ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຕັ້ງຂໍ້ຫາຕໍ່ທະຫານຣັດເຊຍ ໃນຖານກໍ່ອາດຊະຍາກຳສົງຄາມ


ໄອຍະການສູງສຸດ ເມີຣິກ ກາແລນ (Merrick Garland) ກ່າວກັບບັນດານັກຂ່າວ ໃນລະຫວ່າງການຖະແຫຼງຂ່າວ ຢູ່ກະຊວງຍຸດຕິທຳ ໃນນະຄອນຫຼວງວໍຊິງຕັນ ວັນທີ 6 ທັນວາ 2023.
ໄອຍະການສູງສຸດ ເມີຣິກ ກາແລນ (Merrick Garland) ກ່າວກັບບັນດານັກຂ່າວ ໃນລະຫວ່າງການຖະແຫຼງຂ່າວ ຢູ່ກະຊວງຍຸດຕິທຳ ໃນນະຄອນຫຼວງວໍຊິງຕັນ ວັນທີ 6 ທັນວາ 2023.

ສະຫະລັດ ​ກຳລັງຕັ້ງຂໍ້ຫາ​ທະຫານ​ຣັດ​ເຊຍ 4 ຄົນ​ ໃນຂໍ້ຫາກໍ່​ອາ​ຊະ​ຍາ​ກຳ​ສົງຄາມ ​ໃນ​ອັນ​ທີ່​ໄອ​ຍະ​ການ​ອາ​ເມ​ຣິກັນ ເອີ້ນ​ວ່າ ​ເປັນ​ການ​ລ່ວງ​ລະ​ເມີດ​ຕໍ່​ພົນລະ​ເມືອງ​ສະຫະລັດ​ ຢ່າງ​ໂຫດຮ້າຍ​ ຫລັງ​ຈາກ​ການບຸກ​ໂຈມ​ຕີ​ຢູ​ເຄຣນຂອງຣັດ​ເຊຍ​ ​ໃນ​ເດືອນ​ກຸມພາ​ປີ​ກາຍ​ນີ້.

ຂໍ້​ກ່າວ​ຫາ​ດັ່ງ​ກ່າວ ເຊິ່ງຖືເປັນ​ຂໍ້​ກ່າວ​ຫາ​ຄັ້ງ​ທຳ​ອິດ​ທີ່ສະ​ຫະ​ລັດ ຍື່ນຟ້ອງພາຍ​ໃຕ້​ກົດ​ໝາຍ​ອາ​ຊະ​ຍາ​ກຳ​ສົງ​ຄາມ​ ທີ່​ມີ​ອາ​ຍຸ​ເກືອບ 30 ປີ, ລວມ​ທັງການ​ສົມ​ຮູ້​ຮ່ວມ​ຄິດ ​ເພື່ອ​ກໍ່​ອາດ​ຊະ​ຍາ​ກຳ​ສົງ​ຄາມ, ການ​ກັກ​ຂັງ​ທີ່​ຜິດ​ກົດ​ໝາຍ, ການ​ທໍ​ລະ​ມານ ແລະ​ການ​ປະ​ຕິ​ບັດ​ທີ່​ບໍ່​ມີ​ມະ​ນຸດ​ສະ​ທຳ ພາຍຫຼັງ​ການ​ຍຶດ​ຄອງ​ບ້ານ ມາຍເລີບ (Mylove) ໃນ​ເຂດເຄີສັນ (Kherson) ທາງພາກໃຕ້ຂອງຢູເຄຣນ ໃນເດືອນເມສາ 2022.

“​ໃນ​ຂະນະ​ທີ່​ໂລກ​ໄດ້​ເຫັນ​ຄວາມ​ເປັນຕາຢ້ານ​ກົວ​ຂອງ​ການ​ຮຸກຮານຢູເຄຣນທີ່ໂຫດຮ້າຍ ຂອງຣັດເຊຍ, ກະຊວງ​ຍຸຕິ​ທຳ​ຂອງ​ສະຫະລັດ ​ກໍໄດ້ເຫັນ​ເຊັ່ນ​ກັນ,” ທ່ານ ເມີຣິກ ກາແລນ (Merrick Garland) ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ສະ​ຫະ​ລັດ ກ່າວ​ໃນ​ວັນ​ພຸດ​ວານ​ນີ້.

ທ່ານກ່າວຕື່ມວ່າ "ກະຊວງຍຸຕິທຳ ແລະປະຊາຊົນຊາວອາເມຣິກັນ ມີຄວາມຊົງຈຳອັນຍາວນານ. "ພວກເຮົາຈະບໍ່ລືມຄວາມໂຫດຮ້າຍໃນຢູເຄຣນ, ແລະພວກເຮົາຈະບໍ່ຢຸດເຮັດວຽກ ເພື່ອນໍາຜູ້ຮັບຜິດຊອບມາ​ລົງ​ໂທດ."

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG