ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຕັ້ງຂໍ້ຫາ ຕໍ່ສະມາຊິກໜ່ວຍ "Beatles" ຂອງກຸ່ມລັດອິສລາມ ຊາວອັງກິດ 2 ຄົນ


ພາບຖ່າຍໃນວັນທີ 30 ມີນາ, 2019 ມີທ້າວ Alexanda Amon Kotey (ຊ້າຍ) ແລະ El Shafee Elsheikh ທີ່ຖືກກ່າວຫາວ່າ ເປັນພວກຈີຮາດຊາວອັງກິດ 4 ຄົນ ທີ່ລວມຕົວກັນປະກອບເປັນໜ່ວຍທີ່ຂະໜານນາມວ່າ "The Beatles," ເວົ້າໃນຂະນະທີ່ໃຫ້ການສໍາພາດ ກັບອົງການຂ່າວເອພີ.
ພາບຖ່າຍໃນວັນທີ 30 ມີນາ, 2019 ມີທ້າວ Alexanda Amon Kotey (ຊ້າຍ) ແລະ El Shafee Elsheikh ທີ່ຖືກກ່າວຫາວ່າ ເປັນພວກຈີຮາດຊາວອັງກິດ 4 ຄົນ ທີ່ລວມຕົວກັນປະກອບເປັນໜ່ວຍທີ່ຂະໜານນາມວ່າ "The Beatles," ເວົ້າໃນຂະນະທີ່ໃຫ້ການສໍາພາດ ກັບອົງການຂ່າວເອພີ.

ສະມາຊິກສອງຄົນທີ່ຖືກກ່າວຫາວ່າທໍາການຈັບຄົນໄປເປັນຕົວປະກັນທີ່ມີຊື່ສຽງທີ່ຂະໜານນາມວ່າ "Beatles" ຂອງກຸ່ມລັດອິສລາມ ຫລື IS ນັ້ນ ຖືກສົ່ງມາສະຫະລັດແລ້ວ ເພື່ອດຳເນີນຄະດີ, ອີງຕາມພວກເຈົ້າໜ້າທີ່ສະຫະລັດກ່າວໃນ ວັນພຸດວານນີ້.

ຜູ້ຊາຍສອງຄົນ ຄືທ້າວ ອາເລັກຊານດາ ອາມອນ ໂຄເຕ (Alexanda Amon Kotey), ອາຍຸ 36 ປີ, ແລະທ້າວ ແອລ ຊາຟີ ແອລຊາຍຄ໌ (El Shafee Elsheikh), ອາຍຸ 32 ປີ, ໄດ້ສົ່ງມາຍັງສະຫະລັດໃນວັນພຸດມື້ວານນີ້ ຈາກອີຣັກ ບ່ອນທີ່ພວກເຂົາຖືກຄຸມຂັງຢູ່ໃນສະຖານທີ່ຄຸມຂັງຂອງທະຫານສະຫະລັດ ເປັນເວລາຫຼາຍກວ່າສອງປີ ໃນຂະນະທີ່ສະຫະລັດ ແລະເຈົ້າໜ້າທີ່ອັງກິດຖົກ ຖຽງກັນ ກ່ຽວກັບຄະດີຂອງພວກເຂົາຢູ່. ທັງສອງຄົນໄດ້ຖືກກຳລັງຊາວເຄີດ ທີ່ເປັນພັນທະມິດຂອງສະຫະລັດໃນຊີເຣຍຈັບກຸມໃນປີ 2018 ໃນຂະນະທີ່ພວກເຂົາພະຍາຍາມທີ່ຈະຫລົບໜີອອກຈາກຊີເຣຍໄປປະເທດເທີກີ.

ທ່ານ ວິລລຽມ ບາ (William Barr), ລັດຖະມົນຕີກະຊວງຍຸຕິທໍາ ໄດ້ທໍາການ ແກ້ໄຂ ເພື່ອໃຫ້ສົ່ງພວກເຂົາ ມາຍັງສະຫະລັດໄດ້ ຫລັງຈາກຮັບປະກັນກັບເຈົ້າໜ້າທີ່ອັງກິດ ໃນເດືອນສິງຫາຜ່ານມາວ່າ ສະຫະລັດຈະບໍ່ຊອກຫາທາງຕັດສິນປະຫານຊີວິດ ຕໍ່ຊາຍທັງສອງຄົນ ແລະສານສູງສຸດຂອງອັງກິດ ໄດ້ຕັດສິນວ່າ ເຈົ້າໜ້າທີ່ອັງກິດສາມາດແບ່ງປັນຂໍ້ມູນກ່ຽວກັບຜູ້ຕ້ອງສົງໄສກັບພວກໄອຍະການສະຫະລັດໄດ້.

ການມາເຖິງຂອງທ້າວ ໂຄເຕ (Kotey) ແລະທ້າວ ແອລຊາຍຄ໌ (Elsheikh), ທັງສອງເປັນອະດີດພົນລະເມືອງຂອງອັງກິດ, ແມ່ນຈຸດຫັນປ່ຽນຂອງການສະ ແຫວງຫາມາເປັນເວລາຫລາຍປີ ໂດຍເຈົ້າໜ້າທີ່ສະຫະລັດ ເພື່ອນຳເອົາສະມາ ຊິກຂອງກຸ່ມ IS ທີ່ທໍາການຄາດຕະກຳແບບໂຫດຮ້າຍຕໍ່ພົນລະເມືອງສະຫະລັດ, ທີ່ສາຍຜ່ານທາງວິດີໂອເພື່ອເປັນການໂຄສະນາ, ສືບຕໍ່ເຮັດໃຫ້ຊາວອາເມຣິກັນຫຼາຍຄົນມີຄວາມກັງວົນຢູ່ນັ້ນ ມາຮັບໂທດ.

ທ່ານບາ ກ່າວໃນຖະແຫຼງການສະບັບນຶ່ງວ່າ "ຂໍ້ຫາເຫລົ່ານີ້ແມ່ນໝາກຜົນຂອງການເຮັດວຽກຢ່າງໜັກ ເປັນເວລາຫຼາຍປີ ໃນການສະແຫວງຫາຄວາມຍຸຕິທຳສຳ ລັບພົນລະເມືອງຂອງພວກເຮົາທີ່ຖືກກຸ່ມ ISIS ຂ້າຕາຍ." ທ່ານກ່າວຕໍ່ໄປວ່າ "ເຖິງແມ່ນວ່າ ພວກເຮົາຈະບໍ່ສາມາດນຳເອົາພວກເຂົາຟື້ນ ຊີບກັບຄືນມາໄດ້ກໍຕາມ, ແຕ່ວ່າ ພວກເຮົາກໍສາມາດ ແລະກໍຈະສະແຫວງຫາຄວາມຍຸດຕິທຳ ສຳລັບພວກເຂົາເຈົ້າ, ຄອບຄົວຂອງພວກເຂົາເຈົ້າ, ແລະ ສຳ ລັບຊາວອາເມຣິກັນທຸກຄົນ." ທ່ານບາໃຊ້ຄໍາສັບອື່ນອີກສຳລັບລັດກຸ່ມລັດອິສລາມ ຫລື IS.

ຄອບຄົວຂອງຜູ້ໄດ້ຮັບເຄາະຮ້າຍຊາວອາເມຣິກັນຂອງກຸ່ມທີ່ມີ 4 ຄົນ - ນັກຂ່າວເຈມສ໌ ໂຟລີ (James Foley) ແລະ ສຕີບເວັນ ຊອດໂລຟ (Steven Sotloff) ແລະພະນັກງານຂອງອົງການຊ່ວຍເຫຼືອ ຕີເຕີ ແຄສຊິກ (Peter Kassig) ແລະ ເຄລາ ມູລເລີ (Kayla Mueller) ໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າດັ່ງກ່າວ.

ຄອບຄົວພວກນັ້ນ ເວົ້າຢູ່ໃນຖະແຫຼງການສະບັບນຶ່ງວ່າ "ດຽວນີ້ຄອບຄົວຂອງພວກເຮົາສາມາດດໍາເນີນງານທີ່ໃຫ້ມີການຮັບຜິດຊອບຕໍ່ການກໍ່ອາດຊະຍາກໍາເຫຼົ່ານີ້ ຕໍ່ລູກຂອງພວກເຮົາໃນສານສະຫະລັດແລ້ວ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG