ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ແຄຣີ ຮຽກຮ້ອງ ໃຫ້ 'ແກ້ໄຂທາງການທູດ' ຕໍ່ບັນຫາຂັດແຍ້ງ ໃນທະເລຈີນໃຕ້


US, China Soften South China Sea Rhetoric -- For Now
please wait

No media source currently available

0:00 0:02:07 0:00

ລັດຖະມົນຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວວ່າ ສະຫະລັດ ຮຽກຮ້ອງ ຈີນ ແລະ ບັນດາປະເທດເພື່ອນບ້ານ ໃນເອເຊຍປາຊີຟິກ ໃຫ້ “ຫາຂໍ້ແກ້ໄຂທາງການທູດ” ສຳລັບບັນຫາຂັດແຍ້ງດ້ານເຂດນ້ຳແດນດິນ ໃນທະເລຈີນໃຕ້.

ປະທານ ປະເທດຈີນ ທ່ານ Xi Jinping, ຂວາ, ພົບປະກັບ ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry, ກາງ, ແລະ ລັດຖະມົນຕີກະຊວງການເງິນ ທ່ານ Jack Lew ໃນລະຫວ່າງ ພິທີເປີດ ຮ່ວມກັນ ກອງປະຊຸມ ວ່າດ້ວຍການປຶກສາຫາລື ດ້ານຍຸດທະສາດ ແລະ ເສດຖະກິດ ຄັ້ງທີ 8, ໃນນະຄອນຫຼວງປັກກິ່ງ, ວັນທີ 6 ມິຖຸນາ 2016.
ປະທານ ປະເທດຈີນ ທ່ານ Xi Jinping, ຂວາ, ພົບປະກັບ ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry, ກາງ, ແລະ ລັດຖະມົນຕີກະຊວງການເງິນ ທ່ານ Jack Lew ໃນລະຫວ່າງ ພິທີເປີດ ຮ່ວມກັນ ກອງປະຊຸມ ວ່າດ້ວຍການປຶກສາຫາລື ດ້ານຍຸດທະສາດ ແລະ ເສດຖະກິດ ຄັ້ງທີ 8, ໃນນະຄອນຫຼວງປັກກິ່ງ, ວັນທີ 6 ມິຖຸນາ 2016.

ທ່ານ Kerry ໄດ້ໃຫ້ຄຳເຫັນດັ່ງກ່າວ ໃນວັນຈັນມື້ນີ້ ເວລາເປີດກອງປະຊຸມ ປະຈຳປີ ຄັ້ງທີ 8 ວ່າດ້ວຍການປຶກສາຫາລື ດ້ານຍຸດທະສາດ ແລະ ເສດຖະກິດ ລະຫວ່າງ ສະຫະລັດ ກັບ ຈີນ ໃນນະຄອນຫຼວງປັກກິ່ງ. ຄວາມເຫັນຂອງທ່ານ ອ້າງອີງເຖິງ ຄວາມເປັນຫ່ວງ ກັງວົນ ທີ່ມີຫຼາຍຂຶ້ນ ຢູ່ໃນຂົງເຂດ ຕໍ່ການກໍ່ສ້າງ ສະຖານທີ່ທັງຫຼາຍ ທາງທະຫານ ໃສ່ ເກາະດອນ ແລະ ໂຄ້ນຫິນປະກາລັງຕ່າງໆ ຢູ່ໃນທະເລຈີນໃຕ້ ຢ່າງຫ້າວຫັນ ຂອງຈີນ ຊຶ່ງພວກເກາະດອນເຫຼົ່ານັ້ນ ຍັງຖືກອ້າງເອົາກຳມະສິດ ໂດຍ ໄຕ້ຫວັນ ຫວຽດນາມ ຟີລິບປິນ ບຣູນາຍ ແລະ ອິນໂດເນເຊຍນຳ.

ປະມານ 5 ພັນຕື້ໂດລາຕໍ່ປີ ຂອງການຄ້າຂາຍ ໄດ້ຜ່ານເສັ້ນທາງທະເລຈີນໃຕ້ ຊຶ່ງຍັງເຊື່ອ ກັນວ່າ ຢູ່ທີ່ແຫ່ງນີ້ ມີ ນ້ຳມັນ ແລະ ແກັສທຳມະຊາດ ສະສົມໄວ້ ຢ່າງຫຼວງຫຼາຍ.

ຮອງນາຍົກຈີນ ທ່ານ Wang Yang ກ່າວຖະແຫລງ ໃນລະຫວ່າງ ພິທີເປີດຮ່ວມ ກອງປະຊຸມ ວ່າດ້ວຍການປຶກສາຫາລື ດ້ານຍຸດທະສາດ ແລະ ເສດຖະກິດ ຄັ້ງທີ 8, ໃນນະຄອນຫຼວງປັກກິ່ງ, ວັນທີ 6 ມິຖຸນາ 2016.
ຮອງນາຍົກຈີນ ທ່ານ Wang Yang ກ່າວຖະແຫລງ ໃນລະຫວ່າງ ພິທີເປີດຮ່ວມ ກອງປະຊຸມ ວ່າດ້ວຍການປຶກສາຫາລື ດ້ານຍຸດທະສາດ ແລະ ເສດຖະກິດ ຄັ້ງທີ 8, ໃນນະຄອນຫຼວງປັກກິ່ງ, ວັນທີ 6 ມິຖຸນາ 2016.

ຈີນບໍ່ພໍໃຈ ນຳການບິນສອດແນມຂອງສະຫະລັດ ຢູ່ເທິງນ່ານຟ້າ ໃນຂົງເຂດດັ່ງກ່າວ ມີລາຍງານວ່າ ປັກກິ່ງ ພວມພິຈາລະນາວ່າ ຈະກໍ່ຕັ້ງເຂດປ້ອງກັນທາງອາກາດ​ຂຶ້ນ ເພື່ອ​ໃຫ້​ລະບຸຕົວ ຫຼື ADIZ ຢູ່ໃນບາງສ່ວນຂອງທະເລຈີນໃຕ້ ຊຶ່ງຈະຕ້ອງໃຫ້ເຮືອບິນ ໝົດ ທຸກລຳ ທີ່ບິນເຂົ້າໄປໃນເຂດດັ່ງກ່າວ ໃຫ້ລົງທະບຽນ ກັບທາງການຈີນ ກ່ອນທີ່ຈະບິນເຂົ້າ ໄປໃນເສັ້ນທາງອາກາດນັ້ນໄດ້. ໃນລະຫວ່າງ ການຢຸດແວ່ ຢູ່ໃນມົງໂກເລຍ ໃນວັນອາທິດ ວານນີ້ ທ່ານ Kerryກ່າວວ່າ ການກະທຳເຊັ່ນນັ້ນ ຈະເປັນ “ການກະທຳ ທີ່ທ້າທາຍ ແລະ ການສ້າງຄວາມບໍ່ທຸ່ນ​ທ່ຽງ.”

ທ່ານ Kerry ຍັງໄດ້ໃຊ້ຄຳເຫັນໃນການເປີດພິທີ ເພື່ອເນັ້ນໃຫ້ເຫັນເຖິງ “ຂີດໝາຍໃໝ່ ໃນການຮ່ວມມື” ລະຫວ່າງ ປັກກິ່ງ ກັບ ວໍຊິງຕັນ ກ່ຽວກັບບັນຫາຕ່າງໆ ຈຳນວນນຶ່ງ ປະກອບດ້ວຍ ການປ່ຽນແປງຂອງດິນຟ້າອາກາດ ຄວາມສຸກເສີນຕ່າງໆ ດ້ານສຸຂະພາບ ຂອງໂລກ

ແລະ ຫລຸດຜ່ອນ ການແຜ່ຂະຫຍາຍດ້ານນິວເຄລຍ ລວມທັງການລົງໂທດໃຫ້ຮັດກຸມຂຶ້ນ ຕໍ່ເກົາຫຼີເໜືອ ເມື່ອບໍ່ດົນມານີ້ ກ່ຽວກັບໂຄງການສ້າງອາວຸດນິວເຄລຍຂອງເຂົາ. ທ່ານ Kerry ໄດ້ກ່າວອີກວ່າ “ມັນມີຄວາມຈຳເປັນທີ່ຈະຕ້ອງກົດດັນ ໃສ່ເກົາຫຼີເໜືອ ຢູ່ເລື້ອຍໆ ເພື່ອໃຫ້ຍຸຕິ ການກະທຳໃດໆ ແລະ ທັງໝົດ ທີ່ເປັນການຂົ່ມຂູ່ ບັນດາປະເທດເພື່ອນບ້ານຂອງຕົນ.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

US China Dialogue
please wait
Embed

No media source currently available

0:00 0:01:14 0:00

XS
SM
MD
LG