ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະ​ນະ​ກຳ​ມະ​ການ ສືບ​ສວນ​ການ​ກໍ່​ຈະ​ລາ​ຈົນ ຢູ່​ຫໍ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ຫວັງ​ຈະ​ໄດ້​ເຫັນ​ຂໍ້​ຄວາມ​ຂອງ ເຈົ້າ​ໜ້າທີ່ກຳ​ລັງ​ອາ​ລັກ​ຂາ


ເຈົ້າ​ໜ້າ​ທີ່ອາ​ລັກ​ຂາ ສະ​ຫະ​ລັດ ຄົນ​ນຶ່ງ​ຢືນ​ປະ​ຈຳ​ຕຳ​ແໜ່ງ​ຂອງ​ລາວ ໃນ​ຂະ​ນະ​ທີ່​ຂະ​ບວນ​ລົດ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ເດີນ​ທາງ​ຮອດ ທຳ​ນຽບ​ຂາວ, 8 ພະ​ຈິກ, 2020.
ເຈົ້າ​ໜ້າ​ທີ່ອາ​ລັກ​ຂາ ສະ​ຫະ​ລັດ ຄົນ​ນຶ່ງ​ຢືນ​ປະ​ຈຳ​ຕຳ​ແໜ່ງ​ຂອງ​ລາວ ໃນ​ຂະ​ນະ​ທີ່​ຂະ​ບວນ​ລົດ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ເດີນ​ທາງ​ຮອດ ທຳ​ນຽບ​ຂາວ, 8 ພະ​ຈິກ, 2020.

ຄະ​ນະ​ກຳ​ມະ​ການ​ລັດ​ຖະ​ສ​ະ​ພາ ສະ​ຫະ​ລັດ ທີ່​ກຳ​ລັງ​ສືບ​ສວນ​ການ​ກໍ່​ຈະ​ລາ​ຈົນ​ຢູ່​ຫໍ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ກ່ຽວ​ກັບ ວັນ​ທີ 6 ມັງ​ກອນ​ປີ​ກາຍນີ້​ຄາດ​ວ່າ​ຈະ​ສາ​ມາດ​ເບິ່ງ​ຂໍ້​ຄວາມ​ຕ່າງໆ​ທີ່​ຖືກ​ສົ່ງ​ໂດຍ​ພວກ​ເຈົ້າ​ໜ້າ​ທີ່ກຳ​ລັງ​ອາ​ລັກ​ຂາ ຈາກວັນ​ກ່ອນ​ການ​ໂຈມ​ຕີ​ທຳ​ຮ້າຍ ແລະ ເວ​ລາ​ທີ່​ມັນ​ໄດ້​ເກີດ​ຂຶ້ນ, ສະ​ມາ​ຊິກ​ຂອງ​ຄະ​ນະ​ກຳ​ມະ​ການ​ສືບ​ສວນ​ສອບ​ສວນ​ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້.

ສະ​ມາ​ຊິກ​ສະ​ພາ​ຕ່ຳ ທ່ານ​ນາງ ໂຊ​ ລອ​ຟ​ເກ​ຣັນ (Zoe Lofgren) ໄດ້​ກ່າວ​ໃນ​ລາຍ​ການ This Week ຂອງ​ໂທ​ລະ​ພາບ ABC ວ່າ “ພວກ​ເຮົາ​ຄາດ​ວ່າ​ຈະ​ໄດ້​ຮັບ​ມັນ​ໃນ​ວັນ​ອັງ​ຄານນີ້. ພວກ​ເຮົາ​ຕ້ອງ​ການ​ທຸກ​ຂໍ້​ຄວາມ​ຈາກວັນ​ທີ 5 ແລະ 6 ຂອງ​ເດືອນ​ມັງ​ກອນ.”

ການ​ກໍ່​ຈະ​ລາ​ຈົນ​ໄດ້​ເກີດ​ຂຶ້ນ​ໃນ​ຂະ​ນະ​ທີ່​ພວກ​ສະ​ໜັບ​ສະ​ໜູນ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ, ສັງ
​ກັ​ດ​ພັກ​ຣີ​ພັບ​ບ​ລີ​ກັນ 2,000 ຄົນ ໄດ້​ບຸກ​ເຂົ້າ​ໄປ​ໃນ​ຫໍ​ລັດ​ຖະ​ສະ​ພາ​ເພື່ອ​ກີດ​ກັ້ນ​ສະ​ພາບໍ່​ໃຫ້​ຢັ້ງ​ຢືນ​ວ່າ ທ່ານ ໂຈ ໄບ​ເດັນ ສັງ​ກັ​ດ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ຊະ​ນະ​ການ​ເລືອກ​ຕັ້ງ​ປີ 2020. ການ​ຢັ້ງ​ຢືນ​ຄະ​ແນນ​ສຽງ​ຂອງ​ຜູ້​ແທນລັດ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າໄຊ​ຊະ​ນະ​ຂອງ​ທ່ານ ໄບ​ເດັນ ຕໍ່​ການ​ພະ​ຍາ​ຍາມ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ຄືນ​ຂອງ​ທ່ານ ທ​ຣຳ ໄດ້ຫຼ້າ​ຊ້າ​ອອກ​ໄປຫຼາຍ​ຊົ່ວ​ໂມງ​ໃນ​ຂະ​ນະ​ທີ່​ພວກ​ກໍ່​ຈະ​ລາ​ຈົນ​ໄດ້​ປະ​ທະ​ກັບ​ຕຳຫຼວດ, ທັບ​ມ້າງ​ຕຶກ​ລັດ​ຖະ​ສະ​ພາ ແລະ ຮື້​ຄົ້ນ​ຫ້ອງ​ກັນ​ຕ່າງໆ​ໃນ​ສະ​ພາ.

ທ່າ​ນນາງ ລອ​ຟ​ເກ​ຣັນ ໄດ້​ກ່າວ​ວ່າ​ຄະ​ນະ​ກຳ​ມະ​ການ​ສືບ​ສວນ​ສອບ​ສວນ​ຕ້ອ​ງ​ການ​ຂໍ້​ຄວາມ​ຂອງ​ຕຳຫຼວດ​ລັບ “ເພື່ອ​ໃຫ້​ໄດ້​ຮູບ​ພາບ​ຢ່າງ​ຄົບ​ຖ້ວນ” ກ່ຽວ​ກັບ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ກ່ອນ ແລະ ໃນ​ລະ​ຫວ່າງ​ການ​ກໍ່​ຈະ​ລາ​ຈົນ​ຢູ່​ຫໍ​ລັດ​ຖະ​ສະ​ພາ. ​ກຳ​ລັງ​ອາ​ລັກ​ຂາ​ໄດ້​ກ່າວ​ໃນ​ອາ​ທິດ​ທີ່​ຜ່ານ​ມາ​ວ່າ ຂໍ້​ມູນ​ໂທ​ລະ​ສັບ​ບາງ​ອັນ​ແມ່ນ​ໄດ້​ຫາຍ​ໄປໃນ​ລະ​ຫວ່າງ​ການ​ຕັ້ງ​ໂທ​ລະ​ສັບ​ໃໝ່ ​ຕາມ​ປົກ​ກະ​ຕິ​ຂອງ​ໂທ​ລະ​ສັບ ໄອ​ໂຟນ, ແຕ່​ຂໍ້​ຄວາມ​ທັງ​ໝົດ​ທີ່​ໄດ້​ຂໍ​ໄປ​ນັ້ນ​ແມ່ນ​ໄດ້​ຖືກ​ຮັກ​ສາ​ໄວ້.

ທ່ານ​ນາງ ລ​ອ​ຟ​ເກ​ຣັນ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຕົກ​ໃຈ​ທີ່​ໄດ້​ຍິນ​ວ່າ ເຂົາ​ເຈົ້າ​ບໍ່​ໄດ້​ເກັບ​ສຳ​ຮອງ​ຂໍ້​ມູນ​ໄວ້​ກ່ອນ​ທີ່​ເຂົາ​ເຈົ້າ​ຈະ​ຕັ້ງ​ໂທ​ລະ​ສັບ​ໄອ​ໂຟນ​ຂອງ​ເຂົາ​ເຈົ້າ ​ໃໝ່. ນັ້ນ​ແມ່ນ​ບ້າຫຼາຍ, ແລະ ຂ້າ​ພ​ະ​ເຈົ້າ​ບໍ່​ຮູ້​ວ່າ​ມັນ​ຄື​ເປັນ​ແນວ​ນັ້ນ, ແຕ່​ພວກ​ເຮົາ​ຕ້ອງ​ເອົາ​ຂໍ້​ມູນນີ້​ມາ​ໃຫ້​ໄດ້.”

ທ່ານ​ນາງ ລອ​ຟ​ເກ​ຣັນ ໄດ້​ກ່າວ​ວ່າ “ພວກ​ເຮົາ​ເຂົ້າ​ໄປ​ເບິ່ງ​ມັນ​ເພື່ອ​ພະ​ຍາ​ຍາມ​ເຮັດ​ວຽກ​ຂອງ​ພວກ​ເຮົາ. ພວກ​ເຮົາ​ໄດ້​ຖືກ​ແຕ່ງ​ຕັ້ງ​ເຮັດ​ວຽກ​ໃຫ້​ເປັນ​ຄະ​ນະ​ກຳ​ມະ​ການ ເພື່ອ​ເປີດ​ເຜີຍ​ທຸກ​ຂໍ້​ເທັດ​ຈິງ ກ່ຽວ​ກັບ​ວັນ​ທີ 6 ແລະ ທຸກ​ເຫດ​ການ​ກ່ອນ​ໄປ​ຮອດ​ວັນ​ທີ 6 ນັ້ນ ສະ​ນັ້ນ​ພວກ​ເຮົາ​ຈຶ່ງ​ໄດ້​ລາຍ​ງາຍ ກ່ຽວ​ກັບ ມັນ. ພວກ​ເຮົາ​ຫວັງ​ທີ່​ຈະ​ເຮັດໃນ​ວິ​ທີ​ທີ່​ມັນ​ສາ​ມາດ​ເຂົ້າ​ຫາ​ໄດ້​ຕໍ່​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ​ທຸກ​ຄົນ.”

ກຳ​ລັງ​ອາ​ລັກ​ຂາ​ໄດ້​ກ່າວ​ໃນ​ອາ​ທິດ​ທີ່​ຜ່າ​ນ​ມາ​ວ່າຖ້າ​ມັນ​ມີ “ການ​ຊີ້​ໃຫ້​ເຫັນໃດໆ” ວ່າ​ເຂົາ​ເຈົ້າ​ຕັ້ງ​ໃຈ​ລຶບ​ຂໍ້​ຄວາມ​ແມ່ນບໍ່​ຖືກ​ຕ້ອງ​ນັ້ນ ແລະ​ ວ່າ​ຄະ​ນະ​ກຳ​ມະ​ການ “ຈະ​ໄດ້​ຮັບ​ການ​ຮ່ວມ​ມືຢ່າງ​ເຕັມ​ທີ່ ແລະ ຢ່າງ​ແນ່ນອນ.”

ອ່ານ​ຂ່າວນີ້​ເປັນ​ພ​າ​ສາ​ອັງ​ກິດ

XS
SM
MD
LG