ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຕັ້ງຂໍ້ຫາຕໍ່ 4 ຄົນ ທີ່ວາງແຜນ ລັກພາຕົວນັກຂ່າວໃນ ນິວຢອກ ທີ່ຕຳໜິວິຈານ ອີຣ່ານ


ນາງ ມາຊີ ອາລິເນຈາດ, ນັກຂ່າວຊາວ ອີຣ່ານ ແລະ ນັກເຄື່ອນໄຫວສິດທິຂອງແມ່ຍິງ ກ່າວຄຳປາໄສຢູ່ເທິງເວທີ ໃນກອງປະຊຸມສຸດຍອດ ແມ່ຍິງຢູ່ໃນໂລກ ທີ່ນະຄອນ ນິວຢອກ, 12 ເມສາ, 2019.
ນາງ ມາຊີ ອາລິເນຈາດ, ນັກຂ່າວຊາວ ອີຣ່ານ ແລະ ນັກເຄື່ອນໄຫວສິດທິຂອງແມ່ຍິງ ກ່າວຄຳປາໄສຢູ່ເທິງເວທີ ໃນກອງປະຊຸມສຸດຍອດ ແມ່ຍິງຢູ່ໃນໂລກ ທີ່ນະຄອນ ນິວຢອກ, 12 ເມສາ, 2019.

ບັນດາໄອຍະການ ສະຫະລັດ ໄດ້ຕັ້ງຂໍ້ຫາຕໍ່ຊາວ ອີຣ່ານ 4 ຄົນ, ທີ່ຖືກກກ່າວຫາວ່າເປັນນັກສືບລັບສຳລັບລັດຖະບານ ເຕຫະຣ່ານ ນັ້ນ, ດ້ວຍການວາງແຜນທີ່ຈະລັກພາຕົວນັກຂ່າວໃນນະຄອນ ນິວຢອກ ຄົນນຶ່ງຜູ້ທີ່ໄດ້ຕຳໜິວິຈານ ກ່ຽວກັບ ອີຣ່ານ, ອີງຕາມການຟ້ອງຮ້ອງຂອງກະຊວງຍຸຕິທຳ ທີ່ຖືກເປີດເຜີຍໃນວັນອັງຄານວານນີ້.

ໃນຂະນະທີ່ການຟ້ອງຮ້ອງບໍ່ໄດ້ໃຫ້ຊື່ເປົ້າໝາຍຂອງການວາງແຜນນັ້ນ, ອົງການຂ່າວ ຣອຍເຕີ ໄດ້ຢືນຢັນວ່າລາວແມ່ນນັກຂ່າວອາເມຣິກັນເຊື້ອສາຍ ອີຣ່ານ ນາງ ມາຊີ ອາລີເນຈາດ, ຜູ້ທີ່ໄດ້ປະ ກອບສ່ວນຕໍ່ວີໂອເອພະແນກພາສາເປີເຊຍ ແລະ ລາຍງານ ກ່ຽວກັບ ບັນຫາສິດທິມະນຸດໃນ ອີຣ່ານ.

ເມື່ອຖືກຖາມໂດຍອົງການຂ່າວຣອຍເຕີ ເພື່ອຢືນຢັນວ່ານາງ ອາລີເນຈາດ ເປັນເປົ້າໝາຍຂອງການວາງແຜນບໍ່ນັ້ນ, ກະຊວງຍຸຕິທຳໄດ້ປະຕິເສດທີ່ຈະໃຫ້ຄວາມເຫັນ.

ອີງຕາມການຟ້ອງຮ້ອງດັ່ງກ່າວ, ຊາວ ອີຣ່ານ ສີ່ຄົນໄດ້ຈ້າງນັກສືບສວນສອບສວນ ເພື່ອປອມຕົວຕິດຕາມນັກຂ່າວທີ່ບໍ່ບອກຊື່ໃນເມືອງ ບຣຸກລິນ, ຖ່າຍວິດີ ໂອຄອບຄົວຂອງຜູ້ຖືກເຄາະຮ້າຍ ແລະ ເຮືອນ ອັນເປັນສ່ວນນຶ່ງໃນການວາງແຜນທີ່ຈະນຳເອົາຄົນຜູ້ນັ້ນອອກໄປຈາກປະເທດ.

ຈຳເລີຍ 4 ຄົນດັ່ງກ່າວໄດ້ວາງແຜນທີ່ຈະ “ໃຊ້ກຳລັງນຳເອົາຜູ້ຖືກເຄາະຮ້າຍຂອງພວກເຂົາກັບໄປ ອີຣ່ານ, ບ່ອນທີ່ຊະຕາກຳຂອງຜູ້ເຄາະຮ້າຍນັ້ນຈະບໍ່ມີຄວາມແນ່ນອນທີ່ສຸດ,” ອີງຕາມການກ່າວຂອງໄອຍະການ ສະຫະລັດ ສຳລັບເຂດພາກໃຕ້ຂອງລັດ ນິວຢອກ ທ່ານນາງ ອໍເດຣ ສຕຣອສ.

ເມື່ອຖືກຕິດຕໍ່ຫາທາງໂທລະສັບໃນວັນອັງຄານວານນີ້ ຫຼັງຈາກການຟ້ອງຮ້ອງໄດ້ຖືກເປີດເຜີຍ, ນາງ ອາລີເນຈາດ ໄດ້ກ່າວວ່າລາວຕົກໃຈຫຼາຍ.

ລາວເວົ້າວ່າລາວໄດ້ເຮັດວຽກກັບອົງການສັນຕິບານກາງ ຫຼື FBI ນັບຕັ້ງແຕ່ອົງການດັ່ງກ່າວໄດ້ຕິດຕໍ່ຫາລາວ ເມື່ອ 8 ເດືອນທີ່ຜ່ານມາດ້ວຍຮູບທີ່ຖືກຖ່າຍໂດຍພວກວາງແຜນ.

ນາງເວົ້າວ່າ “ເຂົາເຈົ້າໄດ້ສະແດງໃຫ້ຂ້າພະເຈົ້າເຫັນວ່າ ສາທາລະນະລັດ ອິສລາມ ໄດ້ເຂົ້າມາຢູ່ໃກ້ຫຼາຍ.”

ນາງ ອາລີເນຈາດ ກ່າວວ່າລາວໄດ້ສ້າງຄວາມໂມໂຫໃຫ້ ອີຣ່ານ ດ້ວຍການລາຍງານ ກ່ຽວກັບ ແມ່ຍິງໃນ ອີຣ່ານ ປະທ້ວງຕໍ່ຕ້ານກົດໝາຍທີ່ຮຽກຮ້ອງໃຫ້ເຂົາເຈົ້າໃສ່ຜ້າຄຸມຫົວ, ພ້ອມກັບການກ່າວ ຫາ ກ່ຽວກັບ ການສັງຫານຜູ້ປະທ້ວງໃນປີ 2019.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG