເສນາທິການຮ່ວມຂອງກອງທັບສະຫະລັດໃຫ້
ຄວາມເຫັນກ່ຽວກັບເລື່ອງນີ້ວ່າ.

ພົນເຮືອເອກ Mullen ເວົ້າວ່າ “ຢູ່ໃນສະຫະລັດກໍຄືກັນກັບຢູ່ທີ່ປະເທດຈີນ ພວກເຮົາ
ປະຕິບັດຕາມກົດໝາຍ. ພວກເຮົາມີກົດໝາຍຄືກົດໝາຍວ່າດ້ວຍຄວາມສຳພັນກັບ
ໄຕ້ຫວັນ ແລະພວກເຮົາຈະສືບຕໍ່ປະຕິບັດຕາມກົດໝາຍດັ່ງກ່າວ ຈົນເທົ່າເຖິງເວ
ລາທີ່ອາດມີການປ່ຽນແປງ. ມັນເປັນຄວາມຮັບຜິດຊອບ ຂອງລັດຖະສະພາ ທີ່ຈະ
ລິເລີ່ມກ່ຽວກັບເລື່ອງນີ້ ແລະ​ເຖິງ​ແມ່ນ​ວ່າ ມັນອາດຈະມີການສົນທະນາຫາລືກັນ
ກ່ຽວ​ກັບ​ເລື້ອງ​ນີ້ ​ແຕ່ຂ້າພະເຈົ້າແມ່ນບໍ່ຮູ້ເລື່ອງຫຍັງເລີຍເຖິງຄວາມຮີບດ່ວນຂອງ
ເລື່ອງດັ່ງກ່າວໃນເວລານີ້.”

ການຄັດຄ້ານຂອງປັກກິ່ງຕໍ່ກົດໝາຍວ່າດ້ວຍຄວາມສຳພັນກັບໄຕ້ຫວັນບໍ່ແມ່ນເລື່ອງໃໝ່ເລີຍ ແຕ່ພວກນັກວິເຄາະບາງຄົນເວົ້າວ່າ ການສົນທະນາຫາລື ກ່ຽວກັບວ່າ ວໍຊິງຕັນຄວນຈະຈັດ
ການແບບໃດກັບຄວາມສຳພັນຂອງຕົນກັບໄຕ້ຫວັນ ເພື່ອປັບປຸງສາຍພົວພັນກັບປັກກິ່ງນັ້ນ
ພວມເພີ່ມທະວີຂຶ້ນ.

ນັກລັດຖະສາດ John Copper ຈາກມະຫາວິທະຍາໄລ Rhodes ໃນລັດເທັນເນັສຊີກ່າວ
ວ່າໂດຍທົ່ວໄປແລ້ວຈີນ​ແມ່ນບໍ່​ເຄີຍໄດ້ປະສົບຄວາມສຳເລັດ​ໃນ​ການເຮັດໃຫ້ກົດໝາຍສະບັບ
ນີ້ອ່ອນແອລົງ ຈົນຮອດເມື່ອໄວໆມານີ້.

ທ່ານ Copper ເວົ້າວ່າ “ໃນປັດຈຸບັນ ສະຖານະການໄດ້ປ່ຽນແປງໄປໂດຍທີ່ສະຫະ
ລັດໄດ້ເປັນໜີ້ຈີນ ສະຫະລັດຍຸ່ງຢູ່ແຕ່ກັບເລື່ອງສົງຄາມ ວິກິດການໜີ້ສິນ ບັນຫາ
ອື່ນໆຫຼາຍໆເລື່ອງ ແລະກໍບໍ່ຢາກສ້າງຄວາມບາດໝາງກັບຈີນ.”

ທ່ານ Copper ກ່າວອີກວ່າ ກົດໝາຍສະບັບນີ້ບໍ່ໄດ້ຮັບຄວາມສົນໃຈຫຍັງຫຼາຍຢູ່ໃນລັດຖ
ສະພາ ແລະພວກນັກວິຊາການບາງຄົນ ແລະອະດີດເຈົ້າໜ້າທີ່ສະຫະລັດພວມທຳການໂຕ້
ແຍ້ງຢາກໃຫ້ມີການຈຳກັດຄວາມສຳພັນກັບໄຕ້ຫວັນເພື່ອເສີມຂະຫຍາຍສາຍພົວພັນກັບຈີນ.

ທ່ານ Copper ເວົ້າວ່າ “ພວມມີການໂອ້ລົມກັນຫຼາຍຂຶ້ນກ່ຽວກັບວ່າ ພວກເຮົາຄວນ
ຈະປ່ຽນແປງນະໂຍບາຍຕໍ່ໄຕ້ຫວັນໂດຍບໍ່ຕ້ອງກ່າວເຖິງກົດໝາຍວ່າດ້ວຍຄວາມ ສຳພັນກັບໄຕ້ຫວັນຢ່າງເປັນການສະເພາະ ແຕ່ນັ້ນກໍຄືຄວາມໝາຍຂອງມັນ.”

ໃນທ້າຍປີ 2009 ທ່ານ Bill Owens ພົນເຮືອເອກເບ້ຍບຳນານແລະອະດີດຮອງປະທານ
ເສນາທິການຮ່ວມ ຂອງກອງທັບສະຫະລັດ ຂຽນລົງໃນໜັງສືພິມ Financial Times ວ່າ ການຂາຍອາວຸດຂອງສະຫະລັດໃຫ້ແກ່ໄຕ້ຫວັນແມ່ນບໍ່ມີຄວາມຈຳເປັນອີກຕໍ່ໄປແລ້ວ ຍ້ອນ ຄວາມສຳພັນທີ່ດີຂຶ້ນລະຫວ່າງປັກກິ່ງແລະໄຕເປ.

ສ່ວນບົດຂຽນອີກຫລາຍໆບົດ ທີ່ໂຕ້ແຍ້ງເພື່ອໃຫ້ມີການປ່ຽນແປງ ໃນນະໂຍບາຍຂອງສະ
ຫະລັດຕໍ່ໄຕ້ຫວັນນັ້ນກໍໄດ້ປາກົດຂຶ້ນຢູ່ໃນໜ້າວາລະສານ Foreign Affairs ຊຶ່ງເປັນວາລະ
ສານກ່ຽວກັບນະໂຍບາຍການຕ່າງປະເທດທີ່ມີອິດທິພົນນັ້ນ.

ລູກສອນໄຟ Patriot ຂອງໄຕ້ຫວັນຊື້ຈາກສະຫະລັດ
ລູກສອນໄຟ Patriot ຂອງໄຕ້ຫວັນຊື້ຈາກສະຫະລັດ

ຈີນ ຊຶ່ງຖືວ່າເກາະໄຕ້ຫວັນທີ່ປົກ
ຄອງຕົນເອງນັ້ນ ເປັນສ່ວນນຶ່ງ
ຂອງດິນແດນຕົນໂຕ້ແຍ້ງວ່າກົດ
ໝາຍ ວ່າດ້ວຍຄວາມສຳພັນກັບ
ໄຕ້ຫວັນແຊກແຊງເຂົ້າໃນກິດຈະ
ການພາຍໃນຂອງຕົນ ແຕ່ພວກ
ເຈົ້າໜ້າທີ່ໄຕ້ຫວັນກ່າວວ່າການ
ຂາຍອາວຸດຂອງສະຫະລັດ ໄດ້
ຊ່ອຍປັບປຸງ ຄວາມກໍ້າເກິ່ງທາງ
ດ້ານກຳລັງໃນການເຈລະຈາກັບ
ຈີນ.

ນັກວິເຄາະ John Copper
ກ່າວວ່າ ການຢຸດເຊົາຂາຍອາ
ວຸດໃຫ້ແກ່ໄຕ້ຫວັນອາດຈະມີ
ການອະພິປາຍກັນ ຢ່າງເຜັດ
ຮ້ອນຢູ່ໃນລັດສະຖະພາ ແລະຈະພາໃຫ້ມີການຕັ້ງຄຳຖາມຢູ່ໃນຕ່າງປະເທດກ່ຽວກັບຄວາມ
ໝາຍໝັ້ນຕັ້ງໃຈຂອງສະຫະລັດຕໍ່ປະຊາທິປະໄຕ.

ທ່ານ Copper ກ່າວວ່າ “ຖ້າໄຕ້ຫວັນຫາກຖືກສະຫະລັດປ່ອຍປະ​ຖິ້ມ​ແລ້ວພວກເຮົາ
ຈະເວົ້າຈັ່ງໃດ ກ່ຽວກັບສິດອຳນາດ ໃນການຊຸກຍູ້ໃຫ້ມີປະຊາທິປະໄຕ ຢູ່ໃນແຫ່ງ
ອື່ນໆ ຊຶ່ງນັ້ນອາດຈະເປັນການບ່ອນທຳລາຍໃນຂອບເຂດທີ່ກວ້າງຂວາງ ແລະໃນ
ເວລານີ້ພວກເຮົາກໍກຳລັງຊຸກຍູ້ ໃຫ້ມີປະຊາທິປະໄຕຢູ່ ໂດຍສະເພາະແລ້ວ ແມ່ນ ໃນເຂດພາກຕາເວັນອອກກາງ.”

ສ່ວນນັກວິເຄາະ Jonathan Pollack ທີ່ສະຖາບັນ Brooking ໃນກຸງວໍຊິງຕັນ ກ່າວວ່າ
ເບິ່ງຄືວ່າຍັງບໍ່ມີທ່າທາງເທື່ອວ່າການຊຸກຍູ້ເພື່ອໃຫ້ທຳການດັດແປງແກ້ໄຂໃດໆກໍຕາມຕໍ່ກົດ
ໝາຍວ່າດ້ວຍຄວາມສຳພັນກັບໄຕ້ຫວັນນັ້ນຈະໄດ້ຮັບແຮງກະຕຸກຊຸກຍູ້ ຢູ່ໃນລັດຖະສະພາ
ສະຫະລັດ.

ທ່ານ Pollack ເວົ້າວ່າ “ຈະແຈ້ງທີ່ສຸດ ຈີນພວມຈັບຕາຊອກຫາຮ່ອງຮອຍຕ່າງໆ ກ່ຽວກັບຄວາມຢັບຢັ້ງຊັ່ງໃຈໃນສິ່ງທີ່ພວກເຮົາກະທຳແຕ່ຄວາມຢັບຢັ້ງທີ່ວ່ານີ້ຈະ
ຖືກກຳນົດ ໂດຍການກະທຳແລະນະໂຍບາຍຂອງຈີນເອງ ຫຼາຍກວ່າສິ່ງທີ່ທາງ
ລັດຖະສະພາສະຫະລັດ​ເຮັດຫຼືຕັດສິນໃຈບໍ່​ເຮັດ.”

ນອກຈາກຕຳໜິຕິຕຽນກົດໝາຍວ່າດ້ວຍຄວາມສຳພັນກັບໄຕ້ຫວັນແລ້ວ ນາຍພົນ Chen
Bingde ຍັງກ່າວວ່າ ການຕອບໂຕ້ຂອງຈີນຕໍ່ການຂາຍອາວຸດ ຂອງສະຫະລັດໃຫ້ແກ່ໄຕ້
ຫວັນແມ່ນຈະຂຶ້ນຢູ່ກັບລັກສະນະຫຼືຊະນິດຂອງອາວຸດທີ່ຂາຍໃຫ້ນັ້ນ.

ທ່ານ Jonathan Pollack ກ່າວວ່າ ການໃຫ້ຄວາມເຫັນດັ່ງກ່າວ ຂອງນາຍ ພົນ Chen
Bingde ແມ່ນມີຄວາມສຳຄັນ.

ທ່ານ Pollack ເວົ້າວ່າ “ມັນບໍ່ແມ່ນວ່າ ທຸກໆການຂາຍອາວຸດແມ່ນ​ເດັດຂາດເປັນ
ເລື່ອງທີ່ຜິດກົດໝາຍ ແລະຮັບເອົາບໍ່ໄດ້ ຫຼືສິ່ງໃດສິ່ງນຶ່ງໃນທຳນອງນັ້ນ ຊຶ່ງໃນ
ທາງທິດສະດີແລ້ວທ່ານອາດເວົ້າ​ແບບ​ນັ້ນໄດ້ ແຕ່ກໍໄດ້ເລືອກທີ່​ຈະບໍ່ເວົ້າ. ດັ່ງ
ນັ້ນ ຂ້າພະເຈົ້າຈຶ່ງບໍ່ຮູ້ວ່າ ມັນເປັນການສະແດງໃຫ້ເຫັນເຖິງການຜ່ອນຜັນແບບ
ໃດແບບນຶ່ງ ຫຼືມັນ​ອາດສະແດງໃຫ້ເຫັນ ເຖິງການ​ມອງ​ເບິ່ງສະພາບການ ຕາມ​
ຄວາມ​ເປັນຈິງ ​ໃນ​ສ່ວນ​ຂອງ​ພວກເຈົ້າໜ້າທີ່ຈີນ ທີ່​ວ່າການ​ຂາຍ​ອາວຸດ​ແບບ​ໃດ​
ແບບ​ນຶ່ງ​ໃຫ້​ໃຕ້​ຫວັນ​ນັ້ນຕ້ອງ​ມີ​ຂຶ້ນ.”


ທ່ານ Pollack ກ່າວວ່າ ບໍ່ທັນເປັນທີ່ຈະແຈ້ງວ່າ ທັງສອງຝ່າຍໄດ້ບັນລຸຄວາມເຂົ້າໃຈກັນ
ໃນຮູບໃດຮູບນຶ່ງຫຼືບໍ່ແຕ່ສິ່ງທີ່ແຈ້ງຂາວກໍຄືວ່າການຜ່ອນຜັນຫຼືການປັບປ່ຽນຂອງຈີນຈະຖືກ
ທົດສອບໃນໄວໆນີ້ຖ້າສະຫະລັດຫາກໃຫ້ການອະນຸມັດຕໍ່ການຂໍຊື້ເຮືອບິນລົບ F-16 ຂອງ
ໄຕ້ຫວັນ ຊຶ່ງການຮ້ອງຂໍດັ່ງກ່າວກຳລັງໄດ້ຮັບການທົບທວນຢູ່ໃນເວລານີ້.

XS
SM
MD
LG