ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ສະເຫຼີມສະຫຼອງ ວັນພັກ ປະທານາທິບໍດີ


ຮູບແກະສະລັກໜ້າຂອງມື້ລາງ ປະທານາທິບໍດີ George Washington (ທຳອິດເບື້ອງຊ້າຍ) ຢູ່ເທິງພູ Mount Rushmore ໃນລັດ South Dakota ກັບໜ້າຂອງອີກ 3 ປະທານາທິບໍດີ ຄືທ່ານ Thomas Jefferson, Teddy Roosevelt ແລະ Abraham Lincoln.
ຮູບແກະສະລັກໜ້າຂອງມື້ລາງ ປະທານາທິບໍດີ George Washington (ທຳອິດເບື້ອງຊ້າຍ) ຢູ່ເທິງພູ Mount Rushmore ໃນລັດ South Dakota ກັບໜ້າຂອງອີກ 3 ປະທານາທິບໍດີ ຄືທ່ານ Thomas Jefferson, Teddy Roosevelt ແລະ Abraham Lincoln.

ພວກ​ແຮງ​ງານ ​ແລະ​ພວກ​ເດັກນັກຮຽນຫຼາຍ​ລ້ານ​ຄົນ ​ໃນ​ສະຫະ
ລັດ ໄດ້​ຢຸດພັກ​ຢູ່​ບ້ານໃນ​ມື້ນີ້​ ຊຶ່ງ​ເປັນ​ວັນພັກ​ທາງ​ການປະຈຳ​ປີ
​ຂອງ​ປະ​ເທດ ​ເອີ້ນ​ວ່າ ວັນ​ປະທານາທິບໍດີ ຫລື President’s
Day. ບັນດາກຸ່ມຮັກ​ຊາດ​ແລະ​ກຸ່ມ​ປະຫວັດສາດ​ຫຼາຍ​ກຸ່ມ​ ພາ
ກັນ​ຊົມ​ໃຊ້​ວັນ​ພັກມື້​ນີ້​ ​ເພື່ອ​ທຳ​ການສະ​ເຫຼີ​ມສະຫຼອງ ​ແລະຈັດ​
ງານ​ສະ​ແດງ​ເຫດການ​ຕ່າງໆໃນ​ປະຫວັດສາດໃຫ້​ປະຊາຊົນ​ເບິ່ງ.

ວັນ​ພັກ​ດັ່ງກ່າວ​ໄດ້​ກາຍ​ມາ​ເປັນ​ວັນ​ພັກ​ຂອງ​ລັດຖະບານ​ກາງ​ຄັ້ງ​
ທຳ​ອິດ​ໃນ​ປີ 1879 ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ຄ້າຍວັນ​ເກີດ ທີ 22
ກຸມພາ​ຂອງ​ມື້ລາງ​ປະທານາທິບໍດີ George Washington ຊຶ່ງ
​ເປັນ​ປະທານາທິບໍດີ​ຄົນ​ທຳ​ອິດ​ຂອງ​ສະຫະລັດ​ນັ້ນ.

​ເກືອບ​ນຶ່ງ​ສັດຕະວັດ​ຕໍ່​ມາ ​ໃນ​ປີ 1968 ສະພາກ​ງ​ແກຣສ ຈຶ່ງ​ໄດ້​ຮັບ​ຜ່ານ​ຮ່າງ​ກົດໝາຍ​ສະ
ບັບ​ນຶ່ງ ຍ້າຍການສະ​ເຫຼີ​ມສະຫຼອງ​ວັນພັກຂອງ​ລັດຖະບານ​ກາງ ​ຫຼາຍ​ໆວັນ​ຈາກ​ມື້ແທ້ໆ ເພື່ອເລືອກ​ເອົາ​ວັນ​ຈັນ​ໃກ້ໆ​ກັນ​ ເປັນ​ມື້​ພັກ​ຂອງ​ທາງ​ການ ​ເພື່ອ​ອຳນວຍ​ໃຫ້​ພວກ​ແຮງ​ງານ
ໄດ້​ມີ​ວັນພັກ 3 ມື້​ລຽນຕິດ​ກັນ.

​ໃນ​ຕອນ​ທຳ​ອິດ​ນັ້ນ ວັນປະທານາທິບໍດີ ​ແມ່ນ​ມີ​ຜົນ​ບັງຄັບ​ໃຊ້​ສະ​ເພາະ​ແຕ່ໃນ​ນະຄອນຫຼວງ​ຂອງ​ປະ​ເທດ​ເທົ່າ​ນັ້ນ ​ແຕ່​ໃນ​ປີ 1885 ວັນ​ພັກ​ດັ່ງກ່າວ​ໄດ້​ຂະຫຍາຍ​ອອກ​ໄປສະຫລອງ​ກັນ ​ໃນທົ່ວ​ປະ​ເທດ.

ພວກ​ຮ້ານ​ຄ້າ​ຮ້ານ​ຂາຍຍ່ອຍ​ແຫ່ງ​ຕ່າງໆ​ ​ໄດ້​ສວຍ​ໂອກາດເອົາ​ວັນພັກ​ນີ້ ທີ່​ມີ​ຂຶ້ນ​ໃນ​ວັນ​ຈັນ​ທີ​ 3 ​ຂອງ​ເດືອນ​ກຸມພາ ຂອງ​ທຸກໆ​ປີ ປະກາດ​ຂາຍ​ສິນຄ້າ​ໃນ​ລາຄາຫລຸດ​ພິ​ເສດ.

XS
SM
MD
LG