ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ແລະຈີນ ບັນລຸ ຄວາມເຂົ້າໃຈ ກ່ຽວກັບ ຂໍ້ຕົກລົງ ການຄ້າເສລີ ຂອງ WTO


ປະທານາທິບໍດີ ບາຣັກ ໂອບາມາ (ຊ້າຍ) ຈັບມືກັບປະທານ ປະເທດຈີນ ທ່ານສີ ຈິ້ນຜິງ ໃນລະຫວ່າງພິທີຕ້ອນຮັບ ທີ່ກອງປະຊຸມສຸດຍອດເອເພັກ ຢູ່ນະຄອນຫຼວງປັກກິ່ງ (11 ພະຈິກ 2014)
ປະທານາທິບໍດີ ບາຣັກ ໂອບາມາ (ຊ້າຍ) ຈັບມືກັບປະທານ ປະເທດຈີນ ທ່ານສີ ຈິ້ນຜິງ ໃນລະຫວ່າງພິທີຕ້ອນຮັບ ທີ່ກອງປະຊຸມສຸດຍອດເອເພັກ ຢູ່ນະຄອນຫຼວງປັກກິ່ງ (11 ພະຈິກ 2014)

ປະທານາທິບໍດີ ບາຣັກ ໂອບາມາ ແລະຜູ້ນຳຂອງຈີນ ໄດ້ບັນລຸ
ຄວາມເຂົ້າໃຈ ທີ່ອາດນຳໄປສູ່ ການຕັດພາສີ ກ່ຽວກັບການສົ່ງ
ອອກຜະລິດຕະພັນຮາຍເທັກຕ່າງໆເຊັ່ນອຸບປະກອນການແພດ
ແລະເຄື່ອງຫຼິ້ນວີດີໂອ ເປັນຕົ້ນ. ຜູ້ສື່ຂ່າວວີໂອເອປະຈຳທຳນຽບ
ຂາວ Luis Ramirez ທີ່ເດີນທາງໄປກັບປະທານາທິບໍດີສະຫະ
ລັດມີລາຍງານກ່ຽວກັບເລື່ອງນີ້ ດັ່ງໄພສານຈະນຳເອົາລາຍລະ
ອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ຜູ້ຕາງໜ້າທາງດ້ານການຄ້າ ຂອງສະຫະລັດ ທ່ານ Michael
Froman ໄດ້ປະກາດທີ່ນະຄອນຫລວງປັກກິ່ງບ່ອນທີ່ປະທາ
ນາທິບໍດີບາຣັກ ໂອບາມາ ໄປຮ່ວມກອງປະຊຸມສຸດຍອດທາງ ດ້ານເສດຖະກິດຂອງຂົງເຂດເອເຊຍປາຊີຟິກຫຼືເອເພັກໂດຍ
ກ່າວວ່າ:

US, China Highlight Cooperation as Differences Loom Large
please wait

No media source currently available

0:00 0:02:37 0:00

“ນີ້ແມ່ນຂ່າວທີ່ໃຫ້ກຳລັງໃຈ ສຳຫລັບຄວາມສຳພັນລະຫວ່າງສະຫະລັດກັບຈີີນ ຊຶ່ງ ສະແດງໃຫ້ເຫັນວ່າ ສະຫະລັດກັບຈີນໄດ້ດຳເນີນງານຮ່ວມກັນເພື່ອສ້າງທັງຄວາມ ກ້າວໜ້າ ໃຫ້ແກ່ເສດຖະກິດສອງຝ່າຍ ຕະຫລອດທັງໃຫ້ການສະໜັບສະໜຸນຕໍ່ລະ ບົບການຄ້າຫຼາຍຝ່າຍນຳດ້ວຍ.”

ການເຄື່ອນໄຫວດັ່ງກ່າວມີຂຶ້ນໃນຂະນະທີ່ປະທານາທິບໍດີໂອບາມາດຳເນີນງານເພື່ອຊອກ ຫາພື້ນຖານຮ່ວມກັນກັບຈີນ ໃນການປະເຊີນໜ້າ ກັບບັນຫາຂັດແຍ້ງຕ່າງໆ ຮວມທັງການ ອ້າງກຳມະສິດທາງທະເລຂອງຈີນແລະຄວາມສົງໄສໃນໝູ່ພວກຜູ້ນຳຂອງຈີນ ທີ່ວ່າສະຫະ ລັດພະຍາຍາມຫາທາງຄວບຄຸມການມີອິດທິພົນເພີ້ມຂຶ້ນຂອງຈີນໃນຖານະມະຫາອຳນາດ ຂອງໂລກນັ້ນ.

ພວກເຈົ້າໜ້າທີ່ທຳນຽບຂາວເອີ້ນຄວາມເຂົ້າໃຈນີ້ວ່າເປັນຄວາມຄືບໜ້າທີ່ສຳຄັນທີ່ເຂົາເຈົ້າ ຫວັງວ່າ ຈະນຳໄປສູ່ການສິ້ນສຸດລົງໂດຍໄວໃນການເຈລະຈາກ່ຽວກັບຂໍ້ຕົກລົງດ້ານຂໍ້ມູນ ເທັກໂນໂລຈີຫຼື ITA ຂອງອົງການໆຄ້າໂລກ ທີ່ນະຄອນເຈນີວາ.

ການເຈລະຈາ ກ່ຽວກັບຂໍ້ຕົກລົງດັ່ງກ່າວນີ້ ໄດ້ຖືກໂຈະເປັນການຊົ່ວຄາວ ມາແຕ່ປີກາຍນີ້ ຍ້ອນການບໍ່ລົງຮອຍກັນ ກ່ຽວກັບວ່າ ຜະລິດຕະພັນໃດແດ່ ຄວນຈະໄດ້ຮັບການຍົກເວັ້ນ ພາຍໃຕ້ຂໍ້ຕົກລົງນີ້.

ການປະກາດໄດ້ມີຂຶ້ນນຶ່ງມື້ ຫລັງຈາກປະທານາທິບໍດີໂອບາມາ ໄດ້ເປີດເຜີຍໃຫ້ຊາບກ່ຽວ ກັບການຈັດແຈງໃໝ່ ເພື່ອຕໍ່ອາຍຸໃນການອອກວີຊ່າໃຫ້ແກ່ຊາວຈີນທີ່ໄປຢ້ຽມຢາມຊຶ່ງເປັນ ການເຄື່ອນໄຫວທີ່ທ່ານຫວັງວ່າ ຈະລົງເລິກໃນຄວາມສຳພັນສອງຝ່າຍແລະຊ່ອຍເສດຖະ ກິດຂອງສະຫະລັດນຳນັ້ນ.

ການປະກາດທັງສອງນີ້ ແມ່ນມີສ່ວນພົວພັນກັບການຮ່ວມມືທາງດ້ານເສດຖະກິດແລະກໍມີ ຂຶ້ນໃນໄລຍະທຳອິດໃນການຢ້ຽມຢາມຂອງປະທານາທິບໍດີຢູ່ໃນຂອບຂອງອົງການເອເພັກ
ນັ້ນ.

ພວກນັກວິເຄາະກ່າວວ່າ ນັ້ນແມ່ນພາກສ່ວນທີ່ງ່າຍຂອງການຢ້ຽມຢາມ. ການພົບປະຂອງ ປະທານາທິບໍດີໂອບາມາກັບປະທານປະເທດຈີນທ່ານ ສີ ຈິ້ນຜິງ ມາຮອດປັດຈຸບັນນີ້ແມ່ນ ພາຍໃຕ້ສະພາບແວດລ້ອມ ຂອງກອງປະຊຸມສຸດຍອດອົງການອເພັກທ່າມກາງການມີໜ້າ ຂອງພວກຜູ້ນຳຈາກເຂດເອເຊຍປາຊີຟິກ.

ປະທານາທິບໍດີສະຫະລັດແມ່ນໄດ້ຮັບການເອົາອົກເອົາໃຈເປັນພິເສດຈາກທ່ານສີ ຈິ້ນຜິງ ເລີ້ມດ້ວຍງານລ້ຽງຮັບຮອງອາຫານຄ່ຳເປັນການສ່ວນໂຕໃນແລງວັນອັງຄານແລະວັນພຸດ ເວລາການຢ້ຽມຢາມຢ່າງເປັນທາງການຂອງທ່ານໂອບາມາເລີ້ມຂຶ້ນ.

ນັ້ນແມ່ນໂອກາດເວລາທີ່ການຫາລືກັນຢ່າງເປັນລ້ຳເປັນສັນ ກ່ຽວກັບເລື່ອງຄວາມໝັ້ນຄົງ ເລີ້ມຂຶ້ນຮວມທັງຄວາມວິຕົກກັງວົນຂອງສະຫະລັດໃນການອ້າງກຳມະສິດທາງທະເລຂອງ ຈີນ ຢູ່ໃນເຂດທະເລຈີນຕາເວັນອອກ ແລະທະເລຈີນໃຕ້ ຄວາມສຳພັນລະຫວ່າງກອງທັບ ກັບກອງທັບ ແລະເລື່ອງສິດທິມະນຸດນຳດ້ວຍ.

ໃນລະຫວ່າງກອງປະຊຸມສຸດຍອດເອເພັກໃນວັນອັງຄານວານນີ້ ປະທານາທິບໍດີໂອບາມາ ໄດ້ມີໂອກາດໂອ້ລົມ ເປັນເວລາສັ້ນໆກັບປະທານາທິບໍດີຣັດເຊຍ ທ່ານ Vladimir Putin. ເຈົ້າໜ້າທີ່ທຳນຽບຂາວກ່າວວ່າ ຜູ້ນຳທັງສອງໄດ້ຫາລືກັນກ່ຽວກັບເລື່ອງອີຣ່ານ ຊີເຣຍແລະ ຢູເຄຣນ ແຕ່ບໍ່ໄດ້ໃຫ້ລາຍລະອຽດໃດໆ.

ໃນວັນພຸດມື້ນີ້ ປະທານາທິບໍດີໂອບາມາ ຈະອອກເດີນທາງໄປ ຢ້ຽມຢາມມຽນມາ ບ່ອນທີ່ ນອກຈາກໄປຮ່ວມກອງປະຊຸມສຸດຍອດລະດັບພູມີພາກສອງກອງປະຊຸມແລ້ວທ່ານຍັງຈະ ຊຸກຍູ້ໃຫ້ພວກຜູ້ນຳມຽນມາ ເລັ່ງລັດການປະຕິຮູບທາງດ້ານການເມືອງ ຫລັງຈາກປະເທດ ດັ່ງກ່າວໄດ້ໂຜ່ໂຕອອກມາຈາກການປົກຄອງຂອງພວກທະຫານເປັນເວລາຫຼາຍໆທົດສະ
ວັດ.

Obama Seeks a Brighter Future for US-China Relations
please wait

No media source currently available

0:00 0:01:55 0:00

President Obama and Chinese leaders have reached an understanding that could lead to the slashing of tariffs on high-tech exports like medical equipment and videogame consoles. VOA White House correspondent Luis Ramirez is traveling with the U.S. President and has this report.

U.S. Trade Representative Michael Froman made the announcement in Beijing, where President Obama has been attending the Asia Pacific Economic Cooperation summit.

"This is encouraging news for the U.S./China relationship. It shows how the U.S. and China work together to both advance our bilateral economic agenda but also to support the multilateral trading system."

The development comes as President Obama works to find common ground with China in the face of friction over issues including China's maritime claims, and the suspicion among Chinese leaders that the United States is trying to contain China's rise as a global power.

White House officials call the understanding an important breakthrough that they hope will bring about a rapid conclusion to negotiations for the Information Technology Agreement the World Trade Organization in Geneva.

Talks on the agreement have been on hold since last year due to disagreements on which products should be covered under the deal.

The announcement came a day after Mr. Obama unveiled a new arrangement to extend the validity of visas for Chinese visitors, a move he hopes will deepen ties and help the U.S. economy.
Both announcements have to do with economic cooperation and they happened in the first part of President Obama's visit, in the framework of APEC.

That, analysts say, has been the easy part of the visit.
Mr. Obama's meetings with Chinese leader Xi Jinping have thus far been in the context of the APEC summit, in the presence of leaders from across the Asia Pacific region.

The U.S president gets Mr. Xi's undivided attention starting with a private dinner late Tuesday and Wednesday, when Mr. Obama's state visit begins.

That is when more substantive security issues including U.S. concerns over China's maritime claims in the East and South China Seas, military-to-military relations, and also human rights.

During the APEC meetings Tuesday, President Obama had a number of brief opportunities to speak with Russian President Vladimir Putin.White House officials say the two talked about Iran, Syria, and Ukraine, but gave no details.

Later Wednesday, President Obama heads to Myanmar, also known as Burma, where, aside from attending two regional summits, he will encourage Myanmar's leaders to speed up political reforms after the country's emergence from decades of military rule.

XS
SM
MD
LG