ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຟ້ອງຊາວອີຣ່ານ 9 ຄົນ ໃນຂໍ້ຫາ ໂຈມຕີ ເຈາະຂໍ້ມູນ ຄອມພິວເຕີ້


ໄອຍະການເຈັບຟຣີ ເບີແມນ ໃນເຂດພາກໃຕ້ ຂອງນິວຢອກ ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ ກັບເຈົ້າໜ້າທີ່ ປະຕິບັດກົດໝາຍອື່ນໆ ທີ່ກະຊວງຍຸຕິທຳ ສຫລ ເພື່ອປະກາດ ກ່ຽວກັບການຟ້ອງ ຊາວອີຣ່ານ.
ໄອຍະການເຈັບຟຣີ ເບີແມນ ໃນເຂດພາກໃຕ້ ຂອງນິວຢອກ ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ ກັບເຈົ້າໜ້າທີ່ ປະຕິບັດກົດໝາຍອື່ນໆ ທີ່ກະຊວງຍຸຕິທຳ ສຫລ ເພື່ອປະກາດ ກ່ຽວກັບການຟ້ອງ ຊາວອີຣ່ານ.

ນຶ່ງໃນການໂຈມຕີທາງອິນເຕີແນັດທີ່ໃຫຍ່ທີ່ສຸດທີ່ໄດ້ຮັບຄວາມສະໜັບສະໜຸນຈາກ
ຕ່າງປະເທດ ທີ່ຖືກຄົ້ນພົບ ໂດຍກະຊວງຍຸຕິທຳສະຫະລັດ ກໍແມ່ນ ພວກເຈາະຂໍ້ມູນ
ຊາວອີຣ່ານ 9 ຄົນ ໄດ້ໃຊ້ເວລາ 4 ປີ​ ເພື່ອຫາທາງ ເຈາະເຂົ້າໄປ ໃນລະບົບຄອມພິວ
ເຕີ້ ຂອງມະຫາວິທະຍາໄລ ອາເມຣິກັນ ແລະຕ່າງປະເທດ ພ້ອມກັບ ສະຖາບັນອື່ນໆ
ອີກຫຼາຍຮ້ອຍແຫ່ງເພື່ອລັກຂະໂມຍເອົາການຄົ້ນຄວ້າທີ່ມີຄຸນຄ່າແລະຂໍ້ມູນສ່ວນຕົວ
ຕ່າງໆ ໃນນາມລັດຖະບານອີຣ່ານ ອີງຕາມສຳນວນຟ້ອງຂອງໄອຍະການໃນວັນສຸກ
ວານນີ້.

ພວກເຈາະຂໍ້ມູນເຫຼົ່ານີ້ ໄດ້ເຮັດວຽກທີ່ສະຖາບັນມັບນາ (Mabna) ຊຶ່ງເປັນບໍລິສັດທີ່
ມີສຳນັກງານຕັ້ງຢູ່ນະຄອນຫຼວງເຕຫະຣ່ານ ແລະໄດ້ທຳການເຈາະເຂົ້າໄປໃນລະບົບ
ຄອມພິວເຕີ້ຕ່າງໆ ຮວມທັງການປຸກລະດົມທີ່ແນເປົ້າໝາຍໃສ່ພວກອາຈານສອນໃນ
ນາມກຳລັງພິທັກປະຕິວັດອີຣ່ານຫຼື IRGC. ໄອຍະການກ່າວວ່າ ກຳລັງພິທັກປະຕິວັດ
ອີຣ່ານ ແມ່ນນຶ່ງໃນຫຼາຍໆອົງການຂອງອີຣ່ານ ທີ່ມີໜ້າທີ່ໃນການເກັບກຳຂໍ້ມູນສືບລັບ.

ຮູບພາບນີ້ ທີ່ນຳອອກເຜີຍແຜ່ ໂດຍອົງການສັນຕິບານກາງ ສຫລ ແມ່ນຊາວອີຣ່ານ 9 ຄົນ ທີ່ເປັນພວກເຈາະຂໍ້ມູນ ຂອງລັດຖະບານອີຣ່ານ
ຮູບພາບນີ້ ທີ່ນຳອອກເຜີຍແຜ່ ໂດຍອົງການສັນຕິບານກາງ ສຫລ ແມ່ນຊາວອີຣ່ານ 9 ຄົນ ທີ່ເປັນພວກເຈາະຂໍ້ມູນ ຂອງລັດຖະບານອີຣ່ານ

ນອກນັ້ນແລ້ວ ພວກເຈາະຂໍ້ມູນດັ່ງກ່າວຍັງໄດ້ຂາຍຂໍ້ມູນທີ່ລັກຂະໂມຍມາໃຫ້ແກ່ມະຫາ
ວິທະຍາໄລຕ່າງໆ ຂອງອີຣ່ານ ແລະລູກຄ້າ ໂດຍຜ່ານເວັບໄຊ 2 ແຫ່ງ ນຶ່ງໃນນັ້ນກໍແມ່ນ
ອະນຸຍາດໃຫ້ຈ່າຍເງິນຕໍ່ຊື່ອາຈານສອນມະຫາວິທະຍາໄລທີ່ລັກຂະໂມຍມາເພື່ອເຂົ້າໄປ ໃນລະບົບຫ້ອງສະໝຸດອອນລາຍ ຂອງອາເມຣິກັນ ແລະມະຫາວິທະຍາໄລຕ່າງປະເທດ ອີງຕາມການເປີດເຜີຍຂອງເຈົ້າໜ້າທີ່ປະຕິບັດກົດໝາຍ.

ການດຳເນີນການດັ່ງກ່າວ ຊຶ່ງໄດ້ເລີ້ມຂຶ້ນ ໃນປີ 2013 ແລະຍັງດຳເນີນຢູ່ຕໍ່ມາ ຈົນເຖິງ
ຢ່າງໜ້ອຍເດືອນທັນວາ ປີ 2017 ຜ່ານມານີ້ ແມ່ນໄດ້ເຈາະເຂົ້າໄປໃນລະບົບຄອມພິວ
ເຕີ້ ຂອງມະຫາວິທະຍາໄລ 320 ແຫ່ງ ຢູ່ໃນ 22 ປະເທດຮວມທັງມະຫາວິທະຍາໄລອາ
ເມຣິກັນ 144 ແຫ່ງ ແລະໄດ້ຍັງຜົນ ໃຫ້ມີການລັກຂະໂມຍເອົາ ການຄົ້ນຄວ້າ ຈຳນວນ ຫລວງຫຼາຍ ທີ່ໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ມະຫາວິທະຍາໄລຕ່າງໆ ຕົກເປັນເງິນ 3
ພັນ 400 ລ້ານໂດລາ ອີງຕາມການເປີດເຜີຍຂອງເຈົ້າໜ້າທີ່.

ຮອງລັດຖະມົນຕີກະຊວງຍຸຕິທຳ ສຫລ ທ່ານຣັອດ ຣໍເຊັນສໄຕນ໌
ຮອງລັດຖະມົນຕີກະຊວງຍຸຕິທຳ ສຫລ ທ່ານຣັອດ ຣໍເຊັນສໄຕນ໌

ຮວມຢູ່ໃນສະຖາບັນຕ່າງໆ ທີ່ຕົກເປັນເປົ້າຂອງພວກເຈາະຂໍ້ມູນ ກໍແມ່ນ 47 ບໍລິສັດ
ເອກກະຊົນຂອງສະຫະລັດ ແລະຕ່າງປະເທດ ກະຊວງແຮງງານຂອງສະຫະລັດ ກຳ
ມາທິການຄວບຄຸມກົດລະບຽບ ໃນດ້ານພະລັງງານ ຂອງລັດຖະບານກາງສະຫະລັດ
ຂອງລັດຮາວາຍ ແລະລັດອິນດຽນນາ ອົງການສະຫະປະຊາຊາດ ແລະອົງການກອງ
ທຶນເດັກຂອງສະຫະປະຊາຊາດ ອີງຕາມຄຳເວົ້າຂອງເຈົ້າໜ້າທີ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG