ທະນາຄານກາງສະຫະລັດ ຍັງດຳເນີນສືບຕໍ່ ໃນການຕັດ
ການກະຕຸກຊຸກຍູ້ໂດຍກົງຕໍ່ເສດຖະ ກິດອາເມຣິກັນ ທີ່ຖືວ່າ
ໃຫຍ່ທີ່ສຸດໃນໂລກນັ້ນ.
ບັນດາພວກກຳນົດນະໂຍບາຍຂອງທະນາຄານກາງສະ
ຫະລັດ ໄດ້ກ່າວໃນວັນພຸດວານນີ້ວ່າ ໃນເດືອນໜ້ານີ້ ທາງ
ທະນາຄານກາງຈະຫລຸດການຊື້ພັນທະບັດລົງຕື່ມອີກ
ທີ່ມີຈຸດປະສົງແນ ໃສ່ເພື່ອຮັກສາອັດຕາດອກເບ້ຍຕ່ຳ
ແລະສ້າງວຽກເຮັດງານທຳ. ພວກເຂົາເຈົ້າໄດ້ກ່າວວ່າ
ສະພາບອາກາດທີ່ໜາວຜິດປົກກະຕິ ແລະຫິມມະທີ່ຕົກລົງ
ມາຫຼາຍນັ້ນ ໄດ້ເຮັດໃຫ້ເສດຖະກິດຂອງສະຫະລັດຊັກຊ້າ
ລົງໃນລະດູໜາວນີ້ ແຕ່ເສດຖະກິດກໍຍັງມີຄວາມເຂັ້ມແຂງພຽງພໍຢູ່ ທີ່ສາມາດຊຸກຍູ້
ໃຫ້ພວກເຈົ້າຂອງບໍລິສັດທັງຫຼາຍຈ້າງພະນັກງານເພີ້ມ ໃນໄລຍະສອງສາມ ເດືອນ
ຕໍ່ໜ້ານີ້.
ປະທານຂອງທະນາຄານກາງສະຫະລັດຄົນໃໝ່ທ່ານນາງJanet Yellen ໄດ້ກ່າວວ່າ
ອັດຕາຄົນຫວ່າງງານຂອງສະຫະລັດ ໃນເດືອນກຸມພາ ຊຶ່ງຢູ່ໃນລະດັບ 6.7 ສ່ວນຮ້ອຍ
ນັ້ນແມ່ນ ຍັງສູງຢູ່ທຽບໃສ່ປະຫວັດທີ່ເປັນມາດຕະຖານຂອງປະເທດນັ້ນ. ແຕ່ພວກ
ນັກເສດຖະສາດຂອງທະນາຄານກາງ ຄາດຫວັງວ່າ ອັດຕາຄົນຫວ່າງງານຈະສືບຕໍ່
ຫລຸດລົງ ໃນຕະຫລອດປີ ນີ້ ບາງທີອາດຈະຫຼຸດຕ່ຳລົງເຖິງ 6.1 ສ່ວນຮ້ອຍ ແລະຈະ
ເຖິງລະດັບປົກກະຕິ ໃນປີ 2016.
ໃນປີກາຍນີ້ ທາງທະນາຄານກາງສະຫະລັດ ໄດ້ຊື້ພັນທະບັດ ໃນຈຳນວນ 85 ພັນ
ລ້ານ ຕໍ່ເດືອນ ໃນຄວາມພະຍາຍາມທີ່ຈະລັດເລັ່ງການຟື້ນຕົວຄືນຂອງເສດຖະກິດ
ສະຫະລັດ ຈາກ ສະພາບເສດຖະກິດຖົດຖອຍໃນປີ 2009 ຊຶ່ງເປັນສະພາບເສດ
ຖະກິດຕົກຕ່ຳທີ່ຮ້າຍແຮງທີ່ສຸດ ນັບຕັ້ງແຕ່ຊຸມປີ 1930 ເປັນຕົ້ນມາ.
ຫຼັງຈາກກອງປະຊຸມເປັນເວລາ 2 ມື້ ໃນກຸງວໍຊີງຕັນ ທະນາຄານກາງໄດ້ກ່າວວ່າ
ຕົນຈະໄດ້ຕັດການຊື້ພັນທະບັດລົງຕື່ມ ເປັນ 55 ພັນລ້ານ ໃນເດືອນເມສານີ້ ຄືຕັດ
ຈາກຈຳນວນ 65 ພັນລ້ານ ໃນປະຈຸບັນ ຊຶ່ງເປັນການປະຕິບັດຕາມຕົວເລກທີ່ທາງ
ທະນາຄານກາງ ກ່າວໄວ້ທີ່ຈະຍຸຕິການຊື້ພັນທະບັດໂດຍທັງໝົດພາຍໃນທ້າຍປີນີ້
ແຕ່ເຖິງຢ່າງນັ້ນກໍຕາມ ທະນາ ຄານກາງຍັງໄດ້ກ່າວວ່າ ຕົນຍັງບໍ່ໄດ້ຕັ້ງກຳນົດຢ່າງ
ຕາຍຕົວເທື່ອ.