ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດກ່າວວ່າ ຈີນ, ອີຣ່ານ, ຣັດເຊຍ, ແລະມຽນມາ ເປັນປະເທດທີ່ມີການລະເມີດ ເສລີພາບໃນການນັບຖືສາສະໜາ ຮ້າຍ​ແຮງທີ່ສຸດ


US: China, Iran, Russia, Myanmar Top Violators of Religious Freedom
please wait

No media source currently available

0:00 0:02:29 0:00

ລາຍງານກ່ຽວກັບ ການເປີດເຜີຍຂອງສະຫະລັດວ່າ ຈີນ, ອີຣ່ານ, ຣັດເຊຍ ແລະມຽນມາ ເປັນປະເທດທີ່ມີການລະເມີດເສລີພາບໃນການນັບຖືສາສະໜາສູງທີ່ສຸດ.

ບົດລາຍງານປະຈໍາປີຂອງລັດຖະບານສະຫະລັດພົບວ່າ ອິດສະຫຼະພາບໃນການນັບຖືສາສະໜາ ແມ່ນຖືກໂຈມຕີ ຢູ່​ໃນທົ່ວໂລກ ​ໂດຍ​ສະ​ເພາະໃນສິ່ງທີ່ກະຊວງການຕ່າງປະເທດສະຫະລັດ ຮ້ອງວ່າ ບັນດາປະເທດ ທີ່ໜ້າເປັນຫວ່ງຫຼາຍ ເຊິ່ງລວມມີ ຈີນ, ອີຣ່ານ, ຣັດເຊຍ, ມຽນມາ ແລະອື່ນໆ. ໄນກີ ຊິງ, ຫົວໜ້ານັກຂ່າວ VOA ປະຈໍາກະຊວງການຕ່າງປະເທດ ມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລັດຖະມົນຕີກະຊວງການຕ່າງປະເທດຂອງສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ນໍາສະເໜີບົດລາຍງານກ່ຽວກັບເສລີພາບໃນ​ການ​ນັບ​ຖືສາສະໜາ​ປະ
ຈຳ​ປີຂອງສາກົນ ໃນວັນຈັນທີ່ຜ່ານມາ, ເຊິ່ງທ່ານໄດ້ກ່າວສະແດງຄວາມເປັນຫ່ວງວ່າ ລັດຖະບານຜະເດັດການ ຍັງສືບ​ຕໍ່ລະເມີດສິດທິຂັ້ນພື້ນຖານ​ຂອງ​ມະ
ນຸດ ໃນປີ 2022, ເຊິ່ງ ທ່ານໄດ້ກ່າວວ່າ:

“ລັດຖະບານຂອງຫຼາຍໆປະເທດຢູ່ໃນຫຼາຍ​ເຂດທົ່ວໂລກ ຍັງຄົງແນເປົ້າໝາຍໃສ່ສາສະໜາ​ກຸ່ມນ້ອຍ ໂດຍຕິດຕາມກວດກາ ແລະຈັດການດ້ວຍວິທີການຕ່າງໆ ເຊິ່ງລວມມີການທໍລະມານ, ການທຸບຕີ, ການສອດແນມແບບຜິດກົດໝາຍແລະ ໃນອັນທີ່ຮ້ອງວ່າ ສູນສຳ​ມະ​ນາ.”

ທ່ານບລິງເກັນ ໄດ້ອ້າງເຖິງກໍລະນີ ກ່ຽວກັບການກະທໍາຂອງ ຈີນ ໂດຍ “ການຂ້າລ້າງເຜົ່າພັນ ແລະກໍ່ອາຊະຍາກໍາຕ້ານ​ມະ​ນຸດ​ຊາດ” ຕໍ່ຊາວມຸສລິມ​ເຜົ່າວີເກີ ທີ່ອາໄສຢູ່ໃນ​ເຂດຊິນຈຽງຂອງຈີນ.

ເອກ​ອັກຄະລັດຖະທູດ ເພື່ອເສລີພາບໃນການນັບຖືສາສະໜາສາກົນ ທ່ານຣາຊາດ ຮຸສເຊນ (Rashad Hussain) ກໍໄດ້ໃຫ້ຄວາມສໍາຄັນກ່ຽວກັບເລື້ອງນີ້ເຊັ່ນກັນ, ເຊິ່ງ ທ່ານຮຸສເຊນ ກ່າວວ່າ:

“ການຄວບຄຸມຂອງສາທາລະນະປະຊາຊົນຈີນນັ້ນລວມມີ ການຂັງຄຸກ ແລະການເນລະເທດຊາວມຸສລິມ​ເຜົ່າວີເກີຈຳ​ນວນ​ຫຼວງຫຼາຍ ໄປຢູ່ສູນສຳ​ມະ​ນາ.”

ລັດຖະບານປັກກິ່ງ ໄດ້ປະຕິເສດຕໍ່ການປະນາມຂອງສາກົນ ໂດຍກ່າວວ່າ ສູນກັກຂັງຂະໜາດໃຫຍ່ທີ່ກ່າວມານັ້ນ ແມ່ນສູນກາງການສຶກສາວິ​ຊາອາຊີບຕ່າງໆ.

ແຕ່ວ່າ ຄະນະກໍາມະການທີ່​ປະ​ກອບ​ດ້ວຍ​ສອງ​ພັກຢູ່ໃນສະຫະລັດ ກ່ຽວກັບເສ ລີພາບໃນດ້ານການນັບຖືສາສະໜາລະຫວ່າງປະເທດກ່າວວ່າ ສູນເຫຼົ່ານັ້ນ ເປັນ “ສູນຄຸມ​ຂັງ,” ເຊິ່ງທັດ​ເປັ​ນສະນະຂອງຄະນະກໍາ​ມາ​ທິການທີ່ໄດ້ກ່າວວ່າ ຍັງໄດ້​ມີ​ການແບ່ງປັນໃຫ້​ແກ່​ລັດ​ຖະ​ສະ​ພາຂອງສະຫະລັດອີກດ້ວຍ.

ທ່ານນູຣີ ເທີເກລ (Nury Turkel), ​ປະ​ທານຄະນະກໍາ​ມາ​ທິການ ເພື່ອເສລີ ພາບໃນການນັບຖືສາສະໜາສາກົນ ກ່າວກັບ VOA ໂດຍຜ່ານຊູມວ່າ:

“ສູນສຳ​ມະ​ນາຟັງເບິ່ງຄືວ່າ ເປັນສູນທີ່​ບໍ່​ມີ​ອັນ​ຕະ​ລາຍ​ຫຍັງ​ເລີຍ. ສະນັ້ນ, ພວກເຈົ້າໜ້າທີ່ທາງການຂອງຈີນ ຈຶ່ງໄດ້ນໍາໃຊ້ລັກສະນະດັ່ງກ່າວ ເພື່ອເປັນເຫດຜົນໃນການຂ້າລ້າງເຜົ່າພັນໃນສັດຕະວັດທີ່ 21 ແຫ່ງຍຸກສະໄໝໃໝ່ນີ້ ເຊັ່ນ​ສູນຄຸມຂັງລະດັບອຸດສາຫະກໍາ. ດັ່ງທີ່ພວກເຮົາໄດ້ກ່າວໄປແລ້ວວ່າ ປະຊາຊົນຊາວ ມຸສລິມເຜົ່າວີເກີປະມານ 2 ຫາ 3 ລ້ານຄົນ ຍັງຄົງຮູ້ສຶກອິດເມື່ອຍກັບສູນ ທີ່ເປັນສູນ​ຄຸມຂັງເຫຼົ່ານີ້. ນັ້ນແມ່ນຄວາມຮູ້ສຶກຂອງລັດ​ຖະ​ສະ​ພາ.”

ອີຣ່ານ, ຣັດເຊຍ, ລັດຖະບານຜະເດັດການທະຫານຢູ່ໃນມຽນມາ ແລະກຸ່ມຕາລີບານໃນອັຟການິສຖານ ຍັງໄດ້ຖືກອ້າງວ່າ ມີການລະເມີດທາງດ້ານສາສະໜາເຊັ່ນດຽວກັນ.

ໃນຂະນະດຽວກັນ, ບົດລາຍງານຂອງກະຊວງການຕ່າງປະເທດເປີດເຜີຍວ່າ ການດໍາເນີນງານທີ່ກ້າວໜ້າຢ່າງແທ້ຈິງນັ້ນ ມີແຕ່ປະຕິບັດໄດ້ບາງສ່ວນຢູ່ໃນໂລກ ເຊັ່ນວ່າ: ປະເທດສາທາລະນະອາຟຣິກາກາງ, ເຊິ່ງເປັນບ່ອນທີ່ສານອາຍາພິເສດ ຍັງຄົງດໍາເນີນຄະດີໃນກໍລະນີຕ່າງໆ ກ່ຽວກັບການລະເມີດສິດທິຂັ້ນພື້ນການໃນການນັບຖືສາສະໜາຂອງພົນລະເຮືອນ.

An annual U.S. government report finds religious freedom under assault throughout the world, notably in what the State Department calls Countries of Particular Concern —China, Iran, Russia, Myanmar — among others. VOA State Department Bureau Chief Nike Ching has more.

U.S. Secretary of State Antony Blinken presented the annual International Religious Freedom Report on Monday, voicing concerns that authoritarian governments continued to violate basic rights in 2022.

Antony Blinken, US Secretary of State

“Governments in many parts of the world continue to target religious minorities using a host of methods, including torture, beatings, unlawful surveillance and so-called reeducation camps.”

Blinken cited China for committing “genocide and crimes against humanity” against Muslim Uyghurs in the Xinjiang region.

Ambassador-at-large for international religious freedom Rashad Hussain also weighed in.

Rashad Hussain, US Ambassador-at-Large for International Religious Freedom

The People’s Republic of China seized, imprisoned and banished predominantly Muslim Uyghurs to reeducation camps.”

Beijing has rejected international condemnation, saying the massive detention camps are vocational education centers.

But the bipartisan U.S. Commission on International Religious Freedom says those camps are “concentration camps,” a view that the commission says is also shared by the U.S. Congress.

Nury Turkel, US Commission on International Religious Freedom, Zoom

“Reeducation camps sounds very, very harmless. So, they [Chinese officials] are using that term to justify 21st-century genocide in modern-day, industrial-scale concentration camps. As we speak, 2 to 3 million Uyghur people are still languishing. ...These camps are concentration camps. That's the sense of Congress.”

Iran, Russia, the military regime in Myanmar and the Taliban in Afghanistan are also cited for violations.

Meanwhile, the State Department report says real progress has been made in some parts of the world, such as in the Central African Republic, where the country’s special criminal court continues to prosecute cases of religious-based violence against civilians.

XS
SM
MD
LG