ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສະ​ຫະ​ລັດ ຕັ້ງ​ຂໍ້​ກ່າວ​ຫາ​ຕໍ່ 7 ຄົນ​ທີ່​ດຳ​ເນີນ​ເຄືອ​ຂ່າຍ​ການ​ຈັດ​ຊື້​ໃຫ້​ກອງ​ທັບ ຣັດ​ເຊຍ


ປ້າຍ​ກະ​ຊວງ​ຍຸ​ຕິ​ທຳ ສະ​ຫະ​ລັດ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, 29 ສິງ​ຫາ 2020.
ປ້າຍ​ກະ​ຊວງ​ຍຸ​ຕິ​ທຳ ສະ​ຫະ​ລັດ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, 29 ສິງ​ຫາ 2020.

ບັນ​ດາ​ໄອ​ຍະ​ການ ສະ​ຫະ​ລັດ ໄດ້​ຟ້ອງ​ຮ້ອງ​ຊາວ​ ຣັດ​ເຊຍ 5 ຄົນ ແລະ ອາ​ເມ​ຣິ​ກັນ 2 ຄົນ ​ທີ່​ຖືກ​ກ່າວ​ຫາ ກ່ຽວ​ກັບ ການ​ຈັດ​ຫາ​ເທັກ​ໂນ​ໂລ​ຈີ ​ທີ່​ລະ​ອຽດ​ອ່ອນ ແລະ ລູ​ກ​ປືນ​ຂອງ ສະ​ຫະ​ລັດ ໃຫ້​ກອງ​ທັບ ຣັດ​ເຊຍ ຢ່າງ​ຜິດ​ກົດ​ໝາຍ.

ຈຳ​ເລີຍ 7 ຄົນ​ແມ່ນ​ສະ​ມາ​ຊິກ​ຂອງ​ບໍ​ລິ​ສັດ​ຂາຍ​ສົ່ງ​ເຄື່ອງ​ຈັກ ແລະ ອຸ​ປະ​ກອນ​ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ນະ​ຄອນຫຼວງ ມົ​ສ​ກູ ສອງ​ແຫ່ງ​ທີ່​ຖືກ​ປະ​ຕິ​ບັດ​ການ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ອົງ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ລັດ​ຖະ​ບານ​ກາງຂອງ ຣັດ​ເຊຍ ຫຼື FSB, ເຊິ່ງ​ແມ່ນ​ອົງ​ການ​ສືບ​ທອດ​ຂອງ​ຕຳຫຼວດ​ລັບ​ໂຊ​ຫວຽດ KGB, ອີງ​ຕາມ​ເອ​ກະ​ສານ​ການ​ຟ້ອງ​ຮ້ອງ​ທີ່​ໄດ້​ເປີດ​ໃນ​ວັນ​ອັງ​ຄານ​ວານນີ້.

ສອ​ງ​ບໍ​ລິ​ສັດ​ຄື, ວິ​ສະ​ວະ​ກຳ ​ເຊີ​ນີ​ຢາ ແລະ ເຊີ​ຕອ​ລ LLC ພ້ອ​ມ​ກັບ​ອີກຫຼາຍ​ບໍ​ລິ​ສັດ​ເຫັນ​ວ່າ “ເປັນ​ເຄື່ອງ​ມື​ຂອງ​ເຄື່ອງ​ຈັກ​ສົງ​ຄາມ​ຂອງ​ສະ​ຫະ​ພັນ ຣັດ​ເຊຍ” ທີ່​ຖືກ​ມາດ​ຕະ​ການ​ລົງ​ໂທດ​ໂດຍ​ກະ​ຊວງ​ການ​ເງິນ ແລະ ການ​ຄ້າ ສະ​ຫະ​ລັດ ລຸນຫຼັງ​ການ​ບຸກ​ລຸກ ຢູ​ເຄ​ຣນ ຂອງ ຣັດ​ເຊຍ ໃນ​ວັນ​ທີ 24 ກຸມ​ພາ.

ການ​ຟ້ອງ​ຮ້ອງ​ເວົ້າ​ວ່າ​ບໍ​ລິ​ສັດ ເຊີ​ນີ​ຢາ ໄດ້​ເປັນ​ຜູ້​ນຳ​ໜ້າ “ເຄືອ​ຂ່າຍ​ການ​ຈັດ​ຊື້​ທີ່​ຜິດ​ກົດໝາຍ,” ຫຼີກ​ລ່ຽງ​ມາດ​ຕະ​ການ​ລົງ​ໂທດ​ຂອງ ສະ​ຫະ​ລັດ ແລະ ປະ​ເທດ​ຕາ​ເວັນ​ຕົກ “ເພື່ອ​ຈັດ​ຊື້​ເທັກ​ໂນ​ໂລ​ຈີ​ລະ​ດັບ​ທະ​ຫານ​ທີ່​ລະ​ອຽດ​ອ່ອນ ແລະ ໃຊ້​ໄດ້​ຕໍ່​ພົນ​ລະ​ເຮືອນ ແລະ ທະ​ຫານ, ລວມ​ທັງ​ເຊ​ມີ​ຄອນ​ດັກ​ເຕີ, ​ໃຫ້​ກອງ​ທັບ ຣັດ​ເຊຍ, ຂະ​ແໜງ​ປ້ອງ​ກັນ​ປະ​ເທດ ແລະ ສະ​ຖາ​ບັນ​ຄົ້ນ​ຄວ້າ.”

ບໍ​ລິ​ສັດ​ທີ່​ເອີ້ນ​ວ່າ “ເຄືອ​ຂ່າຍ ເຊີ​ນີ​ຢາ” ແມ່ນ​ໄດ້​ປະ​ຕິ​ບັດ​ການ​ນັບ​ຕັ້ງ​ແຕ່​ຢ່າງ​ໜ້ອຍ​ປີ 2017, ອີງ​ຕາມ​ການ​ຟ້ອງ​ຮ້ອງ, ດ້ວຍ​ຈຳ​ເລີຍ​ຄົນ​ນຶ່ງ​ຖືກ​ກ່າວ​ຫາ​ວ່າ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ລັກ​ລອບ​ ນຳ​ລູກ​ປືນຫຼາຍ​ພັນ​ລູກ ​ທີ່​ໃຊ້​ໃນ​ປືນ​ຍາວ​ດັກ​ຍິງ ຫຼື
ສ​ໄນ​ເປີ ເຂົ້າໃນ ຣັດ​ເຊຍ ໃນ​ເດືອນ​ທີ່​ຜ່ານ​ມາ.

ເພື່ອ​ປິດ​ບັງ​ການ​ມີ​ສ່ວນ​ຮ່ວມ​ຂອງ​ລັດ​ຖະ​ບານ ຣັດ​ເຊຍ ແລະ ຮູບ​ປະ​ພັນ​ທີ່​ແທ້​ຈິງ​ຂອງ​ຜູ້​ໃຊ້​ເທັກ​ໂນ​ໂລ​ຈີ​ນັ້ນ, ບໍ​ລິ​ສັດ ເຊີ​ນີ​ຢາ ແລະ ເຊີ​ຕອ​ລ ໄດ້​ປະ​ຕິ​ບັດ​ເຄືອ​ຂ່າຍ​ຂອງ​ພວກ​ບໍ​ລິ​ສັດ​ທີ່​ຢຸດ​ເຮັດ​ວຽກ​ແລ້ວ ແລະ ບັນ​ຊີ​ທະ​ນາ​ຄານ​ໃນ​ທົ່ວ​ໂລກ, ດ້ວຍ​ປະ​ເທດ ເອັ​ສ​ໂຕ​ເນຍ, ຟິນ​ແລນ, ເຢຍ​ຣະ​ມັນ ແລະ ຮົງ​ກົງ ໃຫ້​ບໍ​ລິ​ການ​ເປັນ​ເຄືອ​ຂ່າຍຫຼັກ​ສຳ​ລັບ​ການ​ຂົນ​ສົ່ງ​ຂ້າມ​ປະ​ເທດ, ອີງ​ຕາມ​ການ​ຟ້ອງ​ຮ້ອງ.

ການ​ຟ້ອງ​ຮ້ອງ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່ ສະ​ຫະ​ລັດ ແລະ ພັນ​ທະ​ມິດ​ຂອງ​ເຂົາ​ເຈົ້າ ​ພະ​ຍາ​ຍາມ​ທີ່​ຈະ​ກີດ​ກັນ ຣັດ​ເຊຍ ຈາກ​ການ​ເຂົ້າ​ຫາ​ການ​ເງິນ ແລະ ເທັກ​ໂນ​ໂລ​ຈີ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ ດ້ວຍ​ການ​ບັງ​ຄັບ​ໃຊ້​ມາດ​ຕະ​ການ​ລົງ​ໂທດ ແລະ ຄວບ​ຄຸມ​ການ​ສົ່ງ​ອອກ​ຢ່າງກວ້າງ​ຂວາງ.

ອ່ານ​ຂ່າ​ວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG