ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະລັດກັບຈີນຮື້ຟື້ນ ການພົວພັນ ທາງທະຫານ ລະຫວ່າງກັນ


ທໍານຽບຫ້າແຈ ຫລື ກະຊວງປ້ອງກັນປະເທດສະຫະລັດ
ທໍານຽບຫ້າແຈ ຫລື ກະຊວງປ້ອງກັນປະເທດສະຫະລັດ

ໂຄສົກທໍານຽບຫ້າແຈ ຫລື Pentagon ຂອງສະຫະລັດເວົ້າວ່າ ຈີນໄດ້ຍຸດຕິການໂຈະການ ຕິດຕໍ່ພົວພັນທາງທະຫານກັບສະຫະລັດມາເປັນເວລາ 8 ເດືອນນັ້ນແລ້ວ ໂດຍໄດ້ຕົກລົງທີ່ ຈະດໍາເນີນການເຈລະຈາ ໃນບັນຫາການປ້ອງກັນຊາດສອງຊຸດດ້ວຍກັນ ກັບສະຫະລັດ ໃນ ຊຸມເດືອນທີ່ຈະມາເຖິງນີ້. ການຕົກລົງທີ່ວ່ານີ້ ໄດ້ມີຂຶ້ນໃນລະຫວ່າງການເດີນທາງໄປຢ້ຽມ ຢາມຈີນ ຂອງເຈົ້າໜ້າທີ່ປ້ອງກັນຊາດລະດັບສູງຂອງສະຫະລັດ ໃນອາທິດທີ່ຜ່ານມາ.

ພັນເອກ David Lapan​ໂຄສົກ​ປະ​ຈໍາ​ກະຊວງ​ປ້ອງ​ກັນ ​ປະ​ເທດສະຫະລັດ​ເວົ້າວ່າ ຈີນ​ໄດ້​ຕົກລົງ​ທີ່​ຈະ​ດໍາ​ເນີນ​ການ ​ເຈລະຈາກັບ​ສະຫະລັດ​ທີ່​ເພັ່ງ​ເລັງ​ໃສ່​ບັນຫາກອງທັບເຮືອຢູ່ ​ລັດຮາວາຍໃນກາງ​ເດືອນ​ຕຸລາ​ນີ້ ​ແລະເຫັນ​ດີ​ທີ່​ຈະເຂົ້າຮ່ວມ ການປຶກສາ​ຫາລື​ກັນດ້ານບັນຫາປ້ອງ​ກັນຊາດໃນຂອບເຂດ ​ທີ່​ກວ້າງຂວາງ​ກວ່າ​ນັ້ນອີກ ຢູ່​ວໍ​ຊິງ​ຕັນໃນ​ປາຍປີນີ້. ການ ປະຊຸມກັນ​ເຫລົ່າ​ນີ້​ແມ່ນເປັນ​ການ​ພົບ​ປະ​ຫາລື​ກັນໃນລະດັບ ສູງ​ທີ່​ເຄີຍ​ມີ​ມາເປັນ​ປະ​ຈໍາ ອັນເປັນສ່ວນ​ນຶ່ງຂອງພື້ນຖານ ຂອງ​ສາຍ​ສໍາພັນດ້ານ​ປ້ອງ​ກັນຊາ​ດລະ​ຫວ່າ​ງສະຫະລັດ ກັບຈີນ.

ທ່ານ Lapan ກ່າວ​ວ່າ ທ່ານບໍ່ສາມາດ​ເວົ້າ​ໄດ້ວ່າ ຈະ​ມີ​ການ​ຮື້​ຟື້ນການ​ປະຊຸມ​ ​ແລະການ​ແລກປ່ຽນກັນ​ດ້ານອື່ນໆນໍາ​ຫລື​ບໍ່ ​ແຕ່​ເມື່ອຖືກ​ຖາມວ່າ ​ການ​ໂຈະ​ການ​ຕິດ​ຕໍ່ພົວພັນ​ກັນ ໄດ້ສິ້ນສຸດລົງ​ແທ້​ຫລື​ບໍ່​ນັ້ນ ທ່ານ​ຕອບ​ວ່າ ແມ່ນແລ້ວ ພວກ ເຮົາໄດ້ຕົກລົງທີ່ຈະກັບມາພົວພັນກັນ​ແບບນີ້ຄືນໃໝ່ ​ແລະ ນັ້ນໝາຍ​ຄວາມ​ວ່າສາຍ​ພົວພັນ​ທາງ​ທະຫານລະຫວ່າງ ສະຫະລັດ​ກັບ​ຈີນ ​ໄດ້​ກັບ​ຄືນ​ມາສູ່ລະດັບປົກກະຕິຄື​ເກົ່າ​ແລ້ວ. ທ່ານ​ອະທິບາຍ​ຕໍ່​ໄປ​ວ່າ:

“ມັນກັບຄືນມາຢູ່ບ່ອນທີ່ພວກເຮົາຕ້ອງການ​ແລ້ວ ຊຶ່ງນັ້ນກໍ​ຄື​ຮື້ຟື້ນການຕິດຕໍ່ແລະ ຄວາມສໍາພັນລະຫວ່າງກອງທັບ​ກັບ​ກອງທັບຄືນໃໝ່ ​ແລະ​ແນ່ນອນ​ວ່າຄວາມຫວັງ ຂອງພວກເຮົາກໍຄືວ່າ ມັນຈະດຳເນີນສືບຕໍ່ໄປ ດັ່ງ​ທີ່ພວກເຮົາໄດ້ເນັ້ນຍໍ້າກັນຢູ່ໃນ ກອງປະຊຸມເຫລົ່ານີ້ ກໍ​ຄືວ່າພວກເຮົາຢາກຫລີກໜີຈາກການປະຕິບັດແບບເວົ້າກັນ ອີກ ​ແລ້ວກໍເລີກເວົ້າກັນອີກ ຢູ່​ຊໍ້າໆ​ຊາກໆ​ນັ້ນ.”

ຈີນ​ໄດ້​ໂຈະ​ການ​ຕິດ​ຕໍ່​ພົວພັນ​ດ້ານ​ປ້ອງ​ກັນຊາ​ດ​ກັບສະຫະລັດ ​ໃນ​ເດືອນມັງກອນປີ​ນີ້ ພາຍ ຫລັງທີ່ສະຫະລັດ​ໄດ້ອະນຸມັດການ​ຂາຍ​ອາວຸດ ​ມູນຄ່າ 6 ພັນ​ລ້ານໂດ​ລາ​ໃຫ້​ແກ່ໄຕ້​ຫວັນ. ນັບ​ເປັນ​ເທື່ອທີ່​ສອງ​ໃນຮອບ 3 ປີ ທີ່​ລັດຖະບານ​ປັກ​ກິ່ງໄດ້​ສະ​ແດງ​ປະຕິກິລິ​ຍາ​ແບບ​ນີ້ ຕໍ່ ການ​ຂາຍ​ອາວຸດໃຫ້​ໄຕ້​ຫວັນ ຊຶ່ງ​ເຮັດ​ໃຫ້​ເຈົ້າໜ້າທີ່​ຂັ້ນສູງ​ຂອງສະຫະ​ລັດ ຮຽກຮ້ອງ​ໃຫ້​ຈີນ ຢຸດ​ເຊົາການໂຕ້​ຕອບ​ເຊັ່ນນັ້ນ. ພວກ​ເຈົ້າໜ້າທີ່ດັ່ງກ່າວເວົ້າວ່າ ​ການພົວພັນ​ກັນ​ທາງ​ທະ ຫານຢ່າງ​ເປັນ​ປົກກະຕິ ​ແມ່ນຈໍ​າເປັນເພື່ອ​ຫລີກ​ລ່ຽງການ​ເຂົ້າ​ໃຈ​ຜິດກັນ ​ໃນ​ຂະນະທີ່ລັດຖະ ບານ​ປັກ​ກິ່ງ ກໍາລັງທໍາ​ຄວາມ​ກ້າວໜ້າຢ່າງ​ໃຫຍ່​ຫລວງ ໃນການເສີມສ້າງສະ​ມັດ​ທະພາບ​ ທາງ​ທະຫານ​ຂອງ​ຕົນ.

ທ່ານ Michael Schiffer ຮອງລັດຖະມົນຕີຊ່ວຍ ກະຊວງປ້ອງກັນປະເທດສະຫະລັດ ຮັບຜິດຊອບ ກິດຈະການເອເຊຍ-ປາຊີຟິກ
ທ່ານ Michael Schiffer ຮອງລັດຖະມົນຕີຊ່ວຍ ກະຊວງປ້ອງກັນປະເທດສະຫະລັດ ຮັບຜິດຊອບ ກິດຈະການເອເຊຍ-ປາຊີຟິກ

ພັນເອກ Lapan ​ກ່າວ​ວ່າ ​ນັ້ນ​ແມ່ນສານ​ທີ່​ທ່ານ Michael Schiffer, ຮອງ​ລັດຖະມົນຕີ​ຊ່ວຍກະຊວງ​ປ້ອງ​ກັນ​ປະ​ເທດສະຫະລັດ ນໍາ​ ໄປ​ແຈ້ງ​ໃຫ້​ເຈົ້າ​ໜ້າ​ທີ່​ຈີນຊາບໃນ​ອາທິດ​ແລ້ວ​ນີ້ ​ໃນການ​ພົບ​ປະຫລາຍໆບັ້ນ ທີ່​ຍັງ​ຜົນ​ໃຫ້​ມີ​ການ​ປະກາດຂ່າວ​ການ​ສີ້​ນສຸດ​ການ​ໂຈະ​ການ​ຕິດ​ຕໍ່​ພົວພັນ​ກັນ​ ​ໃນວັນ​ພຸດແລ້ວນີ້. ​ ທ່ານ Lapan ກ່າວ​ຕໍ່​ໄປ​ວ່າ ​ເບິ່ງ​ຄື​ວ່າຈີນ​ກໍ​ເຫັນ​ດີ​ນໍາ ຢ່າງໜ້ອຍ ກໍ​ໃນ​ເວລາ​ນີ້. ທ່ານ​ເວົ້າ​ວ່າ:

“ຂ້າພະເຈົ້າເວົ້າແທນເຂົາເຈົ້າບໍ່ໄດ້ ແຕ່ ແນ່ນອນວ່າ ພວກເຂົາເຈົ້າ​ໄດ້​ເຫັນ​ພ້ອມ​ນໍາຂໍ້ທີ່​ວ່າ ການພົວພັນຕິດຕໍ່ກັນແບບປົກ ກະຕິແລະການສ້າງຄວາມສຳພັນກັນແບບ ນີ້ ​ແມ່ນສຳຄັນຕໍ່​ການສ້າງຄວາມໄວ້ເນື້ອ ເຊື່ອໃຈກັນ ​ແລະຫລີກເວັ້ນຈາກການສື່ ສານກັນ​ແບບຜິດໆ ແລະການຄໍານວນ ທີ່ຜິດພາດນັ້ນ.”

ລາຍ​ງານ​ຈາກປັກ​ກິ່ງໂດຍ​ອົງການ​ຂ່າວຊິນ​ຫົວຂອງ​ທາງ​ການ​ຈີນ ໃນວັນ​ອັງຄານ​ອາທິດ​ແລ້ວ ນີ້ເວົ້າວ່າ ການ​ເຈລະຈາດ້ານ​ການ​ປ້ອງ​ກັນ​ປະ​ເທດຈະ​ໄດ້​ກັບ​ມາ​ສືບຕໍ່ດໍາ​ເນີນ​ໄປ​ອີກ ​ແຕ່​ບໍ່​ໄດ້​ ໃຫ້​ລາຍ​ລະອຽດຢ່າງ​ເຈາະ​ຈົງ ດັ່ງທີ່​ທໍານຽບຫ້າ​ແຈ​ ໄດ້​ລາຍ​ງານ​ໃນ​ວັນ​ພຸດ​ຜ່ານ​ມາ​ນັ້ນ.

ເຮືອດໍານໍ້າຂອງຈີນ ທີ່ລາດຕະເວນ ຢູ່ໃນເຂດທະເລຈີນໃຕ້
ເຮືອດໍານໍ້າຂອງຈີນ ທີ່ລາດຕະເວນ ຢູ່ໃນເຂດທະເລຈີນໃຕ້

ລາຍ​ງານຂອງຊິນ​ຫົວ​ໄດ້​ອ້າງຄໍາເວົ້າຂອງ ທ່ານ Qian Lihua, ເຈົ້າໜ້າທີ່​ຝ່າຍ​ປ້ອງ​ກັນ​ປະ​ເທດ​ຂອງ​ຈີນ ທີ່ໄດ້​ກ່າວ ຕໍ່ທ່ານຮອງ​ລັດ ຖະມົນຕີ​ຊ່ວຍ Schiffer ວ່າ ​ສະ​ຖາ​ບັນ​ປ້ອງ​ກັນ​ຊາດຂອງທັງ​ສອງປະ​ເທດ​ ຈະ​ຮື້​ຟື້ນ​ການ​ແລກປ່ຽນກັນຄືນ ເພື່ອຮ່ວມກັນ​ສົ່ງ​ເສີມ​ການ​ພັ​ດທະ​ນາສາ​ຍພົວພັນ​ທາງ​ທະຫານ ​ທີ່​ມີ​ຄວາມ​ແຂງແຮງ​ແລະໝັ້ນຄົງ. ​ແຕ່​ທ່ານ Qian ບໍ່​ໄດ້ຮັບປາກ​ທີ່​ຈະ​ຢຸດ​ເຊົາ​ທໍາ​ການ​ໂຈະ​ການ ຕິດຕໍ່​ພົວພັນ​ກັນທາງ​ທະຫານ ເພື່ອ​ແກ້​ແຄ້ນ ນັ້ນ. ​ທ່ານ​ເວົ້າວ່າ ການ​ພົວພັນ​ທາງ​ທະຫານ “ປະ​ເຊີນ​ກັບຫລາຍໆ​ບັນຫາ” ​ທີ່​ຈໍາ​ເປັນ​ຕ້ອງ​ໄດ້​ຮັບ​ການ “ແກ້​ໄຂຢ່າງຮີບດ່ວນ” ​ແລະວ່າ “ການພິທັກຮັກສາ​ຄວາມໝັ້ນຄົງ​ຂອງການ​ພົວພັນ​ທາງ​ທະຫານ ລະຫວ່າງ​ຈີນ​ແລະສະຫະລັດ ຄວນ​ຈະ​ເປັນໜ້າທີ່ຂອງ​ທັງ​ສອງ​ຝ່າຍ ທີ່​ຕ້ອງ​ຮັບຜິດ​ຊອບນໍາ​ກັນ.”

ປະກົດ​ວ່າ ຄຳ​ເວົ້ານັ້ນ ​ເປັນ​ການ​ກ່າວເຕືອນວ່າ ການ​ຂາຍອາວຸດ​ຂ​ອງອາ​ເມຣິກາ ​ໃຫ້​ແກ່ ​ໄຕ້​ຫວັນອີກໃນ​ອະນາ​ຄົດ ອາດ​ສາມາດນຳ​ໄປ​ສູ່​ການຢຸດ​ສະ​ງັກລົງ​ໃນສາຍ​ພົວພັນ​ທາງ​ທະ ຫານລະຫວ່າງ​ສະຫະລັດ​ກັບຈີນ ອີກ​ໄດ້.

ແຕ່​ວ່າ ​ໃນ​ຕອນ​ທີ່​ສະຫະລັດປ່ຽນການຮັບຮູ້ ທາງ​ການ​ທູດຈາກໄຕ້​ຫວັນ ​ໄປ​ຫາປັກ​ກິ່ງໃນ​ປີ 1978 ນັ້ນ ສະຫະລັດ​ໄດ້​ໃຫ້​ຄຳໝັ້ນສັນຍາ​ວ່າ ຈະ​ຊ່ວຍສະໜອງພາຫາ​ນະ​ສໍາລັບປ້ອງ​ກັນ ຕົນ​ເອງໃຫ້​ໄຕ້​ຫວັນ. ​ໃນ​ເດືອນ​ມິຖຸນາຜ່ານ​ມາ ລັດຖະມົນ​ຕີປ້ອງ​ກັນ​ປະ​ເທດ Robert Gates ​ໄດ້​ໃຫ້​ຂໍ້​ສັງ​ເກດວ່າ ການ​ຂາຍ​ອາວຸດ​ໃຫ້​ໄຕ້​ຫວັນບໍ່​ແມ່ນ​ເລື້ອງ​ໃໝ່ ​ແລະວ່າ ຜົນ​ກະທົບ​ຂອງ​ການ​ຂາຍອາວຸດ​ດັ່ງກ່າວ ຕໍ່ສາຍ​ພົວພັນ​ທາງ​ທະຫານລະຫວ່າງສະຫະລັດກັບ ຈີນ ​ແມ່ນ​ຂຶ້ນກັບ​ວ່າຜູ້​ນໍາຈີນ “ຢາກ​ເຮັດ​ໃຫ້​ເລື້ອງນີ້ ​ກາຍເປັນ​ເລື້ອງ​ໃຫຍ່​ຫລືບໍ່​ເທົ່າ​ນັ້ນ.”

XS
SM
MD
LG