ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ໄດ້ແຈ້ງຂໍ້ຫາທາງອາຍາ ຕໍ່ຜູ້ຕ້ອງສົງໄສຄົນໃໝ່ ໃນການວາງລະເບີດ ເຮືອບິນ ໂດຍສານ ແພນ ແອມ ໃນປີ 1988


ພວງມາລາ ໄດ້ຖືກວາງໄວ້ ຢູ່ຫີນອະນຸສາວະລີເພື່ອລະນຶກເຖິງພວກຜູ້ເຄາະຮ້າຍທັງຫຼາຍ ຂອງຖ້ຽວບິນ Pan Am 103 ທີ່ຖືກວາງລະເບີດ, ຢູ່ໃນສວນສຸສານ Dryfesdale Cemetery, ໃກ້ໆກັບເມືອງລັອກເກີບີ ຂອງສະກັອດແລນ, ວັນທີ 21 ທັນວາ 2018.
ພວງມາລາ ໄດ້ຖືກວາງໄວ້ ຢູ່ຫີນອະນຸສາວະລີເພື່ອລະນຶກເຖິງພວກຜູ້ເຄາະຮ້າຍທັງຫຼາຍ ຂອງຖ້ຽວບິນ Pan Am 103 ທີ່ຖືກວາງລະເບີດ, ຢູ່ໃນສວນສຸສານ Dryfesdale Cemetery, ໃກ້ໆກັບເມືອງລັອກເກີບີ ຂອງສະກັອດແລນ, ວັນທີ 21 ທັນວາ 2018.

ລັດຖະມົນຕີກະຊວງຍຸຕິທຳສະຫະລັດ ທ່ານວີລລຽມ ບາຣ໌ ທີ່ກຳລັງຈະພົ້ນຈາກຕຳແໜ່ງ ໃນວັນຈັນວານນີ້ ໄດ້ປະກາດແຈ້ງຂໍ້ຫາທາງອາຍາຕໍ່ຜູ້ຕ້ອງສົງໄສໃໝ່ ໃນການວາງລະເບີດກໍ່ການຮ້າຍ ໃສ່ເຮືອບິນໂດຍສານ ແພນ ແອມ ເມື່ອປີ 1988 ທີ່ໄດ້ລະເບີດຂຶ້ນເທິງນ່ານຟ້າ ເມືອງລັອກເກີບີ ຂອງສກັອດແລນ.

ຂໍ້ກ່າວຫາທັງຫຼາຍຕໍ່ທ້າວອາບູ ອາເຈີລາ ມາຊູດອະດີດເຈົ້າໜ້າທີ່ອະວຸໂສໜ່ວຍ ສືບລັບຂອງລີເບຍ ແລະເປັນຜູ້ຜະລິດລະເບີດ ໄດ້ມີຂຶ້ນໃນວັນຄົບຮອບ 32 ປີຂອງການວາງລະເບີດ ທີ່ໄດ້ສັງຫານ 270 ຄົນ ໃນສິ່ງທີ່ຍັງຄົງເປັນການໂຈມຕີກໍ່ການຮ້າຍທີ່ຮ້າຍແຮງສຸດໃນປະຫວັດສາດຂອງອັງກິດ ແລະຮ້າຍແຮງອັນດັບສອງ ໃນປະຫວັດສາດຂອງສະຫະລັດ ນຳຫຼັງການໂຈມຕີເມື່ອເດືອນ 9 ວັນທີ 11, 2001.

“ຂໍ້ຄວາມຂອງພວກເຮົາເຖິງພວກກໍ່ການຮ້າຍຄົນອື່ນໆໃນທົ່ວໂລກ ກໍຄືແບບນີ້ ພວກເຈົ້າຈະບໍ່ສຳເລັດ ຖ້າພວກເຈົ້າໂຈມຕີຊາວອາເມຣິກັນ ບໍ່ວ່າພວກເຈົ້າຈະຢູ່ແຫ່ງຫົນໃດ ບໍ່ວ່າຈະຍາວນານຊ່ຳໃດທີ່ມັນຕ້ອງໃຊ້ເວລາ ພວກເຈົ້າຈະຖືກຕິດ ຕາມຫາ ຈົນສຸດຜືນແຜນດິນຂອງໂລກ ຈົນກວ່າວ່າ ຄວາມຍຸຕິທຳໄດ້ສຳເລັດແລ້ວ” ນັ້ນແມ່ນຄຳເວົ້າຂອງທ່ານບາຣ໌ ທີ່ໄດ້ກ່າວໄປ ທີ່ກອງປະຊຸມຖະແຫລງຂ່າວຢູ່ກະຊວງຍຸຕິທຳ.

ທ່ານບາຣ໌ ໄດ້ກ່າວວ່າ ຄະດີນີ້ “ເປັນຄະດີສຳຄັນເປັນພິເສດ” ສຳລັບທ່ານຍ້ອນວ່າ ທ່ານເຄີຍເປັນລັດຖະມົນຕີກະຊວງຍຸຕິທຳ ໃນລັດຖະບານຂອງທ່ານຈອຣຈ໌ ເອັດຈ໌ ດັບໂບຢູ ບຸດຊ໌ ໃນປີ 1991 ໃນເວລາທາງການຂອງສະຫະລັດ ແລະສກັອດແລນ ໄດ້ແຈ້ງຂໍ້ຫາເຈົ້າໜ້າທີ່ໜ່ວຍສືບລັບຂອງລີເບຍສອງຄົນ ໃນການໂຈມຕີກໍ່ການຮ້າຍດັ່ງກ່າວນັ້ນ.

ໃນເບື້ອງຕົ້ນ ລີເບຍ ໄດ້ປະຕິເສດຕໍ່ການມີສ່ວນກ່ຽວຂ້ອງໃດໆ ໃນແຜນການວາງລະເບີດ. ແຕ່ເມື່ອປະເຊີນກັບການກົດດັນຂອງນານາຊາດ ແລະດ້ານການທູດ ຈຶ່ງໄດ້ຕົກລົງໃນປີ 1999 ທີ່ຈະມອບໂຕ ພວກຜູ້ຕ້ອງສົງໄສສອງຄົນດັ່ງ ກ່າວ ໃຫ້ແກ່ເນເທີແລນ ບ່ອນທີ່ພວກເຂົາເຈົ້າໄດ້ຖືກດຳເນີນຄະດີແບບພິເສດໃນການເຂົ້ານັ່ງຮັບຟັງການພິຈາລະນາຢູ່ສານຂອງສກັອດແລນ.

ນຶ່ງໃນຊາຍທັງສອງຄົນ ກໍຄື ທ້າວ ອັບແດລ ບາເສັຕ ອາລີ ອາລ-ເມກຣາຮີ ໄດ້ຖືກສານຕັດສິນວ່າມີຄວາມຜິດ ແລະໄດ້ຖືກລົງໂທດຈຳຄຸກຕະຫຼອດຊີວິດ ໃນປີ 2001. ຜູ້ກ່ຽວໄດ້ຖືກປ່ອຍໂຕເພື່ອເຫັນແກ່ມະນຸດສະທໍາເມື່ອປີ 2009 ເພາະ ວ່າ ລາວໄດ້ເປັນໂຣກມະເຮັງ ແລະຕໍ່ມາກໍໄດ້ເສຍຊີວິດ. ຊາຍຄົນທີສອງ ກໍຄື ທ້າວລາເມັນ ຄາລີຟາ ຟຮີມາ ໄດ້ຖືກສານຍົກຟ້ອງ.

ໃນປີ 2003 ລະບອບການປົກຄອງຂອງມົວມາຣ ກາດາຟີ ໄດ້ຍອມຮັບເອົາຄວາມຮັບຜິດຊອບໃນການໂຈມຕີດັ່ງກ່າວ ແລະໃນເວລາຕໍ່ມາ ກໍໄດ້ຈ່າຍເງິນຈຳນວນ 2 ພັນ 7 ຮ້ອຍລ້ານໂດລາໃຫ້ແກ່ບັນດາຄອບຄົວຂອງຜູ້ເຄາະຮ້າຍທັງຫຼາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG