ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະ​ນະສືບສວນ ການກໍ່ຈາ​ລ​ະ​ຈົນ ທີ່​ຫໍ​ລັດ​ຖະ​ສະ​ພາ ສ​ຫລ ​ກ່າວ​ຫາ​ ທ່ານ ​ທ​ຣຳ​ວ່າ ກະຕຸ້ນໃຫ້​​ເກີດ​ເຫດ​ການ ​ຮ້າຍ​ແຮງນີ້


ທ້າວ Jason Van Tatenhove, ທີ່​ເປັນ​ພັ​ນທະ​ມິດຂອງຜູ້​ນຳ​ກຸ່ມ​ຫົວ​ຮຸນ​ແຮງ​ທີ່​ສາ​ບານ​ຕົວ, ທ້າວ Stewart Rhodes ໃຫ້​ຄຳ​ໃຫ້​ການ​ຂະ​ນະ​ທີ່​ ຄະ​ນະ​ກຳ​ມະ​ການ​ສືບ​ສວນການ​ໂຈມ​ຕີ​ຫໍ​ລັດ​ຖະ​ສະ​ພາ​ໃນ​ວັນ​ທີ 6 ມັງ​ກອນ ຈາກ​ສະ​ພາ​ຕ່ຳ ຈັດ​ໃຫ້​ມີ​ການ​ຮັບ​ຟັງ​ຄະ​ດີ​ໃນ​ວັນ​ທີ 12 ກໍ​ລະ​ກົດ, 2022.
ທ້າວ Jason Van Tatenhove, ທີ່​ເປັນ​ພັ​ນທະ​ມິດຂອງຜູ້​ນຳ​ກຸ່ມ​ຫົວ​ຮຸນ​ແຮງ​ທີ່​ສາ​ບານ​ຕົວ, ທ້າວ Stewart Rhodes ໃຫ້​ຄຳ​ໃຫ້​ການ​ຂະ​ນະ​ທີ່​ ຄະ​ນະ​ກຳ​ມະ​ການ​ສືບ​ສວນການ​ໂຈມ​ຕີ​ຫໍ​ລັດ​ຖະ​ສະ​ພາ​ໃນ​ວັນ​ທີ 6 ມັງ​ກອນ ຈາກ​ສະ​ພາ​ຕ່ຳ ຈັດ​ໃຫ້​ມີ​ການ​ຮັບ​ຟັງ​ຄະ​ດີ​ໃນ​ວັນ​ທີ 12 ກໍ​ລະ​ກົດ, 2022.

ຄະນະກຳ​ມະ​ການໃນລັດຖະສະພາ ທີ່ສືບສວນການກໍ່ຈາ​ລ​ະ​ຈົນໃນວັນທີ 6 ມັງ ກອນ ທີ່ຫໍລັດຖະສະພາສະຫະລັດ ໃນປີກາຍນີ້ ໄດ້ກ່າວຫາ ໃນວັນອັງຄານ ວານນີ້ວ່າ ອະດີດປະທານາທິບໍດີດໍ​ໂນ​ລ ທ​ຣຳ ໄດ້ກະຕຸ້ນໃຫ້ເກີດ​ເຫດ​ການ​ຮ້າຍ​ແຮງນີ້​ດ້ວຍ "ການເຊື້ອເຊີນ ທີ່​ພາໃຫ້ຄວາມ​ວຸ້ນ​ວາຍ​ລະເບີດຂຶ້ນ" ເພື່ອໃຫ້ຜູ້ສະຫນັບສະຫນູນທ່ານມານະ​ຄອນ​ຫລວງວໍຊິງຕັນ ເພື່ອພະຍາຍາມສະກັດການຢັ້ງ​ຢືນ ການເສຍໄຊ​ໃນການເລືອກຕັ້ງປີ 2020 ຂອງທ່ານ​ໃຫ້​ແກ່ທ່ານ​ໂຈ ໄບ​ເດັນ​ທີ່​ມາ​ຈາກ​ພັກເດ​ໂມ​ແຄ​ຣັດ.

ຄະນະກໍາມະການກ່າວວ່າ ຂໍ້​ຄວາມ​ທີ່​ຂຽນ​ໃນ​ທວີດ​ເຕີໂດຍ​ທ່ານທ​ຣຳ ທີ່ອອກໄປ ໃນຕອນ​ເຊົ້າຂອງວັນ​ທີ 19 ທັນ​ວາ, 2020 ແມ່ນມີຂຶ້ນຫຼັງຈາກທ່ານບໍ່ສົນໃຈຕໍ່ ຄໍາແນະນໍາທີ່ບອກ​ທ່ານເລື້ອຍໆ ຈາກບັນ​ດາທີ່ປຶກສາຂອງທ່ານ​ໃນທໍານຽບຂາວ ທີ່ບອກ​ໃຫ້​ທ່ານຍອມຮັບຄວາມເປັນຈິງ ທີ່ທ່ານໄດ້ເສຍໄຊ ແລະ ບໍ່ມີຫຼັກ ຖານຂອງການສໍ້ໂກງພຽງພໍທີ່ຈະ​ເຮັດໃຫ້ຜົນກ​ານ​ເລືອກ​ຕັ້ງ ປ່ຽນ​ແປງ​ໄດ້.

ກົງ​ກັນ​ຂ້າມ ຫຼັງຈາກກອງປະຊຸມທີ່ຍືດ​ຍາວ ແລະໃຊ້​ຄຳ​ເວົ້າ​ທີ່ຫຍາບຄາຍ ຢູ່ທີ່ທຳນຽບຂາວ ກັບທີ່​ປຶກ​ສາທີ່ສະໜັບສະໜຸນການສືບ​ຕໍ່ ​ໃນຕໍ່ສູ້ເພື່ອຄັດ​ຄ້ານ ຜົນການເລືອກຕັ້ງຂອງທ່ານ ກັບຜູ້ທີ່ແນະນຳໃຫ້​ທ່ານຍອມຮັບເອົາການເສຍໄຊ ຂອງທ່ານ​ແລ້ວ ທ່ານທ​ຣຳກໍ​ໄດ້​ສົ່ງ​ຂໍ້​ຄວາມ​ທາງ​ທວີດ​ເຕີ​ທີ່​ຂຽນວ່າ "​ເວົ້າ​ຕາມສະຖິຕິແລ້ວ ມັນເປັນໄປບໍ່ໄດ້ທີ່ຈະເສຍໄຊ​ໃນການເລືອກຕັ້ງປີ 2020. ການປະທ້ວງຄັ້ງ​ຍິ່ງໃຫຍ່ ໃນດີ​ຊີ (D.C.) ໃນວັນ​ທີ 6 ມັງກອນ. ຈົ່ງໄປທີ່ນັ້ນ, ຈະມີ​ ​ເຫດ​ການເກີດ​ຂຶ້ນ!

ຄະນະກໍາມະການດັ່ງກ່າວໄດ້ສະແດງວິດີໂອຈາກພວກສະໜັບສະໜຸນທ່ານ​ທ​ຣຳ ຈາກຝ່າຍຂວາ ທີ່ມີ​ຄວາມກະ​ຕື​ລື​ລົ້ນຈຳ​ນວນ​ນຶ່ງ ທີ່ຮຽກຮ້ອງໃຫ້ເພື່ອນ​ທີ່​ເຫັນ​ພ້ອມ​ນຳໄປພົບກັນທີ່ນະ​ຄອນ​ຫລວງວໍຊິງຕັນ ເພື່ອພະຍາຍາມຂັດຂວາງລັດ​ຖະສະພາບໍ່​ໃຫ້ຢັ້ງຢືນວ່າ ທ່ານ​ໄບ​ເດັນໄດ້ຊະນະການເລືອກຕັ້ງ.

ໃນຄລິບຂອງວີ​ດິ​ໂອ​ສາກນຶ່ງ, ນັກທິດສະດີສົມຮູ້ຮ່ວມຄິດ, ທ້າວ​ອາ​ເລັກ​ສ໌ ຈອນ​ສ໌ (Alex Jones) ບອກຜູ້ຊົມຂອງລາວວ່າ "ຕອນນີ້ທ່ານ ກໍາລັງຮຽກຮ້ອງຫາປະຊາຊົນ, ເວລາສໍາລັບການ​ເຮັດຫລິ້ນແມ່ນຫມົດລົງແລ້ວ."

ວີ​ດິ​ໂອ​ທີ​ສະ​ແດງ​ໃຫ້​ເຫັນ​ວ່າ​ທ່ານ Rudy Giuliani ໃຫ້​ການ​ຕໍ່​ຄະ​ນະ​ກຳ​ມະ​ການສືບ​ສວນ​ການ​ໂຈມ​ຕີ​ຫໍ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ໃນ​ວັນ​ທີ 6 ມັງ​ກອນ ໃນ​ຂະ​ນະ​ທີ່ມ​ີ​ການ​ຮັບ​ຟັງ​ຄະ​ດີ ໃນ​ວັນ​ທີ 12 ກໍ​ລະ​ກົດ, 2022.
ວີ​ດິ​ໂອ​ທີ​ສະ​ແດງ​ໃຫ້​ເຫັນ​ວ່າ​ທ່ານ Rudy Giuliani ໃຫ້​ການ​ຕໍ່​ຄະ​ນະ​ກຳ​ມະ​ການສືບ​ສວນ​ການ​ໂຈມ​ຕີ​ຫໍ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ໃນ​ວັນ​ທີ 6 ມັງ​ກອນ ໃນ​ຂະ​ນະ​ທີ່ມ​ີ​ການ​ຮັບ​ຟັງ​ຄະ​ດີ ໃນ​ວັນ​ທີ 12 ກໍ​ລະ​ກົດ, 2022.

ສະມາຊິກລັດຖະສະພາ, ທ່ານ​ເຈມ​ມີ ແຣ​ສ​ກິນ (Jamie Raskin), ຊຶ່ງ​ເປັນສະມາຊິກຜູ້​ນຶ່ງ​ໃນຄະນະກຳມະ ການ​ນີ້ ກ່າວວ່າ ຂໍ້​ຄວາມ​ໃນ​ທວີດ​ເຕີຂອງທ່ານທ​ຣຳ "ໄດ້ກ້ອງ​ກັງ​ວານແຜ່ລາມໄປທົ່ວທາງອິນເຕີແນັດ."

ຄະນະກໍາມະການດັ່ງກ່າວ ໄດ້ສະແດງຄລິບວີ​ດິ​ໂອຈາກທ່ານ​ສ​ຕີບ ແບນນອນ (Steve Bannon), ທີ່​ປຶກ​ສາ​ໃນທໍານຽບຂາວຄົນນຶ່ງຂອງທ​ຣຳ ທີ່ກ່າວໃນ ມື້ ກ່ອນການມີ​ການ​ຈາ​ລະ​ຈົນ ໃນວັນທີ 6 ມັງກອນນັ້ນ​ວ່າ "ນະລົກທັງຫມົດແມ່ນ ຈະແຕກອອກມາໃນມື້ອື່ນນີ້. ຂ້າ​ພະ​ເຈົ້າ​ກໍ​ມີ​ແຕ່ເວົ້າໄດ້ວ່າ, 'ໃສ່ສາຍແອວ​ຮັດໄວ້​ເດີ້."

ຄະນະ​ກຳມະການ​ດັ່ງກ່າວ​ ໄດ້​ເປີດ​ຄລິບວີ​ດິ​ໂອ​ທີ່​ມີ​ການ​ດັດແປງ​ສຽງທີ່​ມາ​ຈາກ​ພະນັກງານໃນບໍ​ລິ​ສັດ​ທວີດ​ເຕີຄົນ​ນຶ່ງ​ທີ່​ກ່າວ​ວ່າ ຂໍ້​ຄວາມ​ໃນ​ທວີດ​ເຕີຂອງ​ທ່ານ ທ​ຣຳ “​ແມ່ນ​ບອກວ່າ ​ກຸ່ມ​ຫົວ​ຮຸນ​ແຮງກຳ​ລັງ​ຖືກ​ຈັດ​ຕັ້ງ​ຂຶ້ນ. ຜູ້​ນຳ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ຮ້ອງ​ຂໍ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ຮ່ວມເຮັດ​ນຳ​ທ່ານ.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG