ຫຼາຍຊົ່ວໂມງຫຼັງຈາກທີ່ພວກສະໜັບສະໜຸນປະທານາທິບໍດີ ດໍໂນລ ທຣຳ ໄດ້
ບຸກເຂົ້າໄປໃນລັດຖະສະພາສະຫະລັດ ບັນດາສະມາຊິກສະພາ ໄດ້ກັບຄືນໄປຕຶກລັດຖະສະພາ ເພື່ອເລີ້ມຕົ້ນອີກຄັ້ງນຶ່ງ ຂັ້ນຕອນຂອງການຢັ້ງຢືນຜົນລົງຄະ ແນນຜູ້ແທນລັດ ເພື່ອອຳນວຍໃຫ້ທ່ານໄບເດັນ ແລະທ່ານນາງ ຄາມາລາ ແຮ-ຣິສ ສາບານໂຕເຂົ້າຮັບຕຳແໜ່ງປະທານາທິບໍດີແລະຮອງປະທານາທິບໍດີ ຕາມ ລຳດັບ ໃນວັນທີ 20 ມັງກອນ.
“ພວກເຈົ້າບໍ່ໄດ້ຊະນະ. ຄວາມຮຸນແຮງບໍ່ຊະນະເດັດຂາດ” ຮອງປະທານາທິບໍດີ ໄມຄ໌ ເພັນສ໌ ໄດ້ກ່າວໄປ ໃນຂະນະທີ່ສະພາສູງ ໄດ້ເລີ້ມການນັບຄະແນນຄືນ ໃໝ່ ໃນຕອນແລງວັນພຸດວານນີ້.
ຕຳຫຼວດປະຈຳລັດຖະສະພາ ແລະເຈົ້າໜ້າທີ່ປະຕິບັດກົດໝາຍຈາກລັດຖະບານກາງ ແລະຈາກທ້ອງຖິ່ນ ໄດ້ຂັບໄລ່ພວກສະໜັບສະໜຸນທ່ານທຣຳອອກໄປຈາກພື້ນທີ່ຂອງລັດຖະສະພາ ແລະຮັບປະກັນຄວາມປອດໄພຂອງຫໍປະຊຸມສະພາສູງແລະ ສະພາຕ່ຳ ເພື່ອໃຫ້ບັນດາສະມາຊິກສະພາກັບຄືນເຂົ້າໄປໄດ້.
ທ່ານເພັນສ໌ ໄດ້ຮຽກຮ້ອງຕໍ່ສະພາສູງ ໃຫ້ “ກັບຄືນໄປເຮັດວຽກ” ແລະເລີ້ມການອະພິປາຍຂອງພັກຣີພັບບລີກັນ ໃນການທ້າທາຍຕໍ່ໄຊຊະນະການເລືອກຕັ້ງປະ ທານາທິບໍດີ ຂອງທ່ານໄບເດັນ.
ເຖິງຢ່າງໃດກໍຕາມ ບັນດາສະມາຊິກສະພາສູງຈາກພັກຣີພັບບລີກັນຈຳນວນນຶ່ງ ຜູ້ທີ່ໄດ້ວາງແຜນທີ່ຈະຄັດຄ້ານຕໍ່ການຢັ້ງຢືນຂອງສະມາຊິກສະພານັ້ນ ໄດ້ກ່າວວ່າ ພວກເຂົາເຈົ້າ ຈະບໍ່ເຮັດເຊັ່ນນັ້ນອີກຕໍ່ໄປ ໂດຍອ້າງເຖິງຄວາມຮຸນແຮງທີ່ກະທຳໂດຍພວກກຸ່ມຈະລາຈົນຊຶ່ງໃນລະຫວ່າງນັ້ນ ເຮັດໃຫ້ມີແມ່ຍິງຄົນນຶ່ງໄດ້ຖືກຍິງຕາຍ.
ໃນຂະນະທີ່ສະພາສູງ ໄດ້ສືບຕໍ່ວຽກງານຢູ່ນັ້ນ ບັນດາສະມາຊິກສະພາສູງ ທ່ານສຕີບ ເດັນສ໌ ຈາກລັດມອນຕານາ, ທ່ານໄມຄ໌ ບຣັນ ຈາກລັດອິນເດຍນາ ແລະທ່ານນາງ ແຄລລີ ແລັຟຟເລີ ຈາກລັດຈໍເຈຍ ທັງໝົດ ໄດ້ກ່າວວ່າ ພວກເພິ່ນ ບໍ່ວາງແຜນທີ່ຈະຄັດຄ້ານອີກຕໍ່ໄປ ຕໍ່ໄຊຊະນະຂອງທ່ານໄບເດັນ.
ສ່ວນສະພາຕ່ຳ ກໍຍັງໄດ້ເລີ້ມການປຶກສາຫາລືຄືນໃໝ່ ເຊັ່ນກັນໃນຕອນແລງວັນພຸດວານນີ້.
ປະທານສະມາຊິກສະພາຕ່ຳ ທ່ານນາງແນນຊີ ເພໂລຊີ ໄດ້ປະກາດຫຼັງຈາກຫຼາຍຊົ່ວໂມງຂອງຄວາມວຸ້ນວາຍທີ່ໄດ້ເກີດຂຶ້ນຢູ່ໃນບໍລິເວນຕຶກຂອງສະພາ ວ່າ ບັນດາສະມາຊິກສະພາທັງຫຼາຍຄວນກັບຄືນມາປະຊຸມເຮັດວຽກຕໍ່ໄປ ຂອງການຢັ້ງຢືນຄະແນນຜູ້ແທນລັດ ຫຼື Electoral College ທີ່ຈະກຳນົດປະທານາທິບໍ ດີ ຄົນຕໍ່ໄປ.
ທ່ານນາງໄດ້ກ່າວວ່າ “ມື້ນີ້ ການໂຈມຕີທີ່ອັບອາຍຂາຍໜ້າ ໄດ້ເກີດຂຶ້ນຕໍ່ປະຊາ ທິປະໄຕຂອງພວກເຮົາ. ມັນໄດ້ຮັບການຊຸກຍູ້ໃນລະດັບສູງສຸດຂອງລັດຖະບານ. ເຖິງຢ່າງນັ້ນກໍຕາມ ມັນບໍ່ສາມາດຍັບຍັ້ງພວກເຮົາຈາກຄວາມຮັບຜິດຊອບຂອງພວກເຮົາ ທີ່ຈະຢືນຢັນການເລືອກຕັ້ງຂອງທ່ານໄບເດັນ.”