ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ວ່າ ການຕ້ານຄືນ ການຂະຫຍາຍຕົວ ທາງທະຫານ ຂອງຈີນ ແລະຣັດເຊຍ ແມ່ນບູລິມະສິດ ສຳຄັນສຸດ


ທ່ານຈິມ ແມັດຕິສ (Jim Mattis) ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ກ່າວກ່ຽວກັບຍຸດທະສາດແຫ່ງຊາດໃນການປ້ອງກັນປະເທດ ຂອງລັດຖະບານປະທານາ
ທິບໍດີ ທຣຳ ໃນນະຄອນວໍຊິງຕັນ ໃນວັນທີ 19 ມັງກອນ 2018.
ທ່ານຈິມ ແມັດຕິສ (Jim Mattis) ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ກ່າວກ່ຽວກັບຍຸດທະສາດແຫ່ງຊາດໃນການປ້ອງກັນປະເທດ ຂອງລັດຖະບານປະທານາ ທິບໍດີ ທຣຳ ໃນນະຄອນວໍຊິງຕັນ ໃນວັນທີ 19 ມັງກອນ 2018.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານຈິມ ແມັດຕິສ ກ່າວວ່າ ສະຫະ
ລັດພວມສູນເສຍຄວາມໄດ້ປຽບ ໃນການແຂ່ງຂັນທາງດ້ານທະຫານໃຫ້ແກ່ຈີນ ແລະ
ຣັດເຊຍ ໃນການໃຫ້ຄວາມເຫັນກ່ຽວກັບການທ້າທາຍທີ່ສຳຄັນສຸດຕໍ່ກອງທັບສະຫະ
ລັດ.

“ການແຂ່ງຂັນກ່ຽວກັບອຳນາດອັນຍິ່ງໃຫຍ່ ບໍ່ແມ່ນເລື້ອງກໍ່ການຮ້າຍ ແມ່ນຈຸດເພັ່ງ
ເລັງຕົ້ນຕໍໃນຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ” ນັ້ນຄືຄຳເວົ້າຂອງທ່ານແມັດ
ຕິສທີ່ໄດ້ກ່າວ ໃນວັນສຸກວານນີ້ ໃນຂະນະທີ່ທ່ານ ເປີດເຜີຍບາງສ່ວນ ຂອງຍຸດທະ
ສາດແຫ່ງຊາດ ໃນການປ້ອງກັນປະເທດ ຂອງລັດຖະບານ ປະທານາທິບໍດີດໍໂນລ
ທຣຳ ທີ່ນະຄອນຫຼວງວໍຊິງຕັນ.

ທ່ານກ່າວຕື່ມວ່າ ເປົ້າໝາຍກໍແມ່ນການສ້າງກຳລັງທີ່ມີອະນຸພາບ ໃນຂະນະທີ່ຂະ
ຫຍາຍຄວາມໄດ້ປຽບໃນການແຂ່ງຂັນ ແລະໃຫ້ບູລິມະສິດ ກ່ຽວກັບຄວາມພ້ອມ
ໃນການເຮັດສົງຄາມ.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ກ່າວວ່າ “ກອງທັບຂອງພວກ
ເຮົາຍັງເຂັ້ມແຂງຢູ່ ແຕ່ການແຂ່ງຂັນເພື່ອຄວາມໄດ້ປຽບແມ່ນຄ່ອຍເຊື່ອມຖອຍ
ລົງໃນທຸກໆດ້ານຂອງການເຮັດສົງຄາມເຊັ່ນທາງອາກາດ ທາງພາກພື້ນດິນ ທາງ
ທະເລ ທາງອະວະກາດ ແລະ ທາງອິນເຕີແນັດ ແລະແມ່ນຍັງສືບຕໍ່ມີການເຊື່ອມ
ຖອຍລົງຢູ່. ປະຫວັດສາດໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ອາເມຣິກາບໍ່ໄດ້ມີ
ສິດພິເສດອັນໃດ ທີ່ຈະໄດ້ຮັບໄຊຊະນະຢູ່ໃນສະໜາມລົບ.”

Mattis Traveling to SE Asia, Amid Shift in Pentagon Strategy
please wait

No media source currently available

0:00 0:01:33 0:00

ເອກກະສານດັ່ງກ່າວ ໄດ້ກ່າວຫາຈີນວ່າຈີນວ່າ ໃຊ້ອຳນາດທາງເສດຖະກິດເພື່ອ
ຂົ່ມຂູ່ບັນດາປະເທດເພື່ອນບ້ານ ໃນຂະນະທີ່ເສີມສ້າງ ແລະຕິດອາວຸດທາງທະ
ຫານໃຫ້ແກ່ພວກເກາະທຽມ ຢູ່ໃນທະເລຈີນໃຕ້.

ເອກກະສານສະບັບນີ້ ກ່າວອ້າງວ່າ ຣັດເຊຍລ່ວງລະເມີດຕໍ່ເຂດຊາຍແດນຂອງ
ປະເທດເພື່ອນບ້ານແລະຊອກຫາຊ່ອງທາງທຳລາຍອົງການພັນທະມິດສົນທິສັນຍາ
ແອັດແລນຕິກເໜືອຫຼືເນໂຕ້ ເພື່ອຈະປ່ຽນແປງໂຄງສ້າງທາງດ້ານຄວາມໝັ້ນຄົງ
ແລະເສດຖະກິດຢູ່ໃນຢູໂຣບແລະພາກຕາເວັນອອກກາງໂດຍຈະເຮັດໃຫ້ຕົນ
ເປັນຜູ້ໄດ້ປຽບ.

ຂະນະດຽວກັນ ທ່ານແມັດຕິສເວົ້າວ່າ “ອຳນາດການປົກຄອງອັນທະພານ” ເຊັ່ນ
ເກົາຫຼີເໜືອແລະອີຣ່ານ ຊຶ່ງຍັງສືບຕໍ່ເອົາບາດກ້າວທີ່ເປັນໄພຂົ່ມຂູ່ຕໍ່ສະຖຽນລະ
ພາບຢູ່ໃນຂົງເຂດ ແລະແມ່ນກະທັງໃນໂລກນຳດ້ວຍນັ້ນ ຂະນະທີ່ທຳການກົດຂີ່
ຕໍ່ປະຊາຊົນຂອງຕົນເອງ.

ການກໍ່ການຮ້າຍ ຊຶ່ງຖືວ່າເປັນບູລິມະສຸດທີ່ສຳຄັນສຸດ ພາຍໃຕ້ລັດຖະບານສອງ
ຊຸດທີ່ຜ່ານມານັ້ນ ຍັງສືບຕໍ່ເປັນເລື່ອງທີ່ໜ້າເປັນຫ່ວງສຳລັບສະຫະລັດເຖິງແມ່ນ
ກຸ່ມລັດອິສລາມໂຕຈິງຢູ່ໃນອີຣັກແລະຊີເຣຍໄດ້ພັງລົງແລ້ວກໍຕາມ. ຍຸດທະສາດ
ແຫ່ງຊາດໃນການປ້ອງກັນປະເທດ ໄດ້ສັ່ງໃຫ້ສະຫະລັດ ສືບຕໍ່ປະຕິເສດບໍ່ໃຫ້ຜູ້
ກໍ່ການຮ້າຍມີບ່ອນຫລົບລີ້ຢູ່ບ່ອນໃດກໍຕາມໃນໂລກໃນຂະນະທີ່ທຳການເສີມສ້າງ
ກອງທັບອາເມຣິກັນໃຫ້ທັນສະໄໝ ໃນວິທີທາງ “ທີ່ໃຫ້ເໝາະສົມກັບຍຸກສະໄໝ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG