ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະນາຄານກາງ ສະຫະລັດ ດຳເນີນການຄໍ້າຈູນ ເສດຖະກິດທີ່ຖືກກະທົບໂດຍ COVID-19


ປະທານທະນຄານກາງ ທ່ານ ເຈໂຣມ ພາວແວລ ກ່າວຄຳປາໄສໃນລະຫວ່າງກອງປະຊຸມຖະແຫຼງຂ່າວ. 29 ມັງກອນ, 2020. (AP Photo/Manuel Balce Ceneta)
ປະທານທະນຄານກາງ ທ່ານ ເຈໂຣມ ພາວແວລ ກ່າວຄຳປາໄສໃນລະຫວ່າງກອງປະຊຸມຖະແຫຼງຂ່າວ. 29 ມັງກອນ, 2020. (AP Photo/Manuel Balce Ceneta)

ທະນາຄານກາງ ສະຫະລັດ ໄດ້ປະກາດການດຳເນີນການທີ່ແຂງຂັນຄັ້ງໃໝ່ໃນ ຕອນເຊົ້າວັນຈັນວານນີ້ ເພື່ອພະຍາຍາມຄໍ້າຈຸນ ເສດຖະກິດທີ່ໃຫຍ່ທີ່ສຸດຂອງ ໂລກ ຕໍ່ຜົນກະທົບທີ່ສະເທືອນໄປທົ່ວ ຂອງໄວຣັສໂຄໂຣນາ.

ທະນາຄານກາງໄດ້ກ່າວວ່າ ຈະຊື້ໜີ້ສິນທີ່ໄດ້ຮັບການໜູນຫຼັງໂດຍລັດຖະບານ ໃນຈຳນວນທີ່ບໍ່ຈຳ ກັດ ແລະ ຮຸ້ນທີໄດ້ຮັບການໜູນຫຼັງໂດຍການກູ້ຢືມເງິນຈາກ ສະຖາບັນການເງິນ ເພື່ອສະໜັບສະ ໜູນຕະຫຼາດໜີ້ສິນ. ທະນາຄານກາງຍັງ ໄດ້ເປີດຕົວໂຄງການກູ້ຢືມເງິນຫຼາຍໂຄງການ ເພື່ອຊ່ວຍ ເຫຼືອທັງທຸລະກິດຂະ ໜາດໃຫຍ່ ແລະ ນ້ອຍ, ແມ່ນກະທັ້ງທີ່ບັນດາບໍລິສັດ ສະຫະລັດ ຫຼາຍແຫ່ງໄດ້ ປົດພະນັກງານອອກຈາກວຽກ ຍ້ອນຄວາມຮຽກຮ້ອງຕ້ອງການທີ່ຫຼຸດລົງສຳລັບ ຜະລິດຕະພັນ ແລະ ການບໍລິການຂອງເຂົາເຈົ້າກໍຕາມ.

ການປະກາດໃນຊ່ວງເວລາທີ່ຜິດປົກກະຕິຂອງທະນາຄານກາງນັ້ນ ໄດ້ມີຂຶ້ນບໍ່ ດົນກ່ອນການເປີດການຄ້າຂາຍໃນສັບປະດາໃໝ່ ໃນຕະຫຼາດຮຸ້ນທີ່ກຳລັງວຸ້ນ ວາຍຂອງ ສະຫະລັດ, ບ່ອນທີ່ຮຸ້ນຕ່າງໆໄດ້ຮັບຄວາມເສຍຫາຍຢ່າງໃຫຍ່ຫຼວງ ໃນເດືອນນີ້ ໃນຂະນະທີ່ໂຣກລະບາດທີ່ຮ້າຍແຮງໄດ້ແຜ່ລາມໄປທົ່ວໂລກ ແລະ ສ້າງຄວາມເປັນຫ່ວງເປັນຢ່າງຍິ່ງໃນທົ່ວ ສະຫະລັດ.

ອະນາຄົດຂອງຮຸ້ນ ສະຫະລັດ ໄດ້ຊື້ຂາຍໜ້ອຍລົງ 2 ເປີເຊັນ ຫຼືຫຼາຍກວ່ານັ້ນ ໃນວັນອາທິດທີ່ຜ່ານມາ ແລະ ເຊົ້າໃນວັນຈັນວານນີ້. ໃນເບື້ອງຕົ້ນ, ການປະ ກາດຂອງທະນາຄານກາງແມ່ນບໍ່ໄດ້ມີຜົນກະທົບຕໍ່ແນວໂນ້ມນັ້ນ, ດ້ວຍຕະຫຼາດ ຮຸ້ນ Dow Jones Industrial Average ທີ່ຖືກຕິດຕາມຢ່າງກວ້າງຂວາງ ຂອງບໍລິສັດການເງິນ ອາເມຣິກັນ 30 ແຫ່ງໄດ້ຫຼຸດລົງເກືອບ 3 ເປີເຊັນ ໃນ ຕອນເປີດ ການຄ້າຂາຍ.

ທະນາຄານກາງໄດ້ກ່າວວ່າ “ຄວາມພະຍາຍາມທີ່ແຂງຂັນຕ້ອງຖືກໃຊ້ໃນທົ່ວ ພາກສ່ວນລັດຖະ ບານ ແລະ ເອກະຊົນ ເພື່ອຈຳກັດການສູນເສຍຕ່າງໆຕໍ່ວຽກ ງານ ແລະ ລາຍໄດ້ ແລະ ເພື່ອສະໜັບ ສະໜູນການຟື້ນຟູຢ່າງວ່ອງໄວ ເມື່ອ ຄວາມວຸ້ນວາຍຜ່ອນຄາຍລົງ.”

ທະນາຄານກາງໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ທະນາຄານກາງໄດ້ໃຊ້ ອຳນາດຂອງເຂົາ ເຈົ້າຢ່າງເຕັມທີ່ ເພື່ອສະໜອງການສະໜັບສະໜູນທີ່ເຂັ້ມແຂງ ສຳລັບກະແສຂອງສິນເຊື່ອຕໍ່ບັນດາຄອບຄົວ ແລະ ທຸລະກິດຂອງປະຊາຊົນ ອາເມຣິກັນ.”

ລັດຖະບານກາງໄດ້ກ່່່າວວ່າ ເຂົາເຈົ້າຈະຊື້ພັນທະບັດຂອງລັດຖະບານ ສະຫະ ລັດ ແລະ ຫຼັກຊັບທີ່ໄດ້ຮັບການໜູນຫຼັງໂດຍການກູ້ຢືມເງິນຈາກສະຖາບັນການເງິນ “ໃນຈຳນວນທີ່ຕ້ອງການ ເພື່ອສະໜັບສະໜູນ ການປະຕິບັດການທີ່ມີປະສິດທິພາບ ຂອງຕະຫຼາດ.”

The U.S. central bank, the Federal Reserve, announced aggressive new actions early Monday to try to bolster the world’s largest economy against the jolting effects of the coronavirus.

The Fed said it would buy an unlimited amount of government-backed debt and mortgage-backed securities to support credit markets. The central bank also unveiled a series of lending programs to assist both large and small businesses, even as many U.S. companies lay off thousands of workers in the face of declining demand for their products and services.

The unusual timing of the Fed announcement came just ahead of the open of a new week of trading on the roiling U.S. markets, where stocks have sustained huge losses this month as the deadly pandemic spreads across the globe and deepens concerns across the United States.

U.S. stock futures had been trading down 2% or more Sunday night and into Monday. Initially, the Fed announcement had no effect on that trend, with the widely watched Dow Jones Industrial Average of 30 blue chip American companies dropping nearly 3% at the open of trading.

“Aggressive efforts must be taken across the public and private sectors to limit the losses to jobs and incomes and to promote a swift recovery once the disruptions abate,” the central bank said.

“The Federal Reserve is using its full range of authorities to provide powerful support for the flow of credit to American families and businesses,” the central bank statement said.

The Fed said it would buy U.S. government bonds and the mortgage-backed securities “in the amounts needed to support smooth market functioning.”

XS
SM
MD
LG